ທ່ານໂສພົນ ຊາຣໍາ ລັດຖະມົນວ່າການກະຊວງຄົມມະນາ ຄົມຂອງໄທຖະແຫລງຢືນຢັນວ່າ ທ່ານໄດ້ພົບປະເຈລະຈາຮ່ວມກັບຄະນະຜູ້ແທນຈາກກະຊວງການລົດໄຟຂອງຈີນ ເມື່ອວັນທີ່ 14 ເດືອນກັນຍານີ້ ຢູ່ບາງກອກ ເພື່ອປຶກສາຫາລືກັນກ່ຽວກັບແຜນການກໍ່ສ້າງແລະເຊຶ່ອມຕໍ່ທາງລົດໄຟຄວາມໄວສູງຈາກຈີນຜ່ານລາວມາຍັງໄທ ໂດຍຜົນຮັບທີ່ໄດ້ຈາກການພົບປະເຈລະຈາໃນຄັ້ງລ່າສຸດນີ້ ກໍຄືທັງສອງຝ່າຍໄດ້ໃຫ້ບຸລິມະສິດກັບການກໍ່ສ້າງແລະເຊຶ່ອມຕໍ່ທາງລົດໄຟຄວາມໄວສູງຈາກເມືອງຄຸນໝິງ-ສິບສອງພັນນາ ເຂົ້າສູ່ເຂດແຂວງໃນພາກເໜືອຂອງລາວ ແລ້ວຕໍ່ມາຍັງນະຄອນວຽງຈັນແລະເຊຶ່ອມຕໍ່ກັບຈັງຫວັດໜອງຄາຍ ເພື່ອມຸ້ງສູ່ບາງກອກຂອງໄທ. ທ່ານ ໂສພົນຄາດໝາຍວ່າການເຈລະຈາເພື່ອຕົກລົງກັນໃນລາຍລະອຽດ ທີ່ກ່ຽວກັບແຜນການລົງ ທຶນແລະແຜນການກໍ່ສ້າງນັ້ນ ຈະມີຂຶ້ນໄດ້ພາຍໃນເດືອນຕຸລາປີນີ້ ສ່ວນໃນໄລຍະ 2 ອາ ທິດຕໍ່ໄປນີ້ ທາງການລັດຖະບານໄທກໍຈະສະເໜີແຜນການເຈລະຈາດັ່ງກ່າວເພື່ອຂໍມະຕິຮັບ ຮອງຈາກລັດຖະສະພາໄທຢ່າງເປັນທາງການ ໂດຍເຊື່ອວ່າຈະບໍ່ມີບັນຫາຂັດຂ້ອງແຕ່ຢ່າງໃດ ດັ່ງທີ່ທ່ານໂສພົນ ໄດ້ໃຫ້ການຢືນຢັນວ່າ:
“ເຮົາເອງກໍຖືວ່າ ໂຄງການລົດໄຟໃນຄັ້ງນີ້ ເປັນໄປດ້ວຍຄວາມລາບລື່ນມາຕະ ຫລອດ ແລ້ວກໍຂອບການເຈລະຈານັ້ນ ກໍຄິດວ່າຈະນໍາເຂົ້າສູ່ລັດຖະສະພາໄດ້ພາຍໃນອາທິດນີ້ຫລືອາທິດໜ້າ ເພາະວ່າຄະນະລັດຖະມົນຕີໄດ້ອະນຸມັດແລ້ວ ແລະ ຂ້າພະເຈົ້າກໍໄດ້ໄປຊີ້ແຈງກັບຄະນະກໍາມະການປະສານງານຮ່ວມຫລື Whip ຂອງລັດ ຖະບານແລ້ວ ແລະ Whip ກໍເຫັນພ້ອມທີ່ຈະນໍາເຂົ້າສູ່ການປະຊຸມຮ່ວມກັບລັດຖະສະພາຕໍ່ໄປ”
ກ່ອນໜ້ານີ້ ທ່ານອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວປະຈໍາໄທ ກໍໄດ້ໃຫ້ການຢືນ ຢັນວ່າ ແຜນການເຊຶ່ອມຕໍ່ທາງລົດໄຟລະຫວ່າງຈີນກັບລາວແລະໄທໄດ້ປາກົດຕົວຢ່າງເປັນຮູບທໍາຫລາຍຂຶ້ນແລ້ວໃນປັດຈຸບັນ ແລະໃນຂະນະທີ່ທາງການຈີນ ໂດຍກະຊວງການລົດ ໄຟນັ້ນ ກໍກໍາລັງຢູ່ໃນລະຫວ່າງການຂຽນບົດວິພາກເສດຖະກິດແລະສຶກສາເພື່ອອອກແບບ ການກໍ່ສ້າງທາງລົດໄຟທີ່ເຊຶ່ອມຕໍ່ຈາກຈີນມາທີ່ນະຄອນວຽງຈັນ ແລ້ວຕໍ່ໄປຍັງບາງກອກ. ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງເອົາໄວ້ ກໍເຊື່ອວ່າການກໍ່ສ້າງ ທາງລົດໄຟທີ່ເຊຶ່ອມຕໍ່ຈາກຈີນ ມາທີ່ນະຄອນວຽງຈັນນັ້ນ ຈະສາມາດເລີ່ມລົງມືດໍາເນີນການກໍ່ສ້າງໄດ້ໃນປີໜ້າ ແລະຄາດວ່າຈະໃຊ້ເວລາ 5 ປີ ກໍຈະດໍາເນີນການກໍ່ສ້າງໃຫ້ສໍາເລັດໄດ້ ໃນຕະຫລອດເສັ້ນທາງ.
ທາງການຈີນໄດ້ຕົກລົງຮ່ວມມືກັບທາງການລາວເຂົ້າໃນການພັດທະນາ ແລະກໍ່ສ້າງທາງລົດໄຟໃນລາວເພື່ອເຊຶ່ອມຕໍ່ກັບຈີນແລະອາຊຽນເມື່ອບໍ່ນາມມານີ້ ໂດຍຈະມີການຈັດຕັ້ງບໍລິສັດຮ່ວມທຶນມາດໍາເນີນການຮ່ວມກັນ ຫາກແຕ່ວ່າໃນສ່ວນຂອງເງິນທຶນ ແລະເທັກນິກຕ່າງໆທີ່ຈະນໍາໃຊ້ເຂົ້າໃນການກໍ່ສ້າງທາງລົດໄຟ ຊຶ່ງລວມໄປເຖິງຫົວຈັກລົດໄຟ ແລະຂະບວນລົດໄຟດ້ວຍນັ້ນ ຈະມາຈາກຝ່າຍຈີນທັງໝົດ ໂດຍສໍາລັບການດໍາເນີນງານໃນໄລຍະທໍາອິດ ກໍຈະເປັນການສຶກສາຄວາມເປັນໄປໄດ້ຂອງໂຄງການ. ຕໍ່ຈາກນັ້ນກໍຈະເປັນການອອກແບບການກໍ່ສ້າງ ແລະສະເໜີຂໍອະນຸມັດໂຄງການຈາກລັດຖະບານລາວຕໍ່ໄປ ແລະເມື່ອໄດ້ຮັບການອະນຸມັດຈາກລັດຖະບານລາວແລ້ວ ກໍຈະເລີ່ມດໍາເນີນການກໍ່ສ້າງໄດ້ໃນທັນທີ ຊຶ່ງຄາດວ່າ ຈະຕ້ອງໃຊ້ເງິນທຶນຄິດເປັນມູນຄ່າຫລາຍກວ່າ 4,000 ລ້ານໂດລາ.
ເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສໍາຄັນຫລາຍທີ່ສຸດ ກໍຄືເສັ້ນທາງທີ່ເຊຶ່ອມຕໍ່ ຈາກດ່ານບໍ່ເຕັນ ໃນແຂວງຫລວງນໍ້າທາ ຊຶ່ງຕິດຕໍ່ກັບຊາຍແດນຈີນທີ່ດ່ານບໍ່ຫານໃນເຂດສິບສອງພັນນາ ເລື້ອຍລົງມາສູ່ນະຄອນວຽງຈັນ ແລ້ວເຊຶ່ອມຕໍ່ກັບໜອງຄາຍ-ບາງກອກ-ມາເລເຊຍ ແລະສິງກະໂປ ຫລືທີ່ເອີ້ນວ່າ ເສັ້ນທາງລົດໄຟ ອາຊ່ຽນ-ຈີນນັ້ນເອງ.