ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນ​ທາງ​ສູ່​ຄວາມ​ສຳ​ເ​ລັດ​ ໃນ ສ​ຫລ ​ຂອງ ທ. ສົມ​ລິດ ມະ​ນີ​ວົງ ຫລັງ​ຈາກ​ຄອບ​ຄົວ​ພາ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ປະ​ເທດນີ້​


ລິງໂດຍກົງ

ສຳ​ພາດ​ກັບ​ທ່ານ​ສົມ​ລິດ ມະ​ນີ​ວົງ, ຊ່ຽວ​ຊານ​ດ້ານ​ການ​ເກັບ​ເອກ​ສານ​ແບບ​ດິ​ຈິ​ຕອ​ລ ​ໃນ​ຫໍ​ສະ​ໝຸດລັດ​ຖະ​ສະ​ພາ ສ​ຫລ ທີ່​ເປັນ​ຫໍ​ສະ​ໝຸດ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສໍາພາດກັບ ​ທ່ານ​ສົມ​ລິດ ຫລືແຊມ ມະ​ນີ​ວົງ, ນັກ​ວິ​ຊາ​ການ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ຫໍ​ສະ​ໝຸດ​ຂອງ​ລັດຖະ​ສາ​ພາ​ສະ​ຫະ​ລັດແລະ​ອາ​ໄສ​ຢູ່ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ຊຶ່ງ​ທ່ານ​ໄດ້​ເລົ່າ​ເຖິງ​ຊີ​ວິດຂອງ​ທ່ານ​ແລະ​ຄອບ​ຄົວ​ໃນການອົບພະຍົບມາຕັ້ງ​ຖິ່ນ​ຖານຢູ່ສະຫະລັດ ຂໍເຊີນທ່ານຮັບຟັງການສຳພາດນີ້ຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ທ່ານສົມລິດ (ເສື້ອສີຂຽວ) ຢູ່ທາງຫລັງກັບພໍ່ (ທາງໜ້າ) ແມ່ ແລະອ້າຍເອື້ອຍນ້ອງຕອນມາຮອດສະຫະລັດໃໝ່ໃນປີ 1982
ທ່ານສົມລິດ (ເສື້ອສີຂຽວ) ຢູ່ທາງຫລັງກັບພໍ່ (ທາງໜ້າ) ແມ່ ແລະອ້າຍເອື້ອຍນ້ອງຕອນມາຮອດສະຫະລັດໃໝ່ໃນປີ 1982

ທ່ານສົມ​ລິດ ຫລື​ແຊມ ມະ​ນີ​ວົງ​ມາຈາກ​ຄອບ​ຄົວ​ໃຫຍ່​ທີ່​ມີ​ລູກ 8. ທ່ານ​ເກີດ​ຢູ່​ບ້ານ​ຈອມ​ເພັດ​, ນະ​ຄອນ​ຫລວງວຽງ​ຈັນ ແລະ​ດຽວນີ້ເປັນນັກ​ວິ​ຊາ​ການ​ໜຸ່ມທີ່​ເປັນຊ່ຽວ​ຊານ​ດ້ານ​ການເກັບ​ກຳ​ເອ​ກະ​ສານ​ທາງ​ດິ​ຈິ​ຕອ​ລ ໃນຫໍ​ສະ​ໝຸດ​ຂອງ​ລັດຖະ​ສາ​ພາ​ສະ​ຫະ​ລັດ ຊຶ່ງ​ເປັນ​ຫໍ​ສະ​ໝຸດທີ່​ໃຫຍ່ທີ່​ສຸດ​ໃນ​ໂລກ. ແຕ່​ກ່ອນ​ຈະ​ ມາ​ເຖິງ​ຈຸດນີ້​ໄດ້ທ່ານ​ຕ້ອງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະ​ການ. ພໍ່​ຂອງ​ທ່ານ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ປະ​ເທດ​ລາວ​ເອົາ​ໄປສຳ​ມະ​ນາ​ກໍເພາະວ່າເພິ່ນເຄີຍ​ເຮັດ​ການເປັນ​ນາຍ​ຊ່າງ​ດ້ານ​ອີ​ເລັກ​ໂຕ​ຣ​ນິກ ແລະ​ການ​ສື່​ສານໃຫ້​ແກ່ອົງ​ການ​ພັດ​ທະ​ນາ​ສາ​ກົນສະ​ຫະ​ລັດຫລື USAID. ຫລັງ​ຈາກ​ລົ້ມ​ປ່ວຍ​ຢ່າງ​ໜັກແລ້ວ​ເຂົາ​ເຈົ້າ​ກໍ​ສົ່ງ​ເພິ່ນກັບ​ບ້ານ. ຈາກນັ້ນ​ພວກ​ເພິ່ນ​ກໍໄດ້​ພາ​ຄອບ​ຄົວອົບ​ພະ​ຍົບ​ໄປ​ຢູ່​ສູນ​ໜອງ​ຄາຍໃນ​ທ້າຍ​ປີ 1979, ຊຶ່ງຕອນນັ້ນ​ທ່ານມີ​ອາ​ຍຸ​ໄດ້​ປະ​ມານ 15 ປີ. ທ່ານ​ເລົ່າ​ເຖິງ​ຂັ້ນ​ຕອນ​ການ​ອົບ​ພະ​ຍົບ​ກ່ອນ​ຈະ​ມາ​ຕັ້ງ​ຖິ່ນ​ຖານ​ໃນສະ​ຫະ​ລັດ​ສູ່​ຟັງ​ວ່າ:


ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນ ແມ່ນບໍ່ຄ່ອຍຄືກັນ ຊຶ່ງຂຶ້ນກັບໂຊກວາດສະໜາ ແລະເງື່ອນໄຂ ຂອງແຕ່ລະຄົນ. ແຕ່ສິ່ງທີ່ຄືກັນນັ້ນກໍຄືການພັດພາກຈາກບ້ານເກີດເມືອງນອນ ດ້ວຍຄວາມຈໍາເປັນ ​ແລະ​ກໍ​ພົບ​ຄວາມ​ຫຍຸ້ງ​ຍາກ​ເມື່ອ​ຕົກ​ມາ​ຢູ່​ຕ່າງ​ແດນທີ່​ເວົ້າ​ພາ​ສາ​ຕ່າງ​ກັນ​ ແລະ​ມີ​ສະ​ພາບ​ແວດ​ລ້ອມ​ທີ່​ແຕກ​ຕ່າງ​ກັນຫລາຍ​ກັບ​ບ່ອນ​ທີ່​ຕົນ​ເຄີຍ​ຢູ່​ໃນ​ລາວ. ຄອບ​ຄົວ​ຂອງ​ທ່ານ​ສົມ​ລິດ​ກໍ​ເຊັ່ນ​ກັນບໍ່​ສາ​ມາດ​ຫລີກ​ລ້ຽງ​ສະ​ພາບ​ອັນ​ນີ້​ໄດ້​ໃນ​ຕອນ​ເລີ້ມ​ຕົ້ນ​ຊີ​ວິ​ດ​ໃໝ່​ເມື່ອ​ມາ​ເຖິງ​ລັດ​ອີ​ລິ​ນອຍ​ຢູ່​ພາກ​ຕາ​ເວັນ​ຕົກ​ຕອນ​ກາງ​ຂອງ​ຂອງ​ສະ​ຫະ​ລັດດັ່ງ​ທີ່ທ່ານ​ເລົ່າ​ສູ່​ຟັງ​ວ່າ:

ທ່ານ​ເລົ່າ​ກ່ຽວ​ກັບ​ການ​ຕັ້ງ​ຕົ້ນ​ຊີ​ວິດ​ໃໝ່​ຂອງ​ຄອບ​ຄົວ​ທ່ານຫລັງ​ຈາກ​ຍົກ​ຍ້າຍ​ໄປ ຢູ່​ໃນ​ເມືອງ​ຣັອກ​ຝອດ ​ທີ່​ເປັນ​ເມືອງ​ໃຫຍ່ກວ່າ​ເກົ່າ ໃນ​ປີ 1992 ແລ້ວນັ້ນ​ສູ່​ຟັງ​ວ່າ:

ທ່ານສົມລິດ ມະນີວົງກັບແມ່ ແລະເອື້ອຍນ້ອງໃນຄອບຄົວ (ພາບຖ່ານໃນປີ 2016)
ທ່ານສົມລິດ ມະນີວົງກັບແມ່ ແລະເອື້ອຍນ້ອງໃນຄອບຄົວ (ພາບຖ່ານໃນປີ 2016)

ສ່ວນທ່ານ​ສົມ​ລິດ​ເອງບອກວ່າທ່ານ​ກໍ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ໃນ​ການ​ຮຽນ ເພາະ​ຫູບໍ່​ໄດ້​ຍິນ​ດີ ແລະ​ກໍ​ວິນ​ຫົວ​ເປັນ​ບາງ​ຄັ້ງ​ຄາວ ເພາະ​ທ່ານ​ມີບາດຈັບ​ຢູ່​ຫູຂ້າງ​ນຶ່ງມາ​ແຕ່​ຍັງ​ນ້ອຍຈົນໃນ​ທີ່​ສຸດ​ທ່ານ​ກໍຜ່າ​ຕັດຫູ​ຂ້າງນັ້ນ​. ​ຫລັງການ​ຜ່າ​ຕັດ​ດັ່ງ​ກ່າວແລ້ວທ່ານກໍ​ຍັງ​ຮຽນ​ໜັງ​ສື​ລຳ​ບາກຢູ່​ເພາະສາ​ມາດ​ໄດ້​ຍິນ​ແຕ່​ຢູ່​ໃນ​ຫູ​ຂ້າງ​ດຽວ​ເທົ່າ​ນັ້ນ. ​ທ່ານໄດ້​ບາກບັ່ນ​ຮຽນໜັງ​ສື​ຈົບ​ປະ​ລິນ​ຍາ​ຕີ​ຝ່າຍເສ​ດ​ຖະ​ສາດ ແລະປະ​ລິນ​ຍາ​ໂທ​ຝ່າຍ​ການ​ສຶກ​ສາ ລົງ​ເລິກ​ດ້ານ​ຫໍ​ສະ​ໝຸດ​ໂດຍ​ສະ​ເພາະແມ່ນ​ການ​ເກັບ​ເອ​ກະ​ສານຂອງ​ຫໍ​ສະ​ໝຸດ​ໄວ້​ໂດຍ​ທາງ​ດິ​ຈິ​ຕອ​ລ ຫລື​ທາງ​ຄອມ​ພິວ​ເຕີ ຊຶ່ງບໍ່​ໄດ້​ໃຊ້​ເຈ້ຍ ​ຫລື​ສິ່ງ​ພິມ​ຕ່າງໆ.

ທ່ານສົມລິດ ມະນີວົງໃນວັນບຸນຄຣິສມາສໃນປີ 2019 ທີ່ເຮືອນຂອງທ່ານໃນນະຄອນຫລວງວໍຊິງຕັນ
ທ່ານສົມລິດ ມະນີວົງໃນວັນບຸນຄຣິສມາສໃນປີ 2019 ທີ່ເຮືອນຂອງທ່ານໃນນະຄອນຫລວງວໍຊິງຕັນ

ພາຍຫລັງສໍາເລັດການສຶກສາປະລິນຍາໂທ​ແລ້ວ ທ່ານກໍ​ໄດ້​ຮັບໜ້າ​ທີ່​ວຽກ​ງານ​ເປັນ​ນັກ​ຊ່ຽວ​ຊານ​ດ້ານ​ເກັບ​ກໍ​ເອກ​ສານ ແລະ​ຂໍ້​ມູນ​ທາງ​ດິ​ຈິ​ຕອ​ລ​ໃຫ້​ແກ່ ​ມະຫາ​ວິ​ທະ​ຍາ​ໄລລັດ​ອີ​ລິ​ນອຍ ແລະ​ເຮັດ​ວຽກ​ຢູ່​ໂຮງ​ໝໍ​ນັກ​ລົບ​ເກົ່າຂອງ​ລັດ​ດັ່ງ​ກ່າວ​ເປັນ​ເວ​ລາຫລາຍ​ປີ​ ແລ້ວ​ຈຶ່ງ​ໄດ້ກາຍ​ມາ​ເປັນ​ນັກ​ຊ່ຽວ​ຊານ​ດ້ານ​ຫ້ອງ​ສະ​ໝຸດ​ທາງ​ດິ​ຈີ​ຕອນຂອງ​ຫໍ​ສະ​ໝຸດລັດ​ຖະ​ສະ​ພາ​ສະ​ຫະ​ລັດທີ່​ຕັ້ງ​ຢູ່​ໃກ້​ກັບ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດທີ່​ງົດ​ງາມ​ ແລະ​ສຳ​ຄັນຂອງ​ສະ​ຫະ​ລັດ​ໃນ​ປີ 2002, ຊຶ່ງ​ທ່ານ​ເລົ່າ​ກ່ຽວ​ເຖິງ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ວຽກ​ງານ ແລະ​ຄວາມ​ສຳ​ຄັນ​ຂອງຫໍ​ສະ​ໝຸດນີ້ ​ສູ່​ວີ​ໂອ​ເອຟັງ​ວ່າ:

ທ່ານສົມລິດ ມະນີວົງ ກັບເພື່ອຮັກທີ່ເຮັດວຽກນໍາກັນຢູ່ໃນຫໍສະໝຸດລັດຖະສະພາຢູ່ນະຄອນຫລວງວໍຊິງຕັນ
ທ່ານສົມລິດ ມະນີວົງ ກັບເພື່ອຮັກທີ່ເຮັດວຽກນໍາກັນຢູ່ໃນຫໍສະໝຸດລັດຖະສະພາຢູ່ນະຄອນຫລວງວໍຊິງຕັນ

ຫໍ​ສະ​ໝຸດ​ທີ່​ວ່ານີ້ ນອກ​ຈາກ​ສ້າງ​ຂຶ້ນ​ເພື່ອ​ຮັບ​ໃຊ້​ບັນ​ດາ​ສະ​ມາ​ຊິກ ແລະ​ພະ​ນັກ​ງານ​ໃນ​ລັດ​ຖະ​ສະ​ພາ ແລະ​ລັດ​ຖະ​ບານ​ສະ​ຫະ​ລັດ​ແລ້ວ ຍັງ​ເປັນ​ບ່ອນ​ໃຊ້​ໃນ​ການ​ຄົ້ນ​ຄວ້າ​ຂອງ​ພວກ​ນັກ​ສຶກ​ສາ​ ແລະ​ນັກ​ຄົ້ນ​ຄວ້າໃນ​ສະ​ຫະ​ລັດ ແລະ​ທົ່ວ​ໂລກ ແລະ​ເປັນ​ບ່ອນທີ່​ນິ​ຍົມ​ຂອງ​ພວກ​ນັກ​ທ່ອງ​ທ່ຽວອີກດ້ວຍ ຊຶ່ງທ່ານ​ເລົ່າ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຫໍ​ສະ​ໝຸດນີ້ວ່າ:


