ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍົກໄທ ຢືນຢັນວ່າ ຈະຊຸກຍູ້ໃຫ້ມີການຮ່ວມມື ເພື່ອຮັກສາສິ່ງແວດລ້ອມທຳມະຊາດ ແລະສົ່ງເສີມການໃຊ້ພະລັງງານສະອາດ ໃນປະເທດລຸ່ມແມ່ນ້ຳຂອງ


ນາຍົກລັດຖະມົນຕີໄທ ພົນເອກ ປຣາຢຸດ ຈັນໂອຊາ ກ່າວຖະແຫລງ ຢູ່ໃນນະຄອນຫຼວງບາງກອກ
ນາຍົກລັດຖະມົນຕີໄທ ພົນເອກ ປຣາຢຸດ ຈັນໂອຊາ ກ່າວຖະແຫລງ ຢູ່ໃນນະຄອນຫຼວງບາງກອກ

ນາຍົກລັດຖະມົນຕີໄທ ຢືນຢັນວ່າ ຈະຊຸກຍູ້ໃຫ້ມີການຮ່ວມມືເພື່ອຮັກສາສິ່ງແວດ ລ້ອມທຳມະຊາດ ແລະສົ່ງເສີມການຊົມໃຊ້ພະລັງງານສະອາດ ໃນປະເທດຢູ່ລຸ່ມແມ່ນ້ຳຂອງດ້ວຍກັນ ໃຫ້ໄດ້ພາຍໃນປີ 2030 ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ.

ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງວ່າ ລັດຖະບານໄທ ຈະໃຫ້ການສົ່ງເສີມການຮ່ວມມື ເພື່ອການຮັກສາສິ່ງແວດລ້ອມທຳມະຊາດ ແລະຊຸກຍູ້ໃຫ້ມີການຊົມໃຊ້ພະລັງງານສະອາດ ໃນປະເທດໃນລຸ່ມແມ່ນ້ຳຂອງດ້ວຍກັນໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃຕ້ເປົ້າໝາຍທີ່ຈະລົດການປ່ອຍແກັສຄາຣບອນໄດອ໊ອກໄຊດ໌ ໃຫ້ໄດ້ເຖິງ 25 ເປີເຊັນ ພາຍໃນປີ 2030 ໂດຍລັດ ຖະບານໄທ ຈະເສີມສ້າງຄວາມຮ່ວມມືກັບກັບນານາຊາດ ແລະປະເທດໃນລຸ່ມແມ່ນ້ຳຂອງໃຫ້ຫຼາຍຂຶ້ນ ດ້ວຍການຊຸກຍູ້ໃຫ້ມີການຈັດຕັ້ງອົງການທີ່ເປັນຮຸ້ນສ່ວນທາງດ້ານພະລັງງານສະອາດໃນລຸ່ມແມ່ນນ້ຳຂອງຂຶ້ນມາຢ່າງເປັນຮູບປະທຳໃຫ້ໄວທີ່ສຸດ ທັງນີ້ ພົນເອກປຣະຢຸດ ໄດ້ສັ່ງການໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງຄະນະລັດຖະບານໄທ ຈະຕ້ອງເລັ່ງສົ່ງເສີມການຊົມໃຊ້ຍານພາຫະນະຂັບເຄື່ອນດ້ວຍພະລັງງານໄຟຟ້າຢ່າງກວ້າງຂວາງ ໃນປະເທດໄທ ເປັນບູລິມະສິດ ດັ່ງທີ່ ທ່ານອະນຸຊາ ບູຣະພະໄຊສີ ໂຄສົກລັດຖະບານໄທ ຖະແຫລງຢືນຢັນວ່າ:

“ທ່ານນາຍົກລັດຖະມົນຕີ ກໍໄດ້ເວົ້າເຖິງເລື້ອງຂອງການທີ່ຈະຕ້ອງມີການສົ່ງເສີມໃນໄລຍະຍາວໃຫ້ປະເທດໄທ ເປັນສັງຄົມ ຄາຣບອນ ຕ່ຳ ທັງນີ້ ຈາກການທີ່ມີການສົ່ງເສີມລົດໄຟຟ້າ ຫຼືວ່າ Electric Vehicles (EV) ກໍຈະເຫັນວ່າ ມີການຈົດທະບຽນລົດຍົນ EVs ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງອັນນີ້ ກໍຈະເປັນສ່ວນນຶ່ງທີ່ຈະຊ່ອຍລົດບັນຫາໂລກຮ້ອນ ນອກຈາກນັ້ນ ລັດຖະບານ ກໍໄດ້ມີການສົ່ງເສີມການປັບປ່ຽນຮູບແບບ ພະລັງງານຈາກພະລັງງານ Fossil ໄປເປັນພະລັງ​ງານສະອາດ.”

ສ່ວນທ່ານຈັນທະບູນ ສຸກອະລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL) ກໍຢືນຢັນວ່າ ພະລັງງານໄຟຟ້າທີ່ຜະລິດຈາກເຂື່ອນຕ່າງໆໃນລາວ ເປັນພະລັງງານສະອາດ ເພາະເປັນພະລັງງານໄຟຟ້າທີ່ຜະລິດຈາກນ້ຳ ຈຶ່ງບໍ່ມີການປ່ອຍແກັສຄາຣບອນເລີຍ ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງແຜນ ການຈະຜະລິດພະລັງງານແສງອາທິດ ແລະພະລັງງານລົມໃຫ້ໄດ້ 15 ເປີເຊັນ ຂອງພະລັງງານໄຟຟ້າ ທີ່ຜະລີດໄດ້ທັງໝົດໃນປີ 2035 ຊຶ່ງຄາດການວ່າ ແຫລ່ງຜະລິດໄຟຟ້າໃນລາວ ຈະມີກຳລັງຕິດຕັ້ງລວມເຖິງ 30,000 ເມກາວັດ.

