ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ບໍລິສັດຕ່າງໆຂອງສະຫະລັດ ປະເຊີນກັບ ຜົນກຳໄລທີ່ຕໍ່າທີ່ສຸດ ທ່າມກາງຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ການຂະຫຍາຍໂຕທີ່ຊ້າລົງຂອງຈີນ


ຜູ້ຊາຍຄົນນຶ່ງຖືຖົງອາຫານຈາກຮ້ານ ແມັກດໍໂນລສ໌ ຂອງລາວ ໃນຂະນະທີ່ຄົນອື່ນໆ ສັ່ງອາຫານຢູ່ຮ້ານ ແມັກດໍໂນລສ໌ ທີ່ເປີດໃໝ່, ໃນວັນອາທິດ, 24 ທັນວາ 2023. (ຮູບພາບຈາກ ອົງການຂ່າວ ເອພີ/ ແອນດີ ຫວອງ).
ຜູ້ຊາຍຄົນນຶ່ງຖືຖົງອາຫານຈາກຮ້ານ ແມັກດໍໂນລສ໌ ຂອງລາວ ໃນຂະນະທີ່ຄົນອື່ນໆ ສັ່ງອາຫານຢູ່ຮ້ານ ແມັກດໍໂນລສ໌ ທີ່ເປີດໃໝ່, ໃນວັນອາທິດ, 24 ທັນວາ 2023. (ຮູບພາບຈາກ ອົງການຂ່າວ ເອພີ/ ແອນດີ ຫວອງ).

ບໍລິສັດອາເມຣິກັນໃນຈີນ ມີຜົນກໍາໄລຕໍ່າສຸດເປັນປະຫວັດການ, ໂດຍຄວາມ ເຊື່ອຫມັ້ນທາງທຸລະກິດຢູ່ໃນລະດັບຕໍ່າສຸດເປັນປະຫວັດການ ທ່າມກາງຄວາມ ເຄັ່ງຕຶງລະຫວ່າງສະຫະລັດ ແລະຈີນ ແລະເສດຖະກິດຈີນທີ່ຂະຫຍາຍໂຕ ຊ້າລົງ, ອີງຕາມບົດລາຍງານຂອງກຸ່ມທຸລະກິດສະຫະລັດ ທີ່ຖືກເຜີຍແຜ່ໃນ ວັນພະຫັດມື້ນີ້, ອີງຕາມອົງການຂ່າວ AP.

​ຈາກການສຳຫຼວດບໍລິສັດ 306 ແຫ່ງ, ພົບວ່າ ມີ 66 ເປີເຊັນ ມີ​ກຳ​ໄລ​ຕ່ຳ​ເປັນ​ປະຫວັດ​ການ ໃນ​ປີ 2023​, ອີງ​ຕາມ​ບົດ​ລາຍ​ງານການ​ຄ້າ​ຈີນ​ທີ່​ເຜີຍແຜ່​ໂດຍ​ສະພາ​ການ​ຄ້າ​ອາ​ເມ​ຣິກັນ ​ໃນ​ນະຄອນ ​ຊຽງ​ໄຮ.

ບົດ​ລາຍ​ງານ​ຍັງ​ໄດ້​ພົບ​ເຫັນ​ວ່າ ​ມີພຽງແຕ່ 47 ເປີເຊັນ ຂອງຜູ້​ຕອບ​ແບບສອບ ຖາມເທົ່ານັ້ນ ທີ່ຄິດ​ໃນ​ແງ່​ດີ ກ່ຽວກັບແນວໂນ້ມທາງ​ທຸລະ​ກິດ​ຂອງ​ຕົນ​ໃນ​ຈີນ​ ໃນ​ໄລຍະ 5 ປີ​ຕໍ່ໜ້າ, ​ເຊິ່ງຖືເປັນລະດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ການ​ສຳ​ຫຼວດ​ຄວາມຄິດເຫັນ ໃນ​ຫຼາຍ​ກວ່າ 2 ທົດ​ສະ​ວັດ.

ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ, ປັກ​ກິ່ງ​ ແລະ​ວໍ​ຊິງ​ຕັນ​ ມີ​ຄວາມຂັດແຍ້ງ​ກັນ​ ໃນຫຼາຍໆ​ບັນ​ຫາ ​ເຊັ່ນ​ການ​ຄ້າ​ ແລະ​ການ​ຜະ​ລິດ, ລວມທັງການອ້າງສິດໃນ​ທະ​ເລ​ຈີນ​ໃຕ້ຂອງຈີນ.

ຈີນຍັງປະເຊີນກັບເສດຖະກິດພາຍໃນທີ່ຊ້າລົງ, ດ້ວຍຄວາມຕ້ອງການຂອງ ຜູ້ບໍລິໂພກທີ່ຫຼຸດລົງ ແລະແຮງກົດດັນຂອງສະພາວະເງິນຝືດ ທີ່ຍັງຄົງມີຢູ່ເຖິງ ແມ່ນວ່າຈະຜ່ານໄລຍະ COVID ແລ້ວກໍຕາມ.

ບົດ​ລາຍ​ງານ​ໄດ້​ພົບ​ເຫັນ​ວ່າ ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ພູມ​ສາດ​ລະຫວ່າງ​ສອງ​ປະ​ເທດ​ແມ່ນຄວາມ​ທ້າ​ທາຍ​ອັນ​ດັບ​ນຶ່ງ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ​ຢູ່ໃນ​ຈີນ.

ທ່ານ ອີຣິກ ເຊັງ (Eric Zheng), ປະທານ AmCham Shanghai ກ່າວ ໃນກອງປະຊຸມຂ່າວ ກ່ອນການເຜີຍແຜ່ບົດລາຍງານ ວ່າ "ມັນເປັນຄວາມສົມ ດຸນ ລະຫວ່າງຄວາມສ່ຽງ ແລະຜົນຕອບແທນ."

ທ່ານກ່າວວ່າ "ຄວາມສ່ຽງທີ່ໄດ້ຖືກຮັບຮູ້ ກ່ຽວ​ກັບ ການເຮັດທຸລະກິດໃນປະເທດ ຈີນ ໄດ້ເພີ່ມຂຶ້ນໃນຊ່ວງສອງສາມປີຜ່ານມາ, ແຕ່ໃນເວລາດຽວກັນ ຕະຫຼາດ ກໍຍັງຊ້າລົງ, ໂດຍມີອຸປະສົງ ຫຼື ຄວາມຕ້ອງການທີ່ອ່ອນໂຕລົງ ແລະກຳລັງ ການຜະລິດທີ່ຫຼາຍເກີນໄປ."

ທ່ານ ເຊັງ (Zheng) ກ່າວ​ວ່າ ປະຈຸ​ບັນ, ທຸລະກິດຈຳນວນຫຼາຍ ກຳລັງ​ຫັນປ່ຽນທິດທາງ​ການ​ລົງທຶນ​ໄປ​ຍັງ​ພາກ​ພື້ນ​ອື່ນ ເຊັ່ນ: ຫວຽດນາມ, ມາ​ເລ​ເຊຍ ​ແລະ ເອເຊຍໃຕ້.

​ລາຍ​ງານ​ຂອງ AmCham ພົບ​ວ່າ 25 ເປີເຊັນ ຂອງບໍລິສັດທີ່ຮ່ວມການ ສຳຫຼວດ ໄດ້ຫຼຸດການລົງທຶນໃນຈີນ ໃນປີ 2023 ລົງ ເຊິ່ງສູງເປັນປະຫວັດ ການ, ​ໂດຍ​ສ່ວນ​ໃຫຍ່​ແມ່ນເກີດຈາກ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຊ້າ​ຂອງ​ຈີນ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

HONG KONG (AP) — American companies in China are seeing record-low profits, with business confidence at an all-time low amid U.S.-China tensions and a slowing Chinese economy, according to a report published Thursday by a U.S. business group.

Out of 306 companies polled, a record-low 66% were profitable in 2023, according to the China business report published by the American Chamber of Commerce in Shanghai.

The report also found that only 47% of respondents were optimistic about their business outlook in China over the next five years, the lowest in the survey’s history of more than two decades.

Beijing and Washington have been at odds in recent years over issues like trade and manufacturing, as well as China’s claims over the South China Sea.

China is also grappling with a slowing domestic economy, with lackluster consumer demand and deflationary pressures persisting even post-COVID.

The geopolitical tensions between both countries was the top challenge to businesses’ operations in China, the report found.

“It’s a balance between risk and reward,” said Eric Zheng, president of AmCham Shanghai, during a news conference ahead of the report’s publication.

“The perceived risks of doing business in China have gone up in the past few years, but at the same time the market is slowing down, with soft demand and overcapacity,” he said.

Many businesses are now redirecting investments to other regions such as Vietnam, Malaysia and South Asia, Zheng said.

A record high of 25% of companies polled cut investment in China in 2023, AmCham’s report found, largely driven by concerns over China’s slowing growth.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG