ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຕືອນວ່າ ຕົນຈະປົກປ້ອງ ຟີລິບປິນ ລຸນຫຼັງເກີດເຫດການ ກັບກໍາປັ່ນ ຈີນ ໃນຂົງເຂດທະເລຈີນໃຕ້


ພາບທີ່ຖ່າຍຈາກວີດີໂອ ແລະໄດ້ຮັບການເຜີຍແຜ່ໃນວັນທີ 22 ຕຸລາ 2023, ສະແດງໃຫ້ເຫັນການປະທະກັນລະຫວ່າງກໍາປັ່ນຍາມຝັ່ງຂອງຈີນ (ຊ້າຍ) ເຮືອສະໜອງວັດສະດຸເພີ້ມເຕີມຂອງ ຟີລິບປິນ (ຂວາ) ໃນລະຫວ່າງພາລະກິດຂົນສົ່ງອຸປະກອນ ໃກ້ກັບຫາດໂທມັສທີສອງ. (AFP/Armed Forces of the Philippines)
ພາບທີ່ຖ່າຍຈາກວີດີໂອ ແລະໄດ້ຮັບການເຜີຍແຜ່ໃນວັນທີ 22 ຕຸລາ 2023, ສະແດງໃຫ້ເຫັນການປະທະກັນລະຫວ່າງກໍາປັ່ນຍາມຝັ່ງຂອງຈີນ (ຊ້າຍ) ເຮືອສະໜອງວັດສະດຸເພີ້ມເຕີມຂອງ ຟີລິບປິນ (ຂວາ) ໃນລະຫວ່າງພາລະກິດຂົນສົ່ງອຸປະກອນ ໃກ້ກັບຫາດໂທມັສທີສອງ. (AFP/Armed Forces of the Philippines)

ສະຫະລັດ ໄດ້ເຕືອນຄືນໃໝ່ວ່າ ຕົນຈະປົກປ້ອງຟີລິບປິນ ໃນກໍລະນີມີການໂຈມຕີດ້ວຍກຳລັງອາວຸດ ລຸນຫຼັງກຳປັ່ນຂອງ ຈີນ ໄດ້ຂັດຂວາງ ແລະ ຕຳກັບກຳປັ່ນຟີລິບປິນ 2 ລຳ ໃນຂົງເຂດທະເລຈີນໃຕ້, ອີງຕາມລາຍງານຂອງອົງການຂ່າວ AP.

​ເຈົ້າ​ໜ້າ​ທີ່ທາງ​ການ​ທູດ​ຂອງຟີ​ລິບ​ປິນ​ ໄດ້​ປະຊຸມກັບ​ເຈົ້າ​ໜ້າ​ທີ່​ສະຖານທູດ​ ຈີນ ຢູ່ນະຄອນຫຼວງ ​ມະ​ນີ​ລາ​ ໃນ​ວັນ​ຈັນ​ວານ​ນີ້ ​ສໍາລັບຄໍາເວົ້າປະທ້ວງທີ່ເຂັ້ມແຂງ ລຸນຫຼັງ​ການ​ປະ​ທະ​ກັນ​ ໃນ​ວັນ​ອາທິດ​ແລ້ວ​ນີ້ ​ຢູ່ນອກຊາຍຫາດໂທມັສທີສອງ, ເຊິ່ງຍັງຄົງຖືກອ້າງກໍາມະສິດໂດຍ ຈີນ. ບໍ່ມີລາຍງານຜູ້ບາດເຈັບໃດໆ ແຕ່ມີລາຍງານວ່າ ກໍາປັ່ນຂອງຟີລິບປິນໄດ້ຮັບຄວາມເສຍຫາຍ.

ຈີນ​ ​ໄດ້ປະນາມຕໍ່ ​ຟີ​ລິບ​ປິນ ​ໃນ​ການ​ປະ​ທະ​ກັນ​ ໂດຍ​ກ່າວ​ວ່າ ​ກຳ​ປັ່ນໄດ້​ບັນທຸກ​ອຸປະກອນການ​ກໍ່ສ້າງ ​ເພື່ອ​ເສີມສ້າງ​ທ່າ​ກຳ​ປັ່ນ​ຂອງ ຟີ​ລິບ​ປິນ ຢູ່​ບໍລິເວນຊາຍຫາດ. ຟີ​ລິບ​ປິນ​ ແລະ​ປະ​ເທດ​ເພື່ອນ​ບ້ານ​ອື່ນໆ​ຂອງ​ ຈີນ ​ໄດ້​ຕໍ່ຕ້ານ​ການ​ອ້າງ​ເອົາ​ກຳມະສິດດິນແດນເກືອບທັງໝົດ​ຂອງ​ປັກ​ກິ່ງ ​ໃນຂົງ​ເຂດ​ທະ​ເລ​ຈີນ​ໃຕ້​.

MANILA, Philippines (AP) — The United States has renewed a warning that it would defend the Philippines in case of an armed attack after Chinese ships blocked and collided with two Filipino vessels in the South China Sea.

Philippine diplomats summoned a Chinese Embassy official in Manila on Monday for a strongly worded protest following Sunday's collisions off Second Thomas Shoal, which is also claimed by China. No injuries were reported but the Philippine ships reported damage.

China has blamed the Philippines for the collisions saying the vessels were carrying construction materials to strengthen the Philippine outpost at the shoal. The Philippines and other neighbors of China have resisted Beijing's sweeping territorial claims over virtually the entire South China Sea.

XS
SM
MD
LG