ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ງານສະແດງ ແຟຊັ່ນ ຜ້າແພລາວ ທີ່ ນະຄອນນິວຢອກ


ລິງໂດຍກົງ

ເຊີນຊົມການເດີນ ແຟນຊັ່ນ ສະແດງຜ້າແພພື້ນເມືອງລາວ ທີ່ ນະຄອນ ນິວຢອກ ສະຫະລັດ ອາເມຣິກາ.

ໃນລາຍ​ການ​ຊີ​ວິດ​ຊາ​ວ​ລາວ​ມື້​ນີ້ ເຮົາຈະ​ນຳ​ພາ​ທ່ານ​ໄປ​ຢ້ຽມ​
ຢາມ ນະ​ຄອນ New York ເມືອ​ງ​ຊື່​ສຽງ​ດ້ານ​ສິນ​ລະ​ປະ​ການ
​ອອກ​ແບບ​ເຄຶ່ອງ​ນຸ່ງ ຕັ້ງ​ຢູ່​ພ​າກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ
ສະ​ຫະ​ລັດ. ໃນ​ແລງວັນ​ເສົາ ທີ 5 ເດືອນ​ທັນ​ວາ ທີ່ຜ່ານ​ມາ​ນີ້
ບັນ​ດານັກ​ອອກ​ແບບເຄື່ອງນຸ່ງ ແລະ​ເຄື່ອງ​ເອ້​ ​ລະ​ດັບ​ສາ​ກົນ
ເຊື້ອ​ສາຍ​ລາ​ວ​-ອາ​ເມ​ຣິ​ກັນ ພ້ອ​ມດ້ວຍ​ເພື່ອນ​ມິດ​ ທັງຢູ່​ໃກ້ ແລະ​ໄກ ​ໄດ້​ມາ​ເຕົ້າ​ໂຮມ​ຊຸມ
​ນຸມ ຊົມ​ການສ​ະ​ແດງ ແຜ່ນ​ແພ​ລາວ ຊີມ​ການປຸງ​ແຕ່ງ​ອາ​ຫານ​ພື້ນ​ເມືອງ​ລາວ ຟັງນັກ​ຮ້ອງ
ແລະ​ນັກ​ຂຽນ​ກາບ​ກອນ ເພື່ອ​ຫາ​ລາຍ​ໃດ້​ຊ່ວຍ ອົງ​ການ​ມໍ​ລະ​ດົກ​ລາວ ຫລື Legacies of
War ​ຊຶ່ງ​ເປັນ​ອົງ​ການເກັບ​ກູ້​ລະ​ເບີດ ທີ່ຍັງ​ບໍ່​ທັນ​ແຕກ​ຢູ່​ໃນ ສ​ປ​ປ ລາວ ຊຶ່ງ ກິ່ງ​ສະ​ຫວັນ
ຈະ​ນຳ​ລາຍ​ລະ​ອຽດ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບາ​ຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະພາ​ທ່ານ ໄປ​ຢ້ຽມ​ຢາມ​ນະ​ຄອນ New
York ເພື່ອຊົມ​ການ​ສະ​ແດງ ແຜ່ນ​ແພ​ລາວ ຫລື Lao textiles show ຂອງນັກ​ອອກ​ແບບ
ເຈົ້າ​ຂອງ​ຮ້​ານ Modabox​ ​ຍານາງ Varonica ພຣົມສະ​ຫວັນ ແລະ​ບັນ​ດາ​ນັກ​ອອກ​ແບບ
ເຊື້ອ​ສາຍ​ລາວ​ ​ຄົນ​ອຶ່ນໆ ທີ່ໄດ້​ກາຍ​ມາ​ເປັນຜູ້​ສຳ​ເລັດ ການ​ອອກ​ແບບ​ເຄຶ່ອ​ງ​ນຸ່ງ​ ແລະ​
ເຄຶ່ອ​ງ​ເອ້ ຢູ່​ໃນ​ຕະ​ຫລາດ​ສາ​ກົນ ແ​ລະສັງ​ຄົມ​ຊັ້ນ​ສູງ. ນອກ​ນັ້ນ​ຍັງ​ມີ​ບັນ​ດາ​ ​ນັກ​ຄົວ​ກິນ ນັກ
​ຂ​ຽນ ກາບກອນ ແລະ​ນັກ​ຮ້ອງເຊື້ອ​ສາຍ​ລາວເຂົ້າ​ຮ່ວມຢ່າງ​ສະ​ໜຸກ​ສະ​ໜານ. ການ​ສະ
​ແດງ​ຜົນ​ງານຄັ້ງ​ນີ້ ​ກໍເພື່ອ​ຫາ​ລາຍ​ໄດ້​ຊ່ວຍ​ ອົງ​ການ​ມູນເຊື້ອ​ຈາກ​ສົງ​ຄາມ ຫລື Legacies
of War​ ​ທີ່​ໄດ້​ຈັດ​ຂື້ນ​ໃນຕອນ​ແລງວັນ​ເສົາ ທີ 5 ເດືອນ​ທັນ​ວາ ເລີ້ມ​ແຕ່​ເວ​ລາ 6:00 ຫາ
11:00 ໂມງ​ຕອນ​ແລງ ຢູ່​ທີ່ Civic Hall.

