ປະເທດໄທ ຂໍໃຫ້ສະຫະລັດ ພິຈາລະນາຄືນ ໃນການທີ່ສະຫະລັດ
ໄດ້ຈັດໃຫ້ຣາຊະອານາຈັກໄທ ຢູ່ໃນກຸ່ມຕ່ຳສຸດຂອງລາຍງານ
ປະຈຳປີ ກະຊວງການຕ່າງປະເທດ ກ່ຽວກັບການຄ້າມະນຸດທີ່ໄດ້
ນຳອອກເຜີຍແຜ່ ເມື່ອວັນສຸກຜ່ານມານີ້. ຜູ້ສື່ຂ່າວວີໂອເອ Steve
Herman ມີລາຍງານຈາກບາງກອກ ຊຶ່ງໄຊຈະເລີນສຸກ ຈະນຳມາ
ສະເໜີທ່ານ.
ປະເທດໄທໄດ້ສະແດງຄວາມເສຍໃຈ ຄວາມຜິດຫວັງ ແລະ
ບໍ່ເຫັນດ້ວຍກັບການຕັດສິນໃຈຂອ ງກະຊວງການຕ່າງ
ປະເທດສະຫະລັດ ທີ່ໄດ້ຈັດໃຫ້ຕົນເຂົ້າຢູ່ໃນກຸ່ມບັນດາ
ປະເທດ ທີ່ທຳການປາບປາມການຄ້າມະນຸດໜ້ອຍທີ່ສຸດ.
ພວກນັກການທູດສະຫະລັດ ໄດ້ຕີລາຄາລັກສະນະວິທີການ
ຮັບມືຂອງ ລັດຖະບານໄທວ່າເຕັມໄປດ້ວຍຄຳໝັ້ນສັນຍາຕ່າງໆ ແຕ່ບໍ່ໄດ້ຮັບຜົນ ຫຍັງຫຼາຍ.
ປະເທດໄທ ມາເລເຊຍ ແກມເບຍ ແລະ ເວເນຊູເອລາ ໄດ້ຖືກຫລຸດ ຂັ້ນ ລົງໄປຢູ່ໃນກຸ່ມທີ
3 ຊຶ່ງເປັນກຸ່ມທີ່ຢູ່ໃນລະດັບຕ່ຳສຸດ ໂດຍເຂົ້າ ຮ່ວມກັບປະເທດອື່ນໆ ເຊັ່ນ ຄິວບາ ອີຣ່ານ
ເກົາຫຼີເໜືອ ແລະ ຊິມບັບເວ.
ບັນດາປະເທດ ທີ່ຢູ່ໃນລະດັບຕ່ຳສຸດ ໃນລາຍງານການຄ້າມະນຸດ ຂອງສະຫະລັດ
ບັນດາປະເທດ ທີ່ຢູ່ໃນລະດັບຕ່ຳສຸດ ໃນລາຍງານການຄ້າມະນຸດ ຂອງສະຫະລັດ
ໄນຈີເຣຍ
ສາທາລະນະລັດ ອາຟຣິກາກາງ
ຄິວບາ
ສາທາລະນະລັດ ປະຊາທິປະໄຕ ຄອງໂກ
ກີເນຍ ເອກົວຕໍຣີອາລ
ອີຣິຕເທຣຍ
ແກມເບຍ
ກີເນຍ ບິດຊາວ
ອີຣ່ານ
ຄູເວດ
ລີເບຍ
ມາເລເຊຍ
ມໍຣິທາເນຍ
ເກົາຫຼີເໜືອ
ປາປົວ ນິວກີເນຍ
ຣັດເຊຍ
ຊາອຸດີ ອາເຣເບຍ
ຊີເຣຍ
ໄທ
ອຸສເບັກກິສຖານ
ເວເນຊູເອລາ
ເຢເມັນ
ຊິມບັບເວ
ແຫລ່ງຂໍ້ມູນ: ກະຊວງຕ່າງປະເທດສະຫະລັດ
ຫົວໜ້າຫ້ອງການຂອງກະຊວງການຕ່າງປະເທດໄທ ທ່ານ
ສີຫາສັກ ພວງເກດແກ້ວ ກ່າວວ່າ ໄທບໍ່ສົມຄວນທີ່ຈະຖືກ
ຈັດໃຫ້ຢູ່ລະດັບຕ່ຳສຸດແບບນີ້ ຊຶ່ງເປັນລະດັບ ສຳລັບບັນດາ
ປະເທດ ທີ່ບໍ່ໄດ້ປະຕິບັດຕາມມາດຕະຖານ ຕ່ຳສຸດ ເພື່ອລົບ
ລ້າງການຄ້າມະນຸດນັ້ນ.
ທ່ານ ສີຫາສັກ ພວງເກດແກ້ວ ກ່າວວ່າ “ຂ້າພະເຈົ້າຮູ້ວ່າ
ປະເທດໄທ ແມ່ນເຮັດດີກວ່າ ດີກວ່າຫລາຍ ດີກວ່າ
ປະເທດອື່ນໆ ຢູ່ໃນກຸ່ມດັ່ງກ່າວນັ້ນ. ຂ້າພະເຈົ້າໝັ້ນ
ໃຈວ່າ ທ່ານສາມາດຮັບຮອງໄດ້ ສຳລັບເລື້ອງນັ້ນ.
ເຊັ່ນດຽວກັນນັ້ນ ມັນໄດ້ສະທ້ອນໃຫ້ເຫັນ ຈຸດຢືນຂອງ
ປະເທດໄທບໍ? ມັນໄດ້ສະໜອງ ການສະໜັບສະໜຸນ
ຫລືບໍ່ ການຊຸກຍູ້ສຳລັບພວກເຮົາ ເພື່ອສືບຕໍ່ເຮັດໃນ
ສິ່ງທີ່ພວກເຮົາ ໄດ້ເຮັດ ແລະ ກຳລັງເຮັດຢູ່ນັ້ນບໍ?
ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງຂໍຖາມສະຫະລັດວ່າປະເທດ
ໄທ ຄວນຢູ່ໃນກຸ່ມດັ່ງກ່າວນັ້ນຫຼືບໍ່?”
ທ່ານສີຫາສັກ ກ່າວວ່າ ລັດຖະບານ ຊຶ່ງໄດ້ຖືກຍຶດອຳນາດ
ໂດຍພວກທະຫານ ໃນການກໍ່ລັດຖະປະຫານ ເມື່ອເດືອນ
ແລ້ວນີ້ ຈະຂໍໃຫ້ວໍຊິງຕັນ ພິຈາລະນາຄືນໃໝ່ ການປະເມີນ
ຜົນ ຂອງຕົນກ່ຽວກັບປະເທດໄທ ແລະ ຊັ່ງຊາຕີລາຄາຄືນ
ອິງຕາມ “ຄວາມກ້າວໜ້າ ທີ່ເປັນຮູບປະທຳ” ທີ່ໄດ້
ເຮັດມາແລ້ວ ໃນປີຜ່ານມາ.
ທ່ານ ສີຫາສັກ ໄດ້ໂຕ້ແຍ້ງກ່ຽວກັບແນວຄິດ ທີ່ຢູ່ເບື້ອງຫລັງ
ລາຍງານ ຂອງກະຊວງຕ່າງປະເທດສະຫະລັດ ກ່ຽວກັບການ
ຄ້າມະນຸດ ທີ່ໄດ້ຈັດ ອັນດັບ 188 ປະເທດ ເຂົ້າເປັນ 3 ກຸ່ມ
ດ້ວຍກັນ.
ທ່ານສີຫາສັກເວົ້າວ່າ “ພວກເຮົາບໍ່ເຊື່ອວ່າ ມັນຖືກຕ້ອງສຳລັບປະ ເທດໜຶ່ງ ທີ່ໃຊ້
ເຄື່ອງວັດແທກ ຂອງຕົນເພື່ອຕີລາຄາ ໃນສິ່ງທີ່ປະເທດອື່ນກຳລັງເຮັດຢູ່ນັ້ນ ຫຼື
ການປະຕິບັດ ຂອງປະເທດອື່ນ ເມື່ອເວົ້າເຖິງ ການຮັບມືກັບບັນຫານີ້.”
