ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວີໂອເອ ສຳພາດ ທ່ານ ບິນລີ ນັກເຕັ້ນ ເບຣກແດນສ໌ ສຳລັບລາຍການ ຊຸມຊົນ ລາວ ໃນ ທະວີບອາເມຣິກາ


Binly
please wait
Embed

No media source currently available

0:00 0:02:11 0:00
ລິງໂດຍກົງ

ໃນລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາ ລາວ ສຳລັບແລງວັນອາທິດມື້ນີ້, ທ່ານ ຄິສສະດາ ພານຸສິດ ພູນສິລິ, ຊາຍໜຸ່ມ ອາເມຣິກັນ ເຊື້ອສາຍລາວ ຜູ້ທີ່ມີພອນສະຫວັນໃນຫຼາຍດ້ານໄດ້ໃຫ້ກຽດສຳພາດກັບພວກເຮົາ, ເຊິ່ງພອນສະຫວັນຂອງລາວມີຫຍັງແດ່ນັ້ນ ຂໍເຊີນທ່ານ ໄປຟັງການສຳ ພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.


ທ່ານ ບິນລີ ເປັນຊາຍໜຸ່ມ ອາເມຣິກັນ ເຊື້ອສາຍລາວ ທີ່ມີໜ້າຕາເຈົ້າຊູ້, ລາວ ເຄີຍຜ່ານຜ່າການແຂ່ງຂັນໃນເວທີການແຂ່ງເຕັ້ນ ທີ່ໃຫຍ່ໃນ ສະຫະລັດ ແລະ ສາກົນ. ການເຕັ້ນທີ່ວ່ານີ້ເອີ້ນວ່າ ເບຣກແດນສ໌ ຫຼືແຕ່ກີ້ເຂົາເຈົ້າ ພາກັນເອີ້ນວ່າ ເຕັ້ນແຣັບ, ເຂົາເຈົ້າຈະແຂ່ງກັນສອງຄົນ ຕີລັງກາປິ່ນໄປປິ່ນມາ ຖ້າໄດ້ເບິ່ງແລ້ວ ຈະປະທັບໃຈຈົນຕາຄ້າງ.

ທ່ານ ບິນລີ ເປັນລູກຂອງຄົນລາວສອງຄົນ ທີ່ໄດ້ຍົກຍ້າຍຖິ່ນຖານມາອາໄສຢູ່ ສະຫະລັດ ຕັ້ງແຕ່ປີ 1989.

ທ່ານ ບິນລີ ໄດ້ເກີດຢູ່ປະເທດ ລາວ ແລ້ວ ໄດ້ຍ້າຍມາ ສະຫະລັດ ກັບພໍ່ແມ່. ມາຮອດທຳອິດຄອບ ຄົວຂອງລາວ ແມ່ນໄດ້ເຂົ້າມາທາງນະຄອນ ແຊນ ແຟຣນຊິສໂກ ແລະ ໄດ້ອາໄສຢູ່ເມືອງ ແຊນ ດີເອໂກ ລັດຄາລິຟໍເນຍ ຈົນເຖິງປັດຈຸບັນນີ້.

ປັດຈຸບັນນີ້ທ່ານ ບິນລີ ເຮັດວຽກຢູ່ບໍລິສັດຊີວະເທັກໂນໂລຈີ, ມີຕຳແໜ່ງເປັນນັກ ວິສະວະກຳແສງອາວຸໂສ. ລາວເຮັດວຽກເປັນນັກອອກແບບ ກ່ຽວກັບ ແສງ ສຳລັບການພິຈາລະນາລຳດັບຂອງກຳມະພັນ. ທ່ານ ບິນລີ ໄດ້ເຮັດວຽກດັ່ງກ່າວນີ້ ປະມານ 9 ປີແລ້ວ.

ນອກຈາກນັ້ນເປັນນັກວິສະວະກອນແລ້ວ, ທ່ານ ບິນລີ ຍັງມັກຂຽນບົດກະວີ, ລາວໄດ້ຂຽນປື້ມບົດກະວີສອງຫົວ ກ່ຽວກັບ ປະສົບການຊີວິດ ຂອງຕົນເອງ ແລະ ກ່ຽວກັບ ປະເທດລາວ.

ທ່ານ ບິນລີ ຈັບປື້ມບົດກະວີທີ່ລາວຂຽນສອງຫົວ.
ທ່ານ ບິນລີ ຈັບປື້ມບົດກະວີທີ່ລາວຂຽນສອງຫົວ.

“ຂ້ານ້ອຍໄດ້ຂຽນປື້ມບົດກະວີສອງຫົວ. ຫົວທໍາອິດເອີ້ນວ່າ Dance Among Elephants ຫຼື ເຕັ້ນທ່າມກາງຝູງຊ້າງ. ຫົວນັ້ນໄດ້ພິມອອກໃນປີ 2014-2015. ແລະ ປື້ມຫົວທີສອງຂອງຂ້າພະເຈົ້າເອີ້ນວ່າ “Every Passing Minute ຫຼືທຸກນາທີທີ່ຜ່ານມໄປ,” ຫົວນັ້ນໄດ້ພິມອອກມາປີກາຍນີ້ ເດືອນ ພະຈິກ 2020 ໃນລະຫວ່າງໂຣກລະບາດ. ແລະ ປື້ມທັງສອງຫົວນັ້ນ ມີ ຂາຍຢູ່ເວັບໄຊ້ Sathu Press. ປື້ມນັ້ນຂຽນ ກ່ຽວກັບ ເອກະລັກຄົນລາວ. ຂຽນ ກ່ຽວກັບ ເລື່ອງຄອບຄົວຂອງຂ້ານ້ອຍ, ກ່ຽວກັບ ປ້າ ແລະ ລຸງຜູ້ທີ່ໄດ້ ອົບພະຍົບ. ເລື່ອງ ກ່ຽວກັບ ປະສົບການຊີວິດຂອງຂ້ານ້ອຍເອງ. ທຸກຢ່າງ ແມ່ນບົດກະວີ. ຂ້ານ້ອຍຍັງຂຽນ ກ່ຽວກັບ ບ້ານເກີດປະເທດ ລາວ ຂອງຂ້າ ນ້ອຍ ກ່ຽວກັບ ຄວາມຄຶດຮອດບ້ານ. ແລະ ຂ້ານ້ອຍກໍໄດ້ຂຽນບົດກະວີ ກ່ຽວ ກັບ ລະເບີດ, ສົງຄາມລັບ, ລະເບີດທີ່ບໍ່ທັນແຕກ.”

ຄລິກລິ້ງສຳລັບປື້ມຂອງ ບິນລີ: https://sahtu.press/books/every-passing-minute
https://sahtu.press/product/dance-among-elephants

ທ່ານ ບິນລີ ມີເຊື້ອສາຍຊົນເຜົ່າລື້, ໄດ້ເຂົ້າຮ່ວມງານຊຸມຊົນຊາວ ລາວ ໃນນະຄອນ ແຊນ ແຟຣນຊິສໂກ, ແລະ ກໍໄດ້ຟ້ອນໃນງານຕ່າງໆ. ແລະ ນັ້ນຄືທີ່ ມາຂອງການກາຍເປັນນັກເຕັ້ນຂອງລາວ.

ບິນລີ ກ່າວຕື່ມວ່າ “ໃນຊ່ວງເວລານັ້ນຂ້ານ້ອຍກໍມັກ ໄມເຄິລ ແຈັກສັນ, ຂ້າ ນ້ອຍພະຍາຍາມເຕັ້ນຄື ໄມເຄິລ ແຈັກສັນ, ເຂົາເຈົ້າເວົ້າວ່າໂອ.. ບິນລີ ເຕັ້ນຄື ໄມເຄິລ ແຈັກສັນ. ຂ້ານ້ອຍຄິດວ່າໄດ້ຫຼົງຮັກກັບການເຕັ້ນ, ເບຣກແດນສ໌, ເວລາທີ່ຂ້ານ້ອຍ 13 ປີ. ໃກ້ຊິຮອດ 13 ປີຮຽນ ເບຣກແດນສ໌, ກະເບິ່ງວິດີໂອ, ສອນຕົນເອງທຳອິດ. ຂ້ານ້ອຍຈະໄປຫໍສະໝຸດ, ໄປເບິ່ງຢູ່ ອິນເຕີແນັດຄືກັນ. ແມ່ນຫຍັງເປັນ ເບຣກກິ້ງ, ຢາກຮູ້ຄຳສັບ, ການເຄື່ອນໄຫວ. ແລ້ວຂ້ານ້ອຍກະ ຊ້ອມເອົາເອງ ແລະ ກໍໄດ້ສອນໝູ່ຄົນອື່ນກັບນ້ອງຊາຍ. ຕອນປະມານ 13 ປີ ຈົນຮອດທຸກມື້ນີ້ ແມ່ນກະທັ້ງອາຍຸ 33 ປີ ຂ້ານ້ອຍ ຍັງບໍ່ຢຸດ.”

ທ່ານ ບິນລີ ຖ່າຍແບບຮູບຂາວດຳ.
ທ່ານ ບິນລີ ຖ່າຍແບບຮູບຂາວດຳ.

ທ່ານ ບິນລີ ຊ້ອມເຕັ້ນໜັກຫຼາຍ, ລາວວ່າລາວໄປຊອກຫາຄົນທີ່ເຕັ້ນຄືກັນ ເພື່ອຊ້ອມນຳກັນ. ແຕ່ລາວເວົ້າວ່າທຳອິດມັນກໍບໍ່ງ່າຍ, ລາວຕ້ອງໄດ້ສ້າງ ຊຸມຊົນຂອງລາວຂຶ້ນມາເອງຈົນວ່າກຸ່ມນັ້ນໃຫຍ່ຂຶ້ນ ແລະ ມີຄົນຮູ້ຈັກຫຼາຍຂຶ້ນ. ແລະ ໃນທີ່ສຸດກໍໄດ້ພໍ້ຄົນທີ່ເກັ່ງ ແລະ ກໍໄດ້ທ້າແຂ່ງກັບເຂົາເຈົ້າ. ໃນກຸ່ມຂອງ ບິນລີກໍມີຄົນລາວເຕັ້ນນຳກັນ, ເຊິ່ງລາວເວົ້າວ່າ

“ຂ້ານ້ອຍມີຄົນລາວຢູ່ໃນທີມນໍາ, ແລະ ກໍຄົນລາວສອງສາມຄົນມີຊຸມຊົນນັກເຕັ້ນ ຢູ່ເມືອງ ແຊນ ດີເອໂກ. ຢູ່ທົ່ວໂລກ ມີຄົນລາວເກັ່ງໆ, ລາວກັບມົ້ງ. ລາວກັບ ມົ້ງກັບມ້ຽນ, ມີຄົນເກັ່ງ. ເຊິ່ງສ່ວນຫຼາຍພວກເຮົາຮູ້ຈັກກັນ. ແມ່ນກະທັ້ງຢູ່ເມືອງ ລາວຄືກັນ. ເຮົາຮູ້ກັນ.”

ທ່ານ ບິນລີ ບໍ່ພຽງແຕ່ເຕັ້ນໃນກຸ່ມຂອງລາວເທົ່ານັ້ນ, ລາວຍັງໄດ້ເຂົ້າຮ່ວມການ ແຂ່ງເຕັ້ນ ເບຣກແດນສ໌ ໃນທົ່ວໂລກ. ໄດເເຂົ້າຮ່ວມໃນການແຂ່ງຂັນລາຍການ ໃຫຍ່ ແລະ ກໍໄດ້ເປັນແຊັ້ມຫຼາຍຄັ້ງຈົນນັບບໍ່ໄດ້.

“ແນ່ນອນ, ຂ້ານ້ອຍແຂ່ງຂັນຕະຫຼອດ. ເວລາດຽວທີ່ຂ້ານ້ອຍຢຸດປັດຈຸບັນນີ້ກໍ ແມ່ນຍ້ອນໂຣກລະ ບາດ. ຂ້ານ້ອຍບໍ່ໄດ້ເດີນທາງ ສະນັ້ນຂ້ານ້ອຍມີໝົດປີ, ປີເຄິ່ງບໍ່ໄດ້ແຂ່ງຂັນ. ແຕ່ກໍບໍ່ເປັນຫຍັງເພາະ ວ່າມັນເປັນຊ່ວງເວລາທີ່ແຕກຕ່າງ ໃນຊີວິດຂອງຂ້ານ້ອຍ. ຂ້ານ້ອຍໄດ້ເພັ່ງເລັງໃສ່ສິ່ງອື່ນໆ ແລະ ເມື່ອທຸກຢ່າງ ເປີດຄືນຂ້ານ້ອຍກໍຈະແຂ່ງຂັນອີກ. ຂ້ານ້ອຍໄດ້ແຂ່ງຂັນຕັ້ງແຕ່ອາຍຸ 15 ຫຼື 16 ປີ ແຂ່ງຂັນຫຼາຍບ່ອນຫຼາຍຄັ້ງ.”

“ຂ້ານ້ອຍໄດ້ຊະນະຢູ່ຫຼາຍບ່ອນໃນໂລກ, ຫຼາຍເມືອງ ແລະ ຂ້ານ້ອຍກໍເສຍຫຼາຍ ຄັ້ງເຊັ່ນກັນ. ນັ້ນແມ່ນສ່ວນນຶ່ງຂອງການເດີນທາງ.”

ເຈົ້າເຄີຍແຂ່ງຂັນໃນລາຍການໃຫຍ່ບໍ່?

“ຂ້ານ້ອຍໄດ້ແຂ່ງຢູ່ລາຍການ Redbull DC1. ແຕ່ບໍ່ແມ່ນຮອບຊິງແຊັ້ມໂລກ. ແຕ່ໄດ້ແຂ່ງຂັນໃນຮອບຊິງແຊັ້ມເຂດຊາຍຝັ່ງຕາເວັນຕົກ ກັບຮອບຄັດເລືອກໃນ ສະຫະລັດ. ມັນມີການຄັດເລືອກເຂດຊາຍຝັ່ງຕາເວັນຕົກ ຖ້າເຈົ້າໄດ້ຊະນະ ເຈົ້າຈະໄດ້ເຂົ້າຮອບຄັດເລືອກລະດັບ ສະຫະລັດ. ແລະ ມີປີນຶ່ງ ຂ້ານ້ອຍໄດ້ຢູ່ ແຂ່ງເຂດຊາຍຝັ່ງຕາເວັນຕົກ ແລະ ອີກປີນຶ່ງ ຂ້ານ້ອຍໄດ້ເຂົ້າຮອບຄັດເລືອກ ຂອງ ສະຫະລັດ. ຂ້ານ້ອຍໄດ້ແຂ່ງແຕ່ສອງອັນນັ້ນ ເມື່ອສອງສາມປີທີ່ຜ່ານມາ. ແລະ ການແຂ່ງຂັນ Freestyle ກໍແມ່ນລາຍການໃຫຍ່ອີກອັນນຶ່ງຢູ່ໃນໂລກ. ລາຍການໃຫຍ່ອື່ນໆກໍໄດ້ຈັດຂຶ້ນຢູ່ນະ ຄອນ ລອສ ແອນເຈີລິສ ເຊັ່ນກັນ. ສະ ນັ້ນໂຊກດີຫຼາຍທີ່ມີມັນ. ແລະ ຂ້ານ້ອຍກໍໄດ້ແຂ່ງຂັນຢູ່ນະ ຄອນຫຼວງ ວໍຊໍ, ປະ ເທດ ໂປແລນ. ລາຍການໃຫຍ່ຢູ່ ສິງກະໂປ,​ ຍີ່ປຸ່ນ, ຢູ່ ລັດຟີລາແດລເຟຍ.”

ທ່ານ ບິນລີ ສະແດງທ່າເຕັ້ນ ເບຣກແດນສ໌.
ທ່ານ ບິນລີ ສະແດງທ່າເຕັ້ນ ເບຣກແດນສ໌.

ພ້ອມກັນນັ້ນໃນປີ 2011-2012, ທ່ານ ບິນລີ ໄດ້ລາອອກຈາກວຽກປະມານ ນຶ່ງປີ ແລ້ວຍ້າຍໄປນະຄອນ ລາສ ເວກັສ. ໄດ້ເຕັ້ນຮ່ວມກັບກຸ່ມນັກເຕັ້ນທີ່ມີ ຊື່ສຽງທີ່ສຸດໃນ ສະຫະລັດ ຊື່ວ່າ ແຈບບາ ວອກກີສ໌ (Jabba Wockeez), ແລະ ກໍໄດ້ສະແດງໃນງານແຂ່ງຂັນກິລາສິລະປະປ້ອງກັນຕົວປະສົມໃຫຍ່ໆ ອີກດ້ວຍ.

ນອກຈາກການແຂ່ງຂັນຢູ່ຫຼາຍແຫ່ງແລ້ວ ທ່ານ ບິນລີ ກໍຍັງໄດ້ໄປແລກປ່ຽນ ປະສົບການສອນຄົນ ລາວ ແລະ ເປັນກຳມະການແຂ່ງເຕັ້ນ ເບຣກແດນສ໌ ຢູ່ປະເທດ ລາວ ເຊັ່ນກັນ.

“ມີແຕ່ວ່າຢາກໃຫ້ຄົນລາວຢູ່ເມືອງລາວມີທັກສະເກັ່ງຂຶ້ນ ເຮົາຄືກັນ ເຮົາເປັນຄົນ ລາວໝົດ ພວກເຮົາຕ້ອງຊ່ວຍກັນ. ຂ້ານ້ອຍມັກຈັດການສອນ ກັບນ້ອງຊາຍ. ແລະ ພວກເຮົາມັກຈະຈັດໂດຍບໍ່ເສຍຄ່າໃຊ້ຈ່າຍ ຫຼື ໃຫ້ເງິນຊ່ວຍເຫຼືອ ສະຕູດີໂອ. ເພາະຂ້ານ້ອຍຮູ້ວ່າມັນຍາກຫຼາຍສຳລັບຄົນລາວຢູ່ເມືອງລາວ. ທີ່ຈະເດີນທາງອອກໄປຕ່າງປະເທດ. ກໍມີຄົນເກັ່ງຢູ່ຫັ້ນຢູ່ ແຕ່ເລື່ອງເງິນແມ່ນ ຍາກຫຼາຍ ແລະ ວີຊາເພິ່ນບໍ່ໃຫ້ອອກໄປຫຼາຍນະ. ເວລາທີ່ຂ້ານ້ອຍໄປລາວ ຂ້ານ້ອຍມັກຈະຈັດການສອນ ຫຼືຫຼິ້ນກັບນັກເຕັ້ນຢູ່ຫັ້ນ.”

ທ່ານ ບິນລີ ຍັງມີຄວາມສາມາດອື່ນຄືກັນຖ່າຍແບບ ແລະ ການຖ່າຍຮູບຕ່າງໆ. ລາວມັກຈະໄປຮ່ວມງານຂອງຊຸມຊົນລາວ ແລະ ໃນໄວໆນີ້ລາວຈະມີໂຄງການ ນຶ່ງອອກມາ, ເຊິ່ງທ່ານ ບິນລີ ກ່າວວ່າ

“ໃນອີກນຶ່ງອາທິດນີ້ ຂ້ານ້ອຍມີໂຄງການນຶ່ງຊື່ງ “Secret No More,” ສິ່ງ ສຳຄັນຫຼັກກໍຈະແມ່ນການຖ່າຍຮູບ ກ່ຽວກັບ ການເດີນທາງ ແລະ ປະສົບ ການຜ່ານງານລາວອາເມຣິກັນຕ່າງໆ. ພ້ອມກັບການຖ່າຍຮູບຂອງ ຂ້ານ້ອຍ ຢູ່ໃນປະເທດ ລາວ. ແລະ ມັນຈະເປັນການວາງສະແດງຮູບພາບ ດິຈິຕອລ. ແລະ ເມື່ອຂ້ານ້ອຍເວົ້າວ່າ ຄົນແຫ່ງປະເທດ ລາວ, ມັນກໍຈະມີນັກ ສິນລະ ປິນຄົນ ລາວ, ຄົນມົ້ງ, ຄົນມ້ຽນ ເຂົາເຈົ້າຈະມາວາງສະແດງສິລະປະ ຂອງ ເຂົາເຈົ້າ. ທຳອິດມັນຈະເປັນການວາງສະແດງຮູບພາບດິຈິຕອລ. ສະນັ້ນ ຂ້າພະ ເຈົ້າຈະເປີດຕົວມັນບາງເທື່ອວັນທີ 30 ພຶດສະພາປະ ມານຊ່ວງເວລານັ້ນ. ແລະ ບາງເທື່ອໃນທ້າຍປີນີ້ ຂ້ານ້ອຍຈະເຮັດວາງສະແດງ ຮູບພາບແທ້. ຂ້ານ້ອຍຍັງ ຢາກຖ່າຍຮູບເພີ່ມເຕີມ ກ່ຽວກັບ ລະເບີດທີ່ບໍ່ທັນແຕກຢູ່ ລາວ. ສະຖານທີ່ລະ ເບີດບໍ່ທັນແຕກຢູ່ລາວ. ພ້ອມກັບບັນທຶກພາບອົບພະຍົບທຳອິດຈາກຊຸມຊົນຊາວ ລາວໃນ ແຊນ ດີເອໂກ ກ່ອນ. ຂ້ານ້ອຍພະຍາຍາມທີ່ຈະເດີນ ທາງ ແລະ ບັນທຶກພາບຫຼາຍໆ. ເພາະຂ້ານ້ອຍຄິດວ່າມັນຕ້ອງມີຊ່າງຖ່າຍຮູບທີ່ເຮັດເພື່ອຊຸມຊົນ ຂອງພວກເຮົາ.”

ທ່ານ ບິນລີ ຖ່າຍແບບຢູ່ສະຖານທີ່ແຫ່ງນຶ່ງ.
ທ່ານ ບິນລີ ຖ່າຍແບບຢູ່ສະຖານທີ່ແຫ່ງນຶ່ງ.

ທ່ານ ບິນລີ ຍັງບໍ່ທັນໄດ້ສ້າງຄອບຄົວເທື່ອ ແຕ່ວ່າມີແຟນແລ້ວ, ເປັນຄົນ ເອເມຣິກັນ ເຊື້ອສາຍລາວ. ທັງສອງຄົນໄດ້ພໍ້ກັນເມື່ອສອງສາມປີທີ່ຜ່ານມາ ໃນບຸນປີໃໝ່. ທ່ານ ບິນລີ ກັບ ແຟນກໍໄດ້ເຂົ້າສັງຄົມລາວຫຼາຍ. ທ່ານ ບິນລີ ໄດ້ເຂົ້າສັງຄົມລາວຕັ້ງແຕ່ນ້ອຍ ແລະ ກໍໄດ້ມີສ່ວນຮ່ວມຫຼາຍມາຈົນເຖິງດຽວນີ້.

ທ່ານ ບິນລີ ກ່າວວ່າລັດຄາລີຟໍເນຍ, ໂດຍສະເພາະນະຄອນ ແຊນ ດີເອໂກ, ແຊນ ແຟຣນຊິສໂກ ແລະ ນະຄອນ ລອສ ແອນເຈີລິສ ແມ່ນມີຄວາມແຕກ ຕ່າງກັນຫຼາຍ. ແຕ່ລະເມືອງມີເອກະລັກຂອງໃຜຂອງລາວ ມີປະຫວັດສາດທີ່ ຕ່າງກັນ. ທຸກເມືອງແມ່ນສວຍງາມ. ທ່ານ ບິນລີ ເວົ້າວ່າ ລາວມັກ ນະຄອນ ແຊນ ແຟຣນຊິສໂກ ຫຼາຍເພາະມັນແມ່ນບ່ອນທີ່ລາວໄດ້ມາຢູ່ທຳອິດ. ມັນມີສະເໜ່ຈາກອ່າວທະເລທີ່ເຈົ້າຫາຢູ່ໃສບໍ່ໄດ້. ແລະ ລາວຈະໄປຢ້ຽມຢາມເວ ລາທີ່ລາວໄປໄດ້ ແລະ ພິຈາລະນາມັນຄືກັບບ້ານຫຼັງທີສອງຂອງລາວ.

XS
SM
MD
LG