ແຕ່ຢ່າງໃດກໍຕາມ ປະຊາຊົນລາວ ຍັງຈະຕ້ອງປະເຊີນກັບບັນຫາໄຟຟ້າລາຄາແພງຕໍ່ໄປອີກ ຫຼືຈົນກວ່າໂຄງການເຂື່ອນໄຟຟ້າຕ່າງໆ ໃນລາວ ທີ່ລົງທຶນໂດຍບັນດາບໍລິສັດຕ່າງຊາດນັ້ນ ຈະຖືກໂອນມາເປັນຂອງ EDL ເມື່ອຄົບອາຍຸສຳປະທານລະຫວ່າງ 25-30 ປີແລ້ວນັ້ນ ແຕ່ວ່າ ໃນປັດຈຸບັນນີ້ EDL ບໍ່ມີໂຄງ ການເຂື່ອນໄຟຟ້າເປັນຂອງຕົນເອງ ຈຶ່ງຕ້ອງຊື້ໄຟຟ້າຈາກ 89 ໂຄງການທີ່ເປັນການລົງທຶນຂອງບໍລິສັດຕ່າງຊາດ ຊຶ່ງຂາຍໄຟຟ້າຕາມລາຄາຕົ້ນທຶນຕົວຈິງທີ່ບວກດ້ວຍຄ່າດຳເນີນການ ແລະກຳໄລ ສະນັ້ນ ຈຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງຮັບພາລະດັ່ງກ່າວດ້ວຍ ດັ່ງທີ່ ທ່ານຈັນທະບູນ ໄດ້ຢືນຢັນວ່າ:

“ລາຄາທີ່ເຮົາຊື້ກະແສໄຟໃນ 89 ແຫ່ງທີ່ສະໜອງໃຫ້ເຮົາມັນຈະອອກຢູ່ປະມານ 6.3 ເຊັນສະຫະລັດ ຕໍ່ກິໂວັດ/ໂມງ ປະມານ 1,000 ກີບຕໍ່ກິໂລວັດ/ໂມງ ໃນ 1,000 ກີບຕໍ່ກິໂລວັດ/ໂມງນີ້ ກໍແມ່ນໄຟທີ່ເຮົາຊື້ຈາກເຂື່ອນເລີຍ ຊຶ່ງວ່າ ເຂື່ອນນີ້ກະຢູ່ປ່າຢູ່ດົງຫ່າງໄກ ພວກເຮົາຍັງບໍ່ໄດ້ໄລ່ວ່າ ພວກເຮົາລຳລຽງພະລັງງານມາ ຜ່ານສະຖານີຍົກແຮງດັນຂຶ້ນມາສາຍສົ່ງແຮງສູງ ການລຳລຽງມາຜ່ານສະຖານີ ຜ່ານສາຍຕ່າງໆ ມັນກະມີການສູນເສຍຢູ່ໃນຫັ້ນ ແລະໃນລາຄານີ້ ຍັງບໍ່ແມ່ນລາຄາທີ່ແທ້ຈິງທີ່ເຮົາຈ່າຍ.”

ພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ EDL ຍັງຈະຕ້ອງປະເຊີນບັນຫາຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນນີ້ ໂດຍມີສາເຫດສຳ ຄັນ ມາຈາກການມີໜີ້ສິນຫຼາຍ ທີ່ສົມທົບດ້ວຍການຂາດທຶນ ຈາກການດຳເນີນທຸລະກິດຢາງຕໍ່ເນື່ອງ ເພາະການບໍລິຫານງານທີ່ຍັງມີປະສິດທິພາບຕ່ຳ ຈຶ່ງເຮັດໃຫ້ EDL ມີໜີ້ສິນສະສົມເກີນກວ່າ 2,500 ລ້ານໂດລາ ຊຶ່ງຈະຕ້ອງມີການປັບຂຶ້ນຄ່າຊົມໃຊ້ໄຟຟ້າ ໃນປະເທດເທົ່ານັ້ນ ຈຶ່ງຈະຫລຸດຜ່ອນບັນຫາຂາດທຶນໄດ້ຢ່າງເປັນຮູບປະທຳ ລວມເຖິງການເຈລະຈາ ກັບບັນດາຜູ້ລົງທຶນໃນໂຄງການເຂື່ອນຕ່າງໆ ເພື່ອຂໍໃຫ້ຍອມຮັບການຊຳລະລາຄາໄຟຟ້າ ດ້ວຍເງິນກີບໃນສັດ ສ່ວນ 30 ເປີເຊັນຂອງມູນຄາໄຟຟ້າທັງໝົດທີ່ EDL ຊື້ຈາກທຸກໂຄງການໃນລາວ ນອກຈາກນີ້ EDL ຍັງໄດ້ສ້າງຕັ້ງບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-Gen) ຂຶ້ນມາເພື່ອລະດົມເງິນທຶນຈາກຕະຫຼາດຮຸ້ນໃນໄທແລ້ວ 70,000 ລ້ານບາດ.

XS
SM
MD
LG