ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ແລະທ່ານໄບເດັນ ໂຄສະນາຫາສຽງ ຢູ່ໃນລັດ ທີ່ຍັງບໍ່ທັນແນ່ນອນ ເພື່ອຫາທາງຕ່າວປິ້ນ


ປະທານາທິບໍດີດໍໂນລ ທຣໍາ (ຊ້າຍ) ແລະອະດີດຮອງປະທານາທິບໍດິ ໂຈ ໄບເດັນ. (ຂວາ)
ປະທານາທິບໍດີດໍໂນລ ທຣໍາ (ຊ້າຍ) ແລະອະດີດຮອງປະທານາທິບໍດິ ໂຈ ໄບເດັນ. (ຂວາ)

ປະທານາທິບໍດີດໍໂນລ ທຣໍາ ແລະຄູ່ແຂ່ງ ຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ຊຶ່ງ
ຕ່າງກໍພວມທຳການໂຈມຕີກັນ ໃນການໂຄສະນາຫາສຽງ ຢູ່ໃນລັດ ຕ່າງໆທີ່ທ່ານພະ
ຍາຍາມຫາທາງຕ່າວປີ້ນ ສຳລັບການເລືອກຕັ້ງ ໃນວັນທີ 3 ພະຈິກ ຊຶ່ງຍັງເຫຼືອເວລາ
ແຕ່ພຽງສອງອາທິດກວ່າໆເທົ່ານັ້ນ.

ທ່ານທຣໍາໄດ້ເລີິ້ມການໂຄສະນາຫາສຽງ ໃນວັນອາທິດວານນີ້ ຢູ່ທີ່ລັດເນວາດາ ໂດຍ
ໄປແວ່ຢ້ຽມໂບດແຫ່ງນຶ່ງ ກ່ອນການໂຮມຊຸມນຸມກັນ ໃນຕອນແລງ ທີ່ເມືອງ ຄາຣສັນ. ລັດ
ເນວາດາ ຊຶ່ງຄັ້ງນຶ່ງຖືກພິຈາລະນາວ່າ ເປັນລັດທີ່ພວມມີການຕໍ່ສູ້ ຍາດແຍ່ງກັນ ແຕ່ວ່າ
ລັດດັ່ງກ່າວນີ້ ບໍ່ໄດ້ປ່ຽນໄປສະໜັບສະໜຸນ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີຂອງ
ພັກຣີພັບບລິກັນ ມາຕັ້ງແຕ່ປີ 2004.

ທ່ານໄບເດັນ ໄດ້ໄປຮ່ວມພິທີທາງສາສະໜາ ໃນລັດເດລາແວ ກ່ອນບິນໄປລັດ ຄາໂຣໄລ
ນາເໜືອ. ຜູ້ສະໜັກເປັນປະທານາທິບໍດີສັງກັດພັກເດໂມແຄຣັດ ຍັງບໍ່ ທັນໄດ້ຮັບໄຊຊະ
ນະ ຢູ່ທີ່ລັດຄາໂຣໄລນາເໜືອ ນັບຕັ້ງແຕ່ປະທານາທິບໍດີບາຣັກ ໂອບາມາ ໄດ້ຊະນະໃນ
ປີ 2008.

President Donald Trump and his Democratic rival Joe Biden have been on offense, with each campaigning in states they're trying to flip during the Nov. 3 election that's just over two weeks away. Trump began Sunday in Nevada, making a visit to church before an evening rally in Carson City. Nevada was once considered a battleground, but the state hasn't swung for a Republican presidential contender since 2004. Biden attended Mass in Delaware before flying to North Carolina. A Democratic presidential candidate hasn't won North Carolina since Barack Obama in 2008.

XS
SM
MD
LG