ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າສະຫະລັດ ຕົກລົງການຊ່ວຍເຫຼືອຈໍານວນ 14.5 ຕື້ໂດລາ ແກ່ ອິສຣາແອລ


ຜູ້ນໍາສຽງສ່ວນຫຼາຍ ທ່ານສຕີບ ສກາລິສ ຈາກລັດຫຼຸຍເຊຍນາ ແລະສະມາຊິກພັກຣີພັບບຣີກັນຄົນອື່ນໆ ກ່າວຕໍ່ບັນດານັກຂ່າວ ກ່ອນການໂຕ້ວາທີ ແລະການລົງມະຕິກ່ຽວກັບການສົ່ງການຊ່ວຍເຫຼືອເພີ້ມເຕີມໃຫ້ແກ່ ອິສຣາແອລ, ຢູ່ທີ່ຫໍລັດຖະສະພາ ໃນນິຄອນຫຼວງວໍຊິງຕັນ, ວັນທີ 2 ພະຈິກ 2023.
ຜູ້ນໍາສຽງສ່ວນຫຼາຍ ທ່ານສຕີບ ສກາລິສ ຈາກລັດຫຼຸຍເຊຍນາ ແລະສະມາຊິກພັກຣີພັບບຣີກັນຄົນອື່ນໆ ກ່າວຕໍ່ບັນດານັກຂ່າວ ກ່ອນການໂຕ້ວາທີ ແລະການລົງມະຕິກ່ຽວກັບການສົ່ງການຊ່ວຍເຫຼືອເພີ້ມເຕີມໃຫ້ແກ່ ອິສຣາແອລ, ຢູ່ທີ່ຫໍລັດຖະສະພາ ໃນນິຄອນຫຼວງວໍຊິງຕັນ, ວັນທີ 2 ພະຈິກ 2023.

ສະພາຕ່ຳສະຫະລັດ ອະ​ນຸ​ມັດ​ການ​ຊ່ວ​ຍ​ເຫຼືອດ້ານທະຫານມູນຄ່າ 14 ພັນ 5 ຮ້ອຍລ້ານໂດລາ ໃນວັນພະຫັດວານນີ້ ສຳລັບ ອິສຣາແອລ, ອັນເປັນການຕອບ ສະໜອງຂອງສະຫະລັດທີ່ແຂງແກ່ນຕໍ່ສົງຄາມກັບກຸ່ມຮາມາສ ແຕ່ກໍຍັງເປັນວິທີ ການຂອງພັກການເມືອງຝ່າຍດຽວ ໂດຍປະທານສະພາຕ່ຳຄົນໃໝ່ ຄືທ່ານ ໄມ ຈອນສັນ, ຜູ້ທີ່​ໄດ້​ສ້າງ​ຄວາມທ້າທາຍໂດຍກົງຕໍ່ພັກເດໂມແຄຣັດ ແລະປະທານາ ທິບໍດີ ໂຈ ໄບເດັນ.

ໃນການຝ່າ​ຝືນ​ບັນ​ທັດ​ຖານທີ່ເຄີຍປະຕິບັດກັນມານັ້ນ ຊຸດງົບປະມານຂອງທ່ານ ຈອນສັນ ໄດ້​ຮຽກ​ຮ້ອງວ່າການຊ່ອຍເຫຼືອສຸກເສີນຕ້ອ​ງ​ຊົດ​ເຊີຍ​ດ້ວຍ​ການ​ຕັດ​ໃນ​ການ​ໃຊ້​ຈ່າຍ​ລັດ​ຖະ​ບານ​ຢູ່​ບ່ອນ​ອື່ນ. ການ​ປະ​ຕິ​ບັດນັ້ນ ໄດ້​ສ້າງຕັ້ງການນຳພາ ຫົວ​ອະ​ນຸ​ລັກ​ນິ​ຍົມ​ໃໝ່​ຂອງ​ສະ​ພາ​ຕ່ຳພັກຣີພັບບລີກັນ (GOP), ແຕ່ວ່າມັນຍັງ ໄດ້ຫັນປ່ຽນສິ່ງທີ່ຄວນເປັນເລື້ອງຂອງການລົງຄະແນນສຽງຕາມປົກກະຕິໂດຍ ສອງພັກການເມືອງ ເປັນພັກເດໂມແຄຣັດ ແລະ ຣີພັບບລີກັນທີ່​ແຕກ​ແຍກ​ກັນ. ທ່ານໄບເດັນ ກໍໄດ້ກ່າວວ່າທ່ານຈະໃຊ້ສິດຍັບຍັ້ງ ຫຼື ວີໂຕ້ ຮ່າງກົດໝາຍດັ່ງ ກ່າວຊຶ່ງໄດ້ຖືກຮັບຮອງດ້ວຍການລົງຄະແນນສຽງຕາມແນວທາງຂອງພັກເປັນ ສ່ວນໃຫຍ່.

ທ່ານຈອນສັນ ໄດ້ກ່າວວ່າ ຊຸດງົບປະມານຂອງພັກຣີພັບບລີກັນ ຈະສະໜອງ ການຊ່ອຍເຫຼືອທີ່ຕ້ອງການໃຫ້ ອິສຣາແອລ ເພື່ອປ້ອງກັນຕົນເອງ, ເພື່ອປ່ອຍ ຕົວປະກັນທັງຫຼາຍທີ່ຖືກຈັບໂດຍກຸ່ມຮາມາສ ແລະ ລົບລ້າງກຸ່ມພວກຫົວຮຸນ ແຮງປາແລັສໄຕນ໌, ສຳເລັດ “ໝົດທຸກຢ່າງນີ້ໄດ້ ໃນຂະນະທີ່ພວກເຮົາ ຍັງເຮັດວຽກເພື່ອຮັບປະກັນການໃຊ້ຈ່າຍຢ່າງມີຄວາມຮັບຜິດຊອບ ແລະຫລຸດ ຂະໜາດຂອງລັດຖະບານກາງລົງນຳດ້ວຍ.”

ພັກເດໂມແຄຣັດ ໄດ້ກ່າວວ່າ ວິທີທາງນັ້ນ ຈະພຽງແຕ່ເຮັດໃຫ້ການຊ່ອຍເຫຼືອ ແກ່ ອິສຣາແອລ ຊັກ​ຊ້າ. ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູເມີ (Chuck Schumer) ສະມາຊິສະພາສູງຈາກລັດນິວຢອກສັງກັດພັກ ເດໂມແຄຣັດ ໄດ້ກ່າວເຕືອນວ່າ ຮ່າງກົດໝາຍທີ່ “ທີ່ບໍ່ເອົາຈິງເອົາຈັງແບບບໍ່ໜ້າ ເຊື່ອເລີຍນັ້ນ” ແມ່ນບໍ່ມີໂອກາດໃນສະພາສູງ.

WASHINGTON (AP) — The House approved $14.5 billion in military aid Thursday for Israel, a muscular U.S. response to the war with Hamas but also a partisan approach by new Speaker Mike Johnson that poses a direct challenge to Democrats and President Joe Biden.

In a departure from norms, Johnson's package required that the emergency aid be offset with cuts in government spending elsewhere. That tack established the new House GOP's conservative leadership, but it also turned what would typically be a bipartisan vote into one dividing Democrats and Republicans. Biden has said he would veto the bill, which was approved on a largely party-line vote.

Johnson said the Republican package would provide Israel with the assistance needed to defend itself, free hostages held by Hamas and eradicate the militant Palestinian group, accomplishing "all of this while we also work to ensure responsible spending and reduce the size of the federal government."

Democrats said that approach would only delay help for Israel. Senate Majority Leader Chuck Schumer, D-N.Y., has warned that the "stunningly unserious" bill has no chance in the Senate.

XS
SM
MD
LG