ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນຈະເລີ່ມກໍ່ສ້າງທາງລົດໄຟ ຈາກເຂດ ສິບສອງພັນນາ ເຊື່ອມຕໍ່ໃສ່ວຽງຈັນ


ພິທີລົງນາມໃນບົດບັນທຶກຮ່ວມກັນ ລະຫວ່າງທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ກັບ ລັດຖະມົນຕີກະຊວງລົດໄຟຂອງຈີນ ເມື່ອຕົ້ນເດືອນຕຸລານີ້ ກ່ຽວກັບ ການສ້າງທາງລົດໄຟ ຈາກຢູນນ່ານເຖິງວຽງຈັນ.
ພິທີລົງນາມໃນບົດບັນທຶກຮ່ວມກັນ ລະຫວ່າງທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະຂົນສົ່ງຂອງລາວ ກັບ ລັດຖະມົນຕີກະຊວງລົດໄຟຂອງຈີນ ເມື່ອຕົ້ນເດືອນຕຸລານີ້ ກ່ຽວກັບ ການສ້າງທາງລົດໄຟ ຈາກຢູນນ່ານເຖິງວຽງຈັນ.

ທາງການຈີນຈະເລີ່ມລົງມືກໍ່ສ້າງທາງລົດໄຟໃນເຂດສິບສອງພັນນາເພື່ອເຊຶ່ອມຕໍ່ເຖິງນະຄອນ ຫລວງວຽງຈັນໃນທ້າຍເດືອນຕຸລານີ້ ສ່ວນເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ ກໍ ເຊື່ອໝັ້ນວ່າການກໍ່ສ້າງທາງລົດໄຟດັ່ງກ່າວນີ້ຈະສໍາເລັດພາຍໃນຫ້າປີຕໍ່ໜ້າ.

ທາງການຈີນຈະເລີ່ມລົງມືກໍ່ສ້າງທາງລົດໄຟໃນເຂດສິບສອງພັນນາເພື່ອເຊຶ່ອມຕໍ່ເຖິງນະຄອນ ຫລວງວຽງຈັນໃນທ້າຍເດືອນຕຸລານີ້ ສ່ວນເອກອັກຄະລັດຖະທູດລາວປະຈໍາປະເທດໄທ ກໍ ເຊື່ອໝັ້ນວ່າ ການກໍ່ສ້າງທາງລົດໄຟດັ່ງກ່າວນີ້ຈະສໍາເຫລັດພາຍໃນຫ້າປີຕໍ່ໜ້າ.

ພາຍຫລັງຈາກທີ່ຄະນະຂອງທ່ານ ຫລິວ ຈື້ຈຸນ ລັດຖະມົນຕີກະຊວງລົດໄຟຂອງຈີນໄດ້ສິ້ນ ສຸດການຢ້ຽມຢາມປະເທດລາວຢ່າງເປັນທາງການ ແລະ ກໍໄດ້ລົງນາມໃນບົດບັນທຶກການ ພົບປະເຈລະຈາຮ່ວມກັນກັບ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາ ທິການ ແລະ ຂົນສົ່ງຂອງລາວເມື່ອຕົ້ນເດືອນຕຸລານີ້. ກໍປາກົດວ່າໄດ້ມີຄວາມຄືບໜ້າກ່ຽວ ກັບໂຄງການເຊຶ່ອມຕໍ່ທາງລົດໄຟລະຫວ່າງຈີນກັບລາວ ເກີດຂື້ນຢ່າງໄວວາ.

ທັງນີ້ກໍເນື່ອງຈາກສໍານັກຂ່າວຊິນຫົວຂອງລັດຖະບານຈີນນັ້ນ ໄດ້ສະເໜີລາຍງານຂ່າວຫລ້າ ສຸດວ່າ ທາງການຈີນຈະເລີ່ມລົງມືດໍາເນີນການກໍ່ສ້າງທາງລົດໄຟຕາມໂຄງການເຊຶ່ອມຕໍ່ທາງ ລົດໄຟກັບລາວດັ່ງກ່າວ ນັບຈາກທ້າຍເດືອນຕຸລາປີນີ້ເປັນຕົ້ນໄປ ໂດຍຈະເປັນການເລີ່ມຕົ້ນ ການກໍ່ສ້າງຈາກເຂດສິບສອງພັນນາ ໃນມົນທົນຢູນນານຂອງຈີນ ຕໍ່ມາຍັງຊາຍແດນລາວ ທີ່ດ່ານບໍ່ເຕັນໃນແຂວງຫລວງນໍ້າທາ ຜ່ານແຂວງອຸດົມໄຊ-ແຂວງຫລວງພະບາງ ແຂວງວຽງ ຈັນ ແລະນະຄອນວຽງຈັນຕາມລໍາດັບ ຊຶ່ງຈະມີລະຍະທາງຍາວລວມເຖິງ 530 ກິໂລແມດ.

ແຕ່ຢ່າງໃດກໍຕາມ ລາຍຂ່າວຂອງສໍານັກຂ່າວດັ່ງກ່າວກໍບໍ່ໄດ້ໃຫ້ລາຍລະອຽດວ່າ ການກໍ່ ສ້າງທາງລົດໄຟຕາມເສັ້ນທາງດັ່ງກ່າວນີ້ ຈະຕ້ອງໃຊ້ລະຍະທາງເທົ່າໃດກັນແທ້ ຫາກແຕ່ວ່າ ກ່ອນໜ້ານີ້ ທ່ານອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວປະຈໍາປະເທດໄທ ກໍໄດ້ໃຫ້ ການຢືນຢັນວ່າທາງລົດໄຟທີ່ຈະເຊື່ອມຕໍ່ຈາກຈີນມາທີ່ນະຄອນວຽງຈັນນັ້ນ ຈະໃຊ້ເວລາປະ ມານ 5 ປີ ກໍຈະສ້າງສຳເຫລັດໄດ້ຕະຫລອດເສັ້ນທາງ ດັ່ງທີ່ທ່ານອ້ວນໄດ້ໃຫ້ການຊີ້ແຈງ ໃນຕອນນຶ່ງວ່າ:

“ຕາມທີ່ລາວໄດ້ລົມກັບທາງການຈີນ ຈີນບອກວ່າ ການສ້າງທາງລົດໄຟຢູ່ບ້ານ ເຂົາເຈົ້າຫັ້ນໃນປີນຶ່ງໆສ້າງໄດ້ຮ້ອຍກວ່າກິໂລແມດ ແຕ່ວ່າທີ່ເມືອງລາວນີ້ ເປັນ ເສັ້ນທາງທີ່ຜ່ານເຂດພູດອຍສີ່ຮ້ອຍກິໂລແມດ ຈຶ່ງຈະຕ້ອງໃຊ້ເວລາປະມານຫ້າປີ.”

ທາງການຈີນໄດ້ຕົກລົງຮ່ວມມືກັບທາງການລາວເຂົ້າໃນການພັດທະນາ ແລະກໍ່ສ້າງທາງ
ລົດໄຟໃນລາວເພື່ອເຊຶ່ອມຕໍ່ກັບຈີນ ແລະ ອາຊ່ຽນເມື່ອບໍ່ນານມານີ້ ໂດຍຈະມີການຈັດຕັ້ງ
ບໍລິສັດຮ່ວມທຶນຂື້ນມາດໍາເນີນການຮ່ວມກັນ ຫາກແຕ່ວ່າໃນສ່ວນຂອງເງິນທຶນ ແລະເທັກ
ນິກຕ່າງໆທີ່ຈະນໍາໃຊ້ເຂົ້າໃນການສ້າງທາງລົດໄຟ ຊຶ່ງລວມໄປເຖິງຫົວຈັກລົດໄຟ ແລະຂະ
ບວນລົດໄຟດ້ວຍນັ້ນ ແມ່ນຈະມາຈາກຝ່າຍຈີນທັງໝົດ ຊຶ່ງກໍຄາດວ່າຈະຕ້ອງໃຊ້ເງິນທຶນ
ຄິດເປັນມູນຄ່າຫລາຍກວ່າ 4,000 ລ້ານໂດລາ.

ເສັ້ນທາງລົດໄຟທີ່ທາງການຈີນ ໃຫ້ຄວາມສໍາຄັນຫລາຍທີ່ສຸດກໍຄືເສັ້ນທາງທີ່ເຊື່ອມຕໍ່ຈາກ
ດ່ານບໍ່ເຕັນໃນແຂວງຫລວງນໍ້າທາ ຊຶ່ງຕິດຕໍ່ກັບຊາຍແດນຈີນ ທີ່ບໍ່ຫານໃນເຂດສິບສອງ
ພັນນາມົນທົນຢູນນານ ເລື້ອຍລົງມາສູ່ນະຄອນວຽງຈັນ ແລ້ວເຊຶ່ອມຕໍ່ໄປຍັງຈັງຫວັດໜອງ
ຄາຍໃນພາກອີສານຂອງໄທ ຕໍ່ມາຍັງບາງກອກ-ມາເລເຊຍ-ສິງກະໂປ ຫລືທີ່ເອີ້ນວ່າເສັ້ນ
ທາງລົດໄຟອາຊ່ຽນ-ຈີນນັ້ນເອງ. ທາງດ້ານລັດຖະບານໄທກໍໄດ້ອະນຸມັດງົບປະມານໃນ
ມູນຄ່າ 1,650 ລ້ານບາດ ຫລືຫລາຍກວ່າ 420 ຕື້ກີບ ເພື່ອຊ່ວຍເຫລືອລັດຖະບານລາວ ໃນການກໍ່ສ້າງທາງລົດໄຟທີ່ເຊຶ່ອມຕໍ່ຈາກສະຖານີທ່ານາແລ້ງຕໍ່ ໄປຍັງບ້ານຄໍາສະຫວາດ
ໃນເຂດນະຄອນວຽງຈັນ ຊຶ່ງຈະເລີ່ມລົງມືກໍ່ສ້າງໃນຕົ້ນປີໜ້າ ເພື່ອໃຫ້ສຳເຫລັດແລະເປີດ ໃຊ້ໃຫ້ ໄດ້ພາຍໃນປີ 2014 ເປັນຢ່າງຊ້າ.

XS
SM
MD
LG