ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ສ​ະ​ຫະ​ລັດ ຕັ້ງ​ໜ່ວຍ​ໜ່ວຍ​ກຳ​ລັງ​ອະ​ວະ​ກາດ ຢູ່​ເກົາ​ຫຼີ​ໃຕ້ ທ່າມ​ກາງ​ທີ່​ມີ​ການ​ຂົ່ມ​ຂູ່ ຂອງ​ເກົາ​ຫຼີ​ເໜືອ


ແຟ້ມ - ຮ້ອຍ​ເອກ​ສະ​ຫະ​ລັດຄົນ​ນຶ່ງ ອະ​ທິ​ບາຍ​ກ່ຽວ​ກັບ​ການ​ທຳ​ນາຍ​ໃນ​ການ​ແຊກ​ແຊງ​ທາງ​ອະ​ວະ​ກາດ ໃຫ້​ແກ່​ເພື່ອນ​ທະ​ຫານ​ອີກ​ຄົນ​ນຶ່ງ ເມື່ອ​ວັນ​ທີ 10 ມີ​ນາ 2015 ທີ່​ສູນ​ກາງ​ປະ​ຕິ​ບັດ​ງານ​ດ້າ​ນອ​າ​ກາດ ແລະ ​ອະ​ວະ​ກາດສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ໃນ​ລະ​ຫວ່າງ​ການ​ຊ້ອມ ທີ່​ຖານ​ທັບ​ອາ​ກາດໂອ​ຊານ.
ແຟ້ມ - ຮ້ອຍ​ເອກ​ສະ​ຫະ​ລັດຄົນ​ນຶ່ງ ອະ​ທິ​ບາຍ​ກ່ຽວ​ກັບ​ການ​ທຳ​ນາຍ​ໃນ​ການ​ແຊກ​ແຊງ​ທາງ​ອະ​ວະ​ກາດ ໃຫ້​ແກ່​ເພື່ອນ​ທະ​ຫານ​ອີກ​ຄົນ​ນຶ່ງ ເມື່ອ​ວັນ​ທີ 10 ມີ​ນາ 2015 ທີ່​ສູນ​ກາງ​ປະ​ຕິ​ບັດ​ງານ​ດ້າ​ນອ​າ​ກາດ ແລະ ​ອະ​ວະ​ກາດສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ໃນ​ລະ​ຫວ່າງ​ການ​ຊ້ອມ ທີ່​ຖານ​ທັບ​ອາ​ກາດໂອ​ຊານ.

ກອງ​ທັບ​ສະ​ຫະ​ລັດ​ ຈັດ​ຕັ້ງ​ກອງ​ກຳ​ລັງ​ອະ​ວະ​ກາດ​ຢູ່​ເກົາ​ຫຼີ​ໃຕ້​ ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວທີ່​ມີ​ທ່າ​ທາງວ່າ​ຈະ​ເຮັດ​ໃຫ້​ວໍ​ຊິງ​ຕັນ​ມີ​ຄວາມ​ສາ​ມາດ​ເພີ້ມ​ຂຶ້ນ​ ໃນ​ການ​ຕິດ​ຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງ​ເກົາ​ຫຼີ​ເໜືອ ຈີນ ແລະ​ ຣັດ​ເຊຍ ອີງຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ຈັດ​ຕັ້ງ​ກອງ​ກຳ​ລັງ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ​ໃນ​ເກົາ​ຫຼີ ທີ່​ຖານ​ທັບ​ອາ​ກາດ​ໂອ​ຊານ ໃກ້​ໆ​ນະ​ຄອນ​ຫຼວງ​ໂຊ​ລ ມີ​ຂຶ້ນ​ຫຼັງ​ຈາກ​ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ສາ​ມາດ​ບັນ​ທຸກ​ຫົວ​ລະ​ເບີດ​ນິວ​ເຄ​ລຍ ຈຳ​ນວນ​ນຶ່ງ​ທີ່​ແນ​ໃສ່​ເພື່ອ​ໂຈມ​ຕີ​ແຜ່ນ​ດິນ​ໃຫຍ່​ຂອງ​ສະ​ຫະ​ລັດ ແລະ​ປະ​ເທດ​ພັນ​ທະ​ມິດ​ເກົາ​ຫຼີ​ໃຕ້​ແລະ​ຍີ່​ປຸ່ນ ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້.

ພັນ​ໂທ​ໂຈ​ຊວາ ແມັກ​ຄູ​ລຽນ (Joshua McCullion) ຫົວ​ໜ້າ​ໜ່ວຍ​ກຳ​ລັງ​ອະ​ວະ​ກາດ​ໃໝ່​ກ່າວ​ໃນ​ລະ​ຫວ່າງ​ພິ​ທີ​ຈັດ​ຕັ້ງ​ທີ່​ຖານ​ທັບ​ໂອ​ຊານໂດຍ​ກ່າວ​ວ່​າ “ພຽງ​ແຕ່ 48 ໄມ​ລ໌​ຢູ່​ທາງ​ເໜືອ​ຂອງ​ພວກ​ເຮົາ ແມ່ນ​ມີ​ໄພ​ຂົ່ມ​ຂູ່ກ່ຽວ​ກັບ​ຄວາມ​ຢູ່​ລອດ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ພວກ​ເຮົາ​ຕ້ອງ​ໄດ້​ກະ​ກຽມ​ທີ່​ຈະ​ສະ​ກັດ​ກັ້ນ ປ້ອງ​ກັນ ແລະ​ຖ້າ​ມີ​ຄວາມ​ຈຳ​ເປັນ ແມ່ນ​ເອົາ​ຊະ​ນະ.” ທ່ານ​ ​ເປັນ​ທີ່​ປາ​ກົດ​ວ່າ ​ໄດ້​ອ້າງ​ເຖິງ​ເກົາ​ຫຼີ​ເໜືອ ຊຶ່ງ​ມີ​ການ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ຢ່າງ​ເຂັ້ມ​ແຂງ​ກັບ​ເກົາ​ຫຼີ​ໃຕ້ ທີ່​ສາ​ມາດ​ຂັບ​ລົດ​ນຶ່ງ​ຊົ່ວ​ໂມງ​ໄປ​ຈາກ​ໂຊ​ລ ຊຶ່ງ​ເປັນ​ນະ​ຄອນ​ຫຼວງ​ຂອງ​ເກົາ​ຫຼີ​ໃຕ້​ນັ້ນ.

ກຳ​ລັງ​ອະ​ວະ​ກາດກອງນີ້​ ແມ່ນ​ຂຶ້ນ​ກັບ​ກອງ​ກຳ​ລັງ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ ທີ່​ໄດ້​ມີ​ການ​ຈັດ​ຕັ້ງ​ຂຶ້ນ ​ໃນ​ເດືອນ​ທັນ​ວາ​ປີ 2019 ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ເວ​ລານັ້ນ ຊຶ່ງ​ເປັນ​ພະ​ແນກທະ​ຫານໃໝ່​ຂອງກອງທັບສະ​ຫະ​ລັດໃນ​ຮອບ 70 ກວ່າ​ປີ.

