ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວຄາດວ່າ ລາຍຮັບສະເລ່ຍ ໃນນະຄອນວຽງຈັນ ຈະເພິ່ມຂຶ້ນເປັນ 4,400 ໂດລາ ໃນປີ 2015


ເຂດອຸດສາຫະກໍາໃນນະຄອນຫລວງວຽງຈັນ ທີ່ທາງການລາວມີແຜນ ຈະກໍ່ສ້າງຂຶ້ນ ໃນເວລາອັນໝໍ່ໆນີ້.
ເຂດອຸດສາຫະກໍາໃນນະຄອນຫລວງວຽງຈັນ ທີ່ທາງການລາວມີແຜນ ຈະກໍ່ສ້າງຂຶ້ນ ໃນເວລາອັນໝໍ່ໆນີ້.

ທາງການລາວຄາດໝາຍວ່າການຂະຫຍາດຕົວທາງເສດຖະກິດຢ່າງຕໍ່ເນື່ອງ ຈະເຮັດໃຫ້ລາຍ ໄດ້ສະເລ່ຍຂອງປະຊາຊົນລາວໃນນະຄອນວຽງຈັນເພີ້ມຂຶ້ນເປັນ 4,400 ໂດລາຕໍ່ຄົນພາຍໃນ ປີ 2015.

ທາງການລາວຄາດໝາຍວ່າການຂະຫຍາດຕົວທາງເສດຖະ
ກິດຢ່າງຕໍ່ເນື່ອງຈະເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນ
ລາວໃນນະຄອນວຽງຈັນເພີ້ມຂຶ້ນເປັນ 4,400 ໂດລາຕໍ່ຄົນ
ພາຍໃນປີ 2015.

ທ່ານສົມບັດ ເຢຍລິເຮີ, ເລຂາພັກແລະ ເຈົ້າຄອງກໍາແພງນະຄອນວຽງຈັນ
ທ່ານສົມບັດ ເຢຍລິເຮີ, ເລຂາພັກແລະ ເຈົ້າຄອງກໍາແພງນະຄອນວຽງຈັນ


ທ່ານສົມບັດ ເຢຍລິເຮີ, ເລຂາພັກແລະເຈົ້າ
ຄອງ​ເຂດນະຄອນວຽງຈັນຖະແຫຼງຢືນຢັນວ່າ
ດ້ວຍການຂະຫຍາຍຕົວທາງເສດຖະກິດຢ່າງ
ຕໍ່ເນື່ອງໃນຕະຫລອ​ດໄລຍະ 5 ປີ ທີ່ຜ່ານມາ
ກໍຄືຈາກປີ 2006-2010 ທີ່ຍອດຜະລິດພັນ
ລວມພາຍໃນ ຫລື GDP ​ໄດ້ຂະຫຍາຍຕົວ
ເພີ່ມໃນອັດຕາສະເລ່ຍເຖິງ 12.1% ຕໍ່ປີນັ້ນ
ຊຶ່ງກໍ່ເຮັດໃຫ້ຄະນະ​ພັກ​ເຊື່ອໝັ້ນວ່າໃນໄລຍະ
5 ປີຕໍ່ໄປນີ້ ກໍຄືຈາກປີ 2011-2015 ນັ້ນ
GDP ​ໃນ​ນະຄອນ​ວຽງຈັນຍັງ​ຈະ​ມີ​ການຂະ
ຫຍາຍຕົວໃນອັດຕາສະເລ່ຍບໍ່ຕໍ່າກວ່າ
12.6% ຕໍ່ປີ.

