ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດທ່ານ ສີຈັນ ຄຳພາວົງ ໃນລາຍການ ຊຸມຊົນຊາວລາວ ໃນອາເມຣິກາ


ທ່ານ ສີຈັນ ຄຳພາວົງ ຖ່າຍຮູບຢູ່ງານແຫ່ງນຶ່ງ.
ທ່ານ ສີຈັນ ຄຳພາວົງ ຖ່າຍຮູບຢູ່ງານແຫ່ງນຶ່ງ.

ໃນລາຍການຊຸມຊົນຊາວໃນທະວີບ ອາເມຣິກາ ສຳລັບແລງວັນອາທິດມື້ນີ້ເຮົາຈະພາທ່ານໄປພົບກັບທ່ານ ສີຈັນ ຄໍາພາວົງ, ອົບພະຍົບທີ່ໄດ້ຍ້າຍມາຕັ້ງຖິ່ນຖານຢູ່ໃນ ສະຫະລັດ ແລະໄດ້ເປັນນຶ່ງ ໃນນັກທຸລະກິດລາວ ທີ່ໃຫຍ່ໃນລັດ ໄອໂອວາ, ພວກເຮົາໄດ້ລົມກັບທ່ານ ກ່ຽວກັບຊີວິດການເປັນຢູ່ໃນຊຸມຊົນ ທີ່ເພິ່ນອາໄສຢູ່, ເຊິ່ງ ພຸດທະສອນ ຈະນຳເອົາການສຳພາດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ ສີຈັນ ຄຳພາວົງ ໄດ້ອົບພະຍົບອອກຈາກ ລາວ ເປັນຊາຍໂສດໄປຢູ່ສູນອົບພະຍົບ ນາໂພ ໃນປະເທດ ໄທ ເມື່ອປີ 1984 ແລະ ກໍໄດ້ສ້າງຄອບຄົວຢູ່ທີ່ສູນດັ່ງກ່າວ, ທ່ານຢູ່ທີ່ນັ້ນປະມານຫ້າປີ ແລະ ໄດ້ເດີນທາງມາຮອດ ສະຫະລັດ ໃນປີ 1990.

ທ່ານ ສີຈັນ ເດີນທາງມາຮອດ ສະຫະລັດ ທຳອິດແມ່ນຕົກຢູ່ເມືອງ ເມັມຟິສ, ລັດ ເທັນເນັສຊີ, ປັດຈຸ ບັນນີ້ ທ່ານອາໄສຢູ່ເມືອງ ສຕອມ ເລກ, ລັດ ໄອໂອວາ, ເປັນເມືອງນ້ອຍໆທີ່ຕັ້ງຢູ່ຫ່າງໄກຈາກເມືອງຫຼວງຂອງລັດນັ້ນ. ກ່ອນຕັດສິນໃຈຕັ້ງຖິ່ນຖານໃນເມືອງດັ່ງກ່າວ ທ່ານກໍເຄີຍອາໄສຢູ່ຫຼາຍບ່ອນ.

“ພໍ່ຕົກຢູ່ລັດ ເທັນເນັສຊີ, ເມືອງ ເມັມຟິສ. ເປັນເມືອງເອກຂອງລັດ ເທັນເນັສຊີ ມັນໃຫຍ່ໃດ. ລະດັບໃຫຍ່ລະກໍຄົນຫຼາຍຢູ່ຫັ້ນໄດ້ (ປີ 1990-1991) 90 ຮອດ 91. ຢູ່ຫັ້ນໄດ້ 11 ເດືອນ. ລະກໍກັບໄປ ຄາລິຟໍເນຍ. 91 ໄປ ຄາລິຟໍເນຍ, ຢູ່ ຄາລິຟໍເນຍ ກະໄດ້ 11 ເດືອນຄືກັນ. ກັບມາ ເທັນເນັສຊີ ອີກ 6 ເດືອນ. ລະ ພໍ່ກະໄດ້ຍ້າຍມານີ້ (ເມືອງ ສຕອມ ເລກ).

ສະຫະລັດ ເປັນປະເທດທີ່ໃຫຍ່ ແລະ ມີເຖິງ 50 ລັດ, ໃນລັດຕ່າງໆສະພາບ ການດຳລົງຊີວິດຈະບໍ່ຄືກັນ. ໃນຕົວເມືອງໃຫຍ່ປະຊາຊົນຈະຫຍຸ້ງນຳການເຮັດວຽກຫຼາຍກວ່າ, ແລະ ຄ່າຄອງຊີບກໍຈະສູງກວ່າ ເຊິ່ງກົງກັນຂ້າມກັບເມືອງນ້ອຍ. ບາງຄົນຕ້ອງໄດ້ຍ້າຍລັດ ແລະ ຊອກຫາເມືອງທີ່ວ່າຕົນເອງສາມາດຢູ່ ຄືກັບທ່ານ ສີຈັນ ໄດ້ກ່າວໄວ້ວ່າ

“ໄປຫຼາຍບ່ອນແລ້ວ, ໄປຫຼາຍໆລັດແລ້ວໄປເລາະເບິ່ງຫັ້ນນະ. ເອົາລົດໄປເລາະໄປທົວໄປຫຼິ້ນບໍ່ໄດ້ເຮັດການແຕ່ກ່ອນຫັ້ນ. ກະເລີຍວ່າມັນມີຄວາມຈຳເປັນບາງເລື່ອງ ທີ່ວ່າເຮົາຕ້ອງໄດ້ມາຢູ່ເມືອງນ້ອຍຫັ້ນນະ. ຄືສະພາບສິ່ງແວດລ້ອມກັບຄອບຄົວ. ຄືລຳພັງຕົວເຮົາເອງເຮົາກໍສາມາດໄປໄດ້ເຮັດຫຍັງກະພໍລອດ ແຕ່ວ່າຄົນຢູ່ເບື້ອງຫຼັງເຮົາຫັ້ນນະມັນອັນຕະລາຍ. ມັນເລື່ອງພາສາ ເລື່ອງກົດໝາຍ ຫຼາຍໆເລື່ອງຫັ້ນນະ ທີ່ວ່າເຈົ້າບໍ່ທັນເກັ່ງ. ທີ່ວ່າເຈົ້າບໍ່ສາມາດຈະໄປຮັບມືກັບເມືອງໃຫຍ່ໄດ້. ອັນນີ້ ຄືສິ່ງທີ່ຕ້ອງໄດ້ສຶກສາລະອຽດວ່າ ເວົ້າລະມັນເລື່ອງຄອບຄົວຫັ້ນນະ. ເປັນຫຍັງໄປມັນກໍອາດຈະຍາກສຳລັບຄົນທີ່ຢູ່ເບື້ອງຫຼັງຢ້ານເອົາໂຕບໍ່ລອດ. ຄືລູກນ້ອຍເຂົາເຈົ້າກໍຈະ 3 ປີ 4 ປີເດະ ລູກກົກຫັ້ນນະ. ເຮັດ ຫຼາຍໆເລື່ອງທີ່ວ່າເຮົາຕ້ອງໄດ້ຄຶດ. ພໍ່ກະບໍ່ໄດ້ມາເບິ່ງໃນເມືອງນີ້ ໂທຖາມລູກນ້ອງເກົ່າ, ສະມາຊິກເກົ່າ, ລູກສິດເກົ່າໄປຊັ້ນນະ. ເຂົາເຈົ້າມາຢູ່ນີ້ກ່ອນຫຼາຍແລ້ວເຂົາເຈົ້າກະມາຢູ່ນີ້ ສຕອມ ເລກ ນີ້ກະປະມານເກືອບສີ່, ຫ້າສິບຄອບຄົວແລ້ວທີ່ວ່າເປັນສະມາຊິກເກົ່າຂອງພໍ່ຫັ້ນນະ.”

ທ່ານ ສີຈັນ ແລະ ໝູ່ເພື່ອນທີ່ງານລ້ຽງຢູ່ນອກໂຮງແຮມຂອງທ່ານ ສີຈັນ.
ທ່ານ ສີຈັນ ແລະ ໝູ່ເພື່ອນທີ່ງານລ້ຽງຢູ່ນອກໂຮງແຮມຂອງທ່ານ ສີຈັນ.

ວຽກທີ່ທຳອິດທີ່ທ່ານ ສີຈັນ ໄດ້ເຮັດແມ່ນເປັນຜູ້ອອກແບບຂອງບໍລິສັດເຮັດກາຕິດເສື້ອ, ຈອກ, ປະຕິທິນ, ໝວກ ແລະ ອື່ນໆ ແລະ ອີກວຽກນຶ່ງທີ່ທ່ານໄດ້ເຮັດ ກໍແມ່ນເປັນຄົນປາດຊີ້ນໝູຂອງບໍລິສັດແຫ່ງນຶ່ງ, ເຊິ່ງທ່ານເຮັດໄດ້ປະມານ 3​ ປີ. ຫຼັງຈາກນັ້ນກໍໄດ້ອອກມາຕັ້ງທຸລະກິດຄອບຄົວເຊິ່ງທ່ານໄດ້ກ່າວວ່າ

“ອອກຈາກໂຮງງານແລ້ວກະມາຕັ້ງທຸລະກິດຄອບຄົວ, ທຳອິດເລີ່ມຕົ້ນກະເປີດຕະຫຼາດ. ເປີດຕະຫຼາດເອເຊຍກ່ອນ. ລະກະຈັ່ງມາເຮັດເລື່ອງ Property, ມາຊື້ອາພາດເມັ້ນ,​ ຊື້ບ້ານຊື້ດິນໃຫ້ຄົນເຊົ່າ. ດຽວນີ້ມີ ເປັນເຂົາຮ້ອງຊຸບເປີມາເກັດຂອງເອເຊຍລະຫວ່າງ 4, 5,​ 6 ຊາດ ເຂົ້າບ່ອນດຽວກັນ. ມື້ເລີ່ມຕົ້ນລູກນ້ອງ ກະປະມານ 40 ປາຍເນາະ ແຕ່ມື້ເລີ່ມຕົ້ນມາຫັ້ນນະ, ລູກນ້ອງຫຼາຍ. ແຕ່ດຽວນີ້ຫັ້ນກະຄືວ່າ ເຮົາຕັດເລື່ອງຫຼາຍໆຢ່າງລົງຫັ້ນນະ. ແຮງງານຄົນກໍບໍ່ຫຼາຍ.”

ພຸດທະສອນ ຖາມ, ເຄື່ອງຂອງເຂົ້າຮ້ານຊຸບເປີມາເກັດນີ້ທ່ານສັງເຂົ້າມາແຕ່ໃສ ແດ່?

ທ່ານ ສີຈັນ ຕອບວ່າ “ຊິຄາໂກ ນີ້ເປັນຜັກສົດ, Frozen (ແຊ່ແຂງ) ເປັນອາຫານທີ່ວ່າຂາຍປະຈຳ ວັນ. ອັນນີ້ມັນເຂົ້າມາມື້ວັນຈັນທາງຝ່າຍ ຊິຄາໂກ, ຊິຄາໂກ ມັນກະມາຈາກ ຫວຽດນາມ, ໄທ ແຕ່ ວ່າ ຈີນ ດຽວນີ້ກະຕັດອອກແລ້ວ, ບໍ່ມີແລ້ວຂອງ ຈີນ ນະ. ລະກະມາຈາກ ຄາລິຟໍເນຍ, ລອສ ແອນເຈີລິສ, ແຊນ ແຟຣນຊິສໂກ. ມາຫຼາຍບ່ອນ.”

ທ່ານ ສີຈັນ ເວົ້າວ່າເງິນລົງທຶນສຳລັບເປີດຮ້ານຊຸບເປີມາເກັດນັ້ນແມ່ນປະມານ 2, 3 ແສນໂດລາ.

ຕູ້ຊັກເຄື່ອງຢູ່ຮ້ານຊັກເຄື່ອງຂອງທ່ານ ສີຈັນ.
ຕູ້ຊັກເຄື່ອງຢູ່ຮ້ານຊັກເຄື່ອງຂອງທ່ານ ສີຈັນ.

ປັດຈຸບັນນີ້ ທຸລະກິດຂອງທ່ານ ສີຈັນ ປະກອບມີຮ້ານຊຸບເປີມາເກັດເອເຊຍ, ຮ້ານອາຫານ, ໂຮງແຮມ, ຮ້ານຊັກເຄື່ອງ ແລະ ດິນໃຫ້ຄົນເຊົ່າ. ສ່ວນອາພາດເມັ້ນ ແລະ ເຮືອນໃຫ້ຄົນເຊົ່ານັ້ນ ທ່ານໄດ້ຢຸດໄປແລ້ວ.

