ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕັ້ງຖານທີ່ໝັ້ນ ຂອງກອງກຳລັງຢູເຄຣນ ອາດສົ່ງຜົນໃຫ້ມີການຄາດໝາຍກັນ ຂອງການບຸກໂຈມຕີຕອບໂຕ້


ແຟ້ມພາບ - ພວກທະຫານຢູເຄຣນ ຍິງປືນໃຫຍ່ M777 ຮາວວິຕເຊີ (howitzer) ທີ່ສະໜອງໃຫ້ໂດຍສະຫະລັດ ໃສ່ຖານທີ່ໝັ້ນຕ່າງໆຂອງຣັດເຊຍ ໃນຂົງເຂດເຄີສັນ ຂອງຢູເຄຣນ, ເມື່ອວັນທີ 9 ມັງກອນ 2023.
ແຟ້ມພາບ - ພວກທະຫານຢູເຄຣນ ຍິງປືນໃຫຍ່ M777 ຮາວວິຕເຊີ (howitzer) ທີ່ສະໜອງໃຫ້ໂດຍສະຫະລັດ ໃສ່ຖານທີ່ໝັ້ນຕ່າງໆຂອງຣັດເຊຍ ໃນຂົງເຂດເຄີສັນ ຂອງຢູເຄຣນ, ເມື່ອວັນທີ 9 ມັງກອນ 2023.

ກຸ່ມຄົ້ນຄວ້າ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ ກ່າວວ່າ ກອງກຳລັງຂອງຢູເຄຣນ ໄດ້ຂ້າມແມ່ນ້ຳເດີນິເປີ ທີ່ກວ້າງໃຫຍ່ ຢູ່ທາງພາກໃຕ້ຂອງປະເທດເປັນທີ່ສຳເລັດເພື່ອຈັດຕັ້ງແລະຮັກສາຖານທີ່ໝັ້ນຢູ່ແຄມຝັ່ງທາງທິດຕາເວັນອອກ ອີງຕາມລາຍງານຂອງອົງການຂ່າວເອພີ. ອັນນັ້ນ ໄດ້ກະຕຸ້ນໃຫ້ສື່ມ່ວນຊົນຂອງ ຢູເຄຣນ ໃນວັນອາທິດວານນີ້ ໄດ້ລາຍງານເພື່ອຍົກຍ້ອງຄວາມກ້າວໜ້ານັ້ນ ດັ່ງກັບສັນຍານໃນເບື້ອງຕົ້ນຂອງການບຸກໂຈມຕີຕອບໂຕ້ ໃນລະດູບານໃໝ່ ທີ່ລໍຖ້າມາດົນນານຂອງກີຢິບ. ແມ່ນ້ຳສາຍດັ່ງກ່າວໄດ້ກາຍເປັນເສັ້ນແບ່ງເຂດຕິດຕໍ່ກັນ ໃນຂົງເຂດ ເຄີສັນ ຢູ່ທາງພາກໃຕ້ຂອງຢູເຄຣນ ມາໄດ້ຫຼາຍເດືອນ. ສະຖາບັນເພື່ອການສຶກສາຂອງສົງຄາມດັ່ງກ່າວນັ້ນ ເມື່ອແລງວັນເສົານີ້ ໄດ້ກ່າວອ້າງເຖິງພາບຖ່າຍ ລະບຸຕຳແໜ່ງດ້ານພູມິສາດ ທີ່ໄດ້ຖືກພິມອອກເຜີຍແຜ່ ໂດຍບັນດານັກຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດດ້ານການທະຫານທີ່ສະໜັບສະໜຸນວັງເຄຣັມລິນ ອັນເປັນຫລັກຖານສຳລັບພື້ນທີ່ເຂດສາມຫຼ່ຽມປາກແມ່ນ້ຳເດີນິເປີ ແລະອ້ອມຮອບທັງຕົວເມືອງແລະຄຸ້ມບ້ານຕ່າງໆ ຢູ່ແຄມຝັ່ງທາງທິດຕາເວັນອອກ ທີ່ຢູເຄຣນ ໄດ້ເຂົ້າຄວບຄຸມ. ໂຄສົກກອງທັບຂອງຢູເຄຣນ ໃນວັນອາທິດວານນີ້ ໄດ້ປະຕິເສດທີ່ຈະຢືນຢັນຕໍ່ຂໍ້ກ່າວອ້າງດັ່ງກ່າວ.

A Washington-based research group says that Ukrainian forces have successfully crossed the wide Dnieper river in the country's south to establish and maintain positions on its east bank. That prompted Ukrainian media on Sunday to hail the reported advances as an early sign of Kyiv's long-awaited spring counteroffensive. The river has for months marked the contact line in Ukraine's southern Kherson region. The Institute for the Study of War late Saturday cited geolocated footage published by pro-Kremlin military bloggers as evidence for Ukrainian gains in the Dnieper delta and around towns and villages on the river's east bank. A Ukrainian military spokesperson on Sunday declined to confirm the claims.

XS
SM
MD
LG