ກະຊວງຕ່າງປະເທດສະຫະລັດ ໄດ້ຢືນຢັນ ເມື່ອວັນສຸກແລ້ວນີ້ ວ່າ ລັດຖະບານໄທ “ໄດ້
ສະແດງໃຫ້ເຫັນການດຳເນີນຄວາມພະຍາຍາມ ທີ່ນ້ອຍໜັກ ເພື່ອແກ້ໄຂອາຊາ
ຍາກຳການຄ້າມະນຸດເຫຼົ່ານີ້.”
ດ້ວຍການຖືກຈັດໃຫ້ຢູ່ບັນຊີດຳຂອງກຸ່ມທີ 3 ນີ້ ປະເທດດັ່ງກ່າວ ສາມາດຖືກລົງໂທດ
ຫຼາຍດ້ານ ແລະ ຈະເຮັດໃຫ້ບັນດາບໍລິສັດຕ່າງຊາດ ລັງເລໃຈທີ່ຈະເຂົ້າໄປລົງທຶນ ຢູ່ໃນ
ປະເທດທີ່ຖືກກ່າວຫາວ່າ ບໍ່ມີມາດຕະການ ຕໍ່ຕ້ານການລັກລອບຄ້າແຮງງານຢ່າງພຽງພໍ.
ປະເທດໄທໄດ້ປະເຊີນໜ້າກັບການພິຈາລະນາກວດສອບ ໃນຂະນະທີ່ໄດ້ຖືກກ່າວຫາ
ຈາກນັກເຄື່ອນໄຫວຈຳນວນນຶ່ງທີ່ເຂົາເຈົ້າເອີ້ນວ່າ ເປັນສູນກາງຂອງຂ້າທາດນັ້ນ.
ການສືບສວນສອບສວນຂອງສື່ຂ່າວສາກົນຕ່າງໆ ໃນຮອບປີຜ່ານມານີ້ ໄດ້ກ່າວຫາວ່າ
ພວກກຳມະກອນທີ່ຖືກຂາຍໃຫ້ກອງເຮືອຫາກຸ້ງໃນປະເທດໄທນັ້ນ ແມ່ນຕົກຢູ່ໃນສະພາບ
ການດຳລົງຊີວິດແບບໂຫດຮ້າຍປ່າ ເຖື່ອນ.
ຢູ່ໃນລາຍງານຫຼາຍສະບັບທີ່ໄດ້ຮັບລາງວັນ Pulitzer Prize ຂອງອົງການຂ່າວ Reuters ໄດ້ກ່າວຫາກອງທັບເຮືອໄທ ວ່າມີສ່ວນກ່ຽວ ຂ້ອງໃນການລັກລອບຄ້າຊາວມຸສລິມ
Rohingya ທີ່ຫລົບໜີຈາກການ ປະຫັດປະຫານຢູ່ໃນມຽນມາ ຊຶ່ງເປັນເພື່ອນບ້ານຂອງໄທ.
ນັກຂ່າວ ແລະ ນັກຄົ້ນຄວ້າຫຼາຍໆຄົນໃນໄທ ທີ່ໄດ້ເຜີຍແບການລະເມີດຕ່າງໆ ທີ່ລວມໄປ
ເຖິງພາກສ່ວນການກະເສດນຳດ້ວຍນັ້ນ ນັບເປັນເວລາ ຫຼາຍປີມາແລ້ວ ທີ່ເຂົາເຈົ້າໄດ້ປະ
ເຊີນກັບການຂົ່ມຂູ່ຈະທຳຮ້າຍ ການຟ້ອງຮ້ອງຂຶ້ນສານ ແລະ ການກ່າວຫາທາງອາຍາ
ຕ່າງໆນາໆ.
ກະຊວງການຕ່າງປະເທດໄທ ກ່າວວ່າ ເຖິງແມ່ນມີຄວາມຜິດຫວັງ ໃນການຈັດອັນດັບ
ດັ່ງກ່າວນີ້ກໍຈິງ ແຕ່ປະເທດໄທກໍ “ພ້ອມແລ້ວທີ່ຈະດຳເນີນການເພີ້ມອີກ” ແລະ
ຈະສືບຕໍ່ພະຍາຍາມຮ່ວມກັນກຳຈັດການຄ້າ ມະນຸດໃຫ້ໝົດໄປຈາກປະເທດໄທ
ໂດຍເອີ້ນວ່າ “ເປັນບຸລິມະສິດແຫ່ງຊາດຂອງພວກເຮົາ.”