ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຢູເຄຣນ ບໍ່ຕ້ອງການ ໃຫ້ຕ່າງປະເທດ ເຂົ້າໄປ ແຊກແຊງ (ສະໄລດ໌/ວີດີໂອ)


ການ​ຢັ່ງສຽງ​ເທື່ອໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ຢູ​ເຄຣນສ່ວນ
ໃຫຍ່​ມີ​ຄວາມ​ຮູ້ສຶກ​ວ່າ ປະ​ເທດ​ນອກ ບໍ່ມີ​ສິດທີ່ຈະ​ເຂົ້າ​ມາ​ພົວ
ພັນ​ກັບ​ການ​ຕັດສິນ​ໃຈ ກ່ຽວກັບ​ອະນາ​ຄົດ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ອົງການ​ຢັ່ງ​ສຽງ Gullup ຂອງ​ສະຫະລັດ ກ່າ​ວວ່າ ການ​ສຳ
ຫລວດ​ຄວາມເຫັນ ຂອງຊາວຢູ​ເຄຣນ 1,400 ຄົນ ໃນເດືອນ
ເມສາ ຜ່ານມາ ​ຢູ່​ນອກ​ແຫຼມ Crimea ທີ່​ຖືກປະກາດຮວມເຂົ້າ
ເປັນພາກສ່ວນນຶ່ງ ຂອງຣັດ​ເຊຍ ນຶ່ງ​ເດືອນກ່ອນ​ໜ້ານັ້ນ ​ໄດ້​ສະ
​ແດງ​ໃຫ້​ເຫັນ​ວ່າ 78 ​ເປີ​ເຊັນ​ໄດ້​ຄັດຄ້ານ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ.

ການ​ຢັ່ງ​ສຽງ​ທີ່​ເປັນ​ອິດສະຫຼະດັ່ງກ່າວ ແມ່ນ​ໄດ້​ຮັບ​ທຶນ​ຈາກສະພາຜູ້ວ່າການກະຈາຍສຽງ
ຂອງລັດຖະບານ ຊຶ່ງ​ເປັນຜູ້ບໍລິຫານງານ​ ວິທະ​ຍຸສຽງອາ​ເມຣິກາ.

ການ​ສຳ​ຫລວດ ​ໄດ້​ເລືອກ​ເອົາຫົວຂໍ້​ຢ່າງ​ກວ້າງ​ຂວາງ ​ກ່ຽວກັບ​ແນວ​ຄິດ ​ໃນ​ຢູ​ເຄຣນ ຊຶ່ງ​
ສ່ວນ​ໃຫຍ່​ໄດ້​ບົ່ງ​ບອກ​ເຖິງ​ພູມສາດ ພ້ອມ​ດ້ວຍຊົນຊາດຊົນເຜົ່າຢູ​ເຄຣນ ​ແລະ​ຊົນ​ເຜົ່າ
ຣັດ​ເຊຍ.

ການ​ຢັ່ງ​ສຽງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ ການ​ສະ​ໜັບສະ​ໜູນຢ່າງກວ້າງຂວາງ​ຕໍ່ກຸ່ມ 28 ປະ
​ເທດ​ຂອງສະຫະພາບຢູ​ໂຣບ ​ແລະສະຫະລັດ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ ຢູ​ເຄຣນ ທີ່
​ເຮັດ​ໃຫ້​ລົດ​ໜ້ອຍ​ລົງ ​ໃນ​ການ​ເຂົ້າ​ກັບປະເທດ​ຕາ​ເວັນ​ຕົກ ຢູ່​ທາງພາກ​ຕາ​ເວັນ​ອອກ
ຂອງ​ ຢູເຄຣນ ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນນິຍົມຣັດ ເຊຍ ​ພົວພັນ​ກັບການ​ປະ​ທະ​ດ້ວຍອາວຸດ​ ກັບ​ກຳລັງ​ຮັກສາຄວາມ​ປອດ​ໄພ​ຂອງ Kyiv.
OBAMA UKRAINE SOTVO
please wait
Embed

