ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ໄອຍະການສູງສຸດຂອງ ຢູເຄຣນ ກ່າວກ່ຽວກັບຄວາມໂທດຮ້າຍຂອງ ຣັດເຊຍ


ໄອຍະການສູງສຸດຂອງຢູເຄຣນ ທ່ານອັນດຣີ ໂກສຕິນກ່າວຢືນຢັນຕໍ່ເຫດການທີ່ເກີດຂຶ້ນ ໃນນະຄອນຫຼວງວໍຊິງຕັນ ໃນລະຫວ່າງການຮັບຟັງ ກ່ຽວກັບອາຊະຍາກໍາສົງຄາມຢູ່ໃນຢູເຄຣນ, ວັນທີ 19 ເມສາ 2023.
ໄອຍະການສູງສຸດຂອງຢູເຄຣນ ທ່ານອັນດຣີ ໂກສຕິນກ່າວຢືນຢັນຕໍ່ເຫດການທີ່ເກີດຂຶ້ນ ໃນນະຄອນຫຼວງວໍຊິງຕັນ ໃນລະຫວ່າງການຮັບຟັງ ກ່ຽວກັບອາຊະຍາກໍາສົງຄາມຢູ່ໃນຢູເຄຣນ, ວັນທີ 19 ເມສາ 2023.

ໄອຍະການສູງສຸດຂອງ ຢູເຄຣນ ໄດ້ອະທິບາຍກ່ຽວກັບ ຕົວຢ່າງຄວາມໂຫດ ຮ້າຍຂອງສົງຄາມຕໍ່ສະມາຊິກສະພາຂອງສະຫະລັດ, ເຊິ່ງທ່ານກ່າວວ່າມີການ ຕຽມການແບບເຈດຕະນາ ໂດຍກອງກໍາລັງທະຫານ ຣັດເຊຍ ເພື່ອແຜ່ຂະ ຫຍາຍຄວາມຢ້ານກົວໄປທົ່ວບັນດາພົນລະເຮືອນ, ອີງຕາມລາຍງານຂອງອົງ ການຂ່າວ AP.

ໄອຍະການສູງສຸດ ທ່ານ ອັນດຣີ ໂກສຕິນ (Andriy Kostin) ບອກກັບຄະ ນະກໍາມະການຂອງສະພາຕໍ່າວ່າ ໄດ້ມີການບັນທຶກ ກ່ຽວກັບກໍລະນີຂອງອາຊະຍາກໍາສົງຄາມແລ້ວປະມານ 80,000 ກໍລະນີຢູ່ໃນ ຢູເຄຣນ. ທ່ານໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ພົບຫ້ອງສໍາລັບດໍາເນີນການທໍລະມານ, ແລະ ບັນດາຜູ້ລອດຊີວິດທັງຫຼາຍໄດ້ລາຍງານກ່ຽວກັບການກະທໍາທີ່ຮຸນແຮງຕ່າງໆ ລວມມີການໃຊ້ໄຟຟ້າຊັອດ, ການຈັບຫົດ​ນ້ຳ​ໃສ່ໜ້າ​ຂະ​ນະ​ທີ່​ຖືກ​ຜ້າ​ປົກ ແລະ ການຂົ່ມ ຂູ່ເຮັດໃຫ້ເປັນພິການ ຫຼື ເສຍຊີວິດ.

ສະມາຊິກພັກຣີພັບບຣີກັນ ທ່ານໄມໂຄລ ແມັກຄອລ (Michael McCaul), ເຊິ່ງເປັນປະທານຄະນະກໍາມະການກິດຈະກໍາຕ່າງປະເທດ ປະຈໍາສະພາຕໍ່າ ກ່າວຕໍ່ບັນດາສະມາຊິກສະພາວ່າ “ປະຫວັດສາດຈະພິພາກສາພວກເຮົາ ໂດຍສີ່ງທີ່ພວກເຮົາດໍາເນີນການຢູ່ນະທີ່ນີ້ ແລະດຽວນີ້.”

Ukraine's top prosecutor has described for U.S. lawmakers examples of war atrocities that he says are deliberately orchestrated by Russian forces to sow terror among civilians.

Prosecutor General Andriy Kostin tells a House committee that nearly 80,000 cases of war crimes have been registered in Ukraine. He says authorities have found torture chambers, and survivors have reported an array of abuses, including electric shock, waterboarding and threats of mutilation and death.

Rep. Michael McCaul, who leads the House Foreign Affairs Committee, tells fellow lawmakers that "history will judge us by what we do here and now."

XS
SM
MD
LG