ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ຕ້ານ ລັດຖະບານໄທ ຕິດຄ້າງ ໃນວົງຈອນ ຂອງຄວາມຮຸນແຮງ


Thai Insurgency Stuck in Cycle of Violence
please wait

No media source currently available

0:00 0:02:02 0:00

ການວາງລະເບີດຫຼາຍຄັ້ງເມື່ອບໍ່ດົນມານີ້ ໃນພາກໃຕ້ຂອງ ໄທ ໄດ້ເກີດຂຶ້ນໃນຂະນະທີ່ລັດ ຖະບານ ທີ່ນຳພາໂດຍທະຫານ ດີ້ນຮົນເພື່ອເຈລະຈາສັນຕິພາບ ກັບກຸ່ມກະບົດທີ່ສຳຄັນ ຫຼາຍກຸ່ມ. ນັບຕັ້ງແຕ່ນັ້ນມາລັດຖະບານໄດ້ປະກາດການສ້າງຕັ້ງຄະນະລັດຖະມົນຕີ “ດ້ານ ໜ້າ” ຂຶ້ນມາ ເພື່ອແກ້ໄຂຄວາມຂັດແຍ້ງທີ່ດຳເນີນມາດົນນານນີ້. ນັກຂ່າວ Steve Sandford ສົ່ງລາຍງານເລື່ອງນີ້ມາຈາກຈັງຫວັດ ນາຣາທິວາດ, ປະເທດ ໄທ ເຊິ່ງ ພຸດທະ ສອນ ຈະນຳລາຍລະອຽດມາສະເໜີທ່ານ.

ລິງໂດຍກົງ

ຢູ່ບ່ອນໜີ້ ທີ່ເລິກລົງໄປທາງພາກໃຕ້ຂອງ ໄທ, ຄວາມຂັດແຍ້ງ ລະຫວ່າງ ພວກກະບົດຫົວ ແບ່ງແຍກລັດຖະບານ ແລະ ກອງກຳລັງຮັກສາຄວາມປອດໄພຂອງ ໄທ ໄດ້ຂ້າຜູ້ຄົນໄປ ປະມານ 7,000 ຄົນແລ້ວ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ.

ເຣື່ອງທີ່ກຳລັງເປັນບັນຫາຢູ່ຕອນນີ້ກໍແມ່ນສາມຈັງຫວັດ ທີ່ຕັ້ງຢູ່ພາກໃຕ້ສຸດຂອງ ໄທ, ເຊິ່ງ ມີປະຊາຊົນຊາວມຸສລິມ ເຊື້ອສາຍ ມາເລເຊຍ ອາໄສ ຢູ່ເປັນສ່ວນໃຫຍ່, ແຕ່ຫຼາຍຄົນແນມ ເຫັນວ່າ ຖືກຄວບຄຸມໂດຍບັນດາເຈົ້າໜ້າທີ່ ໄທ ທີ່ນັບຖືສາສະໜາພຸດ.

ໃນການເຈລະຈາຄັ້ງຫຼ້າສຸດ ລະຫວ່າງ ລັດຖະບານ ກັບ ກຸ່ມຕໍ່ຕ້ານລັດຖະບານທີ່ນ້ອຍ ກວ່າກຸ່ມໜຶ່ງ ໄດ້ຈົບລົງດ້ວຍການບໍ່ມີຫຍັງຖືກແກ້ໄຂ ແລະ ການວາງລະເບີດກໍໄດ້ສືບຕໍ່ ມີມາ.

ຄວາມຮຸນແຮງ ໄດ້ມີມາເລື້ອຍໆ ແລະ ການລ່ວງລະເມີດທີ່ປະຊາຊົນໃນທ້ອງຖິ່ນສ່ວນ ຫຼາຍ ລວມທັງອັນທີ່ຫົວໜ້າຊຸມຊົນ ດຣ. ອິສະມາລ ອາລີ, ຫວັງວ່າ ມື້ໃດມື້ໜຶ່ງຄວາມຂັດ ແຍ້ງນັ້ນຈະຈົບລົງ.

ດຣ. ອິສະມາລ ອາລີ ຫົວໜ້າຊຸມຊົນ ກ່າວວ່າ “ຂ້າພະເຈົ້າຢາກໃຫ້ພວກເຂົາເຈົ້າຢຸດ ໃຊ້ ຄວາມຮຸນແຮງ ແລະ ມີເຂດຄວາມປອດໄພ ສຳລັບປະຊາຊົນຜູ້ບໍລິສຸດ ຫຼື ສຳລັບປະ ຊາຊົນຜູ້ທີ່ບໍ່ມີສ່ວນຮ່ວມໃນຄວາມຂັດແຍ້ງນັ້ນ.”

ໃນເມື່ອກ່ອນ, ເປົ້າໝາຍຂອງພວກຫົວແບ່ງແຍກແມ່ນສະຖາບັນຕ່າງໆຂອງລັດຖະບານ ແລະ ຜູ້ຮັກສາຄວາມປອດໄພທີ່ຢູ່ອ້ອມຂ້າງຣັດຖະບານ.

ໃນເດືອນທີ່ຜ່ານມາ, ຜູ້ເປັນພໍ່ຜູ້ນຶ່ງ ແລະ ລູກສາວອາຍຸ 4 ປີຄົນໜຶ່ງຂອງລາວໄດ້ກາຍ ເປັນຜູ້ເຄາະຮ້າຍ ເມື່ອລະເບີດລູກໜຶ່ງໄດ້ແຕກຢູ່ໃກ້ໆກັບໂຮງຮຽນຫຼວງແຫ່ງໜຶ່ງເວລາ ລາວຖືກສົ່ງໄປໂຮງຮຽນ.

ບັນດາຜູ້ປົກຄອງທີ່ມີຄວາມເປັນຫ່ວງ ໄດ້ຮຽກຮ້ອງໃຫ້ເພີ່ມມາດຕະ ການຮັກສາຄວາມ ປອດທີ່ສະຖາບັນຕ່າງໆ ໃນຂະນະທີ່ການໂຈມຕີປາກົດວ່າຈະເພີ່ມຫຼາຍຂຶ້ນ.

ທ່ານ ສະຣາວຸດ ຍອດຣັກ ຜູ້ອຳນວຍການຂອງໂຮງຮຽນທີ່ຖືກລະເບີດນັ້ນກ່າວວ່າ “ບັນ ຍາກາດໃນໂຮງຮຽນແມ່ນມີຄວາມກົດດັນ ແລະ ໂສກເສົ້າຫຼາຍ. ບັນດາຜູ້ປົກ ຄອງແມ່ນຍັງບໍ່ແນ່ໃຈ ກ່ຽວກັບ ເລື່ອງຄວາມປອດໄພ. ພວກເຂົາເຈົ້າຍັງຢ້ານ ຫຼາຍຢູ່.”

ລັດຖະບານກ່າວວ່າ ຈຳນວນຜູ້ບາດເຈັບ ແລະ ເສຍຊີວິດໄດ້ຫຼຸດລົງຕ່ຳສຸດໃນປີທີ່ຜ່ານມາ ເນື່ອງຈາກມີການຂະຫຍາຍດ່ານກວດກາ, ການກວດສອບ ແລະ ການລາດຕະເວນ.