No media source currently available

0:00 0:00:29 0:00

ຫລາຍ​ກວ່າ 84 ​ເປີ​ເຊັນ ​ຂອງ​ພວກ​ທີ່​ຖືກ​ຢັ່ງ​ສຽງໃນພາກ​ຕາ​ເວັນ​ຕົກ​ຂອງ ​ຢູ​ເຄຣນ ກ່າວ​
ວ່າ ປະ​ເທດ​ຄວນ​ເຂົ້າ​ຮ່ວມກັບ ສະຫະພາບ​ຢູ​ໂຣບ ​ແຕ່ມີ​ພຽງ​ 19 ​ເປີ​ເຊັນ​ຢູ່​ໃນພາກ​ຕາ
​ເວັນ​ອອກ​ຂອງ​ ຢູ​ເຄຣນ ຕ້ອງການ​ເປັນ​ຊະ​ມາ​ຊິກຂອງ ສະຫະພາບ​ຢູ​ໂຣບ. ຢູ່​ທົ່ວ​ຢູ​ເຄຣນ
ສ່ວນ​ໃຫຍ່​ຂອງພວກຊົນເຜົ່າ ຢູ​ເຄຣນ ສະໜັບສະໜູນ​ການ​ເປັນ ​ສະ​ມາ​ຊິກ​ສະຫະພາບ
ຢູ​ໂຣບ ​ແຕ່​ນຶ່ງ​ໃນ​ຈຳນວນຂອງ​ຊົນເຜົ່າຣັດ​ເຊຍຫ້າຄົນ ໃດ​ເຫັນ​ດີີນຳ ​ແລະ​ຊາວ​ຢູ​ເຄຣນ
ສ່ວນ​ໃຫຍ່ ຄັດ​ຄ້ານ​ການ​ເປັນ​ສະມາຊິກ ໃນກຸ່ມ ພັນທະ​ມິດ​ NATO.

ກາ​ນຢັ່ງ​ສຽງ 500 ຄົນ​ຢູ່​ໃນ Crimea ໄດ້​ພົບ​ວ່າ​ເກືອບ 74 ​ເປີ​ເຊັນ​ກ່າວ​ວ່າ ການ​ເຂົ້າ​ມາ​
ເປັນ​ພາກສ່ວນ​ຂອງຣັດ​ເຊຍ “ຈະ​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ” ​ແກ່​ເຂົາ​ເຈົ້າ. ຊາວ Crimea ສ່ວນ
​ໃຫຍ່ທີ່​ຖືກ​ສຳ​ຫລວດ ຮວມ​ທັງ​ຊົນເຜົ່າ​ຢູ່ເຄຣນ ທີ່ຢູ່ໃນ​ Crimea ກ່າວ​ວ່າ​ ​ເຂົາ​ເຈົ້າ​ຄິວ່າ
ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 16 ​ເດືອນ​ມີນາ​ ​ຜ່ານມາເພື່ອແຍກອອກ​ຈາກ ​ຢູ​ເຄຣນ ​ແລະ
ເຂົ້າ​ຮວມ​ກັບຣັດ​ເຊຍນັ້ນ ແມ່ນ​ເປັນ​ທີ່​ຖືກຕ້ອງ​ ຊຶ່ງສະທ້ອນ​ເຖິງ​ຄວາມ​ເຫັນຂອງປະຊາ
ຊົນຢູ່ໃນເຂດດັ່ງກ່າວ.

​ໃນທາງ​ກົງກັນຂ້າມ ຈຳນວນ​ຄົນ​ສ່ວນ​ໃຫຍ່​ທີ່​ຍັງ​ຢູ່​ເຫລືອ​ຢູ່​ໃນ​ຢູ​ເຄຣນ 48 ​ເປີ​ເຊັນ ກ່າວ​
ວ່າ ການ​ລົງ​ປະຊາ​ມະຕິນີ້ ບໍ່​ໄດ້​ສະທ້ອນ​ເຖິງ​ຄວາມ​ເຫັນ​ຂອງ​ຊາວ Crimea ​ໃນ​ການ​ເຂົ້າ
​ຮ່ວມ​ກັບຣັດ​ເຊຍແຕ່ຢ່າງໃດເລີຍ.
XS
SM
MD
LG