ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສານປົກຄອງ ຂອງໄທ ຮັບເອົາ ການຟ້ອງ​ ທີ່ຄັດຄ້ານ ​ການ​​ຊື້​ໄຟຟ້າ​ ຈາກ​ເຂື່ອນ ໄຊ​ຍະ​ບູລີ​


ປະຊາຊົນ​ໄທ​ ໂຮມຊຸມນຸມຕໍ່ຕ້ານ​ການ​​ຊື້​ໄຟຟ້າ​ ຈາກ​ໂຄງການເຂື່ອນ ໄຊ​ຍະ​ບູລີ​ ໃນ​ລາວ.
ປະຊາຊົນ​ໄທ​ ໂຮມຊຸມນຸມຕໍ່ຕ້ານ​ການ​​ຊື້​ໄຟຟ້າ​ ຈາກ​ໂຄງການເຂື່ອນ ໄຊ​ຍະ​ບູລີ​ ໃນ​ລາວ.

ສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ​ ຮັບຮອງ​ເອົາ​ການ​ຟ້ອງ​ຮ້ອງ​ຂອງ
​ປະຊາຊົນ​ໄທ​ ທີ່​ຄັດຄ້ານ​ການ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ໂຄງການ
​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ລາວ​ທີ່​ຖືກ​ມອງ​ວ່າ​ເປັນ​ສັນຍາ​ທີ່​ຜິດ​ກົດໝາຍ.

ຄະນະ​ຕຸລາການ​ສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ ​ໄດ້​ມີ​ມະຕິ​ຮັບຮອງ​ເອົາ​ການຟ້ອງ​ຮ້ອງ
​ຂອງ​ປະຊາຊົນ​ໄທ ທີ່​ສ​ະ​ແດງ​ການ​ຄັດຄ້ານ​ການ​ຮັບ​ຊື້​ກະ​ແສໄຟຟ້າ​ຈາກ​ໂຄງການ​ເຂື່ອນ
​ໄຊ​ຍະ​ບູລີ​ໃນ​ລາວ ​ໂດຍ​ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ຢ່າງ​ເປັນ​ທາງ
​ການ​ເມື່ອ​ບໍ່​ນານ​ມາ​ນີ້.

ໂດຍ​ມະຕິ​ຮັບຮອ​ງດັ່ງກ່າວ​ນີ້ ຈະ​ເປັນ​ຜົນ​ເຮັດ​ໃຫ້​ຄະນະ​ຕຸລາການ​ສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ ຕ້ອງ​ດຳ​ເນີນ​ການ​ໄຕ່​ສວນ​ເພື່ອ​ພິຈາລະນາ ຕັດສິນ​ວ່າ​ສັນຍາ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ທີ່ EGAT ​ໄດ້​ຕົກລົງ​ໄວ້​ກັບ​ລັດຖະບານ​ລາວ ​ແລະ ກຸ່ມ​ຜູ້​ລົງທຶນ​ໃນ​ໂຄງການ​ເຂື່ອນໄຊ​ຍະ​ບູລີ​ນັ້ນ ​ເປັນ​ການ​ກະທຳ​ທີ່​ຂັດ​ຕໍ່​ກົດໝາຍ​ລັດ​ຖະທຳ​ມະນູນ​ຂອງ​ໄທຫຼືບໍ່.

ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ໃນລາວ.
ໂຄງການກໍ່ສ້າງເຂື່ອນໄຊຍະບູລີ ໃນລາວ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ປະຊາຊົນ​ໄທ​ທີ່​ໄດ້​ຮ່ວມ​ກັນ​ຮ້ອງ​ຟ້ອງ​ຕໍ່​
ສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ ​ໃນ​ຄັ້ງນີ້​ໃຫ້​ເຫດຜົນ​ວ່າ EGAT ​
ໄດ້​ຕົກລົງຮັບ​ຊື້​ກະ​ແສ​ໄຟຟ້າ​ ຈາກ​ໂຄງການ​ເຂື່ອນ​ ໄຊ​ຍະ​ບູລີ
​ຂອງ​ລາວ ​ໂດຍ​ບໍ່​ໄດ້​ດຳ​ເນີນ​ຂະ​ບວນການ​ ປຶກສາ​ຫາລື​ກັບປະ
ຊາຊົນ​ໄທ ​ທີ່​ຈະ​ຕ້ອງ​ແບກ​ຮັບ​ພາລະ​ ໃນ​ການ​ຊຳລະ​ຄ່າໄຟຟ້າ​
ທີ່​ຮັບ​ຊື້​ຈາກ​ໂຄງການເ​ຂື່​ອນ​ໄຊ​ຍະ​ບູລີ​ແຕ່​ຢ່າງ​ໃດ ​ໃນ​ຂະນະ​ທີ່
​ລັດຖະທຳ​ມະນູນ ໄດ້​ກຳນົດ​ໃຫ້ ຕ້ອງ​ດຳ​ເນີນຂະ​ບວນການ​ປຶກ
ສາ​ຫາລື​ ກ່ອນ​ທີ່​ຈະ​ທຳສັນຍາ​ດັ່ງກ່າວ.

​ເພາະ​ສະນັ້ນ ຖ້າ​ຫາກ​ວ່າການ​ຈັດ​ທຳ​ສັນຍາ​ຮັບ​ຊື້​ກະ​ແສ​ໄຟຟ້າ ຈາກ​ໂຄງການ​ເຂື່ອນ​
ໄຊ​ຍະ​ບູລີ​ຂອງ​ລາວ ​ເປັນ​ໄປ​ຕາມ​ການສະ​ແດງ​ເຫດຜົນ​ຂອງ​ປະຊາຊົນ​ໄທ​ດັ່ງ​ກ່າວ ກໍ​
ຈະ​ເຮັດ​ໃຫ້​ສັນຍາຕ້ອງຕົກເປັນ​ໂມ​ຂະ​ທັນ​ທີ ໝາຍ​ຄວາມ​ວ່າ EGAT ຂອງໄທ​ບໍ່​ສາມາດ
​ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ ຈາກ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ຂອງ​ລາວ ​ໄດ້ຕາມສັນຍາ​ດັ່ງກ່າວ
​ນັ້ນ​ເອງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ຕຸລາການສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ ກໍ​ຍັງ​ບໍ່​ທັນ​ໄດ້​ກຳນົດ
​ການ​ວ່າ​ຈະ​ຕ້ອງ​ໃຊ້​ລະຍະ​ເວລາ​ໃນ​ການ​ໄຕ່​ສວນ​ຄະ​ດີ​ຍາວ​ນານ​ເທົ່າ​ໃດ ​ເພາະ​ຂຶ້ນຢູ່​ກັບ
​ຈຳນວນ​ພະຍານ​ບຸກຄົນ ​ແລະ ພະຍານ​ຫລັກ​ຖານ ທີ່​ປະຊາຊົນ​ໄທ​ໃນ​ຖານະ​ຜູ້​ຟ້ອງ​ຮ້ອງ ​ແລະ​ທາງ EGAT ວ່າ​ຈະ​ສາມາດ​ຊີ້​ແຈງ ຕໍ່ຄະນະ​ຕຸລາການສານ​ປົກຄອງ​ສູງ​ສຸດ​ຂອງ​ໄທ
​ໄດ້​ໃນ​ທຸກ​ດ້ານ.

“ທາງ​ກົມ​ຊັບພະຍາກອນ​ນ້ຳ​ໃນ​ຖານະ​ຜູ້​ແທນ​ທາງ​ຝ່າຍ​ໄທ​ນະ​ຄັບ ກໍ​ໄດ້​ເຄີຍ​ຈັດ​
ເວທີ​ໃຫ້​ຂໍ້​ມູນ​ກັບ​ຜູ້​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ເຖິງ ​3 ຄັ້ງ​ນະ​ຄັບ ​ໃນ​ຊ່ວງ​ລະຫວ່າງ​ເດືອນ​
ມັງກອນ ​ເຖິງ​ເດືອນ​ກຸມພາ ປີ ພ​.ສ. 2554 ສ່ວນ​ເລື້ອງ​ຂໍ້​ກັງວົນ​ເລື້ອງ​ທີ່​ສານ​ຮັບ​
ຟ້ອງ​ກໍ​ບໍ່​ໄດ້​ກັງວົນ​ຫຍັງ​ນະ​ຄັບ ​ເຮົາ​ເຊື່ອ​ວ່າ​ເຮົາ​ທຳ​ຄຳ​ຊີ້​ແຈງໄດ້ ບໍ່​ໜ້າ​ຈະ​ມີບັນຫາ.”

ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ໄດ້​ເລີ້ມ​ລົງ​ມື​ດຳ​ເນີນ​ການ​ນັບ​ແຕ່ທ້າຍ​ປີ 2012 ​ເປັນຕົ້ນມາ​ໂດຍ​ມາ​ຮອດ​ປັດຈຸບັນ​ນີ້ ກໍ​ປະ​ກົດ​ວ່າ ​ໄດ້​ຄືບ​ໜ້າ​ໄປ​ແລ້ວ​ເກີນ​ກວ່າ 30 ​ເປີ​ເຊັນ ຂອງ​ແຜນການ​ທັງ​ໝົດ ຫາກ​ແຕ່​ວ່າ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ ກໍ​ຍັງ​ຄົງ​ຖື​ກຄັດຄ້ານ​ຈາກ​ພາກ​ປະຊາ​ສັງຄົມ​ໃນ​ໄທ ກຳປູ​ເຈຍ ​ຫວຽດນາມ ​ແລະ ອົງການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ລະດັບ​ສາກົນ​ມາ​ຢ່າງ​ຕໍ່​ເນື່ອງ.

​ໂດຍ​ຫລ້າ​ສຸດ​ເຄືອ​ຂ່າຍ​ປະຊາຊົນ​ໄທ ເພື່ອ​ການ​ອະ​ນຸລັກ​ແມ່ນ້ຳຂອງ​ເຄືອ​ຂ່າຍເພື່ອ​ການ
​ຮ່ວມ​ມື​ໃນ​ການ​ພັດທະນາ​ດ້ານ​ການ​ປະມົງ​ໃນ​ກຳປູ​ເຈຍ ສູນ​ສຶກສາວິ​ໄຈ​ກົດໝາຍ ​ແລະ ​
ນະ​ໂຍບາຍ​ໃນ​ການ​ພັດທະນາ​ຢ່າງ​ຍືນຍົງ​ໃນ​ຫວຽດນາມ ອົງການ​ແມ່​ນ້ຳ​ສາກົນ ​ແລະ
ອົງການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ປະ​ເທດ​ອອສ​ເຕຣຍ ກໍໄດ້​ຮ່ວມ​ກັນ​ຍື່ນ​ເອກະສານ​ຮ້ອງ
​ຮຽນ​ເຖິງ​ສຳນັກງານ​ກາງ ຂອງລັດຖະບານອອສ​ເຕຣຍ ທີ່​ນະຄອນ​ຫລວງ​ວຽນ​ນາ​ ຢ່າງ​ເປັນ​ທາງ​ການ.

​ໂດຍ​ກ່າວ​ຫາ​ກຸ່ມ​ບໍລິສັດ Andritz AG ​ແຫ່ງ​ອອສ​ເຕຣຍ ຊຶ່ງ​ເປັນ​ຜູ້​ຕອບ​ສະໜອງ​ທາງ​
ດ້ານ​ເຕັກນິກ​ ແລະ​ ວິ​ສະ​ວະ​ກຳ​ ໃຫ້​ແກ່​ໂຄງການ​ເຂື່ອນໄຊ​ຍະ​ບູລີ​ວ່າ ​ໄດ້​ລະ​ເມີດ​ຈັນ​
ຍາບັນ ​ຂອງ​ອົງການ​ຮ່ວມ​ມື​ເພື່ອ​ພັດທະນາເສດຖະກິດ​ລະຫວ່າງ​ຊາດ (OECD) ທີ່​ຢືນ​ຢູ່
ບ່ອນ​ຫລັກການ​ທີ່​ວ່າ ການ​ດຳ​ເນີນ​ທຸລະ​ກິດ​ ຈະ​ຕ້ອງ​ຄຳນຶງ​ເຖິງ​ການ​ປ້ອງ​ກັນ​ຜົນ​ກະທົບ
​ຕໍ່​ສັງຄົມ​ ​ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ ຢ່າງ​ໜັກ​ແໜ້​ນນັ້ນ​ເອງ.

XS
SM
MD
LG