ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ລະ​ເບີດ​ສະຫຼະ​ຊີບ ສັງ​ຫານກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ 9 ຄົນ​ໃນ ປາ​ກິ​ສ​ຖານ


ແຜ​ນ​ທີ່​ແຂວງ ບູ​ລູ​ຈິ​ສ​ຖານ, ປະ​ເທດ ປາ​ກິ​ສ​ຖານ.
ແຜ​ນ​ທີ່​ແຂວງ ບູ​ລູ​ຈິ​ສ​ຖານ, ປະ​ເທດ ປາ​ກິ​ສ​ຖານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ຂອງປ​ະ​ເທດ ປາ​ກິ​ສ​ຖານ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະ​ຊີບ​ໃສ່​ລົດ​ບັນ​ທຸກ​ທີ່​ຂົ​ນ​ສົ່ງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 9 ຄົນ​ເສຍ​ຊີ​ວິດ ແລະ 13 ຄົນ​ບາດ​ເຈັບ.

ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ຊີ​ບີ, ເຊິ່ງ​ເປັນ​ເມືອງ​ທີ່​ຢູ່​ໃຈ​ກາງ ​ຂອງ​ແຂວງ ບາ​ລູ​ຈິ​ສ​ຖານ.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ສຳ​ລັບ​ຄວາ​ມ​ຮຸນ​ແຮງໃນ​ທັນ​ທີ ໃນ​ແຂວງ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຂອງ ປາ​ກິ​ສ​ຖານ​ນັ້ນ, ບ່ອນ​ທີ່​ພວກ​ແບ່ງ​ແຍກ​ດິນ​ແດນ ​ໄດ້​ແນ​ເປົ້າ​ໃສ່ ​ກອງ​ກຳ​ລັງ​ຮັກ​ສາ​ຄວາ​ມ​ປອດ​ໄພ​ຢ່າງ​ເປັນ​ປະ​ຈຳ.

ທ່ານ ເມ​ມູດ ໂນ​ເຕັນ​ໄຊ, ຜູ້ກຳ​ກັບ​ການ​ຕຳຫຼວດ​ເມືອງ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ລົດ​ບັນ​ທຸກ​ດັ່ງ​ກ່າວ​ແມ່ນ​ໄດ້​ມຸ່ງ​ໜ້າ​ໄປ​ນະ​ຄອນ ເກັດ​ຕ້າ, ເຊິ່ງ​ແມ່ນ​ເມືອງ​ເອກ​ຂອງ​ແຂວງ ເວ​ລາ​ທີ່​ມື​ລະ​ເບີດ​ສະຫຼະ​ຊີບ​ຢູ່​ລົດ​ຈັກ​ໄດ້​ໂຈມ​ຕີ​ເຂົາ​ເຈົ້າ.

ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ໄດ້​ຖືກ​ນຳ​ໄປ​ໂຮງ​ໝໍ​ທີ່​ຢູ່​ໃກ້​ຄຽງ ບ່ອນ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ອະ​ທິ​ບາຍ​ອາ​ການ​ຂອງຫຼາຍ​ຄົນ​ວ່າ “ສາ​ຫັດ” ແລະ ຢ້ານ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຈະ​ສູງ​ຂຶ້ນ.

Authorities in southwestern Pakistan said Monday a suicide bombing of a truck transporting police personnel had killed at least nine and wounded 13 others.

The early morning deadly attack occurred in Sibi, a central district in the province of Baluchistan.

No group immediately claimed responsibility for the violence in the natural resources-rich Pakistani province, where insurgents routinely target security forces.

Mehmood Notenzai, the district police chief, told reporters the truck was heading to Quetta, the provincial capital when a suicide bomber on a motorcycle struck it.

The injured were taken to nearby hospitals where officials described the condition of several of them as "critical" and feared the death toll could rise.

XS
SM
MD
LG