ລາຍງານສະບັບນຶ່ງ ທີ່ບໍ່ເຄີຍມີມາກ່ອນຂອງອົງການສະຫະປະ
ຊາຊາດ ອອກເມື່ອເດືອນກຸມພາຜ່ານມາ ທີ່ປະນາມເກົາຫຼີເໜືອ
ໃນຂໍ້ຫາກໍ່ອາຊະຍາກຳຕ້ານມະນຸດຊາດນັ້ນ ອາດໄດ້ຊ່ວຍຮັບ
ປະກັນໃຫ້ການເຕົ້າໂຮມຍາດຂ້າມຊາຍແດນຂອງບັນດາຄອບ
ຄົວທີ່ແຕກແຍກກັນ ມາຕັ້ງແຕ່ສົງຄາມເກົາຫຼີນັ້ນ ມີຂຶ້ນໄດ້ອີກ.
ແຕ່ບັນດານັກວິເຄາະການເມືອງເຕືອນວ່າ ລາຍງານດັ່ງກ່າວ
ອາດໄດ້ຊຸກຍູ້ໃຫ້ ພຽງຢາງເສີມສ້າງສະມັດຖະພາບທາງທະ
ຫານ ແລະໂຄງການອາວຸດນີວເຄຼຍຂອງຕົນຕື່ມຂຶ້ນເຊັ່ນກັນ.
Daniel Schearf ມີລາຍງານມາຈາກນະຄອນຫຼວງໂຊລ
ຂອງເກົາຫຼີໃຕ້ ຊຶ່ງດາຣາມີລາຍລະອຽດມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ມັນເປັນການເຕົ້າໂຮມຄອບຄົວທີ່ສະທ້ານໃຈ ເວລາຊາວເກົາຫຼີໃຕ້ໄປພົບພໍ້ກັບຍາດພີ່ນ້ອງ
ຢູ່ໃນເກົາຫຼີເໜືອ ຊຶ່ງເປັນພາບທີ່ບໍ່ເຄີຍເຫັນ ຫຼືໄດ້ຍິນຂ່າວ ໃນໄລຍະຫົກສິບປີຜ່ານມາ.
ພຽງຢາງໄດ້ເລື່ອນການເຕົ້າໂຮມຄອບຄົວ ຊຶ່ງເປັນເທື່ອທໍາອິດນັບຕັ້ງແຕ່ ປີ 2010 ເປັນ
ຕົ້ນມານັ້ນ ໃນເດືອນກັນຍາ ແລະຫຼາຍໆຄົນກໍຢ້ານວ່າ ພຽງຢາງຈະເລື່ອນມັນອອກໄປອີກ.
ແຕ່ວ່າ ລາຍງານສະບັບປະຫວັດສາດຂອງຄະນະກຳມະການສອບສວນຂອງສະຫະປະ
ຊາຊາດ ທີ່ບັນລະຍາຍຢ່າງລະອຽດກ່ຽວກັບການລະເມີດສິດທິມະນຸດຂອງເກົາຫຼີເໜືອ
ເປັນເຫດຜົນທາງຍຸທະສາດທີ່ຜັກດັນໃຫ້ ພຽງຢາງປ່ອຍໃຫ້ການເຕົ້າໂຮມຄອບຄົວມີຂຶ້ນ
ອິງຕາມທ່ານນາງ Lilian Lee ປະຈຳອົງການພັນທະມິດຂອງພົນລະເຮືອນເພື່ອສິດທິ
ມະນຸດຂອງເກົາຫຼີເໜືອ ທີ່ກ່າວວ່າ:
“ລັດຖະບານເກົາຫຼີເໜືອຈັດໃຫ້ມີການເຕົ້າໂຮມຄອບຄົວເຫຼົ່າ
ນີ້ ບໍ່ແມ່ນເປັນຍ້ອນ ລາຍງານຂອງສະຫະປະຊາຊາດ ພຽງ
ຢ່າງດຽວ ແຕ່ໃນສ່ວນນຶ່ງນັ້ນ ຍ້ອນມັນຊ່ວຍລຸດຜ່ອນການ
ຕໍາໜິຕິຕຽນ ແລະການຕອບໂຕ້ຈາກ ລັດຖະບານເກົາຫຼີໃຕ້.”
ລາຍງານຂອງສະຫະປະຊາຊາດເວົ້າວ່າ ມີການລະເມີດສິດທິ
ຢ່າງກວ້າງຂວາງແລະເປັນລະບົບ ພາຍໃຕ້ຜູ້ນຳ Kim Jong Un
ນັ້ນ ຊຶ່ງມີເປົ້າໝາຍເພື່ອໃຫ້ຕົນໄດ້ກຳອຳນາດໄວ້ຕໍ່ໄປ. ລາຍງານ
ເວົ້າອີກວ່າ ທ່ານ ກິມ ແລະບັນດາຜູ້ນຳເກົາຫຼີເໜືອຄົນອື່ນໆ ມີ
ຄວາມຜິດໃນຖານກໍ່ອາຊະຍາກຳຕ້ານມະນຸດຊາດ ແລະຮຽກ
ຮ້ອງໃຫ້ມີການດຳເນີນຄະດີພວກກ່ຽວ ຢູ່ໃນສານອາຍາສາກົນ
International Criminal Court ຫຼື ICC.