ເຊີນຊົມທິວທັດ ນະຄອນນິວຢອກ ຈາກຫລັງຄາ ຊັ້ນທີ 70 ຂອງຕຶກ Rockefeller Center.

ນະ​ຄອນ New York ເປັນ​ເມືອງ​ມີ​ຊື່​ສຽງ​ທີ່​ສຸດ​ໃນ ສະ​ຫະ​ລັດ. ອ້າງ​ອີງ​ຕາມ​ການ​ສຳ​
ຫລວ​ດ​ພົນ​ລະ​ເມືອງ ປີ 2014 ໃນໂຕເມືອງນະ​ຄອນ​ New York ​ມີ​ປະ​ຊາ​ກອນ​ອາ​ໄສ​ຢູ່
​ເຖິງ​ ແປດ​ລ້ານກວ່າ​ຄົນ ມີ​ຊື່​ສຽງດ້ານການອອກ​ແບບ​ເຄື່ອງນຸ່ງ ລະ​ດັບ​ສັງ​ຄົມຊັ້ນສູງ ເປັນ
ສູນ​ກາງ​ການ​ຄ້າ​ໂລກ ​ເປັນ​ເມືອງ​ທີ່ບໍ່​ມີ​ການ​ລັບ​ນອນ ເຕັມ​ໄປ​ດ້ວຍ​ຕຶກ​ສູງຫລາຍໆສິບ​ຊັ້ນ
​ທີ່ຫາບ່ອນ​ເປົ່າ​ຫວ່າງ​ບໍ່​ມີ ​ຄ່າ​ເຊົ່າ​ເຮືອນແພງທີ່​ສຸດ​ຢູ່ໃນ ສະ​ຫະ​ລັດ ມີ​ລົດ​ໄຟ​ໃຕ້​ດິນ ແລະ
ເປັນ​ເມືອງ​ມີການ​ສັນ​ຈອນລົດ​ຕິດຫລາຍ​ທີ່​ສຸດ. ເພາະ​ສະ​ນັ້ນ ບັນ​ຍາ​ກາດ​ສິ່ງ​ແວດ​ລ້ອມ​
ຈຶ່ງເຮັດ​ໃຫ້ປະ​ຊາ​ກອນ ​ຜູ້​ທຳ​ມາ​ຫາ​ກິນ​ຢູ່ທີ່​ນີ້ ​ມີ​ນິ​ໄສເປັນຄົນວ່ອງ​ໄວ ຊຶ່ງພາ​ສາ​ລາວ​ເວົ້າ
ກັນວ່າ “​ຜູ້​ໃດ​ຊັກຊ້າຈະ​ບໍ່​ທັນກິນ.” ບັດ​ນີ້ ​ເຮົາ​ມາ​ຮູ້​ຈັກ​ກັບ ບັນ​ດາ​ນັກ​ສິນ​ລະ​ປິນ​ເຊື້ອ​ສາຍ
​ລາວ ທີ່​ກຳ​ລັງວາງ​ບົດ​ບາດ ​ຢູ່​ໃນວົງ​ການສາ​ກົນແຫ່ງ​ນີ້ກ່ອນເໜາະ.

ຍາ​ນາງ Monica ພ​ຣົມ​ສະ​ຫວັນ ​ອາ​ຍຸ 33 ປີ ເຊື້ອ​ສາຍ​ລາວ ເກີດ​ທີ່​ປະ​ເທດ Agentina
​ຍົກ​ຍ້າຍເຂົ້າ​ມາ​ຕັ້​ງ​ຖິ່​ນ​ຖານ​ໃໝ່​ໃນ ສະ​ຫະ​ລັດ ໃນ​ປີ 2000 ເວ​ລາ​ອາ​ຍຸ​ໄດ້ 17 ປີ. ກ່ອນ
​ຈະ​ປະ​ສົບ​ຜົນ​ສຳ​ເລັດ Monica ໄດ້ຜ່ານ​ຜ່າ​ກັບ ​ຄວ​າມ​ຍາກ​ລຳ​ບາກ​ຂອງ​ຊີ​ວິດ​ຫລາຍ
”​ຂັ້ນ​ຕອນ. Monica ມີ​ພອນ​ສະ​ຫວັນດ້ານ​ອອກ​ແບບ​ເຄື່ອງ​ນຸ່ງ ເປັນ​ເຈົ້າ​ຂອງ​ຮ້ານ
Modabox ​ລະ​ດັບ​ໜຶ່ງໃນ ​ນະ​ຄອນ New York ຂາຍເຄຶ່ອງ​ນຸ່​ງ​ລາ​ຄາ​ແພງ ແລະ​ສ້າງ
”ລາຍ​ໄດ້​ ເຖິງສາມລ້ານ​ໂດ​ລາໃນປີ 2014. Monica ໄດ້​ເລົ່າ​ຊິ​ວິດ​ຕອນ​ສຳ​ຄັ​ນດັ່ງ​ນີ້ :

ຍານາງ Monica ພຣົມສະຫວັນ (ຂວາສຸດ) ເຈົ້າຊອງຮ້ານ Modabox ແລະນັກອອກແບບເຄຶ່ງນຸ່ງ ທີ່ ນະຄອນນິວຢອກ
ຍານາງ Monica ພຣົມສະຫວັນ (ຂວາສຸດ) ເຈົ້າຊອງຮ້ານ Modabox ແລະນັກອອກແບບເຄຶ່ງນຸ່ງ ທີ່ ນະຄອນນິວຢອກ

​ສຳລັບລາຍ​ລະ​ອຽດຕື່ມ ​ກ່ຽວ​ກັບຊີ​ວິດຄວາມ​ເປັນ​ມາຂອງ Monica ວີ​ໂອ​ເອ ຈະ​ນຳ​ເອົາ
ມາ​ສະ​ເໜີ​ທ່ານໃໝ່​ໃນໂອກາດໜ້າ ແຕ່ເວລານີ້ ​ເຮົາຂໍໃຫ້ທ່ານຕິດ​ຕາມ​ເບິ່ງໄດ້ໃນ ໜ້າ​ແວັບ​ໄຊຕ໌ ນີ້ : http://moda-box.com

ນັກ​ສິນ​ລະ​ປິນ​ອີກ​ຄົນ​ໜຶ່ງຄື ຍາ​ນາງ Elizabeth Suda ​ນັກ​ຄົ້ນ​ຄວ້າແຜ່ນແພ ນັກອອກ
ແບບ​ເຄື່ອງ​ເອ້ ແລະຜູ້​ບໍ​ລິ​ຫານ​ການຈັດ​ຕັ້ງ Article 22 ທີ່​ນະ​ຄອນ New York. ​ຍາ​ນາງ
ໄດ້​ຄົ້ນ​ພົບ​ປະ​ເທດ​ລາວ ໃຊ້​ເວ​ລາ​ຄົ້ນ​ຄວ້າ​ສິນ​ລະ​ປະການ ຕໍ່າ​ຫູກ ຍ້ອມ​ໄໝ ແລະສົ່ງ​ເສີ​ມ
​ບັນ​ດາ​ຊາວ​ບ້ານ ໃນ​ແຂວງ​ຊຽງ​ຂວາງ ​ໂດຍ​ການ​ນຳ​ເອົາຊາກ​ເສດເຫລັກເຮືອບິນ ສະຫະ
ລັດ ທີ່​ຖືກ​ຍິງຕົກ ຢູ່່​ລາວໃນປາງ​ສົ​ງຄາ​ມ ມາຜ​ລິດ​ເປັນ​ບ່ວງ​ໃຊ້ ແລະ​ເຄື່ອ​ງ​ເອ້​ຕ່າງໆ. ປັດ
ຈຸບັນ ສີນ​ຄ້າ​ເຫລົ່າ​ນີ້ ​ໄດ້​ຖືກວາງ​ຂາຍ​ຢູ່ຫຼາຍກວ່າ 40 ​ປະ​ເທດ​ໃນ​ໂລ​ກ. ຍານາງ
Elezabeth ໄດ້ກ່າວ​ຕໍ່​ ວີ​ໂອ​ເອ ກ່ຽບ​ກັບ​ເລື້ອງ​ນີ້ວ່າ :

ກິ່ງສະຫວັນ, ວີໂອເອ, ສຳພາດ ຍານາງ Elizabeth Suda ຫົວໜ້າບໍລິຫານ ບໍລິສັດ Article 22, ນັກຄົ້ນຄວ້າຜ້າແພລາວ ແລະອອກແບບເຄຶ່ອງເອ້ ທີເຮັດຈາກຊາກເຮືອບິນ ແລະລະເບີດ ຢູ່ ສປປ ລາວ.
ກິ່ງສະຫວັນ, ວີໂອເອ, ສຳພາດ ຍານາງ Elizabeth Suda ຫົວໜ້າບໍລິຫານ ບໍລິສັດ Article 22, ນັກຄົ້ນຄວ້າຜ້າແພລາວ ແລະອອກແບບເຄຶ່ອງເອ້ ທີເຮັດຈາກຊາກເຮືອບິນ ແລະລະເບີດ ຢູ່ ສປປ ລາວ.

ລິງໂດຍກົງ

"ສະບາຍດີ ຂ້າພະ​ເຈົ້າ​ຊຶ່ວ່າ Elizabeth Suda ຂ້າພະ​ເຈົ້າ​ຢູ່​ເມືອງ Brooklyn ລັດ
New York ຂ້າພະ​ເຈົ້າ ​ເຮັດ​ວຽກ​ກັບ​ຊາວ​ບ້ານ ໃນ​ແຂວງຊຽງຂວາງ ທີ່​ນຳ​ເອົາ​ຊາກ
ເຮືອບິນ​ຖືກ​ຍິງ​ຕົກຈາກ​ສະ​ໄໝສົງຢູ່​ໃນ​ລາວ ມາ​ດັດ​ແປງເປັນ​ເຄຶ່ອງ​ເອ້ ​ແລະ​ພວກ
ເຮົາ​ໄດ້ນຳ​ອອກ​ຂາຍ​ຢູ່່​ຕາມ​ຕະຫລາດ​ທົ່ວ​ໂລກ. ຈຸດປະສົງ ​ຂອງ​ພວກ​ເຮົາ​ກໍ​ຄື ຍົກ​
ລະດັບ​ຄວາມ​ສົນ​ໃຈ​ກ່ຽວ​ກັບ ສົງ​ຄາ​ມລັບ​ໃນ​ລາວ ​ໃນ​ຂະນະ​ທີ່​ຫາ​ທຶນ​ຮອນມາ​ຊ່ວຍ​
ເກັບ​ກູ້​ລະ​ເບີດທີ່​ຍັງ​ບໍ່​ມັນ​ແຕກ ນອກຈາກ​ນັ້ນ​ກໍ​ເປັນ​ການ​ຫາ​ລາຍ​ໄດ້​ໃຫ້​ແກ່​ບັນດາ
​ນັກ​ປະ​ດິດ​ຄິດ​ສ້າງລາວ ທີ່​ມີ​ແນ​ວຄິດ​ອັນ​ສະຫລຽວສະຫລາດ ​ເຮັດ​ບ່ວງ​ໃຊ້ ຈາກ​ຊາກ
​ເຫລັກສົງຄາມ​ໃນ​ຊຸມ​ປີ 1970. ຂ້າພ​ະເຈົ້າໄດ້​ອ່ານ ​ແລະໄດ້​ຮຽນ​ປະຫວັດສາດ ​ເພາະ
​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຮູ້​ດີສົມຄວນ​ກ່ຽວ​ກັບ​ເມືອງ​ລາວ ​ແລະ​ຂ້າພະ​ເຈົ້າ​ໄດ້​ຖືກ​ດຶງດູດ​ຈາກ
ຄວາມ​ງາ​ມຂອງ​ປະ​ເທດ ​ເພາະວ່າ​ ວຽກ​ທຳ​ອິດ​ຂອງ​ຂ້າພະ​ເຈົ້າ​ແມ່ນ ແຟຊັນ ​ແລະ​
ຂ້າພະ​ເຈົ້າ​ໄດ້​ອ່ານ​ກ່ຽວ​ກັບ​ ການ​ຍ້ອມ​ຜ້າແບບ​ທຳ​ມະ​ຊາດ ​ແລະ​ການ​ຕໍ່າຫູກ​ດ້ວຍ​ມື
ທີ່ຍັງ​ປະຕິບັດກັນ​ຢູ່​ໃນ​ລາວ​ເຖິງ​ເທົ້າ​ປັດ​ຈຸ​ບັນ​ນີ້ ​ໂດຍ​ສະ​ເພາະ​ເຫັນ​ສະຕີ​ລາວ​ ນຸ່ງ​ສິ້​ນ
ອັນ​ງົດ​ງານ ຍ່າງ​ຢູ່​ຕາມ​ຖະໜົນ​ຫົນ​ທາງ.

ຂ້າພະ​ເຈົ້າ​ ເກີດ​ມີຄວາ​ມສົນ​ໃຈ​ວ່າ ຄວາມ​ຊຳນິ​ຊຳນານແບບ​ພື້ນ​ເມືອງ​ສາມາດ​ນຳ
​ເຂົ້າມາ​ໃຊ້​ປະສົມ​ກັບຕະຫລາ​ດ​ໂລກໄດ້​ຢ່າງ​ໃດ. ດ້ວຍ​ເຫດ​ນີ້ ຂ້າພະ​ເຈົ້າ​ຈຶ່ງໄດ້​ເດີນ
ທາງ​ໄປ​ປະ​ເທດ​ລາວ ​ເພື່ອ​ຮຽນ​ຮູ້​ປະ​ເພນີ​ດັ່ງກ່າວ. ຂ້າພະ​ເຈົ້າ​ໄດ້ຢູ່​ເມືອງ​ລາວ​ເປັນ​
ເວລາ​ຫົກ​ເດືອນ ລະຫວ່າງ​ປີ 2008-2009. ທຸກ​ສິ່ງທຸກ​ຢ່າງ​ບໍ່​ແມ່ນ​ຄວາມຄິດ​ຂອງ
​ຂ້າພະ​ເຈົ້າ ມັນ​ແມ່ນ​ຄວາມ​ຄິດ​ຂອງ​ຊາວບ້ານ​ທີ່​ໄດ້​ພາກັນ​ນຳ​ເອົາ​ຊາກ​ເຮືອບິນ​
ແລະ ​ຊາກ​ລະ​ເບີ​ດ ມາ​ເຮັດ​ເປັນ​ເຄຶ່ອງ​ໃຊ້ສອຍ ທີ່​ຂ້າ​ພະ​ເຈົ້າ​ ໄດ້​ນຳ​ສະເໜີ​ໃຫ້​ຊາວ
​ໂລກ​ໄດ້ຮູ້​ໄດ້​ເຫັນ.” ​

ຕໍ່ມາກໍແມ່ນ ​ຍານາງ​ມະ​ນີ​ວອນ ສ. ຜາບ​ມີ​ໄຊ ​ເດີນທາງມາ​ຈາກບ້ານນາ​ໄຊ ເມືອງ​ໄຊ​ເສດ​ຖາ ນະ​ຄອນ​ຫລວງວຽງ​ ນັກ​ສິນ​ລະ​ປີນຕ່ຳ​ຫູກ ສະ​ມາ​ຊິກ​ອົງ​ການ Article 22 ໄດ້ ເດີນ​ທາງ​ມາ​ຮ່ວມ​ ແລະມາ​ເຫັນບັນຍາກາດ​ຂອງ ນະ​ຄອນ New York ເປັນ​ເທື່ອ​ທຳ​ອິດ ​ນາງໄດ້​ກ່າວ​ຄວາມ​ຕື່ນ​ເຕັ້ນ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້ :

ຍານາງມະນີວອນ ສ. ຜາບມີໄຊ ຈາກ ສປປ ລາວ
ຍານາງມະນີວອນ ສ. ຜາບມີໄຊ ຈາກ ສປປ ລາວ

ກະລຸນາຕິດຕາມອ່ານ ແລະເບິ່ງຮູບພາບ ກ່ຽວກັບຜົນງານການຈັດຈັ້ງ Article 22 ຢູ່ໜ້າແວັບໄຊຕ໌ ນີ້: http://article22.com/

ທ່ານບຸນຄົງ ສີຍະວົງ ກໍແມ່ນນັກອອແບບເຄຶ່ອງນຸ່ງ ອີກຄົນໜຶ່ງ ທີ່ກຳລັງສ້າງຊື່ສຽງ ປັດຈຸບັນຕັ້ງຖິ່ນຳນຢູ່ທີ່ລັດ New Jersey ຕິດກັບ ລັດ New York. ກະລຸນາຕິດຕາມເບິ່ງ ຜົນງານ ຢູ່ໜ້າແວັບໄຊຕ໌ ນີ້ : http://www.laodesignonline.com

ຍານາງ ອາຣິຍາພອນ ສຸດທິພົງ ຫລື Ari South
ຍານາງ ອາຣິຍາພອນ ສຸດທິພົງ ຫລື Ari South

ຍາ​ນາງ ອາ​ຣິ​ຍາພອນ ສຸດທິ​ພົງ ຫລື Ari South ຈາກ ລັດ Hawaii
ນັກ​ອອກ​ແບບ​ເຄຶ່ອງນຸ່ງ​ທີ່​ມີຄວາມ​ໂດ່ງ​ດັງ​ທີ່​ສຸດ ເຊື້ອ​ສາຍ​ລາວ ໄດ້​
ເຂົ້າ​ຮອບ​ການ​ແຂ່ງຂັນ Project Run way ກ່ຽວ​ກັບ​ການ​ອອກ
​ແບບ​ເຄື່ອງນຸງຢູ່ໃນ ສະຫະລັດ ອາ​ເມຣິກາ ​ກໍ​ໄດ້​ມາຮ່ວມ ​ເຊັ່ນກັນ
ເຊິນເບິ່ງແວັບໄຊຕ໌ ນີ້ : http://andysouth.com

ຍານາງເພງ ຫົງທອງ ນັກຂຽນ ແລະປຸງແຕ່ງອາຫານລາວ
ຍານາງເພງ ຫົງທອງ ນັກຂຽນ ແລະປຸງແຕ່ງອາຫານລາວ


