ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນແລງວັນພະຫັດມື້ນີ້ ຂ້າພະ
ເຈົ້າ ຈະພາທ່ານ ໄປຢ້ຽມຢາມ ສປປ ລາວ ແລະສຳພາດ ກັບ
ບັນດາສະຕີ ລາວ-ອາເມຣິກັນ ແລະນັກແລ່ນ ມາລາທອນ ໄລ
ຍະໄກ ຈາກເມືອງ ປາກເຊ ໄປຫາ ແຂວງອັດຕະປື. ການແລ່ນ
ເພື່ອກຸສົນຄັ້ງນີ້ ໄດ້ມີການຫ້າງຫາກະກຽມມາເປັນເວລາເກືອບ
ນຶ່ງປີ ແລະໃນທີ່ສຸດ ເມື່ອວັນທີ 1 ຫາ ທີ 3 ເດືອນຕຸລາຜ່ານມາ
ນີ້ ເຂົາເຈົ້າກໍໄດ້ປະສົບຜົນສໍາເລັດ ສົມຄວາມມຸ້ງມາດປາດຖະ
ໜາ ໂດຍໃຊ້ເວລາສາມວັນ ໃນການແລ່ນໄລຍະທາງ 209
ຫລັກ ກັບ 215 ແມັດ ຫລື 130 ໄມລ໌.
ເຫດຜົນອັນໃດ ທີ່ດົນບັນດານໃຫ້ເຂົາເຈົ້າ ໄດ້ເດີນທາງອັນກວ້າງ
ໄກຈາກ ສະຫະລັດ ມາແລ່ນດ້ວຍຄວາມເພີ່ງພໍໃຈຢູ່ເມືອງລາວນັ້ນ
ເຮົາຈະເຂົ້າໃຈເຖິງຈຸດປະສົງຂອງການແລ່ນຄັ້ງນີ້ໃນອັນດັບຕໍ່ໄປ.
ບັນດາສະຕີເຫລົ່ານີ້ພາກັນແລ່ນ ເພື່ອຫາທຶນມາຊ່ອຍເຫລືອພວກ
ເຄາະຮ້າຍຈາກການຄ້າມະນຸດ. ຄໍາວ່າ ການຄ້າມະນຸດແມ່ນ ການ
ລັກລອບເອົາມະນຸດຂ້າມຊາຍແດນ ໄປຂາຍ ຢູ່ນອກປະເທດ ເພື່ອ
ເປັນຂ້າທາດທາງເພດ ບັງຄັບໃຫ້ອອກແຮງງານ ແລະບາງຄັ້ງ ກໍຂ້າ
ເອົາຊິ້ນສ່ວນເຄຶ່ອງໃນຂອງຮ່າງກາຍໄປຂາຍ. ຜູ້ໄດ້ຮັບເຄາະຮ້າຍ
ສ່ວນໃຫຍ່ແມ່ນຜູ້ຍິງ ທີ່ໄດ້ຖືກນຳໄປຂາຍເປັນຂ້າທາດທາງເພດ
ແລະ ນຳເອົາໄປສະແດງຮູບເງົາໂຄສະນາທາງເພດ ຫລືບໍ່ດັ່ງນັ້ນ
ບໍ່ວ່າຍິງ ຫຼືຊາຍຈະຖືກນຳໄປເປັນຂ້າທາດ ບັງຄັບໃຫ້ເຮັດວຽກ ຢູ່
ໃນໂຮງຈັກໂຮງງານ ໃນສວນຢາງ ຮັບໃຊ້ຢູ່ໃນເຮືອນຊານ ໂດຍບໍ່
ໄດ້ຄ່າຈ້າງແຮງງານໃດໆ.
ເຖິງແມ່ນວ່າການຄ້າມະນຸດ ຈະເປັນການປະຕິບັດທີ່ໄຮ້ມະນຸດສະທຳ ຜິດກົດໝາຍນາໆຊາດ
ກໍຕາມ ປັດຈຸບັນນີ້ມະນຸດດ້ວຍກັນ ກໍຍັງທໍາການຫລອກລວງ ລັກນຳເອົາຄົນຂ້າມຊາຍແດນອອກໄປຂາຍຢູ່ນອກປະເທດຢູ່ເລື້ອຍມາ. ກິດຈະກຳການຄ້າມະນຸດດັ່ງກ່າວ ແມ່ນສ້າງຜົນກໍາໄລງາມທີ່ສຸດ ທີ່ຄາດຄະເນວ່າ ເປັນລາຍໄດ້ເຖິງ 32 ພັນລ້ານໂດລາຕໍ່ປີ ຢູ່ເກືອບທົ່ວໂລກ. ໂດຍສະເພາະຢ່າງຍິ່ງ ສ່ວນໃຫຍ່ຂອງຜູ້ເຄາະຮ້າຍ ໄດ້ຖືກນຳມາຈາກ ບັນດາປະເທດ
ທີ່ກຳລັງພັດທະນາ ອັນເກີດມາຈາກສາເຫດທາງດ້ານເສດຖະກິດ ແລະກົດໝາຍບໍ່ມີ
ປະສິດທິຜົນ.
ຊົງຣິດ ໂພນເງິນ ນັກຂ່າວ ວີໂອເອ ທີ່ບາງກອກ ໄດ້ລາຍງານກ່ຽວກັບເລື້ອງນີ້ ເມື່ອວັນຈັນ ທີ 25 ພະຈິກ ທີ່ຜ່ານມານີ້ວ່າ:
ປັດຈຸບັນນີ້ເປັນທີ່ຄາດກັນວ່າມີແຮງງານລາວ ທີ່ລັກລອບເຂົ້າມາເຮັດວຽກຢູ່ໃນ ປະເທດໄທ ຫລາຍກວ່າຫົກແສນຄົນ ແລະໃນນັ້ນແມ່ນມີແຮງງານຜູ້ຍິງເຖິງ 56 ເປີເຊັນທີ່ຖືວ່າເປັນກຸ່ມສ່ຽງ ຫລືສະມັກໃຈຂາຍບໍລິການທາງເພດຢູ່ໃນໄທ ໂດຍມີສາເຫດມາຈາກຄ່າຈ້າງໃນລາວຕໍ່າຫລາຍ ໃນຂະນະທີ່ຄ່າຄອງຊີບສູງຂຶ້ນຢ່າງຕໍ່ເນຶ່ອງ. ສະພາບການ ຂອງການຄ້າມະນຸດນີ້ ບໍ່ເຄີຍມີ ບໍ່ເຄີຍໄດ້ຍິນ ແລະບໍ່ມີປະສົບປະການມາກ່ອນ ຢູ່ໃນປະຫວັດສາດ ສັງຄົມຊີວິດລາວ.
ໃນຄວາມເປັນຫ່ວງດ້ານມະນຸດສະທໍາ ແລະຕິດຕາມກ່ຽວກັບເລື້ອງນີ້ ນາງທູນີ ແສນຍາກອນ
ເຈົ້າໜ້າທີ່ພະແນກສື່ສານຂອງອົງການ Village Focus International ຫລື ສູນຈຸດສຸມສາກົນ
ຢູ່ ສປປ ລາວ ຊຶ່ງເປັນອົງການກຸສົນ ທີ່ພົວພັນກ່ຽວກັບເລື້ອງນີ້ ໄດ້ກ່າວຕໍ່ ວີໂອເອ ວ່າ :
ສະຕີລາວ-ອາເມຣິກັນອີກຄົນນຶ່ງ ທີ່ມີຄວາມເປັນຫ່ວງ ແລະຕິດ
ຕາມພົວພັນກ່ຽວກັບການຄ້າມະນຸດ ກໍຄື ນາງ Nonnarath Dunn
ຜູ້ກໍ່ຕັ້ງອົງການ Village Run ຜູ້ບໍລິຫານ ແລະນັກແລ່ນໄລຍະໄກ
ມີຫ້ອງການຢູ່ໃນສະຫະລັດ ໄດ້ກ່າວເຖິງຄວາມມຸ້ງໝາຍຂອງນາງ
ແລະ ການແລ່ນ ເພື່ອຫາທຶນມາຊ່ວຍຄັ້ງນີ້ ວ່າ :
Nancy ສຸດທິສານ ສະຕີສາວ ເກີດຢູ່ໃນສະຫະລັດ ປັດຈຸບັນນີ້
ເປັນເຈົ້າໜ້າທີ່ຝ່າຍ ວິໄຈການຄ້າຕະຫລາດ ໃຫ້ແກ່ບໍລິສັດ Nike
ຊຶ່ງເປັນບໍລິສັດຜະລິດເຄື່ອງນຸ່ງຫລິ້ນກິລາ ທີ່ມີຊື່ສຽງຢູ່ໃນ ສະຫະລັດ ຊຶ່ງກໍເປັນນັກແລ່ນຄົນນຶ່ງ ທີ່ໄດ້ອາສາສະມັກເຂົ້າຮ່ວມແລ່ນເພື່ອການກຸສົນນີ້. ນາງກ່າວຕໍ່ ວີໂອເອ ວ່າ :
ນາງ ສີຣິວັນ ເກດຕະວົງ ອະດີດນັກແລ່ນມາລາທອນ ທີມຊາດ ສປປ ລາວ ກໍແມ່ນອີກຜູ້ນຶ່ງທີ່ໄດ້ເຂົ້າຮ່ວມແລ່ນເຊັ່ນກັນ ນາງໄດ້ກ່າວຕໍ່ ວີໂອເອ ວ່າ :
ພິທີເປີດການແລ່ນຄັ້ງນີ້ ໄດ້ຮັບກຽດຈາກ ເອກອັກຄະລັດຖະທູດ
ສະຫະລັດ ທ່ານ Daniel Clune ທີ່ໄດ້ເຂົ້າຮ່ວມແລ່ນເປີດພິທີ
ພ້ອມດ້ວຍບັນດາບຸກຄົນສໍາຄັນໃນຖັ້ນແຖວຂອງ ລັດຖະບານ
ສປປ ລາວ. ພວກນັກແລ່ນເຫຼົ່ານີ້ ໄດ້ພາກັນສ້າງບົດບາດໄວ້ຢ່າງໜ້າສັນລະເສີນ ແລະໄດ້
ກັບຄືນສູ່ ສະຫະລັດ ດ້ວຍຄວາມເພີ່ງພໍໃຈ.