ທ່ານບຸນຈັນ ສິນທະວົງ ຮອງເຈົ້າຄອງນະຄອນວຽງຈັນ
ໄດ້ຖະແຫລງຢືນຢັນວ່າ ເປົ້າໝາຍສໍາຄັນທີ່ສຸດໃນແຜນ
ແມ່ບົດ ວ່າດ້ວຍການພັດທະນານະຄອນວຽງຈັນ ນັບ
ຈາກປັດຈຸບັນນີ້ ໄປຈົນເຖິງປີ 2030 ກໍຄືການທີ່ຈະຕ້ອງ
ພັດທະນານະຄອນວຽງຈັນ ໃຫ້ເປັນນະຄອນຫລວງທີ່
ທັນສະໄໝ ເພື່ອກ້າວໄປສູ່ການເປັນສູນກາງຂອງເມືອງ
ຕ່າງໆໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນ ໃຫ້ໄດ້ຢ່າງແທ້ຈິງ.
ດ້ວຍເປົ້າໝາຍດັ່ງກ່າວນີ້ ຈຶ່ງເຮັດໃຫ້ທາງການລາວຕ້ອງ
ມີການຈັດແບ່ງເຂດພັທະນາໃນດ້ານຕ່າງໆອອກຈາກກັນ
ຢ່າງຊັດເຈນ ເຊັ່ນເຂດອະນຸລັກໃນດ້ານປະວັດສາດ ເຂດ
ອະນຸລັກດ້ານໂບຮານສະຖານ ເຂດທຸລະກິດການຄ້າ ເຂດການທ່ອງທ່ຽວ ເຂດອຸດສາຫະ
ກໍາເບົາ ເຂດອຸດສາຫະກໍາໜັກ ແລະເຂດພື້ນທີ່ສີຂຽວ ຫລືສວນ ສາທາລະນະເປັນຕົ້ນ.
ໃນແຕ່ລະເຂດນັ້ນ ກໍຈະມີຂໍ້ກໍານົດກ່ຽວກັບການກໍ່ສ້າງອາຄານ ແລະສະຖານທີ່ຕ່າງໆ ທີ່
ແຕກຕ່າງກັນໄປ ເຊັ່ນ ໃນເຂດອະນຸລັກດ້ານໂບຮານສະຖານນັ້ນ ກໍຈະກໍ່ສ້າງອາຄານສູງ
ໄດ້ບໍ່ເກີນ 7 ແມດ ຫລືບໍ່ເກີນ 12 ແມດ ໃນເຂດອະນຸລັກດ້ານປະວັດສາດ. ສ່ວນເຂດທີ່
ຢູ່ອາໃສ ທີ່ຢູ່ໄກ້ສູນກາງທາງທຸລະກິດການຄ້າ ແລະສູນກາງການບໍລິຫານງານຂອງລັດຖະ
ບານລາວນັ້ນ ກໍຈະສ້າງອາຄານສູງໄດ້ບໍ່ເກີນ 26 ແມດ. ສໍາລັບເຂດອື່ນໆນັ້ນ ຈະສາມາດ
ກໍ່ສ້າງອາຄານໄດ້ສູງ ເຖິງ 50 ແມດ ຫາກແຕ່ວ່າຕ້ອງມີສິ່ງອໍານວຍຄວາມສະດວກຕ່າງໆ
ຢ່າງຄົບຊຸດ ເຊັ່ນພື້ນທີ່ ສ່ວນກາງ ພື້ນທີ່ສີຂຽວ ສິ່ງອໍານວຍຄວາມສະດວກຕ່າງໆ ແລະ
ລະບົບປ້ອງກັນອັກຄີໄພເປັນຕົ້ນ.
ກ່ອນໜ້ານີ້ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວກໍໄດ້ປະກາດເປົ້າໝາຍຂອງ
ການພັດທະນານະຄອນວຽງຈັນ ໃນໂອກາດເປັນປະທານໃນພິທີສະເຫລີມສະຫລອງການ
ສະຖາປະນາວຽງຈັນເປັນນະຄອນຫລວງ ຄົບຮອບ 450 ປີ ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນ
ຄືນວັນທີ 19 ເດືອນພະຈິກທີ່ຜ່ານມາ ຢູ່ສະໜາມກີລາແຫ່ງຊາດແຫ່ງໃໝ່ ທີ່ຫລັກ 16
ຖະໜົນເລກ 13 ໃຕ້ ໃນເຂດເມືອງໄຊທານີ ນະຄອນວຽງຈັນ ວ່າ:
“ຈົ່ງພ້ອມກັນສ້າງນະຄອນຫລວງວຽງຈັນ ໃຫ້ເປັນໃຈກາງດ້ານການເມືອງ ເສດ
ຖະກິດ ວັດທະນະທໍາ ສັງຄົມທົ່ວປະເທດ ເປັນຕົວແບບທີ່ດີເດ່ນ ໃຫ້ແກ່ທົ່ວປະ
ເທດໄດ້ສຶກສາຮໍ່າຮຽນ ແລະເດີນຕາມ . ພ້ອມກັນນັ້ນ ທົ່ວປະເທດຈົງອຸທິດຕົນ
ເພື່ອພັດທະນາປະເທດຊາດ ແລະພັດທະນານະຄອນຫລວງຂອງພວກເຮົາ ໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ.”
ໃນປັດຈຸບັນນີ້ ນະຄອນວຽງຈັນມີເນື້ອທີ່ກວ້າງ 3,920 ກິໂລແມດມົນທົນ ໂດຍມີປະຊາ
ກອນອາໃສຢູ່ ຫລາຍກວ່າ 795,000 ຄົນ ແລະທາງການລາວຄາດໝາຍວ່າ ຈໍານວນ
ປະຊາກອນໃນເຂດນະຄອນວຽງຈັນ ຈະເພີ່ມຂຶ້ນເປັນສອງເທົ່າ ພາຍໃນປີ 2030 ຊຶ່ງກໍ
ຈະເຮັດໃຫ້ຕ້ອງປະເຊີນກັບບັນຫາ ແລະມົນພາວະໃນຫລາຍໆດ້ານ ຖ້າຫາກບໍ່ມີການ
ປ້ອງກັນບັນຫາໄວ້ ເປັນການລ່ວງໜ້າ.
ກໍລະນີບັນຫາທີ່ເກີດຂຶ້ນໃນເວລານີ້ ກໍຄືບັນຫາການຈະລາຈອນແອອັດ ຍ້ອນວ່າມີຖະໜົນ
ຫົນທາງຢູ່ຢ່າງຈໍາກັດ ບັນຫາຂີ້ເຫຍື້ອຕົກຄ້າງຍ້ອນວ່າຄວາມສາມາດໃນການກໍາຈັດຍັງຕໍ່າ
ໃນຂະນະທີ່ການຜະລິດຂີ້ເຫຍື້ອນັ້ນ ກັບເພີ່ມສູງຂຶ້ນນັບມື້ ຊຶ່ງກໍເຊັ່ນດຽວກັນກັບບັນຫານໍ້າ
ເປື້ອນເປິະ ຍ້ອນບໍ່ມີລະບົບການບໍາບັດທີ່ໄດ້ມາດຕະຖານ ແລະໃນຂະນະດຽວກັນ ການ
ຕອບສະໜອງນໍ້າປະປາ ກໍຍັງບໍ່ພຽງພໍກັບຄວາມຕ້ອງການທີ່ເປັນຈິງ.