ຊຶ່ງດ້ວຍການ​ຂະຫຍາຍຕົວທາງເສດຖະກິດໃນອັດຕາສະເລ່ຍດັ່ງກ່າວ ກໍຍັງຈະສົ່ງຜົນເຮັດ
ໃຫ້ມູນຄ່າ GDP ໃນປີ 2015 ສາມາດສະເລ່ຍເປັນລາຍຮັບຂອງປະຊາຊົນໃນເຂດນະຄອນ
ວຽງຈັນໄດ້ເຖິງ 4,400 ໂດລາຕໍ່ຄົນ ຕໍ່ປີ ຫຼືເພີ້ມຂຶ້ນຈາກລະດັບລາຍ​ໄດ້ສະເລ່ຍຂອງປະຊາ
ຊົນ​ໃນ​ເຂດນະຄອນ​ວຽງຈັນໃນປັດຈຸບັນນີ້ຄິດເປັນອັດຕາສະເລ່ຍເກີນກວ່າ 250% ​ແລະ​ເພື່ອຈະເຮັດໃຫ້ເປົ້າໝາຍດັ່ງກ່າວສາມາດບັນລຸໄດ້ຢ່າງແທ້ຈິງນັ້ນ ທາງການລາວກໍ່ໄດ້ໃຫ້ ຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາການທ່ອງທ່ຽວ ແລະເຊື່ອມຕໍ່ຕະຫຼາດການຄ້າກັບ
ປະເທດເພື່ອບ້ານດັ່ງທີ່ທ່ານ ສົມບັດໄດ້ຖະແຫຼງຢືນຢັນໃນຕອນນຶ່ງວ່າ:

ປະຕູໄຊ ຊຶ່ງເປັນຈຸດດຶງດູດນັກທ່ອງທ່ຽວຈຸດນຶ່ງ ໃນໃຈກາງນະຄອນຫລວງວຽງຈັນ.
ປະຕູໄຊ ຊຶ່ງເປັນຈຸດດຶງດູດນັກທ່ອງທ່ຽວຈຸດນຶ່ງ ໃນໃຈກາງນະຄອນຫລວງວຽງຈັນ.

ເອົາໃຈໃສ່ຂະຫຍາຍຂະ
ແໜງການບໍລິການ ແລະ
ການທ່ອງທ່ຽວທີ່ເປັນທ່າ
ແຮງໃຫ້​ແຂງ​ແຮງ​ຂຶ້ນກວ່າ
ເກົ່າໂດຍສະເພາະ​ແມ່ນ
ເຮັດໃຫ້ການທ່ອງທ່ຽວເປັນ
ຂະ​ແໜງຕົ້ນຕໍ ນຶ່ງຕາມທິດ
ສ້າງນະຄອນວຽງຈັນໃຫ້
ເປັນເມືອງທຸລະກິດ ແລະ
ບໍລິການ. ພ້ອມກັນນີ້ກໍ່ຕ້ອງ
ໄດ້ພັດທະນາບໍລິເວນພື້ນທີ່
ຊາຍແດນໃຫ້ເຊື່ອມຈອດ
ເຂົ້າກັບປະເທດໃກ້ຄຽງ
ເພື່ອເປັນເຂດການຄ້າ ແລະການທ່ອງທ່ຽວ
”.