ຍານາງເພັນ ຫົງ​ທ​ອງ ນັກ​ປຸງ​ແຕ່ງ​ອາຫານ​ລາວ ​ແລະຂຽນ​ປື້​ມ
ກ່ຽວ​ກັບ​ອາຫານ​ລາວກະລຸນາຕິດຕາມຜົນງານການປຸງແຕ່ງ
ອາຫານ ຍານາງເພັນ ຫົງທອງ ໄດ້ທີ່ໜ້າແວັບໄຊຕ໌ ນີ້ :
http://pennhongthong.com/

ທ່ານສຸ​ໄລ​ເພັດ S​chwader ​chef ຫລືພໍ່ຄົວຊັ້ນຍອດ ແລະ ເຈົ້າ​ຂອງ​ຮ້ານອາຫານ​ລາວ Khe-Yo
ທ່ານສຸ​ໄລ​ເພັດ S​chwader ​chef ຫລືພໍ່ຄົວຊັ້ນຍອດ ແລະ ເຈົ້າ​ຂອງ​ຮ້ານອາຫານ​ລາວ Khe-Yo

ທ່ານສຸ​ໄລ​ເພັດ S​chwader ​ເຈົ້າ​ຂອງ​ຮ້ານປຸງ​ແຕ່ງອາຫານ​ລາວ Khe-Yo ທີ່​ມິຊື່​ສຽງ​ໃນ ນະຄອນ​ນິວຢອກ ກະລຸນາຕິດຕາມເບິ່ງຜົນງານໄດ້ຢູ່ໜ້າແວັບໄຊຕ໌ : http://www.yelp.com/biz/khe-yo-new-york

ບັນດານັກສິນລະປິນ ທີ່ກ່າວມາ​ທັງ​ໝົດ​ນີ້ ເຮົາ​ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນອານາຄົດອັນໃກ້ໆນີ້ ​ກ່ຽວ​ກັບຄວາ​ມ​ເປັນ​ມາ ​ແລະ​ຜົນ​ສຳ​ເລັດຂອງ​ເຂົາ​ເຈົ້າ.

ພິ​ທີ​ໃນຣາຕຣີແຟຊັ່ນດັ່ງກ່າວ ໄດ້​ຜ່ານ​ພົ້ນ​ໄປ​ດ້ວຍ​ຄວາມ​ມ່​ວ​ນຊຶ່ນ​ລື້ນ​ເລີງ​ເປັນ​ພິ​ເສດ. ບັນດາ​ຜູ້​ເຂົ້າ​ຮ່ວມ ຕ່າງ​ກໍ​ພາກັນ​ສົ່ງ​ຮູບ​ພາບ ຢູ່​ຕາມ​ໜ້າ facebook ແລະເກັບ​ກຳ​ເອົາ​ງາ​ນດັ່ງກ່າວ​ນີ້​ໄວ້ໃນຄວາມ​ຊົງຈຳອັນຍາ​ວນານ​. ​ໃນ​ຕອນ​ເຊົ້າ​ວັນ​ອາທິດ ທີ 6 ທັນວາບັນດາ​
ຜູ້​ເຂົ້າ​ຮ່ວມ ທີ່​ໄດ້​ເດີນທາງ​ມາ​ຈາກ​ຫລາຍ​ໆລັດ ​ໄດ້​ເຕົ້າ​ໂຮມ​ກັນຮັບ​ປະທານ​ອາຫານ ສັ່ງລາ​ກັນ​ ຢູ່ທີ່​ຮ້ານອາຫານ​ລາວ​ຊື່ວ່າ Khe-Yo ທີ່​ມີ​ຊື່​ສຽງ​ໃນ ນະຄອນ New York​ ຊຶ່ງ​ເຮົາ​ຈະ​ນຳ​ເອົາ​ຄວາມ​ເປັນ​ມາ​ຂອງ​ຮ້ານ​ນີ້ ​ມາສະ​ເໜີ​ທ່ານ ​ໃນ​ບໍ່​ຊ້າ​ນີ້. ​

XS
SM
MD
LG