ທ່ານກ່າວວ່າ ທ່ານໄດ້ຕັ້ງປ້າຍ Lao Town ຂຶ້ນໃນເມືອງດັ່ງກ່າວ. ແຕ່ວ່າຄົນລາວ ທີ່ອາໄສຢູ່ເມືອງ ສຕອມ ເລກ ແມ່ນມີບໍ່ຫຼາຍເຊິ່ງທ່ານໄດ້ເວົ້າວ່າ

ປ້າຍ Lao Town ທີ່ທ່ານ ສີຈັນ ຕັ້ງຂຶ້ນ ໃນເມືອງ ສຕອມ ເລກ.
ປ້າຍ Lao Town ທີ່ທ່ານ ສີຈັນ ຕັ້ງຂຶ້ນ ໃນເມືອງ ສຕອມ ເລກ.

“ຄົນລາວດຽວນີ້ປະມານໄດ້ 70 ຄອບຄົວ. ເມືອງນ້ອຍ ເມືອງນີ້ບໍ່ຮອດໝື່ນນະ. ຄົນມີແຕ່ປະມານ 10,000 ນີ້ແຫຼະ. ຢູ່ນີ້ມັນມີເວົ້າເລື່ອງລູກຄ້າຫຼັກ ມັນກະເປັນ ຄົນລາວເຮົາກະຄືວ່າ 100, ຄົນ ໄທ ມີປະມານ 4, 5 ຄອບຄົວ, ຄົນ ຫວຽດນາມ ກະ 10 ປາຍຄອບຄົວ, ຄົນເກາະຂອງ Micronesia ກະມີຢູ່ 50 ປາຍຄອບຄົວ. ລະກະມາໃສ່ ກະຣ່ຽງ ກະປະມານ 30 ປາຍຄອບຄົວ ຫຼື 40 ຄອບຄົວໄດ້. ລະກະມີ ອາເມກາ ກະສ່ວນນຶ່ງເຂົາເຈົ້າກະໄດ້ກິນອາຫານລາວ, ຟີລິບປິນ ເບາະພວກນີ້ເຂົາເຈົ້າກະມາ.”

ຢູ່ທີ່ເມືອງ ສຕອມ ເລກ, ທ່ານ ສີຈັນ ກໍໄດ້ຕັ້ງສະມາຄົມລາວຂຶ້ນມາ. ຄືກັບສະມາຄົມ ລາວ ໃນລັດອື່ນໆ ທີ່ເຂົາເຈົ້າໄດ້ຮວມຕົວກັນເພື່ອພົບປະໃນງານສຳຄັນ ແລະ ໃຫ້ການຊ່ວຍເຫຼືອກັນ ແລະ ກັນເວລາທີ່ມີຄວາມຈຳເປັນ, ດັ່ງທີ່ທ່ານ ສີຈັນ ກ່າວຕໍ່ໄປນີ້

“ພໍ່ຕັ້ງເປັນສະມາຄົມລາວ, ຊ່ວຍກັນເລື່ອງຕາຍ ເລື່ອງເຈັບ. ແບບວ່າໂຮງໝໍ ເລື່ອງຕາຍພໍ່ເປັນຜູ້ຈັດພິທີສົ່ງສະການໃຫ້ ຖ້າເຈົ້າຂາດຄວາມຕ້ອງການຫັ້ນນະ. ກະຖືວ່າເກືອບ 98 ເປີເຊັນພໍ່ຕ້ອງໄດ້ຮັບ ຜິດຊອບເລື່ອງນີ້ນະ. ຜູ້ທີ່ເຂົ້າສະມາ ຄົມ ນີ້ນະເວລາທີ່ເຈົ້າເຈັບ, ນອນໂຮງໝໍທາງສະມາຄົມລາວກະມີຄະນະກຳມະການໄປຢ້ຽມຢາມ, ຕ້ອງການຄວາມຊ່ວຍເຫຼືອຫຍັງ, ເຈົ້າຢາກໄດ້ພາສາບໍ່, ຖ້າ ເຈົ້າຕ້ອງການອັນໃດສິ່ງໃດສິ່ງນຶ່ງບໍ ເຮົາກະຄອຍຖ້າ ຮັບໃຊ້ເຂົາເຈົ້າ. ເຮົາກໍມີເງິນສົງເຄາະຊ່ວຍ ເຫຼືອເຂົາເຈົ້າເລັກໆນ້ອຍໆ. ຜູ້ທີ່ຕາຍເຮົາກໍໄປຈັດພິທີສົ່ງສະ ການໃຫ້, ທຸກຢ່າງສິ່ງທີ່ເຈົ້າຕ້ອງການທາງສະມາຄົມຊິໃຫ້ເຂົາເຈົ້າໄດ້ໝົດ.”