ນະ​ຄອນ​ຫລວງວໍ​ຊິງ​ຕັນ, ດັ່ງ​ທີ່​ບັນ​ດາ​ທ່ານ​ຮູ້​ເປັນ​ນະ​ຄອນ​ໃຫຍ່​ທີ່​ມີ​ຄວາມ​ສຳ​ຄັນ​ຫລາຍ​ທີ່​ສຸດ​ແຫ່ງ​ນຶ່ງໃນໂລກ​ເພາະ​ມັນ​ເປັນ​ສູນ​ກາງ​ດ້ານ​ການ​ເມືອງ​ຂອງ​ສະ​ຫະ​ລັດທີ່​ມີ​ອິດ​ທິ​ພົນ​ຕໍ່​ຫລາຍ​ພາກ​ສ່ວນ​ຂອງ​ໂລກ. ມັນເປັນບ່ອນ​ຕັ້ງຂອງທຳ​ນຽບ​ຂາວທີ່​ເປັນ​ບ່ອນ​ຢູ່ ແລະ​ຫ້ອງ​ການ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ຫະ​ລັດ, ເປັນ​ບ່ອນ​ຕັ້ງ​ຂອງ​ໂຮງ​ພິມ​ເງິນ​ໂດ​ລາ​ແຫ່ງ​ດຽວ​ຂອງ​ໂລກ ແລະ​ສຳ​ນັກ​ງານ​ອົງ​ການ​ຂອງ​ລັດ​ຖະ​ບານກາງ. ນອກນັ້ນ ວໍ​ຊິງ​ຕັນ​ຍັງ​ເປັນ​ບ່ອນ​ຕັ້ງສຳ​ນັກໃຫຍ່ຂອງ ຫລາຍ​ອົງ​ການ​ທີ່​ມີ​ຄວາມ​ສຳ​ຄັນ​ທາງ​ການ​ເງິນ​ ​ແລະເສດ​ຖະ​ກິດ​ໂລກ ເຊັ່ນ​ກອງ​ທຶນສາ​ກົນ ແລະ​ທະ​ນາ​ຄານ​ໂລກອີກ​ດ້ວຍ.

ນອກ​ນັ້ນ, ວໍ​ຊິງ​ຕັນກໍຍັງ​ເປັນ​ສູນ​ກາງ​ການ​ທ່ອງ​ທ່ຽວ​ຂອງ​ໂລກ​ອີກເພາະ​ມັນເຕັ​ມໄປດ້ວຍ​ຈຸດດຶງ​ດູດ​ນັກ​ທ່ອງ​ທ່ຽວອັນ​ຫລາກຫລາຍ. ນັກ​ທ່ອງ​ທ່ຽວທີ່​ມາ​ຈາກພາຍ​ໃນ​ປະ​ເທດ ແລະ​ທົ່ວ​ໂລກ​ແມ່ນ​ມັກ​ຈະ​ມາ​ເລາະ​ເບິ່ງ​ຫໍ​ພິ​ພິດ​ທະ​ພັນ​ທີ່​ມີ​ຊື່​ລື​ນາມ​ຫລາຍໆ​ແຫ່ງດັ່ງ​ທີ່​ທ່ານ​ສົມ​ລິດເລົ່າ​ສູ່​ຟັງ​ວ່າ:


ສິ່ງ​ນຶ່ງ​ອີກ​ເຮັດ​ໃຫ້​ວໍ​ຊິງ​ຕັນ​ມີ​ຄວາມ​ໂດດ​ເດັ່ນ ​ແລະ​ເປັນ​ຈຸດ​ສົນ​ໃຈ​ຂອງ​ນັກ​ທ່ອງ ທ່ຽວຈາກ​ທົ່ວ​ໂລກ​ກໍ​ຄື​ມີຮ້ານ​ອາ​ຫານ​ຂອງ​ຄົນຫລາຍ​ເຊື້ອ​ຊາດຫລື​ຄົນ​ມາ​ຈາກ​ຫລາຍປະ​ເທດ​ດັ່ງ​ທີ່ທ່ານ​ສົມ​ລິດ ເລົ່າ​ສູ່​ຟັງ​ວ່າ:

​ເນື່ອງ​ຈາກ​ຄ່າ​ຄອງ​ຊີບສູງເຊັ່ນ​ຄ່າ​ເຮືອນ ແລະເຊົ່າ​ເຮືອນແພງ, ຄົນ​ລາວສ່ວນ ຫລາຍທີ່​ເຮັດ​ວຽກ​ເຮັດ​ງານທີ່​ມີ​ທັງ​ໝົດ​ປະ​ມານ 8 ແສນ​ຄົນ ແມ່ນບໍ່​ຄ່ອຍອາ​ໄສ​ໃນ​ນະ​ຄອນ​ຫລວງ​ໃຫຍ່​ແຫ່ງນີ້. ປະ​ມານ 70 ເປີ​ເຊັນ​ຂອງ​ຈຳ​ນວນ​ຄົນ​ທີ່​ເຮັດ​ວຽກເຮັດ​ການ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ​ອາ​ໄສ​ຢູ່​ນອກ​ນະ​ຄອນ​ຫລວງເຊັ່ນ​ໃນ ​ລັດ​ເວີ​ຈີ​ເນຍ​ທີ່​ຢູ່​ຟາກ​ຕາເວັນ​ຕົກ​ຂອງ​ແມ່​ນ້ຳ​ໂປ​ໂຕ​ແມັກ ແລະ​ລັດ​ແມ​ຣີ​ແລນ​ທີ່​ມີ​ຊາຍ​ແດນ​ຢູ່ຕິດກັນ​ນັ້ນ. ສ່ວນ​ພວກ​ທີ່​ອາ​ໄສ​ຢູ່​ໃນ​ນະ​ຄອ​ນ​ຫລວງ​ແຫ່ງນີ້​ກໍ​ຈະ​ແມ່ນ​ພວກ​ນັກ​ວິ​ຊາ​ການທີ່​ມີ​ເງິນ​ເດືອນ​ສູງ ເຊັ່ນ​ນັກພັດ​ທະ​ນາໂປ​ຣ​ແກ​ຣມ ຫລື​ຊັອ​ຟ​ແວ​ສຳ​ລັບ​ໃຊ້​ໃນ​ຄອມ​ພິວ​ເຕີ, ນັກ​ຊ່ຽວ​ຊານ​ດ້ານ​ການ​ແພດ ແລະ​ນັກເສດ​ຖະ​ສາດດັ່ງ​ນີ້​ເປັນ​ຕົ້ນ, ອີງ​ຕາມ​ເວັບ​ໄຊ​ທ໌​ຂອງວິ​ທະ​ຍຸ​ NPR ຫລື National Public Radio ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະ​ທ່ານ​ສົມ​ລິດ​ກໍ​ເປັນ​ຜູ້​ນຶ່ງ​ໃນ​ກຸ່ມ​ທີ່​ວ່ານີ້.

ແມ່ແລະນ້ອງຊາຍຂອງທ່ານສົມລິດ ທີ່ອາໄສຢູ່ລັດໂອຮາຍໂອ
ແມ່ແລະນ້ອງຊາຍຂອງທ່ານສົມລິດ ທີ່ອາໄສຢູ່ລັດໂອຮາຍໂອ

ສະ​ຫລຸບ​ແລ້ວ ການ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ຢູ່​ໃນ​ສະ​ຫະ​ລັດຂອງ​ທ່ານ​ສົມ​ລິດ​ມະ​ນີ​ວົງ​ແລະ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ຈະລຳ​ບາກ​ໃນ​ເບື້ອງ​ຕົ້ນ ແຕ່​ກໍ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ຄືການສໍາພາດກັບ​ທ່ານສົມ​ລິດ ຫລືແຊມມະ​ນີ​ວົງ ທີ່ອົບພະຍົບຈາກລາວຕັ້ງ​ແຕ່​ຕອນ​ເປັນ​ໄວ​ໜຸ່ມ​ກັບ​ຄອບ​ຄົວ ເພື່ອ​ມາຕັ້ງຖິ່ນຖານ ແລະ​ສ້າງ​ຊີ​ວິດ​ໃໝ່ຢູ່ໃນສະຫະລັດແລະກໍໄດ້ຮັບຜົນສໍາເລັດເປັນຢ່າງສູງ. ຂໍເຊີນ ບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງພວກເຮົາ ໄດ້ອີກ ໃນວັນອາທິດ ໜ້າ ເວລາດຽວກັນນີ້.

XS
SM
MD
LG