ໂຄສົກກະຊວງທ້ອນໂຮມຊາດເກົາຫຼີໃຕ້ ທ່ານ ກິມ ອອຍອີ ໂດ ເວົ້າວ່າ ເກົາຫຼີໃຕ້ສະໜັບ
ສະໜຸນ ກຳມະການສອບສວນສະຫະປະຊາຊາດ ແລະການປັບປຸງສິດທິຢູ່ໃນເກົາຫຼີເໜືອ
ແຕ່ທ່ານບໍ່ໄດ້ເວົ້າໄປໄກເຖິງຂັ້ນ ຮຽກຮ້ອງໃຫ້ນຳເອົາຕົວຜູ້ນຳເກົາຫຼີເໜືອ ມາດຳເນີນຄະດີ.
ໂຄສົກ ກິມ ເວົ້າວ່າ:
“ແລະລັດຖະບານຂອງເຮົາຈະສືບຕໍ່ເສີມຂະຫຍາຍ ການຮ່ວມມືຂອງເຮົາ ກັບ
ບັນດາອົງການສິດທິມະນຸດສາກົນ ແລະປະຊາຄົມນາໆຊາດ ເພື່ອປັບປຸງສິດທິ
ມະນຸດໃນເກົາຫຼີເໜືອ ໃຫ້ດີຂຶ້ນ.”
ວີດີໂອ: ສະຫະປະຊາຊາດວ່າ ເກົາຫລີເໜືອ ກໍ່ອາຊະຍາກໍາ ຕ້ານມະນຸດຊາດ:
ແຕ່ທ່ານ Daniel Pinkston ຮອງຜູ້ອຳນວຍການຝ່າຍເອເຊຍຕາເວັນອອກສຽງເໜືອ
ຂອງກຸ່ມວິກິດການລະຫວ່າງຊາດ ເຕືອນວ່າ ຜົນຮັບໄລຍະສັ້ນຂອງການເຕົ້າໂຮມເຄືອ
ຍາດນັ້ນ ອາດຫຼີກທາງໃຫ້ແກ່ຄວາມເຄັ່ງຕຶງໄລ ຍະຍາວ ກໍໄດ້.
ທ່ານ Pinkston ເວົ້າວ່າ ບັນດາຜູ້ນຳເກົາຫຼີເໜືອອາດຈະຢ້ານວ່າ ລາຍງານຂອງສະຫະ
ປະຊາຊາດ ຈະເປັນບາດກ້າວໄປສູ່ການປະຕິບັດງານທາງທະຫານຕ້ານພວກຕົນ ທີ່ໄດ້
ຮັບການເຫັນດີເຫັນພ້ອມນຳຈາກນາໆຊາດ ຄືກັນກັບອັນທີ່ໄດ້ນຳໄປສູ່ການຕົກຈາກອຳ
ນາດຂອງ ມວມມາ ກັດດາຟີ ອະດີດຜູ້ນໍໍ າ ລີເບຍ. ທ່ານ Pinkston ກ່າວຕື່ມວ່າ:
“ພວກທີ່ປຶກສາແລະນັກວິເຄາະທັງຫຼາຍໃນພຽງຢາງ ອາດສາມາດທຳການ
ໂຕ້ແຍ້ງທີ່ໜັກແໜ້ນແລະໜ້າເຊື່ອຖື ກ່ຽວກັບສະຖານະການທີ່ຄ້າຍຄືກັນນີ້
ແລະຄວາມຈຳເປັນທີ່ຈະຕ້ອງເສີມສ້າງກອງທັບແລະໂຄງການນິວເຄຼຍຂອງ
ເຂົາເຈົ້າໃຫ້ເຂັ້ມແຂງຂຶ້ນ.”
ທ່ານນາງ Lilian Lee ນັກເຄື່ອນໄຫວດ້ານສິດທິ ເວົ້າວ່າ ການຕັດສິນໃຈຂອງປະເທດ
Botswana ເພື່ອຍຸຕິຄວາມສຳພັນທາງການທູດກັບເກົາຫຼີເໜືອ ຍ້ອນເລື້ອງການລະ
ເມີດສິດທິມະນຸດນັ້ນ ແມ່ນໄດ້ສົ່ງສັນຍານອັນໜັກແໜ້ນວ່າ ມັນນອນຢູ່ໃນຜົນປະໂຫຍດ
ຂອງເກົາຫຼືເໜືອ ທີ່ຈະປ່ຽນແປງຄວາມປະພຶດຂອງຕົນ.
ວີດີໂອ: ລາຍງານກ່ຽວກັບ ການລະເມີດສິດທິມະນຸດ ໃນເກົາຫລີເໜືອ ອາດບໍ່ມີຜົນກະທົບໃດໆ: