ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໘ ກັນຍາ ໒໐໒໔

ນັກຂ່າວສອງຄົນຈາກເວັບໄຊ້ຂ່າວຂອງຮົງກົງ ຖືກສານຕັດສິນລົງໂທດໃຫ້ຂັງຄຸກເມື່ອວັນພະຫັດຜ່ານມາ


ໃນວັນພະຫັດຜ່ານມາ ພວກເຂົາເຈົ້າໄດ້ກາຍເປັນຄົນທຳອິດໃນປະຫວັດສາດຂອງເມືອງ ທີ່ໄດ້ຖືກຕັດສິນໂທດສຳລັບຂໍ້ຫານັ້ນ ແລະຕ້ອງຕິດຄຸກ 21 ເດືອນ ແລະ 11 ເດືອນຕາມລຳດັບ

ນັກຂ່າວສອງຄົນຈາກເວັບໄຊ້ຂ່າວຂອງຮົງກົງ ເຊິ່ງໃນປັດຈຸບັນນີ້ ໄດ້ຖືກປິດລົງ ກໍໄດ້ຖືກສານຕັດສິນລົງໂທດໃຫ້ຂັງຄຸກເມື່ອວັນພະຫັດຜ່ານມາ ໃນຖານກໍ່ກະບົດ ໃນຄະດີອິດສະຫຼະພາບດ້ານການຂ່າວທີ່ໂດ່ງດັງ.

ອະດີດນັກຂ່າວໜັງສືພິມ ທ່ານຈັງ ປຸຍ-ກຸນ ແລະ ທ່ານແພທຣິກ ແລມ ທັງສອງ ໄດ້ຖືກພົບວ່າ ມີຄວາມຜິດ ແລະຖືກປັບໃໝ ເມື່ອເດືອນແລ້ວນີ້ ໃນຖານສົມຮູ້ຮ່ວມຄິດ ແລະຜະລິດລາຍງານການກໍ່ກະບົດຄືນໃໝ່.

ໃນວັນພະຫັດຜ່ານມາ ພວກເຂົາເຈົ້າໄດ້ກາຍເປັນຄົນທຳອິດໃນປະຫວັດສາດຂອງເມືອງ ທີ່ໄດ້ຖືກຕັດສິນໂທດສຳລັບຂໍ້ຫານັ້ນ ແລະຕ້ອງຕິດຄຸກ 21 ເດືອນ ແລະ 11 ເດືອນຕາມລຳດັບ.

XS
SM
MD
LG