ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ລະດັບສູງ ອາເມຣິກັນ, ຈີນ ແຂ່ງຂັນກັນເພື່ອອິດທິພົນ ໃນ ເອເຊຍ-ປາຊີຟິກ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ກ່າວຄຳປາໄສຕໍ່ສະພາສູງ ຢູ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 16 ພຶດສະພາ 2023.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ກ່າວຄຳປາໄສຕໍ່ສະພາສູງ ຢູ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 16 ພຶດສະພາ 2023.

ໃນຂະນະທີ່ ສະຫະລັດ ແລະ ຈີີນ ແຂ່ງກັນ ທີ່ຈະສ້າງການເປັນຄູ່ຮ່ວມໃໝ່ ແລະ ຂະຫຍາຍອິດທິພົນກັບບັນດາປະເທດ ເອເຊຍ-ປາຊີຟິກນັ້ນ, ພວກເຈົ້າ ໜ້າທີ່ປ້ອງກັນປະເທດລະດັບສູງຈາກທັງສອງປະເທດແມ່ນກຳລັງກະກຽມທີ່ຈະ ພະຍາຍາມເອົາຊະນະການສະໜັບສະໜູນຈາກບັນດາຄູ່ຮ່ວມໃນພາກພື້ນຂອງ ເຂົາເຈົ້າ, ນັກການທູດ ແລະ ພວກຜູ້ນຳຢູ່ກອງປະຊຸມດ້ານຄວາມປອດໄພຢູ່ປະ ເທດສິງກະໂປໃນທ້າຍອາທິດນີ້.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລານີສ, ເຊິ່ງປະເທດຂອງທ່ານແມ່ນພັນທະມິດທີ່ໄວ້ວາງ ໃຈໄດ້ຂອງ ອາເມຣິກາ ໃນມະຫາສະໝຸດປາຊີຟິກນັ້ນ, ແມ່ນຈະກ່າວຄຳປາໄສທີ່ສຳຄັນໃນແລງວັນສຸກມື້ນີ້ ເພື່ອເປີດກອງປະຊຸມຢູ່ໂຮງແຮມ ແຊງກຣີລາ ທີ່ເປັນເຈົ້າພາບຈັດໂດຍ ສະຖາບັນນັກວິໄຈສາກົນເພື່ອການສຶກສາແຜນຍຸດທະສາດ.

ທ່ານ ອາລບານີສ, ເຊິ່ງປະເທດຂອງທ່ານໄດ້ເຮັດໃຫ້ ປັກກິ່ງ ໂມໂຫ ກັບຂໍ້ຕົກລົງຂອງເຂົາເຈົ້າກັບ ອັງກິດ ແລະ ສະຫະລັດ, ທີ່ຮູ້ຈັກກັນໃນ​ຊື່ AUKUS ນັ້ນ, ຈະໄດ້ຮັບເຮືອດຳນໍ້າພະລັງງານນິວເຄລຍເພື່ອແກ້ໄຂໄພຂົ່ມຂູ່ ທີ່ເຫັນວ່າກຳລັງເພີ່ມຂຶ້ນຈາກ ຈີນ, ໄດ້ກ່າວວ່າທ່ານຈະເພັ່ງເລັງໃສ່ການພົວພັນ ທີ່ເລິກ ເຊິ່ງກວ່າເກົ່າຂອງ ອອສເຕຣເລຍ, ພ້ອມກັັບ “ໂອກາດ ແລະ ສິ່ງທ້າທາຍຮ່ວມກັນ” ຢູ່ໃນພາກພື້ນ.

ທ່ານໄດ້ກ່າວເວລາທີ່ການກ່າວຄຳປາໄສຖືກປະກາດອອກມາວ່າ “ພວກເຮົາຢາກມີພາກພື້ນທີ່ຍືນຍົງ, ສະຫງົບສຸກ, ຍືດຢຸ່ນ ແລະ ຈະເລີນຮັ່ງມີ.”

ກອງປະຊຸມປີນີ້ຈະມີຂຶ້ນທ່າມກາງຫຼາຍບັນຫາທີ່ກວ້າງຂວາງ, ລວມທັງສົງຄາມ ໃນ ຢູເຄຣນ ແລະ ການພົວພັນໃນພາກພື້ນຂອງເຂົາເຈົ້າ, ລວມມີການສະໜັບ ສະໜູນຂອງ ຈີນ ສຳລັບ ຣັດເຊຍ, ຄວາມຂັດແຍ້ງທີ່ກຳລັງດຳເນີນຢູ່ໃນ ມຽນມາ, ແລະ ຄວາມເຄັ່ງຕຶງທີ່ກຳລັງເພີ່ມຂຶ້ນລະຫວ່າງ ຈີນ ກັບ ສະຫະລັດ ແລະ ພັນທະມິດທັງຫຼາຍຂອງເຂົາເຈົ້າ ກ່ຽວກັບ ການອ້າງເອົາເກາະ ໄຕ້ຫວັນ ທີ່ປົກຄອງຕົນເອງຂອງ ປັກກິ່ງ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ຈະເປີດ ກອງປະຊຸມດັ່ງກ່າວໃນວັນເສົາດ້ວຍການກ່າວຄຳປາໄສ ກ່ຽວກັບ “ການນໍາພາຂອງ ອາເມຣິກາ ໃນພາກພື້ນອິນໂດ-ປາຊີຟິກ,” ອີງຕາມທໍານຽບຂາວ, ໃນຂະນະທີ່ລັດຖະມົນຕີປ້ອງກັນປະເທດ ຈີນ ຄົນໃໝ່ ທ່ານ ລີ ຊາງຟູ ຈະເປັນຜູ້ເລີ່ມຕົ້ນວັນອາທິດ ດ້ວຍການກ່າວຄຳປາໄສ ກ່ຽວກັບ ໂຄງການລິເລີ່ມ ດ້ານຄວາມປອດໄພໄໝ່ຂອງປະເທດຂອງທ່ານ.

ທ່ານ ອອສຕິນ ໄດ້ເລີ່ມການເດີນທາງຂອງທ່ານໄປພາກພື້ນນັ້ນໃນ ຍີ່ປຸ່ນ, ເຊິ່ງນາຍົກລັດຖະມົນຕີ, ທ່ານ ຟູມີໂອະ ຄິຊິດະ, ໄດ້ເປັນໜຶ່ງ ໃນບັນດາຜູ້ນຳທີ່ອອກມາເວົ້າຫຼາຍທີ່ສຸດໃນເອເຊຍ ຕໍ່ຕ້ານການບຸກລຸກ ຢູເຄຣນ ຂອງ ຣັດເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG