ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນ ເລີ້ມເຈລະຈາ ສ້າງຄວາມ ເປັນເອກກະພາບ ແຫ່ງຊາດ (ສະໄລດ໌/ວີດີໂອ)


UKRAINE SOTVO
please wait
Embed

No media source currently available

0:00 0:01:10 0:00
ຢູ​ເຄຣນກຳລັງ​ເປັນ​ເຈົ້າພາບຈັດການ​ເຈລະຈາ ເພື່ອສ້າງ
ຄວາມເປັນ “​ເອກກະພາບ ແຫ່ງຊາດ” ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​
ມື້​ ຫລັງ​ຈາກພວກ​ແບ່ງ​ແຍກ​ດິນ​ແດນ ນິຍົມ ຣັດ​ເຊຍ ​ໄດ້​
ສັງຫານທະຫານ​ຢູ​ເຄຣນ​ເຈັດ​ຄົນ​ໃນການດັກສະກັດໂຈມ
ຕີຂະ​ບວນ ລົດ​ຫຸ້ມ​ເກາະ ​ໃກ້​ກັບເມືອງ Kramatorsk ໃນ ພາກຕາເວັນອອກຂອງຢູເຄຣນ.

ການ​ເຈລະຈາດັ່ງກ່າວ ​ແມ່ນ​ພາກ​ສ່ວນນຶ່ງຂອງແຜນການ
​ທີ່ວາງ​ອອກ​ໂດຍອົງການວ່າດ້ວຍ​ຄວາມ​ໝັ້ນຄົງ​ແລະ​ການ
ຮ່ວມ​ມືໃນ​ຢູ​ໂຣບ. ນາຍົກລັດຖະມົນຕີ ຢູ​ເຄຣນທ່ານ Ar-
seniy Yatsenyuk ບັນດາສະມາຊິກສະພາ​ແຫ່ງ​ຊາດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຂົງ​ເຂດ ​
ຕ່າງໆ​ພາກັນເຂົ້​າຮ່ວມ ​ແຕ່ວ່າ ພວກກະບົດ​ແບ່ງ​ແຍກ ດິນ​ແດນ ບໍ່​ໄດ້ມີສ່ວນປະກອບ ໃນການເຈລະຈານີ້.

ການ​ໂຈມ​ຕີໃກ້ເມືອງ Kramatorsk ​ໃນ​ວັນ​ອັງຄານ​ວານ​ນີ້ ​ມີ​ຂື້ນໃນ​ຂະນະທີ່ ລັດຖະ
ມົນຕີຕ່າງປະ​ເທດ​ເຢຍຣະ​ມັນ ​ເດີນທາງ​ໄປຢ້ຽມຢາມຢູ​ເຄຣນ ​ເພື່ອ​ຊຸກຍູ້​ໃຫ້​ມີ​ການເຈ
ລະຈາ ຫາທາງ​ແກ້​ໄຂ​ວິ​ກິດ​ການ​ຂອງ​ປະ​ເທດ.

ທ່ານ Frank-Walter Steinmeier ກ່າວ​ທີ່ ນະຄອນ Kyiv ວ່າ ທ່ານ​ຫວັງ ວ່າ “ກອງ
​ປະຊຸມ​ໂຕະມົນ” ພາຍໃຕ້ຄວາມອຸບປະຖຳຂອງລັດຖະບານ ໃນອາທິດ​ນີ້ ກັບບັນດາ​
ນັກ​ການ​ເມືອງຢູ​ເຄຣນ ​ແລະກຸ່ມ​ສັງຄົມພົນລະ​ເຮືອນ​ຈາກ​ທົ່ວ​ປະ​ເທດ ອາດ​ຈະ​ຊ່ວຍ
ຊັກຊວນໃຫ້ພວກແບ່ງແຍກດິນແດນນິຍົມຣັດ​ເຊຍ ວາງ ​ອາວຸດ ​ກ່ອນ​ການ​ເລືອກ​ຕັ້ງ
​ປະທານາທິບໍດີແລະ​ເຈົ້າ​ເມືອງທີ່​ຈະ​ມີ​ຂື້ນ​ໃນ​ວັນ​ທີ 25 ​ເດືອນ​ພຶດສະພາຈະ​ມາ​ເຖິງ​ນີ້.

​ໃນ​ຂະນະ​ດຽວ​ກັນ ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ໄດ້​ເຜີຍ​ແຜ່​ຮູບພາບ​ຈາກ​ດາວ​ ທຽມທີ່ສະ​ແດງ​ໃຫ້​ເຫັນ​ວ່າຍັງມີກຳລັງ​ທະຫານຣັດ​ເຊຍຢູ່​ໃກ້​ກັບ​ຊາຍແດ​ນຢູເຄຣນເຖິງ
​ແມ່ນ​ວ່າ ​ໄດ້​ມີ​ການຄ້ຳປະກັນ​ຈາກມົສກູ ໃນອາທິດ​ແລ້ວ​ນີ້​ວ່າ ຕົນ​ໄດ້​ຖອນ​ ກຳລັງທະ
ຫານຢ່າງ​ຫລວງຫລາຍ​ອອກໄປແລ້ວກໍຕາມ.

ຮູບ​ພາບ​ ຈາກດາວ​ທຽ​ມການ​ຄ້າ ທີ່ຖ່າຍໃນວັນທີ 9 ​ເດືອນ​ພຶດສະພານີ້ ຍັງໄດ້ປະກົດ
ໃຫ້ເຫັນ​ຢູ່​ໃນ​ບັນຊີ twitter ຂອງອົງການ NATO. ​ຮູບ​ພາບເຫຼົ່ານີ້ສະ​ແດງ​ໃຫ້ເຫັນບັນ
ດາ​ເຮືອບິນ​ເຮ​ລິ​ຄອບ​ເຕີຈອດ​ຢູ່​ໃກ້​ເມືອງຊາຍແດນ​ Belgorad ຂອງຣັ​ດ​ເຊຍ. ຮູບ​
ພາບທີ​ສອງ ທີ່​ຖ່າຍ​ໃນ​ວັນ​ອາທິດ​ແລ້ວ​ນີ້ໃນບໍລິເວນຊາຍແດນກົງກັນຂ້າມ​ກັບ​ເມືອງ
Mariupol ທີ່ມີການສູ້ລົບກັນ ຂອງ​ຢູ​ເຄຣນ ​ໄດ້​ສະ​ແດງ​ໃຫ້​ເຫັນ ໃນອັນ​ທີ່ບັນດາ​ເຈົ້າ​
ໜ້າ​ທີ່ສະຫະລັດບັນ​ລະ​ຍາຍ​ວ່າ ​ເປັນ​ລົດ​ຫຸ້ມ​ເກາະ​ຂອງຣັດ​ເຊຍ.
XS
SM
MD
LG