ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸດສາຫະກຳ ອາຫານທະເລໄທ ປະຕິເສດ ຕໍ່ຂໍ້ກ່າວຫາ ຄ້າມະນຸດ (ວີດີໂອ ພາສາລາວ/ອັງກິດ)


Thailand Seafood Industry Denies Links to Human Trafficking
please wait

No media source currently available

0:00 0:02:38 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ໄທ​ສ້າງ​ລາຍ​ຮັບ​ເຂົ້າປະ​ເທດ​ ຫຼາຍ​ກວ່າ 7 ຕື້​ດອນ​ລາ​ໃນ​ແຕ່
ລະ​ປີ ​ໃນ​ຖານະ​ເປັນ​ປະ​ເທດ​ສົ່ງ​ອອກ​ອາຫານ​ທະ​ເລ ລາຍ​ໃຫຍ່​
ອັນ​ດັບ​ສາມ​ຂອງ​ໂລກ. ​ແຕ່​ອຸດສາຫະກຳດັ່ງກ່າວໄດ້ມີຊື່​ສຽງບໍ່​ດີ​
ຍ້ອນ​ຖືກ​ເອົາ​ໄປເຊື່ອມ​ໂຍງ​ກັບ​ການ​ລັກລອບ​ຄ້າຂາຍ​ມະນຸດ.
ບັນດາ​ຜູ້ນຳອຸດສາຫະ ກຳ​ສົ່ງ​ອອກ​ ກຸ້ງ​ແລະ​ປາທູ​ນາ ກ່າວ​ວ່າ
ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ໃສ່​ຮ້າຍ​ຢ່າງ​ບໍ່​ຍຸດຕິ​ທຳ ຊຶ່ງ​ໄດ້ສ້າງ​ຄວາມ
​ເສຍ​ຫາຍ​ໃຫ້​ແກ່​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ ທີ່ວ່າ​ຈ້າງແຮງ​ງານຫຼາຍ
ແສນ​ຄົນ​ນັ້ນ. ສິງ​ມີ​ລາຍ​ລະອຽດມາສະ​ເໜີ​ທ່ານ ຈາກລາຍ​ງານ​
ຂອງ Steve Herman ​ຜູ້​ສື່​ຂ່າວວີ​ໂອ​ເອ ປະຈຳບາງກອກ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ອຸດສາຫະກຳ​ການ​ປະມົງ​ຂອງ​ໄທ ​ແມ່ນອາ​ໄສ​ກາງ​ຕໍ່​ພວກ​ແຮງ​ງານ​ຕ່າງ​ດ້າວ. ບັນດາ​
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ສື່​ມວນ​ຊົນ​ຕາ​ເວັນ​ຕົກ ໄດ້​ພົບ​ເຫັນ​ຫຼັກ​ຖານຂອງ​ລະບົບ
ຂ້າ​ທາດອັນ​ໂຫດຮ້າຍ​ທາລຸນ​ ​ທີ່​ໃຊ້​ພວກ​ແຮງ​ງານ​ທີ່​ຖືກ​ລັກລອບ​ມາຂາຍນັ້ນ.

ທ້າວ ມິນ​ມິນ ຈັນ ຈາກ​ມຽນມາ ກ່າວ​ອ້າງ​ວ່າ ​ເມື່ອ 8 ປີກ່ອນ​ນີ້ ຊຶ່ງ​ເວລາ​ນັ້ນ​ລາວ​ມີ​ອາຍຸ
17 ປີ ລາວ​ໄດ້​ຖືກ​ຜູ້​ຈັດ​ຫາ​ແຮງ​ງານ​ຄົນ​ນຶ່ງ​ຫລອກ​ ມາ​ຂາຍ​ໃຫ້​ເຈົ້າ​ຂອງ​ເຮືອ​ປະມົງ​ລຳ​
ນຶ່ງ ​ໃນ​ລາ​ຄາ​ຫຼາຍ​ກວ່າ 600 ດອນ​ລາ​ໜ້ອຍ​ນຶ່ງ.

ທ້າວ​ມິນ​ມິນ ຈັນ ​ເວົ້າ​ວ່າ ລາວໄດ້​ເຮັດ​ວຽກ​ໜັກ​ຢູ່​ໃນ​ເຮືອ ເປັນ​ເວລາ​ຫຼາຍ​ປີ ​ໂດຍ​ໄດ້
ຫຼັບນອນ​ແຕ່​ພຽງ​ໜ້ອຍ​ດຽວ​ ​ໄດ້​ກິນ​ນ້ຳ​ແລະເຂົ້າປາ ພຽງ​ໜ້ອຍ​ດຽວ ​ແລະ​ເວລາ​ລາວ
ລົ້ມ​ປ່ວຍຢ່າງ​ໜັກ ກັບຕັນ​ເຮືອ​ກໍບໍ່​ໃຫ້​ ລາວຢຸດ​ເຮັດ​ວຽກ.

ທ້າ​ວມິນ​ມິນ ຈັນ ກ່າວ​ວ່າ “​ໃນ​ຕອນ​ນັ້ນຂ້ອຍ​ຄຶດ​ວ່າ ຖ້າຂ້ອຍໂຕນ​ນ້ຳ​ຕາຍ​ ກໍ​ຄົງ​ຈະ
ດີກ​ວ່າຕາຍ​ຍ້ອນການ​ຖືກ​ທໍລະມານ​ ​ໂດຍພວກ​ບຸກຄົນ​ເຫຼົ່ານີ້​. ​ເວລາ​ຂ້ອຍ​ກຳລັງ​ຊິ​
ໂຕນ​ນ້ຳ​ຕາຍ ​ເພື່ອນ​ຂ້ອຍ​ຄົນ​ນຶ່ງ​ໄດ້ດຶງ​ຈ່ອງ​ຂ້ອຍ​ໄວ້​ຢູ່​ທາງ​ຫຼັງ ​ແລະ​ຊ່ອຍ​ຊີວິດ
​ຂ້ອຍ​ໄວ້.”

​ລາວ​ຫລົບ​ໜີອອກ​ມາໄດ້​ໃນ​ເວລາ​ຕໍ່​ມາ ​ແລະ​ໄປ​ລີ້​ຊ່ອນ​ຢູ່​ເທິງ​ເກາະ Ambon ຂອງ​ອິນ​ໂດ
​ເນ​ເຊຍ ຈົນ​ມາຮອດປີ​ນີ້ ​ເວລາ​ພວກ​ອົງການ​ອົບ​ພະຍົບນາໆ​ຊາດ ຈັດ​ສົ່ງ​ລາວ​ຄືນ​ປະ​ເທດ.

ຄຳ​ໃຫ້ການ​ເຊັ່ນ​ນີ້ ​ໄດ້​ເຮັດ​ໃຫ້ປະ​ເທດ​ໄທ​ຖືກ​ຈັດ​ເຂົ້າ​ໃນ​ບັນຊີ​ພວກ​ປະ​ເທດ​ທີ່ີລະ​ເມີດ​ກົດ
ໝາຍ​ການ​ລັກລອບ​ຄ້າຂາຍ​ມະນຸດ​ທີ່​ຮ້າຍ​ແຮງ​ທີ່​ສຸດ.

ຢູ່​ໃນ​ລາຍ​ງານ​ປະຈຳ​ປີ​ທີ່​ນຳ​ອອກເປີດ​ເຜີຍ​ ເມື່ອ​ກາງ​ເດືອນ​ມິຖຸນາ​ນັ້ນ ກະຊວງ​ການ​ຕ່າງ
ປະ​ເທດ​ສະຫະລັດ ​ໄດ້ອ້າງເຖິງການ​ສຳ​ຫຼວດ ຕ່າງໆ ທີ່​ຢືນຢັນ​ວ່າ ລະຫວ່າງ 17 ຫາ 57
ເປີ​ເຊັນ​ຂອງ​ພວກ​ແຮງ​ງານ​ທີ່​ເຮັດ​ວຽກ​ຢູ່​ໃນ​ວົງ​ການ​ອາຫານ​ທະ​ເລ​ຂອງ​ໄທ ເປັນ​ແຮງ​ງານ​ທີ່​ຖືກບັງຄັບ​.

ພວກຄົນງານຕ່າງດ້າວກຳລັງແຍກປາ ທີ່ຕຶກມາໄດ້ໃໝ່ໆ ອອກຈາກກັນ ຕາມຂະໜາດຂອງປາ ຢູ່ຕະຫລາດປາແຫ່ງນຶ່ງ ທີ່ຈັງຫວັດສະມຸດສາຄອນ ທາງທິດຕາເວັນຕົກ ຂອງບາງກອກ, ວັນທີ 20 ມີຖຸນາ 2014.
ພວກຄົນງານຕ່າງດ້າວກຳລັງແຍກປາ ທີ່ຕຶກມາໄດ້ໃໝ່ໆ ອອກຈາກກັນ ຕາມຂະໜາດຂອງປາ ຢູ່ຕະຫລາດປາແຫ່ງນຶ່ງ ທີ່ຈັງຫວັດສະມຸດສາຄອນ ທາງທິດຕາເວັນຕົກ ຂອງບາງກອກ, ວັນທີ 20 ມີຖຸນາ 2014.

ສະຖິຕິ​ເຫຼົ່າ​ນີ້​ໄດ້ຖືກ​ປະຕິ​ເສດ​ໂດຍ​ພວກ​ເຈົ້າ​ໜ້າທີ່​ໃນ​ວົງ​ການ​ອຸດສາຫະກຳ​ດັ່ງກ່າວ​ຂອງ
ໄທ ທີ່​ຕັ້ງ​ຂໍ້​ສົງ​ໄສ​ກ່ຽວ​ກັບ​ແຫຼ່ງທີ່​ມາ​ ​ແລະ​ຄວາມ​ໜ້າ​ເຊື່ອ​ຖື​ໄດ້ຂອງ​ຂໍ້​ມູນດັ່ງກ່າວ.

ສະມາຄົມອຸດສາຫະກຳ ​ປາທູ​ນາ​ໄທ ທີ່​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ​ແລ້ວ​ນີ້ ກ່າວ​ວ່າຕົນ​ອະນຸມັດ​ໃຫ້​ມີ​ການກວດ​ສອບ​ຫາຄວາ​ມຈິງ ​ເພື່ອ​ຮັບປະກັນ​ວ່າ​ພວກ​ແຮງ​ງານ ​ໄດ້​ຮັບ​ການ​ປະຕິບັດຕໍ່​ ຕາມ​ຫຼັກ​ຈັນຍາ.

ທີ່ ​ກອງ​ປະຊຸມຖະ​ແຫຼງ​ຂ່າວ ຫຼັງການ​ເປີດ​ເຜີຍ​ລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ນັ້ນ ບັນດາ​ບໍລິສັດ​ກຸ້ງ​ແຊ່​ເຢັນ​ຂອງ​ໄທ ກ່າວ​ວ່າ “ບໍ່​ມີ​ການ​ໃຊ້​ແຮງ​ງານ​
ແບບ​ຂ້າ​ທາດ ​ພົວພັນ​ຢູ່​ໃນ​ເຄືອ​ບໍລິສັດ​ສົ່ງ​ອອກ​ກຸ້ງ.”

ທ່ານ​ປານີ​ສວນ ຈຳ​ນານ​ເວດ ຜູ້ນຳ​ອຸດສາຫະກຳ ກ່າວ​ຢືນຢັນ​ວ່າອຸດສາຫະກຳ​ກຸ້ງ​ຂອງ​
ໄທ ​ແມ່ນ​ຂາວ​ສະອາດ ປາດ​ສະ​ຈາກການສວຍເອົາ​ປະ​ໂຫຍ​ດຈາກ​ແຮງ​ງານ​ຕ່າງ​ດ້າວ
ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ.

ທ່ານ​ປານີ​ສວນ ຊຶ່ງ​ເປັນອະດີດ​ປະທານ ສະມາຄົມ​ກຸ້ງ​ແຊ່​ເຢັນ​ໄທ ກ່າວ​ວ່າ ອຸດສາຫະ
ກຳ​ນີ້ ບໍ່​ສາມາດ​ທີ່​ຈະ​ສ່ຽງ​ຕໍ່​ການ​ປົກ​ປິດ​ຂ່າວສານ​ທີ່​ສ້າງ​ຄວາມ​ເສຍ​ຫາຍນັ້ນ​ໄດ້.

ທ່ານ​ປານີ​ສວນ ກ່າວ​ວ່າ “ຄວາມ​ເຂົ້າ​ໃຈ​ຂອງ​ຜູ້​ບໍລິ​ໂພ​ກອຸບປະ​ໂພ​ກ ​ພວກ​ເຮົາຕ້ອງ
​ເຮັດ​ໃຫ້​ຖືກຕ້ອງ ​ພວກ​ເຮົາ​ຕ້ອງໃຫ້​ຄວາມ​ຈິງ ຖ້າ​ພວກ​ເຮົາຂີ້​ຕົວະ​ຕໍ່​ໄປ ມື້ໃດ​ມື້​ນຶ່ງ
ບໍ່​ໄວ​ກໍ​ຊ້າ ພວກ​ເຂົາ​ເຈົ້າກໍ​ຈະ​ພົບ​ເຫັນ​ຄວາມ​ຕົວະລ່າຍ​ນີ້ ​ແລະ​ເວລາ​ນັ້ນ ມັນ​ຍິ່ງ​ຈະ
ຮ້າຍ​ກາດ​ກວ່າ​ສິ່ງ​ ທີ່​ກຳ​ລັງ​ເກີດ​ຂຶ້ນຢູ່​ໃນ​ເວລາ​ນີ້.”

ຂ່າວ​ກ່ຽວ​ກັບ​ເລື້ອງ​ນີ້ ກຳລັງ​ສົ່ງ​ຜົນ​ກະທົບ​. ພວກ​ບໍລິສັດ​ຮັບ​ຊື້​ກຸ້ງ​ນາໆ​ຊາດ​ລາຍ​ໃຫຍ່​ໆ
ຈຳນວນ​ນຶ່ງ ​ໄດ້​ຢຸດ​ເຊົາ​ບໍ່​ຮັບ​ຊື້​ກຸ້ງ​ຈາກພວກ​ບໍລິສັດ​ສົ່ງ​ອອກກຸ້ງ​ໄທ ​ທີ່ຖືກກ່າວ​ຫາວ່າ​ໃຊ້​
ແຮງ ​ງານ​ແບບ​ຂ້າ​ທາດ​ນັ້ນ​. ພວກ​ຊື້​ກຸ້ງ​ໃນ​ຕ່າງປະ​ເທດ ກຳລັງ​ວາງ​ແຜນ​ດຳ​ເນີນ​ງານ​ກັບ​ພວກ​ອົງການ ​ຕ່າງໆ​ທີ່​ບໍ່ຂຶ້ນ​ກັບ​ລັດຖະບານ ​ເພື່ອ​ພະຍາຍາມ​ຮັບປະກັນ​ວ່າ ບໍ່​ມີ​ການ​ໃຊ້​ແຮງ​ງານ​ແບບ​ບັງຄັບ​ ຢູ່ໃນ​ພວກ​ບໍລິສັດ​ສົ່ງ​ອອກ​ກຸ້ງ​ນັ້ນ.

ເບິ່ງລາຍງານວີດີໂອ ພາສາລາວອີກເລື້ອງນຶ່ງ ກ່ຽວກັບການຄ້າມະນຸດໃນໄທ:

English text of the above report:

Thailand reels in more than $7 billion annually as the world’s third largest exporter of seafood, but the industry has been tainted by links to human trafficking.


Leaders of Thailand’s shrimp and tuna suppliers say they are being unfairly maligned, causing damage to their businesses which employ hundreds of thousands of people.

Thailand’s fishing industry relies on migrant labor. Rights groups and Western media have uncovered evidence of a brutal system of slavery utilizing trafficked workers.

Min Min Chan, from Myanmar, claims that eight years ago, at the age of 17, he was tricked by a recruiter and sold to a Thai fishing boat for little more than $600.

He says for several years he toiled on the ship with little sleep, water or food. And when he became seriously ill, the captain told him not to stop working.

“I thought it was better to die by jumping into the water than to die by being tortured by these people," the former seafood worker said. "When I was about to jump, my friend grabbed me from behind and saved my life.”

He later escaped and hid out on Indonesia’s Ambon island until this year when he was repatriated by the International Organization For Migration.

Such testimony has led to Thailand being listed among the worst violators of trafficking in persons.

In an annual report released Friday, the U.S. State Department cites surveys that show between 17 and 57 percent of those in Thailand’s seafood industry work against their will.

Those statistics are rejected by industry officials here, who question the sources and reliability of the data.

The Thai Tuna Industry Association, formed last year, says it allows external verification to ensure workers are treated ethically.

At a news conference Tuesday, a coalition of Thailand’s frozen shrimp industry said, “There is no slavery involved in the shrimp supply chain.”

Industry leader Panisuan Jamnarnwej says Thailand’s prawns have been clean of exploitive labor for years.

The former president of the Thai Frozen Foods Association says the industry cannot risk concealing damaging information.

“Consumer perception, we have to work on. We have to provide the truth," said Panisuan Jamnarnwej. "If we keep lying, sooner or later, they’ll discover it and it’ll be even worse than what’s happening at the moment.”

The publicity is having an impact.

Some major international retailers are dropping suppliers linked to the allegations of slavery and overseas buyers plan to work with non-governmental organizations to try to ensure that there is no forced labor in the supply chain.

XS
SM
MD
LG