ກອງ​ກຳ​ລັງ​ອະ​ວະ​ກາດ​ໃນເກົາ​ຫຼີ ແມ່ນ​ເບິ່ງ​ກັນ​ວ່າ​ເປັນ​ການ​ຢືນ​ຢັນ​ເຖິງ​ຄວາມ​ຈຳ​ເປັນໃນ​ການ​ຈັດ​ຕັ້ງ​ເພື່ອ​ໃຫ້ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຂຶ້ນ​ໃນ​ການ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດ​ໃນ​ອະ​ວະ​ກາດໂດຍ​ສະ​ເພາະ​ແລ້ວ​ແມ່ນ​ດາວ​ທຽມ​ທີ່​ນຳ​ໃຊ້ສຳ​ລັບ​ກ​ານ​ເດີນ​ທາງ​ຂອງ​ພົນ​ລະ​ເຮືອ​ນ​ແລະ​ທະ​ຫານ ການ​ສືບ​ລັບແລະ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ. ລາຍ​ງານ​ຂອງ​ທຳ​ນຽບ​ຫ້າ​ແຈ​ກ່ອນ​ໜ້ານີ້ ກ່າວ​ວ່າ ຈີນ​ແລະ​ຣັດ​ເຊຍ​ໄດ້​ເລີ້ມ​ດຳ​ເນີນ​ການ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ສຳ​ຄັນ​ເພື່ອ​ພັ​ດ​ທະ​ນາ​ເທັກ​ໂນ​ໂລ​ຈີ​ທີ່​ອາດ​ອຳ​ນວຍ​ໃຫ້​ພວກ​ເຂົາ​ສາ​ມາດ​ລົບ​ກວນ​ດາວ​ທຽມ​ຂອງ​ສະ​ຫະ​ລັດ ແລະ​ຂອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ຢູ່​ໃນ​ວິ​ກິດ​ການ​ຫຼື​ບັນ​ຫາ​ຂັດ​ແຍ້ງ.

ກອງ​ກຳ​ລັງ​ອະ​ວະ​ກາດ​ໃນ​ເກົາ​ຫຼີ​ຂອງ​ສະ​ຫະ​ລັດ ເປັນ​ກົມ​ກອງ​ນຶ່ງ​ທີ່​ຢູ່​ພາຍ​ໃຕ້​ກົມ​ກອງ​ທີ່​ໃຫຍ່ກວ່າ ຊຶ່ງ​ໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ຢູ່ກອງ​ບັນ​ຊາ​ການ ​ໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກ ທີ່​ລັດ​ຮາ​ວາຍ ໃນ​ເດືອນ​ແລ້ວນີ້.

ທ່ານ​ຈຸງ ຈັງ ວຸກ ຫົວ​ໜ້າ​ສະ​ພາ​ການ​ສຶກ​ສາ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາ​ຫຼີ​ໃຕ້ ຊຶ່ງ​ເປັນ​ສະ​ພາ​ຜູ້​ຊ່ຽວ​ຊານ​ທີ່​ເກົາ​ຫຼີ​ໃຕ້ກ່າວ​ວ່າ ກຳ​ລັງ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ​ໄດ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ເພື່ອ​ນຳ​ເອົາ​ການ​ຕິດ​ຕາມ​ສິ້ງ​ຊອມ​ຫຼາຍ​ຢ່າງ​ເຂົ້າ​ມາຮວມ​ຢູ່​ພາຍ​ໃຕ້​ອົງ​ການ​ດຽວ​ກັນຮວມ​ທັງ​ດາວ​ທຽມ​ອະ​ວະ​ກາດເພື່ອ​ໃຫ້​ການ​ຄຸ້ມ​ຄອງ​ແລະ​ພັດ​ທະ​ນາ​ໃນ​ວິ​ທີ​ທາງ​ທີ່​ມີ​ປະ​ສິດ​ທິ​ຜົນຢ່າງ​ເປັນ​ລະ​ບົບ. ທ່ານ​ກ່າວ​ວ່າ ໜ່ວຍ​ກຳລັງ​ອະ​ວະ​ກາດ​ໃນ​ເກົາ​ຫຼີ​ໃຕ້ຈະ​ມີ​ໜ້າ​ທີ່​ຄື​ກັນ​ກັບ​ເປັນ​ໜ່ວຍ​ປະ​ຕິ​ບັດ​ງານ​ສະ​ໜາມ ໃນ​ຂະ​ນະ​ທີ່​ໜ່ວຍ ​ຢູ່ກອງ​ບັນ​ຊ​າ​ການ​ອິນ​ໂດ-ປາ​ຊີ​ຟິກ ຈະ​ເປັນ​ກອງ​ບັນ​ຊາ​ການ​ໃຫຍ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG