ອັນດັບຕໍ່ໄປ ຂໍເຊີນທ່ານຮັບຟັງຕອນທີ 2 ຂອງລາຍງານປະຈຳປີ
2014 ວ່າດ້ວຍການຄ້າມະນຸດຂອງກະຊວງການຕ່າງປະເທດສະ
ຫະລັດ ໃນພາກສ່ວນ ທີ່ກ່ຽວກັບ ສປປ ລາວ ຊຶ່ງໃນຕອນນີ້ ແມ່ນ
ຈະເວົ້າເຖິງການໃຫ້ຄວາມຄຸ້ມຄອງ ແລະການປ້ອງກັນຂອງລັດ
ຖະບານລາວແກ່ພວກເຄາະຮ້າຍ ຕະຫລອດທັງຄຳແນະນຳຂອງ
ສະຫະລັດ ຊຶ່ງໄພສານ ຈະນຳມາສະເໜີທ່ານ.
ການປົກປ້ອງຄຸ້ມຄອງ
ໃນພາກສ່ວນ ທີ່ເວົ້າເຖິງ ການໃຫ້ຄວາມປົກປ້ອງຄຸ້ມຄອງນັ້ນ
ລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ໃນ
ຂະນະທີ່ລັດຖະບານລາວສືບຕໍ່ໃຫ້ຄວາມຊ່ອຍເຫລືອພໍປະມານ
ແກ່ພວກທີ່ຕົກເປັນເຫຍື່ອການຄ້າມະນຸດທີ່ຖືກສົ່ງກັບຄືນໄປລາວ
ໂດຍລັດຖະບານໄທ ແຕ່ລັດຖະບານລາວ ກໍບໍ່ສາມາດລະບຸໂຕ
ໄດ້ຢ່າງໝັ້ນໃຈ ພວກທີ່ຕົກເປັນຫຍື່ອຢູ່ພາຍໃນປະເທດເອງ ຫລື
ໃນໝູ່ພວກເຄາະຮ້າຍ ທີ່ຖືກສົ່ງກັບມາ ແຕ່ປະເທດອື່ນໆ ແລະ
ການດຳເນີນຄວາມພະຍາຍາມເພື່ອປົກປ້ອງຜູ້ເຄາະຮ້າຍນັ້ນ ໂດຍລວມແລ້ວ ແມ່ນຍັງບໍ່
ເປັນທີ່ພຽງພໍເທື່ອ. ແລະໃນລະຫວ່າງປີ ທີ່ມີການລາຍງານ ມີພວກທີ່ຕົກເປັນເຫຍື່ອການ
ຄ້າມະນຸດ ທີ່ຖືກລະບຸໂຕ ໂດຍເຈົ້າໜ້າທີ່ໄທ 103 ຄົນ ໄດ້ຖືກສົ່ງກັບຄືນໄປລາວ ພາຍໃຕ້
ລະບົບຈັດສົ່ງພວກເຄາະຮ້າຍກັບຄືນປະເທດ ຢ່າງເປັນທາງການ ລະຫວ່າງປະເທດທັງ
ສອງ. ພວກເຂົາເຈົ້າເຫຼົ່ານີ້ເປັນພຽງຜູ້ເຄາະຮ້າຍທີ່ຖືກຮັບຮູ້ຢ່າງເປັນທາງການໂດຍລັດ
ຖະບານລາວ. ສະຖິຕິທາງການຂອງລັດຖະບານບໍ່ໄດ້ຮວມເອົາພວກເຄາະຮ້າຍທີ່ຖືກລະ
ບຸໂຕໂດຍວິທີອື່ນ ເຖິງແມ່ນວ່າອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານອົງການນຶ່ງລາຍງານ
ວ່າ ໄດ້ສະໜອງການບໍລິການ ໃຫ້ແກ່ຜູ້ເຄາະຮ້າຍອື່ນໆອີກ 43 ຄົນ.
ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ລັດຖະບານລາວ ຍັງສືບຕໍ່ເພິ່ງພາອາໄສການຊ່ວຍເຫລືອເກືອບວ່າທັງໝົດ ຈາກບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະ ບານ ຫລື NGO ແລະອົງການຈັດຕັ້ງນາໆຊາດ ເພື່ອໃຫ້ການບໍລິການຫລືສະໜອງທຶນແກ່ ພວກທີ່ຕົກເປັນເຫຍື່ອ. ແຕ່ແນວໃດກໍຕາມ ລັດຖະບານລາວ ໄດ້ຮ່ວມມື ກັບອົງການຈັດຕັ້ງ NGO ອົງການນຶ່ງ ເພື່ອບໍລິຫານສູນພັກເຊົາຊົ່ວຄາວ ທີ່ນະຄອນວຽງຈັນ. ລຸນຫລັງຖືກສົ່ງ
ກັບຄືນມາຈາກໄທແລ້ວ ຜູ້ເຄາະຮ້າຍກໍໄປພັກເຊົາຢູ່ສູນດັ່ງກ່າວ ເປັນເວລາປະມານນຶ່ງອາ
ທິດ ຂະນະທີ່ມີການປະເມີນ ກ່ຽວກັບການຈັດແຈງຊ່ວຍເຫລືອໃນໄລຍະຍາວໂດຍເຈົ້າໜ້າ
ທີ່ ຫລືບໍ່ກໍຖືກສົ່ງໂດຍກົງ ໄປໃຫ້ສູນຮັບຮອງ ຫລືໜ່ວຍງານ ໃຫ້ການດູແລ ທາງການແພດ ໜ່ວຍງານໃຫ້ຄຳປຶກສາ ແລະສູນຝຶກອາຊີບອື່ນໆ. ຜູ້ມີສ່ວນຮ່ວມທັງພາກລັດແລະເອກກະ
ຊົນລາຍງານວ່າ ໂຄງການຈັດຕັ້ງປະຕິບັດ ໂດຍອົງການຈັດຕັ້ງສາກົນອົງການນຶ່ງ ເພື່ອປັບ
ປຸງການປະສານງານລະຫວ່າງສູນຮັບຮອງຂອງລັດແລະເອກກະຊົນໄດ້ເສີມສ້າງປະສິດທິ
ພາບຂອງຕາໜ່າງນຳສົ່ງໃນລະຫວ່າງປີທີ່ມີການລາຍງານ. ສະຫະພັນແມ່ຍິງລາວຊຶ່ງເປັນ
ອົງການຈັດຕັ້ງເຄິ່ງລັດຖະບານ ໄດ້ບໍລິຫານ ສູນຮັບຮອງແຫ່ງນຶ່ງ ທີ່ເບິ່ງແຍງ ຜູ້ເຄາະຮ້າຍ
ແມ່ຍິງ 20 ຄົນ ແລະຜູ້ຊາຍ 12 ຄົນ ຊຶ່ງສ່ວນໃຫຍ່ແລ້ວ ໄດ້ຖືກສົ່ງ ກັບຄືນບ້ານເກີດ ຂອງ
ພວກເຂົາເຈົ້າ ໃນເວລາຕໍ່ມາ ຫລັງຈາກໄດ້ພັກເຊົາຢູ່ທີ່ນັ້ນ ເປັນເວລາສັ້ນໆ.
ການປ້ອງກັນ
ໃນດ້ານການປ້ອງກັນນັ້ນລາຍງານຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າດ້ວຍ ຄວາມຊ່ອຍເຫຼືອ ຈາກອົງການຈັດຕັ້ງສາກົນ ແລະອົງການ NGO ລັດຖະບານລາວໄດ້ສືບ
ຕໍ່ດຳເນີນຄວາມພະຍາຍາມໃນລະດັບປານກາງເພື່ອປ້ອງກັນການຄ້າມະນຸດ. ການຈັດຕັ້ງ
ປະຕິບັດແຜນງານແຫ່ງຊາດຂອງລັດຖະບານໄດ້ເລີ້ມຂຶ້ນໃນລະຫວ່າງປີລາຍງານແຕ່ແມ່ນ
ພວກອົງການສາກົນເປັນຜູ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວເປັນສ່ວນໃຫຍ່. ແລະແຜນງານ
ປີ 2013 ໄດ້ຖືກເລື່ອນອອກໄປ ແລະກາຍເປັນສ່ວນນຶ່ງຂອງແຜນການປີ 2014. ໃນເດືອນ
ທັນວາ ປີ 2013 ລັດຖະບານລາວ ແລະບັນດາອົງການຄູ່ຮ່ວມງານ ໄດ້ທຳການປຸກລະດົມເພື່ອສ້າງຄວາມຕື່ນຕົວເປັນເວລາ 10 ມື້ ຢູ່ໃນ 3 ແຂວງທີ່ຮວມທັງການປະຖະກະຖາ ການ
ປຸກລະດົມຂອງສື່ມວນຊົນແລະການຍ່າງເພື່ອສຸຂະພາບຊຶ່ງມີ 700 ກວ່າຄົນເຂົ້າຮ່ວມ. ບັນດາໜັງສືພິມ ທີ່ລັດຖະບານຄວບຄຸມ ໄດ້ພິມເຜີຍແຜ່ບົດຂຽນ ກ່ຽວກັບການຄ້າມະນຸດ ໃນປີ 2013 ໂດຍກວມເອົາເລື່ອງຕ່າງໆເຊັ່ນການຍົກຍ້າຍຖິ່ນຖານທີ່ປອດໄພແລະການເຝິກອົບ
ຮົມກ່ຽວກັບການຄ້າມະນຸດ. ກະຊວງການຕ່າງປະເທດໄດ້ແຈກຢາຍເອກກະສານ ກ່ຽວກັບການຍົກຍ້າຍຖິ່ນຖານທີ່ປອດໄພ ແລະການສ່ຽງຕໍ່ການຕົກເປັນເຫຍື່ອການຄ້າມະນຸດຕໍ່ປະ
ຊາຊົນທີ່ໄປຍື່ນຄຳຮ້ອງ ຂໍເຮັດໜັງສືຜ່ານແດນ. ລັດຖະບານຍັງສືບຕໍ່ເປັນຜູ້ນຳພາ ຫຼືຮ່ວມ
ນຳພາໃນການເຝິກອົບຮົມເຈົ້າໜ້າທີ່ໂດຍໄດ້ຮັບທຶນຈາກອົງການສັງຄົມພົນລະເຮືອນແລະ
ໄດ້ອົບຮົມເຈົ້າໜ້າທີ່ ຢ່າງໜ້ອຍ 445 ຄົນ ໃນຫົວຂໍ້ຕ່າງໆ ເຊັ່ນ ການປົກປ້ອງຜູ້ເຄາະຮ້າຍ ແລະການຍົກຍ້າຍຖິ່ນຖານທີ່ປອດໄພ. ໃນລະຫວ່າງປີທີ່ຜ່ານມາລັດຖະບານໄດ້ສົ່ງກັບຄືນ
