ປະທານາທິບໍດີຊູດານ ທ່ານ Omar al-Bashir ໄດ້ກັບຄືນໄປ
ເຖິງນະຄອນ ຫຼວງ Khartoum ຂອງຊູດານແລ້ວ ຫລັງຈາກໄດ້
ທ້າທາຍຕໍ່ຄຳສັ່ງ ຂອງສານອາຟຣິກາໃຕ້ ໃຫ້ທ່ານຢູ່ໃນປະເທດ
ດັ່ງກ່າວຕໍ່ໄປແລະລໍຖ້າຟັງການຕັດສິນວ່າ ທ່ານຄວນຖືກຈະຈັບ
ໃນຂໍ້ຫາ ກໍ່ອາຊະຍາກຳສົງຄາມ ຂອງນາໆຊາດຫຼືບໍ່.
ບັນດາຜູ້ສະໜັບສະໜູນ ທ່ານ Bashir ໄດ້ພາກັນໄປຕ້ອນຮັບ
ທ່ານ ຢູ່ເດີ່ນບິນ ນະຄອນ Khartoum ໃນຕອນແລງວັນຈັນວານ
ນີ້ໂດຍໂບກປ້າຍແລະຮູບຂອງ ຜູ້ຊາຍທີ່ເຂົາເຈົ້າຮ້ອງວ່າ “ສິງໂຕ
ຂອງອາຟຣິກາ.” ໃນຂະນະທີ່ທ່ານກ້າວອອກຈາກເຮືອບິນ ທ່ານ
Bashir ໄດ້ທັກທາຍຝູງຊົນ ດ້ວຍການຍົກໄມ້ເທົ້າໄປມາ ຫລັງ
ຈາກນັ້ນກໍໄດ້ຢ່າງເຂົ້າໄປໃນລົດເປີດຫລັງຄາທີ່ແລ່ນຜ່ານຝູງຊົນໄປ.
ທ່ານ Bashir ໄດ້ອອກຈາກອາຟຣິກາໃຕ້ ໃນວັນຈັນວານນີ້ ພຽງບໍ່ເທົ່າໃດຊົ່ວໂມງກ່ອນ
ສານໄດ້ຕັດສິນວ່າ ທ່ານຄວນຖືກຄຸມຂັງ ແລະສົ່ງໃຫ້ແກ່ສານອາຍາສາກົນທີ່ໄດ້ຮັບການ
ສະໜັບສະໜູນໂດຍສະຫະປະຊາຊາດ ເພື່ອດຳເນີນຄະດີ.
ສານ Pretoria ແລະສານອາຍາສາກົນ ຕ່າງກໍໄດ້ສະແດງຄວາມຜິດຫວັງ ທີ່ ທ່ານ Bashir ບໍ່ເອົາຫົວຊາຕໍ່ການຕັດສິນຂອງສານ. ຜູ້ພິພາກສາອາຟຣິກາໃຕ້ ທ່ານ Dunstan
Mlambo ໄດ້ອອກຖະແຫລງການຢ່າງເປີດເຜີຍຕິຕຽນລັດຖະ ບານອາຟຣິກາທີ່ອະນຸຍາດ
ໃຫ້ທ່ານ Bashir ອອກເດີນທາງ ກ່ອນມີການອອກ ໝາຍຈັບ.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban ki-Moon ໄດ້ໃຫ້ຄວາມເຫັນກ່ຽວກັບ
ເລື້ອງນີ້ ໂດຍກ່າວວ່າ ອຳນາດຂອງສານອາຍາສາກົນຫລື ICC ຕ້ອງໄດ້ຮັບການເຄົາລົບ.
ຂໍ້ຫາກໍ່ອາຊະຍາກຳສົງຄາມ ແລະຂ້າລ້າງເຊື້ອຊາດເຜົ່າພັນຕໍ່ທ່ານ Bashir ໄດ້ເລີ້ມຈາກບັນຫາຂັດແຍ້ງໃນເຂດ Darfur ຂອງຊູດານ ທີ່ສະຫະປະຊາຊາດກະ ປະມານວ່າ ມີ 300,000 ຄົນໄດ້ຖືກຂ້າຕາຍແລະສອງລ້ານຄົນຕ້ອງອົບພະຍົບ ຫລົບໄພ.