ບັນຍາກາດຍາມບຸນ ຢູ່ເມືອງ ສຕອມ ເລກ.
ບັນຍາກາດຍາມບຸນ ຢູ່ເມືອງ ສຕອມ ເລກ.

ສະມາຊິກຂອງສະມາຄົມຈະຈ່າຍເງິນ 20 ໂດລາຕໍ່ປີ ແລະ ການຫາເງິນອື່ນໆນັ້ນ ທາງສະມາຄົມກໍໄດ້ຈັດງານລາຕີສະໂມສອນ, ເຊິ່ງຈະຈັດຂຶ້ນປີລະເທື່ອ. ຈັດງານແຕ່ລະຄັ້ງ ກໍຈະມີຄົນໃນຊຸມຊົນເຂົ້າຮ່ວມປະມານ 100 ກວ່າຄົນ.

ປະຊາຊົນ ລາວ ທີ່ອາໄສຢູ່ໃນເມືອງດັ່ງກ່າວ 99 ເປີເຊັນແມ່ນມີອາຊີບເປັນຄົນປາດຊີ້ນໝູ, ຊີ້ນໄກ່ໃຫ້ແກ່ໂຮງງານ ໄທສັນ, ເຊິ່ງແມ່ນບໍລິສັດຜະລິດຊີ້ນທີ່ໃຫຍ່ທີ່ສຸດໃນ ສະຫະລັດ.

ທ່ານ ສີຈັນ ເວົ້າວ່າເມືອງ ສຕອມ ເລກ ຖ້າທຽບໃສ່ເມືອງຕ່າງໆໃນປະເທດ ລາວ ແລ້ວກໍຈະຄືກັບເມືອງ ໂພນໂຮງ, ເຊິ່ງປະຊາຊົນຈະເຫັນໜ້າກັນທຸກມື້, ເມື່ອເຈັບເປັນເຂົາເຈົ້າກໍຈະຊ່ວຍກັນ, ເມື່ອລົ້ມຫາຍຕາຍຈາກກໍບໍ່ຖິ້ມກັນ.

ທ່ານເວົ້າວ່າ ຄົນອື່ນໆທີ່ອາໄສຢູ່ໃນເມືອງ ສຕອມ ເລກ ໂດຍທົ່ວໄປຈະເປັນ ຄົນທີ່ວ່າດີຢູ່, ເຂົາເຈົ້າກໍບໍໄດ້ລັງກຽດຄົນຕ່າງຊາດຫຼາຍ, ເຫັນໜ້າກັນເຂົາເຈົ້າ ກໍຍົກມືທັກທາຍ. ຄົນ ອາເມຣິກັນ ທີ່ອາໄສຢູ່ເມືອງນັ້ນສ່ວນຫຼາຍເຂົາເຈົ້າຈະເປັນຊາວນາ.

ໃນຂະນະທີ່ການເລືອກຕັ້ງປະທານາທິບໍດີ ສະຫະລັດ ແມ່ນກຳລັງຫຍັບໃກ້ເຂົ້າມານີ້, ພວກເຮົາກໍໄດ້ຖາມທ່ານ ສີຈັນ ກ່ຽວກັບ ຄວາມຄິດເຫັນວ່າທ່ານສະໜັບ ສະໜູຜູ້ລົງແຂ່ງຂັນເອົາຕຳແໜ່ງປະ ທານາທິບໍດີຄົນໃດ. ທ່ານເວົ້າວ່າຜູ້ໃດມາແຮງເຮົາກໍໄປໂຕນັ້ນ. ຜູ້ໃດທີ່ໄດ້ເປັນປະທານາທິບໍດີທ່ານກໍຢາກໃຫ້ເພິ່ນປັບປຸງ ບັນຫາເສດຖະກິດ, ການນຳສິນຄ້າເຂົ້າ. ຢາກໃຫ້ເພິ່ນເປີດກວ້າງກວ່າເກົ່າ ເຂົ້າຫາຕະຫຼາດໃໝ່. ເມື່ອມີບັນຫາກັບ ຈີນ ທ່ານກໍຢາກໃຫ້ຫັນໄປເຂົ້າຫາ ຫວຽດນາມ, ໄທ, ລາວ ແລະ ອື່ນໆ.

XS
SM
MD
LG