ໄປເກົາຫຼີເໜືອ ຊາວໜຸ່ມ 9 ຄົນ ທີ່ຫຼົບໜີມາ ເພື່ອຈະໄປຂໍລີ້ໄພ ຢູ່ເກົາຫຼີໃຕ້ນັ້ນ ແລະໄດ້ປະກາດຢ່າງເປັນການເປີດເຜີຍວ່າການກະທຳດັ່ງກ່າວເປັນການຕໍ່ຕ້ານການຄ້າມະນຸດ. ລາຍ ງານຂອງສະຫະລັດເວົ້າວ່າ ການທີ່ີລັດຖະບານລາວບໍ່ພະຍາຍາມປົກປ້ອງພວກເດັກນ້ອຍແລະຊາວໜຸ່ມຈຸດັ່ງກ່າວ ມັນເຮັດໃຫ້ພວກເຂົາເຈົ້າມີຄວາມຫຼໍ່ແຫຼມເພີ້ມຂຶ້ນຕໍ່ການຕົກເປັນ
ເຫຍື່ອຂອງການຄ້າມະນຸດ ໂດຍລັດຖະບານເກົາຫລີເໜືອ ຊຶ່ງເປັນທີ່ຮູ້ກັນດີວ່າ ໄດ້ຈຳຄຸກ
ພວກໂຕນໜີທີ່ຖືກສົ່ງກັບແລະທຳການທາລຸນພວກເຂົາໃນຮູບແບບຕ່າງໆ ຮວມທັງບັງຄັບໃຊ້ແຮງງານ. ຍິ່ງໄປກວ່ານັ້ນ ການກະທຳເຫຼົ່ານີ້ຍັງສະແດງໃຫ້ເຫັນວ່າ ລັດຖະບານຕັ້ງໃຈ
ທີ່ຈະສວຍໃຊ້ ເລື່ອງການຄ້າມະນຸດ ເພື່ອເຫດຜົນທາງດ້ານການເມືອງ ແລະໄດ້ກໍ່ໃຫ້ເກີດ
ມີຄວາມສົງໄສວ່າ ເຈົ້າໜ້າທີ່ລັດຖະບານລາວ ມີຄວາມເຂົ້າໃຈດີຫຼືບໍ່ ໃນເລື່ອງການຄ້າມະ
ນຸດນັ້ນ.
ຄຳແນະນຳຂອງສະຫະລັດ
ເພື່ອຍົກລະດັບພາກປະຕິບັດ ໃນການຕ້ານການຄ້າມະນຸດໃຫ້ດີຂຶ້ນນັ້ນ ກະຊວງການຕ່າງ
ປະເທດສະຫະລັດໄດ້ແນະນຳ ຕໍ່ລັດຖະບານລາວດັ່ງນີ້:
- ໃຫ້ຮວມເອົາບັນດາອົງການຈັດຕັ້ງ ທີ່ມີຄວາມຊ່ຽວຊານ ໃນການຮ່າງກົດໝາຍ
ຕໍ່ຕ້ານການຄ້າມະນຸດ ເຂົ້າໃນທຸກຂັ້ນຕອນຂອງການຮ່າງກົດໝາຍໃໝ່.
- ໃຫ້ຈັດຕັ້ງປະຕິບັດຂັ້ນຕອນ ການລະບຸໂຕຜູ້ເຄາະຮ້າຍ ຢ່າງເປັນທາງການແລະ
ເຝິກອົບຮົມຕຳຫຼວດແລະເຈົ້າໜ້າທີ່ຊາຍແດນໃຫ້ສາມາດລະບຸໂຕຜູ້ເຄາະຮ້າຍ
ຈາກການຄ້າມະນຸດໄດ້ຢ່າງເປັນລະບົບ ແລະສົ່ງເຂົາເຈົ້າໄປຮັບການຊ່ອຍເຫຼືອ
ໂດຍສະເພາະພວກແຮງງານທີ່ຖືກສົ່ງກັບຄືນຈາກ ປະເທດໄທ ແລະຜູ້ເຄາະຮ້າຍ
ພາຍໃນປະເທດ.
- ດ້ວຍການຊ່ອຍເຫຼືອຂອງຄູ່ຮ່ວມງານນາໆຊາດໃຫ້ພັດທະນາຖານຂໍ້ມູນເພື່ອ
ເກັບກຳລາຍລະອຽດກ່ຽວກັບກິດຈະກຳ ຕໍ່ຕ້ານການຄ້າມະນຸດ ຂອງລັດຖະບານ
ແລະແບ່ງປັນຂໍ້ມູນດັ່ງກ່າວ ກັບກຸ່ມຮ່ວມງານຕ່າງໆ.
- ໃຫ້ເພີ້ມ ການດຳເນີນຄວາມພະຍາຍາມ ເພື່ອແກ້ໄຂບັນຫາການຄ້າມະນຸດພາຍໃນປະເທດຮວມທັງພວກເດັກນ້ອຍ ທີ່ຖືກບັງຄັບໃຫ້ຄ້າປະເວນີ ຕະຫຼອດທັງພວກ
ຊາວໜຸ່ມແລະເດັກນ້ອຍ ທີ່ຖືກບັງຄັບໃຊ້ແຮງງານ ຢູ່ໃນພາກສ່ວນການຄ້າກະສິກຳ
ໂດຍລະບຸໂຕ ແລະໃຫ້ການຊ່ອຍເຫຼືອແກ່ຄົນລາວ ທີ່ຕົກເປັນເຫຍື່ອການຄ້າມະນຸດ
ຢູ່ພາຍໃນປະເທດ ແລະລົງໂທດຕໍ່ພວກກະທຳ ຄວາມຜິດເຫຼົ່ານີ້.
- ໃຫ້ການອະນຸມັດ ບົດບັນທຶກຄວາມເຂົ້າໃຈ ກັບບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານແລະອົງການຈັດຕັ້ງນາໆຊາດ ໄວຂຶ້ນກວ່າເກົ່າ ເພື່ອອຳນວຍໃຫ້ພວກ
ເຂົາເຈົ້າໄດ້ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນການຊ່ອຍເຫຼືອຜູ້ເຄາະຮ້າຍ.
-ໃຫ້ເພີ້ມການໃຊ້ຈ່າຍ ໂດຍລວມຂອງລັດຖະບານ ໃນການໃຫ້ການບໍລິການແກ່ຜູ້
ເຄາະຮ້າຍແລະການປຸກລະດົມສ້າງຄວາມຕື່ນໂຕ ເພື່ອເຕືອນເຖິງໄພອັນຕະລາຍ
ຂອງການຄ້າມະນຸດ.
- ດ້ວຍການຮ່ວມງານ ກັບອົງການຈັດຕັ້ງທ້ອງຖິ່ນ ແລະອົງການຈັດຕັ້ງສາກົນ ໃຫ້ເພີ້ມຊັບພະຍາກອນ ແລະການຝຶກອົບຮົມໃນດ້ານວິຊາຊີບ ເພື່ອໃຫ້ການຊ່ອຍເຫຼືອ
ແກ່ພວກເຄາະຮ້າຍ ຮວມທັງພວກເຄາະຮ້າຍຜູ້ຊາຍໃນການກັບເຂົ້າສູ່ສັງຄົມ ຫຼັງ
ຈາກໄດ້ຖືກສົ່ງຄືນໄປຍັງ ບ້ານເກີດຂອງພວກເຂົາເຈົ້າແລ້ວ.
- ໃຫ້ສືບຕໍ່ຫຼຸດຜ່ອນ ຄວາມຮຽກຮ້ອງຕ້ອງການທາງເພດ ຂອງການທ່ອງທ່ຽວໂດຍ
ປຸກລະດົມໃຫ້ຕື່ນໂຕກ່ຽວກັບເລື່ອງນີ້ ແລະປະຕິບັດການລົງໂທດດ້ານອາຍາ.
- ໃຫ້ເພີ້ມການດຳເນີນຄວາມພະຍາຍາມ ເພື່ອປາບປາມພວກເຈົ້າໜ້າທີ່ ທີ່ສົມຮູ້
ຮ່ວມຄິດ ໂດຍສະເພາະໃນລະດັບທ້ອງຖິ່ນ ຮວມທັງໃຫ້ລົງໂທດດ້ານອາຍາຕໍ່ພວກ
ເຈົ້າໜ້າທີ່ ທີ່ພົວພັນນຳການກະທຳຄວາມຜິດ ກ່ຽວກັບການຄ້າມະນຸດ.