ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຫຼຸດລະດັບ ຂອງໄທ ມາເລເຊຍ ໃນລາຍງານ ການຄ້າ ມະນຸດ (ວີດີໂອ)


US: Thailand, Malaysia, Venezuela Fail on Human Trafficking
please wait

No media source currently available

0:00 0:02:01 0:00
ສະຫະລັດໄດ້ຫລຸດລະດັບຂອງປະເທດໄທ ມາເລເຊຍ ເວເນຊູ
ເອລາ ແລະແກມເບຍ ລົງສູ່ສະຖານະພາບທີ່ຕ່ຳສຸດ ໃນລາຍ
ງານວ່າ ດ້ວຍການຄ້າມະນຸດ ປະຈຳປີຂອງຕົນ ຊຶ່ງເຮັດໃຫ້ບັນ
ດາປະເທດເຫຼົ່ານີ້ມີຄວາມສ່ຽງຕໍ່ການຖືກລົງໂທດ ແລະຈັດ
ພວກເຂົາເຈົ້າເຂົ້າໄວ້ໃນປະເພດດຽວກັນ ກັບອີຣ່ານ ຊີເຣຍ
ແລະເກົາຫຼີເໜືອ.

ກະຊວງການຕ່າງປະເທດສະຫະລັດໄດ້ນຳລາຍງານປະຈຳປີ
ຂອງຕົນອອກເຜີຍແຜ່ ໃນມື້ວັນສຸກວານນີ້ໃນພິທີທີ່ຈັດຂຶ້ນພາຍ
ໃຕ້ການນຳພາ ຂອງລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານ John Kerry ທີ່ກ່າວວ່າ ການຄ້າມະນຸດບໍ່ຄວນທີ່ຈະດຳ
ເນີນຕໍ່ໄປ ແບບບໍ່ມີການລາຍງານ ຫຼືບໍ່ຖືກລົງໂທດ.

ທ່ານ Kerry ເວົ້າວ່າ “ນີ້ແມ່ນການຮຽກຮ້ອງເພື່ອໃຫ້ມີການເອົາບາດກ້າວ.
ນີ້ແມ່ນການຮຽກຮ້ອງເພື່ອໃຫ້ມີຈິດສຳນຶກ. ນີ້ແມ່ນການເຕືອນກ່ຽວກັບ
ສິ່ງທີ່ໄດ້ເກີດຂຶ້ນຢູ່ໃນຫຼາຍບ່ອນ ທີ່ເຕັມໄປດ້ວຍຄວາມມືດມົນ ຊຶ່ງຕ້ອງ
ການແສງສະຫວ່າງ ແລະ ພວກເຮົາມີ ຄວາມຮັບຜິດຊອບ ທີ່ພະຍາຍາມ
ຈະນຳເອົາແສງສະຫວ່າງດັ່ງກ່າວນັ້ນ ມາສູ່ບຸກຄົນແລະສະຖານທີ່ເຫຼົ່ານີ້.”


ປະເທດໄທ ກ່າວໃນວັນເສົາມື້ນີ້ວ່າ ຕົນຮູ້ສຶກເສຍໃຈກ່ຽວກັບການຕັດສິນໃຈຂອງ
ວໍຊິງຕັນ ແຕ່ກໍປະກາດວ່າ ຈະສືບຕໍ່ທຳການປາບປາມການລະບາດຂອງການຄ້າ
ມະນຸດ. ເຈົ້າໜ້າທີ່ໄທຄົນ ນຶ່ງກ່າວວ່າ ປະເທດໄທ ໄດ້ເພີ້ມການດຳເນີນຄວາມພະ
ຍາຍາມ ຕໍ່ຕ້ານການຄ້າມະນຸດ ແລະ ຮຽກຮ້ອງໃຫ້ສະຫະລັດພິຈາລະນາຄືນໃໝ່ ກ່ຽວກັບຕັດສິນໃຈຂອງຕົນ.

ສະຖານະພາບຂອງໄທ ໄດ້ຖືກຫລຸດລະດັບລົງ ຫລັງຈາກມີລາຍງານວ່າ ຄົນງານ
ຕ່າງດ້າວ ຫຼາຍສິບພັນຄົນ ຈາກບັນດາປະເທດເພື່ອນບ້ານ ໄດ້ຖືກບີບບັງຄັບໃຫ້
ຂົ້າສູ່ຕະຫຼາດການ ຄ້າມະນຸດ ໃນເຂດແດນປະເທດໄທ. ການລົງໂທດທີ່ອາດມີຂຶ້ນ
ຂອງສະຫະລັດຕໍ່ໄທຈະສ້າງຄວາມເສຍຫາຍ ໃຫ້ແກ່ຕະຫຼາດອາຫານທະເລ ທີ່ໄດ້
ກຳໄລງາມໆ ຈາກສະຫະລັດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີເວລາ 90 ມື້ ເພື່ອຕັດສິນໃຈວ່າ
ຈະທຳການລົງໂທດຫລືບໍ່ ຕໍ່ບັນດາປະເທດທີ່ຖືກຫລຸດສະຖານະພາບລົງ.

ລາຍງານປະຈຳປີີສະບັບດັ່ງກ່າວ ໄດ້ຍົກສະຖານະພາບຂອງຈີນຂຶ້ນ ໂດຍອ້າງການ
ດຳເນີນຄວາມພະຍາຍາມຂອງຈີນທີ່ຈະກຳຈັດສູນສຳມະນາຕ່າງໆເພື່ອສວຍໃຊ້ແຮງ
ງານ. ຈີນແມ່ນ ຖືກຈັດຢູ່ໃນກຸ່ມບັນດາປະເທດ ທີ່ສະຖານະພາບຕ່ຳສຸດ ແຕ່ໄດ້ຖືກ
ຍ້າຍຂຶ້ນໄປຢູ່ ໃນກຸ່ມປະ ເທດທີ່ຖືກຕິດຕາມສິ້ງຊອມຫລື Watch List.

ບັນດາປະເທດທີ່ມີສະຖານະພາບຕ່ຳສຸດ ສາມາດຖືກສະຫະລັດຈຳກັດຮັດແຄບ ໃນຮູບ
ຂອງການໃຫ້ຄວາມຊ່ອຍເຫຼືອ ແລະເງິນທຶນສະໜັບສະໜຸນ ກ່ຽວກັບໂຄງການແລກ
ປ່ຽນທາງດ້ານ ວັດທະນະທຳ ແລະການສຶກສາ. ນອກນັ້ນແລ້ວ ສະຫະລັດຍັງສາມາດ
ຄັດຄ້ານ ຕໍ່ການ ຫ້ຄວາມຊ່ອຍເຫຼືອ ທາງດ້ານການເງິນ ຂອງອົງການກອງທຶນສາກົນ
IMF ແລະທະນາຄານ ໂລກຕໍ່ປະເທດເຫຼົ່ານີ້ນຳດ້ວຍ.
US HUMAN TRAFFICKING SOTVO
please wait

No media source currently available

0:00 0:00:48 0:00
XS
SM
MD
LG