ຮ້ອຍເອກ ໂສພົນ ກລາວນິນ ຜູ້ບັນຊາການພາກ 4 ກ່າວວ່າ “ຖ້າພວກເຂົາເຫັນບັນດາ ເຈົ້າໜ້າທີ່, ພວກເຂົາຈະຈອບຢູ່ ແລະ ຖິ້ມລະເບີດໃສ່ພວກເຂົາເຈົ້າໂລດ. ຢູ່ຈຸດ ສອດ ແນມແຫ່ງນີ້ພວກເຂົາຈະສາມາດແນມເຫັນຈາກໄລຍະໄກ. ສະຖານທີ່ແຫ່ງ ນີ້ມີຄວາມ ສຳ ຄັນຫຼາຍສຳລັບພວກຕໍ່ຕ້ານລັດຖະບານ. ຍ້ອນແນວນັ້ນພວກເຮົາ ຈຶ່ງຕ້ອງຍຶດເອົາ ສະຖານທີ່ແຫ່ງນີ້ໄວ້ເພື່ອເຮັດໃຫ້ຂົງເຂດນີ້ມີຄວາມປອດໄພ ໂດຍປາສະຈາກຄວາມ ຮຸນແຮງ.”

ບັນດານັກວິຈານກ່າວວ່າ ທະຫານໄດ້ມີການສັບປ່ຽນ ແລະ ຄຳສັນຍາຕ່າງໆ ກ່ຽວກັບ “ຄະນະລັດຖະມົນຕີດ້ານໜ້າ” ຊຸດໃໝ່ ອາດຈະຊ່ວຍເຫຼືອໄດ້ໃນຄວາມຂັດແຍ້ງທີ່ມີມາ ດົນນານນີ້. ແຕ່ພວກເຂົາເຈົ້າກໍຍັງໄດ້ກ່າວເນັ້ນວ່າ ການລະເມີດສິດທິມະນຸດທີ່ຖືກລາຍ ງານຕ້ານປະຊາກອນມຸສລິມນັ້ນ ຕ້ອງຍຸຕິລົງ ຖ້າສັນຕິພາບອັນແທ້ຈິງຈະຖືກສ້າງຂຶ້ນມາ ຢູ່ໃນພາກພື້ນແຫ່ງນີ້.

[[A string of recent bombings in Thailand's south comes as the military-led government struggles in peace talks with key insurgency groups. The government has since announced the formation of a "front-line" cabinet to resolve the long-running conflict. Steve Sandford reports from Naratiwat, Thailand.]]

((NARRATOR))
Here in Thailand's deep south, a conflict between separatist insurgents and Thai security forces has claimed nearly 7,000 lives since 2004.

At issue are the three southern-most provinces, which are predominately Malay Muslim, but seen by many as controlled by Thai Buddhist authorities.

The latest talks between the government and one of the smaller insurgent groups ended unresolved - and the bombings continued.

It's a vicious cycle of violence and abuse that most locals - including community leader Isamal Arlee - hopes will someday end.

((DR. ISAMAL ARLEE, COMMUNITY LEADER (in Thai) ))
"I want them to stop using the violence. And have a safety zone for the innocent people or for the people who not involved in the conflict."

((NARRATOR))
In the past, the targets of separatist cells have been government institutions - and the security surrounding them.

Last month, a father and his four-year-old daughter became victims when a bomb exploded near a public school as she was being dropped off.

Concerned parents are demanding increased security measures at the institutions as attacks appear on the increase.

((SARAWUT YODRAK,PRINCIPAL AT BOMBED SCHOOL (male in Thai) ))
"The atmosphere is very depressing and sad. The parents are still not sure of security. They are still very scared."

((NARRATOR))
The government says casualties dropped to an all-time low last year due to increased checkpoints, surveillance and patrols,

((CAPTAIN SOPON KLAONIN, REGION 4 (Male in Thai) ))
"If they see the authorities, they will ambush and bomb them. At this lookout point they can see from far distance. This point is very important for the insurgents. That is why we have to seize this location to make the area safe without violence."

((NARRATOR))
Critics say military re-shuffles and promises of a new "front-line cabinet" may help in the long-standing conflict. But they also stress that reported human rights violations against the Muslim population must stop if genuine peace is to be established in the region.

XS
SM
MD
LG