ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ ມີການສະຫງົບອາລົມ ຢູ່ທະເລຈີນໃຕ້ (ວີດີໂອ ພາສາລາວ/ອັງກິດ)


ລັດຖະມົນຕີຕ່າງປະເທດສະຫະລັດ John Kerry (ກາງ ແຖວໜ້າ) ຖ່າຍຮູບໝູ່ຮ່ວມກັບບັນດາລັດຖະມົນຕີອາຊ່ຽນ ແລະປະເທດອື່ນໆ ທີ່ໄປຮ່ວມກອງປະຊຸມສຸດຍອດ ເອເຊຍ ຕາເວັນອອກ (EAS) ຄັ້ງທີ 4 ທີ່ Naypyitaw, ມຽນມາ, ວັນອາທິດ ທີ 10 ສິງຫາ 2014.
ລັດຖະມົນຕີຕ່າງປະເທດສະຫະລັດ John Kerry (ກາງ ແຖວໜ້າ) ຖ່າຍຮູບໝູ່ຮ່ວມກັບບັນດາລັດຖະມົນຕີອາຊ່ຽນ ແລະປະເທດອື່ນໆ ທີ່ໄປຮ່ວມກອງປະຊຸມສຸດຍອດ ເອເຊຍ ຕາເວັນອອກ (EAS) ຄັ້ງທີ 4 ທີ່ Naypyitaw, ມຽນມາ, ວັນອາທິດ ທີ 10 ສິງຫາ 2014.

ບັນດານັກ​ການ​ທູດ​ອາວຸ​ໂສ ຈາກ​ເຫລົ່າປະ​ເທດ​ເອ​ເຊຍ​ຕາ​ເວັນ
​ອອກສຽງ​ໃຕ້ ຈີນ ​ແລະສະຫະລັດ ​ມ້ວນທ້າຍ​ການ​ເຈລະຈາ​ກັນ
ຢູ່ທີ່​ມຽນມາ​ເມື່ອ​ວັນ​ອາທິດ​ຜ່ານ​ມາ ດ້ວຍ​ການ​ອອກຄຳ​ຖະ​ແຫລ​ງ
ສະບັບ​ນຶ່ງ ຊຸກຍູ້​ໃຫ້​ທຸກ​ພັກ​ຝ່າຍ ຫລີກ​ເວ້ນ​ຈາກ​ການ​ປະ​ເຊີນ​ໜ້າ​
ກັນ ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ການ​ກ່າວ​ອ້າງ​ເອົາ​ກຳມະ​ສິດກວມ​
ກັນ ຢູ່​ໃນ​ເຂດ​ນ່ານນ້ຳ​ທີ່​ອຸດົມສົມບູນ​ໄປ​ດ້ວຍນ້ຳມັນ​ແລະ​ແກັສ​
ແຫ່ງ​ນັ້ນ ຍັງ​ສືບ​ຕໍ່​ເປັນຈຸດ​ເດືອດ​ທີ່​ສຳຄັນ​ຂອງ​ຂົງ​ເຂດ ​ແຕ່​ວ່າ
ຄວາມ​ພະຍາຍາມຂອງ​ສະຫະລັດ​ແລະ​ຟີ​ລິບ​ປິນ ​ເພື່ອໃຫ້​ມີ​ການ
​ໂຈະໄວ້​ຊົ່ວຄາວ “ການ​ກະທຳ​ທຸກ​ຢ່າງ​ທີ່​ເປັນ​ການ​ເກາະ​ຜິດ”
​ເຊັ່ນ​ການ​ເຈາະ​ຂຸດ​ນ້ຳມັນນັ້ນ ບໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ
​ກ້ວາງຂວາງພໍ​ປານ​ໃດ. Barry Newhouse ນັກ​ຂ່າວ​ວີ​ໂອ​ເອ
ມີ​ລາຍງານຈາກ​ບາງ​ກອກ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້ ເປັນພາສາລາວ:

ກອງ​ປະຊຸມ​ຢູ່​ທີ່​ນະຄອນຫລວງ​ເນ​ປີ​ຕໍ​ຂອງ​ມຽນມາ ​ ​ຖື​ວ່າ​ເປັນ​ຄວາມສຳ​ເລັດອີກ​ບັ້ນ​ນຶ່ງ
ສຳ​ຫລັບ​ການ​ເປີດ​ກ້ວາງ​ທາງ​ການ​ເມືອງຂອງ​ປະ​ເທດ​ນັ້ນ ​ໃນ​ຂະນະ​ທີ່​ມຽນມາ​ເປັນ​ເຈົ້າ
ພາບ​ຈັດ​ກອງ​ປະຊຸມ​ບັ້ນ​ສຳຄັນໆຂອງສະມາຄົມ​ກຸ່ມ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້
ກໍ​ຄືອາ​ຊຽນ ​ໃນ​ປີ​ນີ້.

ຫາກ​ແຕ່​ວ່າ ບໍ່​ແຕກ​ຕ່າງ​ຫຍັງ​ກັນ​ກັບກອງ​ປະຊຸມ​ອາ​ຊຽນ ຫລາຍໆຄັ້ງບໍ່​ດົນ​ຜ່ານ​ມານັ້ນ
ບັນຫາ​ສຳຄັນ​ຂອງ​ກຸ່ມກ່ຽວກັບ​ວ່າ ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ແກ້​ໄຂ​ບັນຫາການ​ຜິດ​ຖຽງ​ກັນ
ເລື້ອງ​ດິນ​ແດນ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ໄດ້ນັ້ນ ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢູ່​ຄື​ເກົ່າ. ລັດຖະມົນ
ຕີຕ່າງປະເທດ​ມຽນມາ ທ່ານ ວັນນາ ມ່ອງ​ ລະວິ​ນ ກ່າວ​ວ່າ:

“ມັນ​ບໍ່​ແມ່ນ​ວ່າ ພັກຝ່າຍ​ນຶ່ງ​ກຳລັງ​ພະຍາຍາມ​ຈະ​ຊັກ​ຈູງ​ຝ່າຍ​ອື່ນໆ ຫລື​ຝ່າຍ​ອື່ນໆ
​ຕໍ່ຕ້ານ​ປະ​ເທດ​ນຶ່ງ​ປະ​ເທດ​ດຽວ. ມັນ​ແມ່ນ​ອາ​ຊ່ຽນ​ທັງ​ໝົດ ​ແຕ່​ບໍ່​ແມ່ນ​ອາ​ຊ່ຽນ​ຕ້ານ
​ປະ​ເທດ​ຈີນ. ນີ້​ແຫ​ລະ​ແມ່ນ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ອາ​ຊ່ຽນ..ຄື​ພວກ​ເຮົາ​ຢາກ​ຈະ​ແກ້​ໄຂ
ບັນຫາ​ຜິດ​ຖຽງກັນ​ແບບ​ນີ້​ທັງ​ໝົດ ​ໃນທາງ​ທີ່​ສັນຕິ​.”

ການ​ເນ້ນ​ໜັກ​ໃສ່​ວິທີ​ການ​ທູດ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ ​ຫລັງ​ຈາກ​ເກີດ​ການ​ປະ​ທະ​ກັນເປັນ​ເວລາ
ຫລາຍ​ເດືອນ ທີ່​ບາງ​ຄັ້ງ​ກໍ​ຮຸນ​ແຮງ.

