ໃນວັນທີ 21 ມີຖຸນາຜ່ານມານີ້ກະຊວງການຕ່າງປະເທດສະຫະລັດ
ໄດ້ອອກລາຍງານປະຈໍາປີ 2014 ວ່າດ້ວຍການຄ້າມະນຸດຢູ່ໃນປະ
ເທດຕ່າງໆທົ່ວໂລກ ໃນປີກາຍນີ້. ອັນດັບຕໍ່ໄປ ໄພສານຈະນຳເອົາ
ພາກສ່ວນທີ່ກຽວກັບ ສປປ ລາວ ຕອນທີ 1 ມາສະເໜີທ່ານ ຊຶ່ງຈະ
ເວົ້າເຖິງສະພາບການໂດຍລວມ. ເຊີນທ່ານຕິດຕາມຮັບຟັງໄດ້.
ລາຍງານປະຈຳປີ 2014 ຂອງກະຊວງການຕ່າງປະເທດສະຫະລັດ
ຍັງຈັດ ສປປ ລາວເຂົ້າໄວ້ໃນກຸ່ມທີ 2 ຫຼື Tiers 2 ຂອງຈໍານວນທັງ
ໝົດ 3 ກຸ່ມ ຊຶ່ງກຸ່ມທີ 2 ນີ້ ແມ່ນໝາຍເຖິງພວກປະເທດ ທີ່ຍັງຕ້ອງ
ຖືກຕິດຕາມສິ້ງຊອມເບິ່ງຢູ່.
ລາວເປັນທັງ ແຫຼ່ງທີ່ມາ ທາງຜ່ານ ແລະປາຍທາງ
ລາຍງານຂອງກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ສປປ ລາວ ແມ່ນເປັນແຫຼ່ງທີ່
ມາ ແລະກໍເປັນທັງທາງຜ່ານ ພ້ອມທັງປາຍທາງ ແຕ່ໃນຂອບເຂດທີ່ຫຼຸດລົງມາ ຂອງພວກ
ແມ່ຍິງເດັກນ້ອຍ ແລະຊາຍໜຸ່ມທີ່ຕົກເປັນເຫຍື່ອ ຂອງການຄ້າປະເວນີ ແລະຕົກຢູ່ໃນສະ
ພາບຖືກບີບບັງຄັບໃຊ້ແຮງງານ. ພວກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດຢູ່ລາວມັກຈະ
ເປັນພວກທີ່ພາກັນໄປຊອກຫາວຽກການເຮັດຢູ່ໃນຕ່າງປະເທດຊຶ່ງໃນບາງຄັ້ງແມ່ນໄດ້ຮັບ
ຄວາມຊ່ອຍເຫຼືອຈາກພວກນາຍໜ້າທີ່ຮຽກເອົາຄ່າທຳນຽມສູງ ຊຶ່ງກຸ່ມຄົນເຫຼົ່ານີ້ໄດ້ປະເຊີນ
ກັບສະພາບຖືກບີບບັງຄັບສວຍໃຊ້ ດ້ວຍຄວາມບໍ່ສະໝັກໃຈ ຫຼັງຈາກເຂົາເຈົ້າໄປຮອດປະ
ເທດປາຍທາງແລ້ວ ສ່ວນໃຫຍ່ກໍແມ່ນປະເທດໄທ. ພວກທີ່ຕົກເປັນເຫຍື່ອ ຈຳນວນຫລາຍ ໂດຍ ສະເພາະແມ່ນພວກແມ່ຍິງ ແລະເດັກຍິງ ໄດ້ຖືກສວຍໃຊ້ຢູ່ໃນອຸດສາຫະກຳການຄ້າ ປະເວນີຂອງໄທ ແລະບາງຄັ້ງ ກໍຖືກບັງຄັບໃຊ້ແຮງງານ ເປັນຄົນຮັບໃຊ້ ຢູ່ຕາມບ້ານເຮືອນ ຢູ່ຕາມໂຮງງານຕັດຫຍິບ ຫລືອຸດສາຫະກຳການກະເສດ ຊຶ່ງມີຮວມທັງ ພວກເດັກຍິງອາຍຸ ພຽງແຕ່ 11 ຫລື 12 ປີ ແຕ່ກໍມີຈຳນວນ ບໍ່ຫລາຍປານໃດ. ສ່ວນພວກຊາຍໜຸ່ມ ແລະເດັກ ນ້ອຍຜູ້ຊາຍລາວ ກໍໄດ້ຕົກຢູ່ໃນສະພາບ ຖືກບີບບັງຄັບ ໃຊ້ແຮງງານ ໂດຍສະເພາະແລ້ວ ແມ່ນໃນອຸດສາຫະກຳປະມົງ ການກໍ່ສ້າງແລະການກະເສດເຊັ່ນຟາມລ້ຽງເປັດຂອງໄທເປັນ ຕົ້ນ. ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ລາຍງານວ່າ ມີກຸ່ມບຸກຄົນໄດ້ສະເໜີຈັດ ແຈງການບໍລິການຂົນສົ່ງ ໃກ້ຊາຍແດນໄທ ເພື່ອອຳນວຍຄວາມສະດວກ ໃນການສວຍໃຊ້ ແຮງງານເສດຖະກິດເຫຼົ່ານີ້ ເຂົ້າໃນການບີບບັງຄັບໃຊ້ແຮງງານຫລືການຄ້າປະເວນີໃນປະ ເທດໄທ. ຍິ່ງໄປກວ່ານັ້ນ ພວກທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດຈຳນວນນຶ່ງອາດຮວມ
ຢູ່ໃນຈຳນວນພວກຄົນງານ 17,000 ກວ່າຄົນ ທີ່ຖືກເນລະເທດຫຼືສົ່ງກັບຈາກໄທ ໂດຍບໍ່ມີ ໜັງສືຢ່າງເປັນທາງການ ທີ່ມັກຈະຖືກສົ່ງກັບຄືນໄປລາວ ໂດຍທາງເຮືອ ຂ້າມແມ່ນໍ້າຂອງ
ນັ້ນ. ບາງຄັ້ງພວກຂັບລົດຕູ້ນ້ອຍ ໄດ້ໄປລັດພໍ້ພວກຄົນງານເຫລົ່ານີ້ ເວລາເຂົາເຈົ້າຖືກສົ່ງ ກັບຄືນໄປຮອດລາວ ແລະຈັດແຈງອຳນວຍຄວາມສະດວກເພື່ອສົ່ງເຂົາເຈົ້າກັບຄືນເຂົ້າໄປ ໃນໄທໃໝ່. ມີແມ່ຍິງແລະເດັກຍິງລາວ ຈຳນວນນ້ອຍໆຈຸນຶ່ງໄດ້ຖືກຂາຍໄປເປັນເຈົ້າສາວຢູ່ ຈີນແລະເກົາຫຼີໃຕ້ ຊຶ່ງໃນເວລາຕໍ່ມາ ກໍຖືກບັງຄັບ ໃຫ້ຄ້າປະເວນີ. ນອກນັ້ນ ຍັງມີພວກແມ່ ຍິງລາວຈຳນວນນຶ່ງ ໄດ້ຕົກເປັນເຫຍື່ອການຄ້າປະເວນີ ຢູ່ມາເລເຊຍແລະບາງທີອາດຢູ່ອິນ ໂດເນເຊຍນຳດ້ວຍ. ມີຈໍານວນທີ່ບໍ່ຫຼາຍປານໃດ ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ ຫວຽດນາມ.
