ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາຂອງລັດຖະບານກາງ ຍົກຟ້ອງຕໍ່ການຟ້ອງຮ້ອງໂດຍບໍລິສັດສື່ສັງຄົມ X ຕໍ່ບັນດານັກຄົ້ນຄວ້າທີ່ຕິດຕາມຄໍາເວົ້າ ທີ່ຄຽດຊັງໃນສື່ສັງຄົມ


ແຟ້ມຮູບ: ພາບທີ່ສະແດງໃຫ້ເຫັນບັນຊີທວິດເຕີ້ຂອງ ທ່ານອີລອນ ມັສຄ໌
ແຟ້ມຮູບ: ພາບທີ່ສະແດງໃຫ້ເຫັນບັນຊີທວິດເຕີ້ຂອງ ທ່ານອີລອນ ມັສຄ໌

ຜູ້ພິພາກສາຂອງລັດຖະບານກາງ ໄດ້ຍົກຟ້ອງຕໍ່ການຟ້ອງຮ້ອງໂດຍບໍລິສັດສື່ສັັງຄົມ X ຂອງ ທ່ານອີລອນ ມັສຄ໌ (Elon Musk) ກ່ຽວກັບສູນຕໍ່ຕ້ານຄວາມຄຽດຊັງທາງດ້ານ Digital ຫຼື CCDH, ເຊິ່ງໄດ້ບັນທຶກການເພີ້ມຂື້ນຂອງຄໍາເວົ້າທີ່ຄຽດຊັງຢູ່ໃນເວັບໄຊທ໌ ນັບຕັ້ງແຕ່ເວັບໄຊທ໌ດັ່ງກ່າວ ຖືກຊື້ມາໂດຍເຈົ້າຂອງ ບໍລິສັດ ເທັສລາ (Tesla).

ບໍລິສັດສື່ສັງຄົມ X ເຊິ່ງໃນເມື່ອກ່ອນ ຮ້ອງວ່າ Twitter, ໄດ້ໂຕ້ຖຽງຕໍ່ບັນດານັກຄົ້ນຄວ້າຂອງສູນດັ່ງກ່າວ ທີ່ວ່າ ໄດ້ລະເມີດຕໍ່ເງື່ອນໄຂການບໍລິການຂອງທາງເວັບໄຊທ໌ ໂດຍການລວບລວມການໂພສໃນສື່ສັງຄົມຂອງປະຊາຊົນຢ່າງບໍ່ເຫມາະສົມ, ແລະກ່າວວ່າ ບົດລາຍງານຕໍ່ມາຂອງພວກເຂົາເຈົ້າກ່ຽວກັບການເພີ້ມຂື້ນຂອງຄໍາເວົ້າທີ່ຄຽດຊັງນັ້ນ ແມ່ນໄດ້ເຮັດໃຫ້ບໍລິສັດ X ສູນເສຍເງິນຫຼາຍລ້ານໂດລາເມື່ອຜູ້ລົງໂຄສະນາຢຸດເຊົາໄປ.

ໃນວັນຈັນວານນີ້, ຜູ້ພິພາກສາສານເຂດຂອງສະຫະລັດ ທ່ານຊາຣສ໌ ບຣາຍເຢີ (Charles Breyer) ໄດ້ຍົກຟ້ອງຕໍ່ການຟ້ອງຮ້ອງດັ່ງກ່າວມານັ້ນ, ໂດຍຂຽນໃນໃບສັ່ງຂອງທ່ານວ່າ ມັນບໍ່ “ມີການກະທົບກະເທືອນ ແລະນອງນັນຕໍ່ສິ່ງດຽວ” ທີ່ຈະລົງໂທດແບບບໍ່ມີເຫດຜົນຕໍ່ການປາກເວົ້າຂອງພວກເຂົາເຈົ້າ.

ສື່ສັງຄົມ X ໄດ້ກ່າວຫາວ່າ ການເປັນສື່ສັງຄົມທີ່ບໍ່ຫວັງຜົນກໍາໄລນັ້ນ "ໄດ້ນໍາໃຊ້" ຂໍ້ມູນໃນເວັບໄຊທ໌ຂອງຕົນທີ່ໄດ້ອ້າງເຖິງນັ້ນ ເປັນສິ່ງຂັດແຍ້ງກັບເງື່ອນໄຂການບໍລິການຂອງຕົນ. ແຕ່ຜູ້ພິພາກສາພົບວ່າ ສື່ສັງຄົມ X ບໍ່ປະສົບຜົນສໍາເລັດຕໍ່ການ "ກ່າວອ້າງໃນການສູນເສຍ ໂດຍອີງໃສ່ຄວາມເສຍຫາຍທາງດ້ານເທັກໂນໂລຈີ," ນັ້ນຄື ບໍລິສັດບໍ່ໄດ້ສະແດງໃຫ້ເຫັນກ່ຽວກັບການນໍາໃຊ້ໄປສູ່ການສູນເສຍທາງດ້ານການເງິນສໍາລັບສື່ສັງຄົມ X.

ທາງດ້ານບໍລິສັດສື່ສັງຄົມ X ພະຍາຍາມຊອກຫາຄວາມເສຍຫາຍຫຼາຍລ້ານໂດລາ, ໂດຍໂຕ້ຖຽງວ່າ ບົດລາຍງານຂອງອົງການບໍ່ຫວັງຜົນກໍາໄລ ໄດ້ນໍາໄປສູ່ການຈາກໄປຂອງບັນດາຜູ້ໂຄສະນາ ແລະນໍາໄປສູ່ການສູນເສຍລາຍໄດ້ທາງດ້ານການໂຄສະນາ.

ແຕ່ຜູ້ພິພາກສາໄດ້ຕົກລົງເຫັນດີກັບການໂຕ້ຖຽງຂອງ CCDH ທີ່ກ່າວວ່າ ສື່ສັງຄົມ X ບໍ່ສາມາດຊອກຫາຄວາມເສຍຫາຍສໍາລັບການກະທໍາທີ່ເປັນອິດສະຫຼະຂອງພາກສ່ວນທີສາມ ໂດຍອີງໃສ່ບົດລາຍງານ ຫຼື “ຄໍາເວົ້າ” ຂອງ CCDH.

A federal judge has dismissed a lawsuit by Elon Musk's X Corp. against the non-profit Center for Countering Digital Hate, which has documented the increase in hate speech on the site since it was acquired by the Tesla owner.

X, formerly known as Twitter, had argued the center’s researchers violated the site’s terms of service by improperly compiling public tweets, and that its subsequent reports on the rise of hate speech cost X millions of dollars when advertisers fled.

On Monday, U.S. District Court Judge Charles Breyer dismissed the suit, writing in his order that it was “unabashedly and vociferously about one thing" — punishing the nonprofit for its speech.

X had alleged that the nonprofit “scraped” its site for data, which is against its terms of service. But the judge found that X failed to “allege losses based on technological harms” — that is, the company didn't show how the scraping led to financial losses for X.

X had sought millions of dollars in damages, arguing that the nonprofit’s reports led to the exodus of advertisers and the loss of ad revenue.

But the judge agreed with CCDH’s argument saying X cannot seek damages for the independent acts of third parties based on CCDH’s reports, or its “speech.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG