ລິ້ງ ສຳຫລັບເຂົ້າຫາ

logo-print

ທ.ນ. ສີສະຫວັນ ພຸດທະວົງ ເລົ່າເຖິງຄວາມເປັນມາຂອງຄອບຄົວ ທ່ານນາງ ໃນການມາຕັ້ງຖິ່ນຖານຢູ່ ສຫລ ໃນປີ 1980


ທ່ານນາງສີສະຫວັນ ພຸດທະວົງກັບພາບທີ່ ທ.ນ. ແຕ້ມແລະວາງສະແດງ ຢູ່ຫໍພິພິດທະພັນແຫ່ງນຶ່ງ ໃນລັດເມນີໂຊຕາ

ໃນລາຍການຊຸມຊົນລາວໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສໍາພາດ ກັບ ທ່ານນາງສີສະຫວັນ ພຸດທະວົງ, ອາຈານສອນ ຢູ່ມະຫາວິທະຍາໄລ ລັດເທັນແນສຊີກາງ ຊຶ່ງທ່ານນາງຈະເລົ່າເຖິງເລື້ອງລາວການອົບພະຍົບ ຂອງຄອບຄົວ ທ່ານນາງ ມາດຳລົງຊີວິດ ຢູ່ໃນລັດແຄນຊັສ ທາງພາກກາງຂອງສະຫະລັດ. ຂໍເຊີນທ່ານໄປຟັງການສຳພາດນີ້ ຈາກບົວສະຫວັນໄດ້ໃນອັນດັບຕໍ່ໄປ.

ທ່ານນາງ ສີສະຫວັນ ພຸດທະວົງ ພ້ອມດ້ວຍລູກສາວສອງຄົນ ແລະສາມີຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນທີ່ໃຊ້ປາສຕິກໃສ, ສູງ 8 ຟຸດ, ກວ້າງ 12 ຟຸດ ທີ່ຫໍພິພິດທະພັນອາເມຣິກັນ Hunter, ລັດເທນແນສຊີ
ທ່ານນາງ ສີສະຫວັນ ພຸດທະວົງ ພ້ອມດ້ວຍລູກສາວສອງຄົນ ແລະສາມີຢືນຖ່າຍຮູບຢູ່ຕໍ່ໜ້າຮູບປັ້ນທີ່ໃຊ້ປາສຕິກໃສ, ສູງ 8 ຟຸດ, ກວ້າງ 12 ຟຸດ ທີ່ຫໍພິພິດທະພັນອາເມຣິກັນ Hunter, ລັດເທນແນສຊີ

ທ່ານນາງສີສະຫວັນ ພຸດທະວົງ ຢູ່ໃນເມືອງແມມຟິສໂບໂຣ (Murfreesboro), ລັດເທັນແນສຊີ ເປັນແມ່ຍິງເຊື້ອສາຍລາວຜູ້ນຶ່ງທີ່ປະສົບຜົນສໍາເລັດ ໃນການສຶກສາສູງຈົນໄດ້ເປັນສາສະດາຈານສອນວິຊາແຕ້ມຮູບຢູ່ມະຫາວິທະຍາໄລລັດເທັນແນສຊີກາງມາໄດ້ 18 ປີແລ້ວ. ກ່ອນຈະໄດ້ຮັບການສຶກສາ ແລະມີຜົນສໍາເລັດສູງ ເຖິງຂັ້ນນີ້ ທ່ານນາງເລົ່າເຖິງປະຫວັດຂອງທ່ານນາງແລະຄວາມເປັນມາ ແລະຊີວິດໃນສູນອົບພະຍົບຂອງຄອບຄົວທ່ານນາງ ສູ່ວີໂອເອຟັງວ່າ:

“ຂ້ອຍເປັນລູກສາວອົບພະຍົບຂ້ອຍມາໃນປີ 1980 ຕອນນັ້ນຂ້ອຍຫາກໍ່ໄດ້ 4 ປີ. ຂ້ອຍເກີດຢູ່ວຽງຈັນ, ລາວ. ພວກເຮົາຢູ່ສູນອົບພະຍົບ 2 ປີ ຢູ່ໜອງຄາຍກ່ອນຈະ ມາຮອດອາເມຣິກາ, ມາລັດແຄນຊັສ. ຂ້ອຍມີອ້າຍ 4 ຄົນ ແລະເອື້ອຍຄົນນຶ່ງ. ຂ້ອຍເປັນນ້ອງຫລ້າໝູ່ໃນຈໍານວນ 7 ຄົນ. ສະນັ້ນ ຂ້ອຍເຕີບໃຫຍ່ຂຶ້ນມາຢູ່ ໃນ ຄອບຄົວໃຫຍ່ທີ່ບໍ່ເຄີຍມີຄວາມມິດງຽບເລີຍ. ເວລາທີ່ພວກເຮົາຫລົບໜີຈາກ ລາວມາຢູ່ສູນອົບພະຍົບໜອງຄາຍນັ້ນ ພໍ່ຂອງຂ້ອຍເຮັດວຽກເປັນ ຄົນຮັກສາ ຄວາມ ສະອາດຢູ່ໃນສູນນັ້ນ ແລະຮັບປະກັນວ່າສູນຕ້ອງສະອາດຕາມມາດຕະ ຖານທີ່ ເພິ່ນວາງອອກ.”

ພໍ່ຂອງທ່ານນາງສີສະຫວັນ ເປັນຄົນທີ່ມາຈາກເມືອງຊໍາເໜືອ, ແຂວງຫົວພັນ ສ່ວນແມ່ແມ່ນມາຈາກເມືອງຫລວງພະບາງ ແຕ່ຍົກຍ້າຍມາຢູ່ບ້ານທາດຫລວງ ໃນນະຄອນຫລວງວຽງຈັນ ແລະພໍ່ຂອງທ່ານນາງ ເປັນແພດຊ່ວຍຢູ່ໃນຫ້ອງຜ່າຕັດ, ປິ່ນປົວທະຫານອາເມຣິກັນແລະທະຫານຝ່າຍລາດຊະອານາຈັກລາວ ທີ່ຖືກບາດເຈັບໃນປາງສົງຄາມ. ໃນປີ 1980 ຫລັງຈາກມາຮອດສະຫະລັດແລ້ວ ທໍາອິດ ຄອບຄົວທ່ານນາງໄດ້ໄປຢູ່ເມືອງນ້ອຍໆແຫ່ງນຶ່ງ ໃນລັດແຄນຊັສນັ້ນ ກ່ອນຈະຍົກຍ້າຍມາຕັ້ງຖິ່ນຖານຢູ່ເມືອງວິີນຟຽລດ໌ (Winfield) ຊຶ່ງເປັນ ເມືອງທີ່ໃຫຍ່ກວ່າ ແລະມີວຽກເຮັດງານທໍາສໍາລັບຄົນອົບພະຍົບທີ່ບໍ່ຮູ້ພາສາອັງກິດຫລາຍ ແລະເມືອງນີ້ກໍເປັນເມືອງທີ່ຢູ່ບໍ່ໄກຈາກນະຄອນວີຈິຕາ, ຊຶ່ງ ເປັນສູນກາງຜະລິດເຮືອບິນໂບອິງ ແລະອຸດສາຫະກໍາອື່ນໆໃນລັດແຄນຊັສ ທາງພາກກາງຂອງສະຫະລັດນັ້ນ.

ເໝືອນກັນກັບອົບພະຍົບທົ່ວໄປທີ່ມາຕັ້ງຖິ່ນຖານໃໝ່ໃນສະຫະລັດ ຄອບຄົວ ຂອງທ່ານນາງກໍຕ້ອງໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ໃນການຫາ ລ້ຽງຊີບ ແລະດູແລຄອບຄົວ ຊຶ່ງທ່ານນາງເລົ່າເຖິງວຽກງານແລະສະພາບຂອງ ປະຊາຄົມຕະຫລອດທັງການທໍາມາຫາລ້ຽງຊີບຄອບຄົວຂອງພໍ່ແມ່ທ່ານນາງໃນ ຕອນນັ້ນ ສູ່ຟັງວ່າ:

“ທີ່ຈິງແລ້ວ ພວກເຮົາໄດ້ຕົກໄປຢູ່ໃນເມືອງ ແຄນນີ (Caney) ລັດແຄນຊັສກ່ອນ ຊຶ່ງເປັນເມືອງທີ່ນ້ອຍກວ່າເມືອງວີນຟຽລດ໌ຂອງແຄນຊັສໜີ້ອີກ ເພາະວ່າບໍ່ມີບ່ອນ ທີ່ໃຫ້ພໍ່ແມ່ຂ້ອຍໄປຫາເງິນຫາຄໍາ ແລະຊອກວຽກຊອກການໄດ້. ສະນັ້ນ ໃນທີ່ສຸດ ພວກເຮົາກໍມາຢູ່ເມືອງວີນຟຽລດ໌ຂອງແຄນຊັສທີ່ພວກເຂົາມີວຽກເຮັດງານທໍາ ຫລາຍແນ່ນອນສໍາລັບພວກທີ່ບໍ່ຮູ້ພາສາອັງກິດດີ. ສະນັ້ນມີວຽກງານຢູ່ໃນໂຮງຈັກ ໂຮງງານຫລາຍ. ພໍ່ຂອງຂ້ອຍ ຄິດວ່າ ວຽກທໍາອິດຂອງລາວ ແມ່ນອັນດຽວກັນ ບ່ອນທີ່ລາວ ເຮັດຈົນຮອດຕອນລາວເສຍຊີວິດໄປ ຂ້ອຍບໍ່ຈື່ວ່າມັນຊື່ບໍລິສັດຫຍັງ ເພາະມັນດົນ ແລ້ວ ຮູ້ແຕ່ວ່າເປັນໂຮງງານທີ່ຜະລິດສິ້ນສ່ວນຂອງເຮືອບິນຂະ ໜາດນ້ອຍ ສິ່ງນຶ່ງທີ່ຂ້ອຍຈື່ໄດ້ວ່າເວລາລາວກັບມາເຮືອນກິ່ນ ກິ່ນນັ້ນແມ່ນກິ່ນ ໂລຫະ ສະນັ້ນຂ້ອຍວາດພາບເບິ່ງລາວຕ້ອງເຮັດວຽກກ່ຽວກັບເຫລັກ ແລະໂລຫະ ຫລາຍ ອາດເປັນໄປໄດ້ວ່າລາວຜະລິດເຫລັກ ຫລືຈອດເຫລັກ ແນ່ນອນວ່າລາວ ເຮັດວຽກທີ່ເປື້ອນ ເວລາກັບບ້ານມືຂອງລາວຈະເປື້ອນດ້ວຍຄາບນໍ້າມັນຫລາຍ ນີ້ວມືຂອງລາວບໍ່ເຄີຍສະອາດຈັກເທື່ອ. ແນ່ນອນວ່າລາວເຮັດວຽກທີ່ຍາກຫລາຍ ຢູ່ໃນໂຮງງານນັ້ນ. ລາວເຮັດຢູ່ຫັ້ນເປັນເວລາດົນນານຫລາຍ. ສ່ວນແມ່ຂ້ອຍນັ້ນ ຂ້ອຍຈື່ໄດ້ດີວ່າ ພວກເຮົາຢູ່ເຮືອນຫລັງທໍາອິດ ແມ່ນພວກເຮົາຢູ່ໃນເຮືອນທີ່ ນ້ອຍຫລາຍ. ແລະພໍ່ຂອງຂ້ອຍ ເນື່ອງຈາກວ່າພວກເຮົາມີລົດຄັນດຽວ ລາວຕ້ອງ ໄດ້ຂັບລົດໄປສົ່ງແມ່ຂ້ອຍຢູ່ໂຮງການ ລາວເຮັດວຽກເປັນຄົນຊັກເຄື່ອງຢູ່ເຮືອນ ພັກຄົນຊະລາຢູ່ເມືອງວີນຟຽລດ໌ ເວລາພວກເພິ່ນໄປການແມ່ນເຮັດ ໃຫ້ຂ້ອຍຕື່ນ ຂ້ອຍຈື່ໄດ້ດີ ເພາະຂ້ອຍນອນຢູ່ລະຫວ່າງກາງຂອງພວກເພິ່ນ ຂ້ອຍນ້ອຍຫລາຍ ຕອນນັ້ນ ຄັນຂ້ອຍຕື່ນແລ້ວຂ້ອຍກໍຈະຮ້ອງໃຫ້ຢາກໄປນໍາເພິ່ນ ແລ້ວອ້າຍຂ້ອຍ ກໍຕ້ອງເອົາຂ້ອຍໄວ້ ແລະບອກຂ້ອຍວ່າ “ເຈົ້າໄປເຮັດວຽກນໍາພວກເພິ່ນບໍ່ໄດ້.”

ຊີວິດຊາວລາວອົບພະຍົບໃນສະຫະລັດ ເຖິງແມ່ນວ່າຈະມີຄວາມປອດໄພທາງ ດ້ານການເມືອງ ແຕ່ໂດຍທົ່ວໄປແລ້ວ ກໍແມ່ນປະສົບຄວາມຫຍຸ້ງຍາກຫລາຍ ໃນການປັບຕົວເຂົ້າກັບສະພາບແວດລ້ອມໃໝ່ຂອງການດໍາລົງຊີວິດ ທີ່ໃຊ້ພາສາ ອັງກິດເປັນຕົ້ນຕໍໃນການເຮັດວຽກເຮັດງານ ແລະສື່ສານນໍາຄົນທົ່ວໄປທີ່ບໍ່ແມ່ນ ຄົນລາວ ຊຶ່ງກໍຕ້ອງໄດ້ເພິ່ງພາອາໄສກັນຊຶ່ງກັນແລະກັນ. ທ່ານນາງເລົ່າເຖິງ ບົດບາດຂອງ ພໍ່ຂອງທ່ານນາງໃນຕອນມາຕັ້ງຖິ່ນຖານໃໝ່ໃນການຊ່ວຍເຫລືອ ຄົນປະຊາຄົມ ລາວ ແລະປະສົບການຂອງທ່ານນາງ ໃນການເຕີບໃຫຍ່ຢູ່ໃນຄອບຄົວລາວ ທີ່ມີຈິດໃຈກວ້າງຂວາງໂອບອ້ອມອາລີນັ້ນສູ່ຟັງວ່າ:

“ເມື່ອເວົ້າເຖິງປະຊາຄົມລາວຢູ່ຫັ້ນແລ້ວ ພໍ່ແມ່ຂ້ອຍໄປບາສີສູ່ຂວັນຄົນ. ຈະແມ່ນ ເວລາມີຄົນປ່ວຍບໍ ຫລືແຕ່ງງານບໍ ຈັ່ງຊີ້ພວກເຮົາກໍລ້ວນແຕ່ໄປຮ່ວມງານ ເຂົາເຈົ້າ. ພໍ່ຂອງຂ້ອຍກໍຂ້ອນຂ້າງເປັນທີ່ຮູ້ກັນຂອງຄົນທົ່ວໄປວ່າ ເປັນຜູ້ນໍາ ທີ່ຜູ້ຄົນມັກຈະມາຂໍຄໍາແນະນໍາ ຈະເວົ້າໄດ້ວ່າ ລາວເປັນຄົນໃຫ້ຄໍາປຶກສາ ກໍວ່າໄດ້ ເຂົາເຈົ້າຈະມີຂໍຄໍາແນະນໍາ ຫລືປຶກສາຫາລືຈາກລາວ ກ່ຽວກັບເລື້ອງບັນຫາຜົວ-ເມຍ ຫລືບັນຫາອື່ນໆ ສະນັ້ນຂ້ອຍຮູ້ສຶກວ່າ ຂ້ອຍໃຫຍ່ຂຶ້ນໃນເຮືອນທີ່ເປີດປະຕູ ກວ້າງໃຫ້ແກ່ຄົນທີ່ມາຂໍຄໍາປຶກສາຈາກພໍ່ ຂ້ອຍໃນລະດັບໃດລະດັບນຶ່ງ. ລາວເປັນ ຄົນມີສື່ສຽງຢູ່ໃນປະຊາຄົມ. ສະນັ້ນ ໃຫຍ່ຂຶ້ນມາຮອດດຽວນີ້ຂ້ອຍຈຶ່ງບໍ່ເຫັນວ່າ ມັນເປັນການຍາກເລີຍໃນການ ເອົານໍ້າໃຫ້ເອົາອາຫານໃຫ້ທຸກຄົນກິນເມື່ອເຂົາເຈົ້າເຂົ້າມາເຮືອນຊຶ່ງວ່າ ພວກເຮົາຕ້ອງໃຫ້ການຕ້ອນຮັບເຂົາເຈົ້າຕະຫລອດເວລາ. ພໍ່ຂອງຂ້ອຍ ເມື່ອ ຂ້ອຍໃຫຍ່ຂຶ້ນມາແລ້ວຂ້ອຍຄິດຄືນໄປຈຶ່ງເຫັນວ່າ ລາວພະຍາຍາມເຮັດໃຫ້ ປະຊາຄົມສາມັກຄີກັນ ຕອນນັ້ນຂ້ອຍບໍ່ຮູ້ຈັກວ່າລາວເປັນຄົນສໍາຄັນ ຈົນມາ ຮອດຕອນນີ້ຈຶ່ງຮູ້. ແລ້ວກໍມາຄິດຄືນເບິ່ງຈຶ່ງຄ່ອຍຮູ້ວ່າບໍ່ຄືກັນກັບຢູ່ບ່ອນທີ່ ມີປະຊາຄົມລາວທີ່ໃຫຍ່ ເຊັ່ນຢູ່ລັດຄາລິຟໍເນຍ ແລະອື່ນໆ ການທີ່ພວກເຮົາຢູ່ ໃນປະຊາຄົມອັນນ້ອຍໆ ພວກເຮົາຕ້ອງໄດ້ໃຫ້ການຊ່ວຍເຫລືອຊຶ່ງກັນແລະກັນ ແບບຫລີກລ້ຽງບໍ່ໄດ້.”

ເມື່ອຖາມເຖິງການງານຂອງຄົນລາວສ່ວນໃຫຍ່ຢູ່ໃນເມືອງນັ້ນ ທ່ານນາງບອກວ່າ ເນື່ອງຈາກຄົນລາວທີ່ເປັນອົບພະຍົບສ່ວນໃຫຍ່ນັບທັງອ້າຍຂອງທ່ານນາງ 4 ຄົນ ທີ່ຮຽນຈົບການສຶກສາຊັ້ນກາງໃນວິທະຍາໄລຊຸມຊົນ ຫລື community college ນັ້ນ ແມ່ນເນັ້ນໃສ່ການຫາເງິນຄໍາມາລ້ຽງຄອບຄົວ ສະນັ້ນເຂົາເຈົ້າ ມັກເຮັດ ວຽກ ງານ ຢູ່ໃນໂຮງຈັກໂຮງງານຕ່າງໆ ຫລາຍກວ່າການຮໍ່າຮຽນຕໍ່. ເມື່ອຖາມເຖິງ ໂຮງງານອຸດສາຫະກໍາໃນເມືອງນັ້ນ ນອກຈາກໂຮງງານຜະລິດເຄື່ອງອາໄຫລ່ ເຮືອບິນແລ້ວ ກໍມີໂຮງງານຜະລິດເຄື່ອງໃຊ້ບັນຈຸອາຫານ ແລະສິ່ງຂອງຕ່າໆ ທີ່ເຮັດດ້ວຍຢາງປລາສຕິກຊັ້ນດີ ເຊັ່ນ ແທັບເປີແວ tapperware.

ເນື່ອງຈາກເມືອງວິີນຟຽລດ໌ (Winfield) ເປັນເມືອງນ້ອຍທີ່ມີປະຊາກອນປະມານ 10 ພັນກວ່າຄົນເທົ່ານັ້ນ ແລະມີຄົນເຊື້ອສາຍລາວອາໄສຢູ່ໜ້ອຍ ຈຶ່ງບໍ່ໄດ້ມີການ ສ້າງສາວັດວາ. ແຕ່ຢ່າງໃດກໍຕາມ ຄອບຄົວຂອງທ່ານນາງ ແລະພີ່ນ້ອງຊາວລາວ ທັງຫລາຍຢູ່ໃນເມືອງແຫ່ງນັ້ນ ກໍບໍ່ໄດ້ຖິ້ມປະລະໄລ ຮີດຄອງປະເພນີລາວ ແລະ ສາສະໜາພຸດແຕ່ຢ່າງໃດ ຊຶ່ງທ່ານນາງເລົ່າເລື້ອງນີ້ສູ່ຟັງວ່າ:

“ວັດທີ່ຂ້ອຍຈື່ໄດ້ກໍມີແຕ່ຢູ່ໃນນະຄອນວີຈິຕາ ສະນັ້ນ ຄັນຢາກໄປວັດ ເຮົາຕ້ອງໄດ້ ໄປວີຈິຕາ. ພວກເຂົາເຈົ້າໄປເອົາຄູບາຈາກວັດນັ້ນມາເມືອງ (Winfield). ວີຈິຕາ ແມ່ນຂີ່ລົດໄປປະມານ 40 ນາທີ ສະນັ້ນແມ່ຂອງຂ້ອຍ ແມ່ຂອງຂ້ອຍບໍ່ຄ່ອຍໄດ້ ໄປວັດເລື້ອຍປານໃດເພາະວ່າ ມັນຢູ່ໄກຫລາຍ ແຕ່ວ່າພວກເພິ່ນຈະເຮັດພິທີຕັກ ບາດຢູ່ໃນເຮືອນ ເວລາມີຜູ້ໃດຈັດງານ ເຊັ່ນວ່າ ຕັກບາດ, ບາສີ ສູ່ຂວັນ ຫລືອັນໃດ ອັນນຶ່ງຄ້າຍຄືກັນນັ້ນແລ້ວແມ່ຂ້ອຍກໍຈະໄປຮ່ວມ ຂ້ອຍຮູ້ສຶກວ່າ ລາວມີຄວາມຜູກ ພັນນັບຖືສາສະໜາພຸດຢູ່.”

ສະຫລຸບແລ້ວເຖິງແມ່ນວ່າຈະມາຈາກຄອບຄົວອົບພະຍົບທີ່ປະສົບກັບຄວາມທຸກ ຍາກຫລາຍຢ່າງໃນເວລາມາຕັ້ງຖິ່ນຖານໃໝ່ນັ້ນກໍຕາມ ທ່ານນາງສີສະຫວັນ ກັບເອື້ອຍຜູ້ຖິດກັບທ່ານນາງນັ້ນຖືວ່າໂຊກດີ ທີ່ໄດ້ຮັບສຶກສາສູງ ຈົນເຖິງຂັ້ນວ່າ ທ່ານນາງໄດ້ເປັນສາດສະດາຈານສອນໃນ ມະຫາວິທະຍາໄລແຫ່ງນຶ່ງໃນ ສະຫະລັດຖືວ່າເປັນແມ່ຍິງເຊື້ອສາຍລາວຄົນນຶ່ງ ທີ່ບໍ່ນ້ອຍໜ້າໄປກວ່າຄົນ ອາເມຣິກັນທີ່ມາຈາກເຊື້ອຊາດອື່ນເລີຍ. ສິ່ງນັ້ນສະແດງໃຫ້ເຫັນວ່າການມາຕັ້ງຖິ່ນຖານໃໝ່ຂອງພໍ່ແມ່ທ່ານນາງໃນສະຫະລັດໄດ້ຮັບຜົນສໍາເລັດດີ.

XS
SM
MD
LG