ຂະນະດຽວກັນ ກໍມີລາຍງານວ່າ ລາວໄດ້ກາຍເປັນທາງຜ່ານຫຼາຍຂຶ້ນນັບມື້ສຳລັບພວກແມ່ ຍິງ ແລະເດັກຍິງຫວຽດນາມ ແລະຈີນ ທີ່ຖືກບັງຄັບ ໃຫ້ຄ້າປະເວນີ ແລະຖືກບັງຄັບໃຊ້ແຮງ ງານ ຢູ່ໃນບັນດາປະເທດເພື່ອນບ້ານ ໂດຍສະເພາະ ຢູ່ໃນໄທ. ບັນດາອົງການຈັດຕັ້ງທ້ອງ
ຖິ່ນ ໄດ້ສະແດງຄວາມເປັນຫ່ວງວ່າ ຊາວໜຸ່ມແລະແມ່ຍິງຫວຽດນາມຈຳນວນນຶ່ງ ເຮັດວຽກ
ຢູ່ໃນເຂດຕັດໄມ້ ຊຶ່ງສ່ວນໃຫຍ່ເປັນບ່ອນຕັດໄມ້ທີ່ຜິດກົດໝາຍ ແລະຢູ່ໃນເຂດກໍ່ສ້າງເລາະ ຕາມຊາຍແດນລາວຫວຽດນາມ ອາດໄດ້ເປັນເຫຍື່ອຂອງການຄ້າມະນຸດ. ຍັງມີຂໍ້ມູນໜ້ອຍຫລາຍ ກ່ຽວກັບຂອບເຂດຂອງການຄ້າມະນຸດຢູ່ພາຍໃນລາວ ແຕ່ພວກແມ່ຍິງແລະເດັກຍິງ ຫວຽດນາມ ແລະຈີນຈໍານວນນຶ່ງ ຕະຫລອດທັງເດັກຍິງແລະເດັກຊາຍຈາກລາວເອງໄດ້ຕົກ ເປັນເຫຍື່ອການຄ້າປະເວນີ ຢູ່ພາຍໃນປະເທດ ຊຶ່ງປົກກະຕິແລ້ວແມ່ນຢູ່ໃກ້ໆກັບເຂດຊາຍ ແດນ ບ່ອນຫລິ້ນກາຊີໂນ ຫລືເຂດເສດຖະກິດພິເສດ ຫລື ຢູ່ຕາມຫົວເມືອງໃຫຍ່ໆ ຊຶ່ງລາຍ ງານຂ່າວເວົ້າວ່າ ເພື່ອສະໜອງຄວາມຕ້ອງການ ພວກແຮງງານຍ້າຍຖິ່ນຖານ ແລະຄວາມ ຕ້ອງການດ້ານເພດຂອງນັກທ່ອງທ່ຽວຊາວເອເຊຍ.
ລາຍງານຂອງກະຊວງຕ່າງປະເທດສະຫະລັດ ເວົ້າວ່າ ລັດຖະບານລາວບໍ່ໄດ້ປະຕິບັດຢ່າງ ຄົບຖ້ວນ ຕາມມາດຕະຖານຂັ້ນຕໍ່າສຸດ ໃນການລຶບລ້າງການຄ້າມະນຸດ ແຕ່ແນວໃດກໍຕາມ ລາວກໍກໍາລັງດຳເນີນຄວາມພະຍາຍາມ ທີ່ສຳຄັນ ເພື່ອໃຫ້ບັນລຸມາດຕະຖານດັ່ງກ່າວ. ລັດ ຖະບານລາວໄດ້ສືບຕໍ່ດຳເນີນຄະດີແລະຕັດສິນລົງໂທດພວກຄ້າມະນຸດແລະໃຫ້ການຊ່ອຍ ເຫຼືອໄລຍະສັ້ນ ແກ່ພວກເຄາະຮ້າຍຈຳນວນນຶ່ງ ໂດຍສ່ວນໃຫຍ່ແມ່ນອີງໃສ່ການຊ່ອຍເຫຼືອ ຈາກອົງການຊ່ອຍເຫຼືອລ້າຕ່າງປະເທດ. ເຖິງແມ່ນໄດ້ມີນຳໃຊ້ມາດຕະການເຫຼົ່ານີ້ກໍຈິງ ແຕ່ ລັດຖະບານລາວກໍບໍ່ສະແດງໃຫ້ເຫັນ ເຖິງຫຼັກຖານໃນການດຳເນີນຄວາມພະຍາຍາມເພີ້ມ ຂຶ້ນໂດຍລວມໃນການປາບປາມການຄ້າມະນຸດ ນັບແຕ່ການລາຍງານເທື່ອກ່ອນດ້ວຍເຫດ ນີ້ລາວຈຶ່ງໄດ້ຖືກຈັດເຂົ້າໄວ້ໃນບັນຊີກຸ່ມທີ 2 ຂອງບັນດາປະເທດທີ່ຍັງຖືກຕິດຕາມສິ້ງຊອມ ເບິ່ງ.
ລາຍງານ ຂອງກະຊວງການຕ່າງປະເທດ ເວົ້າວ່າ ລັດຖະບານລາວ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບຄະດີຕ່າງໆເພື່ອສະແດງໃຫ້ເຫັນວ່າທຸກຄະດີທີ່ມີລາຍງານນັ້ນພົວພັນກັບການຄ້າ ມະນຸດ. ລັດຖະບານລາວແມ່ນໄດ້ກາງຕໍ່ເກືອບວ່າທັງໝົດນຳອົງການຈັດຕັ້ງທ້ອງຖິ່ນແລະ ອົງການຈັດຕັ້ງນາໆຊາດ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຕໍ່ຕ້ານການຄ້າມະນຸດຢູ່ ໃນລາວ. ລັດຖະບານບໍ່ໄດ້ລາຍງານ ການລະບຸໂຕພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອການ ຄ້າມະນຸດໃດໆ ແລະສະຖິຕິຂອງທາງການ ແມ່ນປະກອບດ້ວຍ ພວກເຄາະຮ້າຍທີ່ຖືກລະ ບຸໂຕ ໂດຍເຈົ້າໜ້າທີ່ ຫລືອົງການຈັດຕັ້ງຕ່າງໆ ຢູ່ປະເທດໄທ. ການທີ່ລັດຖະບານລາວຍັງ
ສືບຕໍ່ ບໍ່ຮັບຮອງເອົາ ບົດບັນທຶກຄວາມເຂົ້າໃຈ ກັບບັນດາອົງການຕໍ່ຕ້ານການຄ້າມະນຸດ ໂດຍໄວນັ້ນ ໄດ້ເປັນອຸບປະສັກຖ່ວງດຶງຕໍ່ປະສິດທິຜົນໂດຍລວມຂອງວຽກງານຕໍ່ຕ້ານການ ຄ້າມະນຸດຢູ່ໃນປະເທດລາວ.
ການດຳເນີນຄະດີ ແລະການລົງໂທດ
ໃນເລື້ອງການລົງໂທດພວກຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ
ລັດເວົ້າວ່າ ລັດຖະບານໄດ້ດຳເນີນຄະດີ ແລະລົງໂທດພວກມີຄວາມຜິດ ໃນລະດັບພໍປານ
ກາງ. ລັດຖະບານລາວ ໄດ້ຫ້າມ ທຸກຮູບແບບຂອງການຄ້າມະນຸດ ດ້ວຍການດັດແປງແກ້
ໄຂມາດຕາ 134 ຂອງກົດໝາຍອາຍາສະບັບປີ 2006 ຊຶ່ງໄດ້ລະບຸໂທດຈຳຄຸກຕັ້ງແຕ່ 5 ປີ
ເຖິງຕະຫຼອດຊີວິດ ການປັບໃໝທຽບເທົ່າກັບ 1,250 ໂດລາຫາ 12,500 ໂດລາແລະການ ຢຶດຊັບສິນ ຊຶ່ງຖືວ່າໜັກພໍ ແລະທຽບເທົ່າໄດ້ກັບໂທດໃນການກະທຳຄວາມຜິດທາງອາຍາ
ອື່ນໆເຊັ່ນການຂົ່ມຂືນສຳເລົາເປັນຕົ້ນ. ລັດຖະບານລາຍງານວ່າຕົນໄດ້ເລີ້ມຮ່າງຂອບກ່ຽວ
ກັບຮ່າງກົດໝາຍ ຕໍ່ຕ້ານການຄ້າມະນຸດ ຮອບດ້ານ ຢ່າງເປັນການສະເພາະ ແຕ່ບັນດາອົງ
ການຈັດຕັ້ງທີ່ມີຄວາມຮູ້ຄວາມຊ່ຽວຊານໃນວຽກງານຕ້ານການຄ້າມະນຸດໄດ້ສະແດງຄວາມ ເປັນຫ່ວງ ທີ່ລັດຖະບານບໍ່ໄດ້ຮວມເອົາພວກເຂົາເຈົ້າເຂົ້າຮ່ວມໃນຂັ້ນຕອນດັ່ງກ່າວ.
ໃນໄລຍະຂອງການລາຍງານນີ້ ເຈົ້າໜ້າທີ່ແຈ້ງວ່າ ໄດ້ມີການສືບສວນ 56 ຄະດີທີ່ສົງໄສວ່າ ພົວພັນກັບການຄ້າມະນຸດ ແລະໄດ້ຍື່ນ 24 ຄະດີ ໃນນັ້ນ ເພື່ອຟ້ອງຮ້ອງ ໃຫ້ມີການຕັດສິນ ລົງໂທດ. ມີລາຍງານວ່າການດຳເນີນຄະດີຂອງສານໄດ້ຍັງຜົນໃຫ້ມີການຕັດສິນຄວາມຜິດ
ຕໍ່ 35 ຄົນ ຊຶ່ງເປັນຈຳນວນທີ່ເພີ້ມຂຶ້ນ ຈາກ 18 ຄົນ ໃນປີກ່ອນ. ລາຍງານຂອງສື່ມວນຊົນ ແລະຂໍ້ມູນຂອງອົງການຈັດຕັ້ງນາໆຊາດສະແດງໃຫ້ເຫັນວ່າ ມີຢ່າງໜ້ອຍ 5 ຄະດີທີ່ພົວພັນ ກັບຄົນລາວທີ່ຕົກເປັນເຫຍື່ອການຄ້າມະນຸດຢູ່ໄທແລະພວກທີ່ກະທໍາຜິດໄດ້ຖືກໂທດຈໍາຄຸກ 15 ປີ ຫຼືຫລາຍກວ່ານັ້ນ.
ລາຍງານເວົ້າອີກວ່າ ການດຳເນີນຄະດີຂອງສານ ຂາດຄວາມໂປ່ງໃສ ບໍ່ມີການຈົດບັນທຶກ ທີ່ລະອຽດຢ່າງພຽງພໍແລະຂະແໜງຕຸລາການຂອງລາວແມ່ນຍັງອ່ອນແອບໍ່ມີປະສິດທິພາບ. ລັດຖະບານໄດ້ເປັນຜູ້ນຳພາ ການຝຶກອົບຮົມຕໍ່ຕ້ານການຄ້າມະນຸດ ທີ່ສະໜັບສະໜຸນໂດຍ ຜູ້ໃຫ້ທຶນ ໃຫ້ແກ່ເຈົ້າໜ້າທີ່ທ້ອງຖິ່ນ ຢ່າງໜ້ອຍ 224 ຄົນ. ລັດຖະບານລາຍງານວ່າ ໄດ້ທຳ ການສືບສວນຮ່ວມກັບລັດຖະບານມາເລເຊຍ ຈີນ ແລະໄທ. ຍິ່ງໄປກວ່ານັ້ນ ການທີ່ປະຊາ ຊົນຍັງສືບຕໍ່ມີຄວາມລັງເລໃຈ ໃນການທີ່ຈະເຮັດວຽກຮ່ວມກັນກັບຕຳຫຼວດ ແລະການກາງ ຕໍ່ໃສ່ ການໄກ່ເກ່ຍນອກສານ ໄດ້ເປັນອຸບປະສັກຂັດຂວາງ ຕໍ່ຄວາມສາມາດ ໃນການສືບ
ສວນຂອງລັດຖະບານກ່ຽວກັບຄະດີຄ້າມະນຸດທັງພາຍໃນຫຼືຂ້າມຊາດຢ່າງມີປະສິດທິຜົນ.
ການສໍ້ລາດບັງຫຼວງຍັງຄົງເປັນບັນຫາຊ້ຳເຮື້ອຢູ່ໃນລາວ. ບັນດາອົງການຈັດຕັ້ງຕໍ່ຕ້ານການ
ຄ້າມະນຸດ ລາຍງານວ່າ ເຈົ້າໜ້າທີ່ທ້ອງຖິ່ນຈຳນວນນຶ່ງ ໄດ້ຮັບສິນບົນ ເພື່ອອຳນວຍຄວາມ
ສະດວກໃນການເຂົ້າອອກເມືອງ ຫລືການຂົນສົ່ງພວກເດັກຍິງໄປປະເທດໄທ. ລັດຖະບານ
ບໍ່ໄດ້ລາຍງານໃຫ້ຊາບວ່າ ໄດ້ມີການສືບສວນ ດຳເນີນຄະດີຫຼືວ່າຕັດສິນລົງໂທດພວກເຈົ້າ
ໜ້າທີ່ຄົນໃດ ໃນຂໍ້ຫາສົມຮູ້ຮ່ວມຄິດ ກ່ຽວກັບການຄ້າມະນຸດຫຼືກິດຈະກຳຕ່າງໆທີ່ກ່ຽວຂ້ອງ
ກັບການຄ້າມະນຸດ ໃນລະຫວ່າງປີທີ່ມີການລາຍງານນີ້.