​ເຊັ່ນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ຈີນ​ໄດ້​ເອົາ​ຖານ​ເຈາະ​ນ້ຳມັນ​ອັນ​ນຶ່ງ ​ໄປ​ຕິດ​ຕັ້ງ​ໄວ້ຢູ່​ໃກ້​ໆ
ກັບ​ໝູ່​ເກາະ Paracel ທີ່​ຫວຽດນາມ​ກໍ​ອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ. ການ​ເຄື່ອນ​ໄຫວ
ດັ່ງກ່າວ​ໄດ້​ກະ​ຕຸ້ນ​ ໃຫ້​ມີ​ການ​ ປະ​ທ້ວງ​ທີ່​ສ້າງ​ຄວາມເສຍ​ຫາຍ​ແກ່​ບັນດາທຸລະ​ກິດ​ຂອງ​ຈີນ
ຢູ່​ໃນ​ຫວຽດນາມ. ຄວາມ​ພະຍາຍາມ​ຂອງ​ຈີນທີ່​ຈະບຸກ​ເບີກ​ທີ່​ດິນ ໃກ້ໆກັບ​ໝູ່​ເກາະ​ນ້ອຍໆ
ທີ່​ຟີ​ລິບ​ປິນກໍ​ອ້າງ​ເອົາ​ເຊັ່ນ​ກັນ​ນັ້ນ ກໍ​ໄດ້​ສົ່ງ​ສັນຍານ​ເຕືອນ​ໃຫ້​ມະນີ​ລາ ລະວັງ​ໄພ​ເຊັ່ນ​ກັນ.

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ:

US Urges Calm in Sea Disputes During SE Asia Summit
please wait

No media source currently available

0:00 0:02:48 0:00

ລັດຖະມົນຕີ​ການ​ຕ່າງປະ​ເທ​ດສະຫະລັດ ທ່ານ John Kerry ກ່າວ​ວ່າ ທ່ານ​ຍັງ​ມີ​ຄວາມ
ຫວັງ​ຢູ່​ວ່າ ​ເລື້ອງ​ນີ້​ຈະ​ສາມ​າດ​ແກ້​ໄຂ​ກັນ​ໄດ້ ​ໂດຍ​ປາດ​ສະ​ຈາກ​ການ​ຕໍ່ສູ້​ກັນ. ທ່ານ​ແຄຣີ
ກ່າວ​ດັ່ງ​ນີ້:

“ພວກ​ເຮົາ​ທັງ​ໝົດ​ຕ່າງ​ກໍເນ້ນ​ໜັກ ຄວາມ​ສຳຄັນ​ຂອງ​ການ​ເຈລະຈາ​ກັນ ​ເຮັດ​ກົດ​
ແຫ່ງ​ການ​ປະ​ພຶດ​ປະຕິບັດທີ່​ມີ​ອຳນາດ​ຜູກ​ມັດ. ​ແລະ​ຂ້າພະ​ເຈົ້າຂໍ​ເນ້ນ​ວ່າ ມັນ​
ເປັນ​ການ​ສຳຄັນ​ທີ່​ທຸກໆຄົນ ຈະ​ຕ້ອງ​ເຮັດ​ໃຫ້​ແຈ້ງ​ຂາວ​ກ່ຽວ​ກັບ​ການ​ກ່າວອ້າງ​
ເອົາ​ກຳມະສິດ​ຂອງ​ຕົນ ພາຍ​ໃຕ້​ກົດໝາຍ​ສາກົນ ​ແລະ​ດຳ​ເນີນ​ການ​ພາຍ​ໃຕ້
​ຂັ້ນ​ຕອນ​ທາງ​ກົດໝາຍ ຜ່ານ​ກົດ​ໝາຍ ຜ່ານ​ການ​ໄກ່​ເກ່ຍ ​ແລະ​ຜ່ານ​ຄວາມສຳ
ພັນ​ສອງ​ຝ່າຍ​ນຳ.”

ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ມີ​ການ​ຕົກລົງ​ກັນ​ໄດ້ ກ່ຽວ​ກັບກົດ​ແຫ່ງການ​ປະພຶດ
ປະຕິບັດ​ຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ ​ແມ່ນ​ໄດ້ຢຸດ ສະ​ງັກລົງ​ມາ​ເປັນ​ເວລາ​ດົນ​ກ່ວາ 10 ປີ
ແລ້ວ ຊຶ່ງ​ສາ​ເຫດ​ສ່ວນ​ນຶ່ງ​ກໍ ​ແມ່ນເປັນ​ຍ້ອນ​ການ​ຄັດຄ້ານ​ຂອງ​ຈີນ. ​ແລະ​ການ​ຂາດ​ຄວາມ
ກ້າວໜ້າໃນ​ເລື້ອງ​ນີ້ ​ໄດ້​ພາ​ໃຫ້​ບາງ​ປະ​ເທດ ​ເຊັ່ນ​ຟີ​ລິບ​ປິ​ນນັ້ນລອງຫັນ​ໄປ​ໃຊ້​ວີ​ທິທາງ​ອື່ນ
ເພື່ອກຳໜົດ​ກຳມະສິດ.

​ເລຂາທິການ​ໃຫຍ່​ອາ​ຊ່ຽນ ທ່ານ Le Luong Minh ບອກ​ກັບ​ວີ​ໂອ​ເອວ່າ ຍ້ອນ​ຄວາມ​
ເຄັ່ງຕຶງທີ່​ທະວີ​ສູງ​ຂຶ້ນ​ນັບ​ມື້​ນັ້ນ ບັນດາ​ຜູ້​ເຈລະຈາ​ຈະ​ຕ້ອງຊອກ​ຫາ​ທາງ​ອອກ​ທີ່​ສັນຕິ​
ໃຫ້​ໄດ້. ທ່ານ​ກ່າວ​ດັ່ງ​ນີ້:

“ມັນ​ເປັນ​ເລື້ອງ​ທີ່​ຮີບ​ດ່ວນ ​ເປັນ​ເລື້ອງ​ທີ່​ສຳຄັນ ​ໃນ​ເມື່ອ​ວ່າ​ບັດ​ນີ້ ອາ​ຊ່ຽນ​ກໍ​
ສາມາດ​ພົວພັນ​ໂອ້​ລົມກັບ​ຈີນ​ໄດ້​ແລ້ວ ​ທີ່​ຈະ​ຕ້ອງ​ຂຸ້ນຂ້ຽວ​ເລັ່ງລັດ​ການ​ປຶກສາ
​ຫາລື ການ​ເຈລະຈາ​ເຫລົ່າ​ນີ້ ​ໄປ​ສູ່​ການ​ຈົບ​ລົງ​ໃຫ້​ໄດ້​ໂດຍ​ໄວ ​ແລະ​ຮັບ​ເອົາ​
ກົດ​ແຫ່ງ​ການ​ປະພຶດ​ປະຕິບັດ​ນັ້ນ.”

ເມື່ອວັນ​ຈັນ​ຜ່ານ​ມາ​ນີ້ ສື່​ຂອງຈີນທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ລັດ ​ໄດ້​ແຜ່​ຂ່າວ​ແບບເຍາະ
ເຍີ້ຍ ກ່ຽວ​ກັບ​ຄວາມ​ລົ້ມ​ແຫລວຂອງ ​ຂໍ້​ສະ​ເໜີ​ຂອງ​ສະຫະລັດ ທີ່​ຂໍ​ໃຫ້ໂຈະໄວ້​ຊົ່ວຄາວ
“ການ​ກະທຳ​ທຸກ​ຢ່າງ​ທີ່​ເປັນ​ການ​ເກາະ​ຜິດ” ຢູ່​ໃນ​ເຂດ​ທີ່​ມີ​ການ​ຂັດແຍ້​ງກັນ​ ຢູ່ທະ​ເລ​ຈີນ​ໃຕ້
ນັ້ນ ​ໂດຍກ່າວ​ວ່າ ວໍ​ຊິງ​ຕັນ​ໄດ້​ໃຊ້​ບັນຫາ​ນີ້​ເປັນ​ຂໍ້​ອ້າງ ​ເພື່ອ​ເຂົ້າ​ຫຍຸ້ງ​ກ່ຽວ​ຢູ່​ໃນ​ຂົງ​ເຂດ​ນັ້ນ.

ເບິ່ງວີດີໂອ ພາສາລາວ ເລື້ອງຄວາມຄາດໝາຍກ່ຽວກັບກອງປະຊຸມອາຊ່ຽນ:

XS
SM
MD
LG