ສໍາລັບໃນໄລຍະແຜນການປະຈໍາປີ 2009-2010 ທີ່ຜ່ານມາ ເສດຖະກິດນະຄອນວຽງຈັນ
ໄດ້ຂະຫຍາຍຕົວເພີ່ມຂື້ນໃນອັດຕາສະເລຍ 12.1% ຊຶ່ງເຮັດໃຫ້ GDP ມີມູນຄ່າລວມຫຼາຍ
ກວ່າ 12,083 ຕື້ກີບ ທີ່ສາມາດຕົວສະ​ເລ່ຍເປັນລາຍຮັບຂອງປະຊາຊົນໃນເຂດນະຄອນວຽງ
ຈັນໄດ້ເຖິງ 1,755 ໂດລາຕໍ່ຄົນຕໍ່ປີ ຊຶ່ງນອກຈາກກະຖືເປັນລະດັບລາຍຮັບສະເລ່ຍທີ່ສູງທີ່
ສຸດໃນປະເທດລາວ ແລ້ວກໍ່ຍັງເປັນລະດັບຮາຍຮັບທີ່ເກີນລະດັບຄາດໝາຍຂອງທາງການ
ລາວເຖິງ 455 ໂດລາອີກດ້ວຍ. ແຕ່ຢ່າງໃດກໍ່ຕາມສໍາລັບເສດຖະກິດ​ໂດຍລວມຂອງລາວໃນ
ໄລຍະແຜນການ​ປະຈໍາປີ2006-2010 ຜ່ານ​ມານີ້​ເສດຖະກິດຂອງ ລາວມີການຂະຫຍາຍຕົວ
ໃນອັດຕາສະເລ່ຍ 7% ຕໍ່ປີ ຊຶ່ງໄດ້ເປັນຜົນເຮັດໃຫ້ອັດຕາສ່ວນຄວາມຍາກຈົນຂອງປະຊາຊົນ
ລາວຫລຸດລົງມາເປັນ 26% ຂອງຈໍານວນປະຊາກອນລາວທັງໝົດທີ່ມີຢູ່ 6 ລ້ານກວ່າຄົນໃນ
ປັດຈຸບັນນີ້.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນ ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ນະຄອນວຽງຈັນ ໃສ່ມົນທົນຢຸນໜານຂອງຈີນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນ ການກໍ່ສ້າງທາງລົດໄຟ ເຊື່ອມຕໍ່ນະຄອນວຽງຈັນ ໃສ່ມົນທົນຢຸນໜານຂອງຈີນ.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້
ລັດຖະບານລາວໄດ້ວາງແຜນ
ການທີ່ຈະດຶງດູດເອົາການລົງ
ທຶນຈາກຕ່າງປະເທດໃຫ້ໄດ້
ໃນມູນຄ່າລວມເຖິງ ສີ່ສິບພັນ
ລ້ານໂດລາສໍາລັບໂຄງການ
ຂະໜາດໃຫຍ່ ຫລື Mega
Projects ຈໍານວນຫລາຍກວ່າ
200 ໂຄງການ. ໂດຍທີ່ສໍາຄັນ
ນັ້ນກໍຄືໂຄງການສ້າງທາງລົດ
ໄຟຈາກນະຄອນວຽງຈັນໄປປະ
ເທດຈີນ, ໂຄງການຂະຫຍາຍ
ສາຍສົ່ງກະແສໄຟຟ້າແຮງສູງ
ທົ່ວປະເທດ, ໂຄງການສ້າງທາງຫລວງແຫ່ງຊາດຂະໜານກັບເສັ້ນທາງເລກ 3, ໂຄງການ
ສ້າງເຂື່ອນໄຟຟ້າ 14 ແຫ່ງ, ໂຄງການສ້າງທາງດ່ວນໄປຫວຽດນາມ, ໂຄງການຂຸດຄົ້ນບໍ່
ແຮ່ໂປແຕສຊຽມ ແລະແຮ່ ບ໊ອກໄຊ້ດ໌ຢູ່ພາກໃຕ້ເປັນຕົ້ນ.

ສ່ວນໃນໄລຍະແຜນການປີ 2010-2011 ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດ
ໃຫ້ຍອດຜະລິດພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນ ບໍ່ຕໍ່າກວ່າ 8% ຊຶ່ງກໍ
ຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ 9.6 ລ້ານກີບ
ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ.

ຖະໜົນສາຍນຶ່ງໃນ ນະຄອນວຽງຈັນ.
ຖະໜົນສາຍນຶ່ງໃນ ນະຄອນວຽງຈັນ.

ແລະການທີ່ຈະເຮັດໃຫ້ເປົ້າໝາຍດັ່ງກ່າວສາມາດເກີດຂຶ້ນໄດ້
ຢ່າງແທ້ຈິງນັ້ນກໍມີຄວາມຈໍາເປັນທີ່ຈະຕ້ອງຊຸກຍູ້ໃຫ້ການຜະ
ລິດໃນພາກກະສິກໍາ-ປ່າໄມ້ມີການຂະຫຍາຍຕົວເພີ່ມຂຶ້ນບໍ່
ຕໍ່າກວ່າ 3.5% ແລະພາກບໍລິການກໍຈະຕ້ອງຂະຫຍາຍຕົວ
ບໍ່ຕໍ່າກວ່າ 6.7%. ສ່ວນພາກອຸດສາຫະກໍານັ້ນກໍຈະຕ້ອງ
ຂະຫຍາຍຕົວເຖິງ 17.3%.

XS
SM
MD
LG