ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາງ​ສ​ເຕັ​ຟ​ຟາ​ນີ ເລົ່າ​ກ່ຽວ​ກັບ​ການ​ເຮັດ ​ວຽກ​ງານ ໃນ Google ແລະ Facebook ແລະ​ການ​ມາ​ຕັ້ງ ​ຖິ່ນ​ຖານ​ໃໝ່​ຂອງ​ຄອບ​ຄົວ​ນາງ​ໃນ ​ກາ​ນາ​ດາ


ສຳ​ພາດ​ກັບ​ນາງ​ສ​ເຕັ​ຟ​ຟາ​ນີກ່ຽວ​ກັບ​ເສັ້ນ​ທາງ​ໃນ​ການ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ໃນ ສ​ຫລ​ ແລະ​ຊີ​ວິດ​ຄວາມ​ເປັນ​ມາ​ຂອງ​ຄອບ​ຄົວ​ນາງ​ທີ່​ອົບ​ພະ​ຍົບ​ຈາກ​ລາວ ມາ​ຢູ່​ກາ​ນາ​ດາ.mp4

ບັນດາທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊົມຊົນຊາວລາວ ໃນທະວີບອາເມຣິກາມື້ນີ້, ພວກເຮົາຈະ​ນຳການສຳພາດກັບສອງ​ແມ່​ລູກມາ​ສ​ະ​ເໜີ​ທ່ານ​ຊຶ່ງ​ກໍຄືຍາ​ນາງ​ກົງ​ທອງ ແລະ​ນາງ​ສ​ເຕັ​ຟ​ຟາ​ນີ ດາ​ຣາ ປະ​ຖຳ​ມະ​ວົງ. ຍາ​ນາງ​ກົງ​ທອງ ແລະສາ​ມີ​ໄດ້​ພາລູກ​ອົບ​ພະ​ຍົບ ມາ​ຕັ້ງຖິ່ນ​ຖານໃນກາ​ນາ​ດາໃນ​ປີ 1979. ສ່ວນ​ນາງສະ​ເຕັ​ຟ​ຟາ​ນີ, ລູກ​ສາວ​ຂອງ​ຍາ​ນາງ​ແມ່ນຍົກ​ຍ້າຍ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່ໃນ​ເຂດ​ຊີ​ລີ​ຄອນ​ວາ​ລີ ຊຶ່ງ​ກໍ​ຄື​ເມືອງ​ແຊນໂຮ​ເຊ ທາງ​ພາກ​ເໜືອ​ຂອງລັດ​ຄາ​ລິ​ຟໍ​ເນຍມາ​ໄດ້ 17 ປີ​ແລ້ວ ແລະ​ນາງ​ກໍມີ​ຜົນ​ສຳ​ເລັດ​ສູງໃນ​ອາ​ຊີບວຽກ​ງານໂດຍ​ໄດ້​ເຮັດ​ວຽກໃນບໍ​ລິ​ສັດຍັກ​ໃຫຍ່​ດ້ານ​ເທັກ​ໂນ​ໂລ​ຈີທີ່​ມີ​ຊື່​ສຽງ​ຢູ່​ທົ່ວ​ໂລກ ເຊັ່ນ Google ແລະ Facebook. ​ບົວ​ສະ​ຫວັນ​ຈະ​ນຳເອົາ​ການ​ໂອ້​ລົ​ມ​ກັບເຂົາ​ເຈົ້າມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຍາ​ນາງ​ກົງ​ທອງ ແລະທ່ານຄຳ​ໄພ ປະ​ຖຳ​ມະ​ວົງ (ກາງ) ແລະ​ລູກ​ຊາຍ​ພ້ອມ​ພັນ​ລະ​ຍາແລະ​ລູກ 3 ຄົນ (ຊ້າຍ​ແຖວ​ໜ້າ) ນາງ​ສ​ເຕັ​ຟ​ຟາ​ນີ ແລະ​ສາ​ມີ (ຂວາ) ພ້ອມ​ດ້ວຍ​ລູກ​ 2 ຄົນ
ຍາ​ນາງ​ກົງ​ທອງ ແລະທ່ານຄຳ​ໄພ ປະ​ຖຳ​ມະ​ວົງ (ກາງ) ແລະ​ລູກ​ຊາຍ​ພ້ອມ​ພັນ​ລະ​ຍາແລະ​ລູກ 3 ຄົນ (ຊ້າຍ​ແຖວ​ໜ້າ) ນາງ​ສ​ເຕັ​ຟ​ຟາ​ນີ ແລະ​ສາ​ມີ (ຂວາ) ພ້ອມ​ດ້ວຍ​ລູກ​ 2 ຄົນ

ໃຜໆ​ທີ່​ມີ​ຄອມ​ພີວ​ເຕີ ຫລື​ໂທ​ລະ​ສັບ​ມື​ຖື ກໍ​ຄົງຮູ້​ ແລະ​ໃຊ້ການບໍ​ລິ​ການ ແລະ​ຜ​ະ​ລິດ​ຕະ​ພັນ​ຈາກບໍ​ລິ​ສັດ​ຍັກ​ໃຫຍ່ຂອງ​ໂລກໃນ​ດ້ານ​ເທັກ​ໂນ​ໂລ​ຈີເຊັ່ນ Google, Facebook ແລະ Microsoft ຢູ່​ເນາະ. ນາງ​ສ​ເຕັ​ຟ​ຟາ​ນີ ດາ​ຣາ ປະ​ຖຳ​ມະ​ວົງ ເປັນແມ່​ຍິງ​ລາວ​ຜູ້​ນຶ່ງ​ທີ່​ສາ​ມາດ​ທັບ​ມ້າງ​ເພ​ດານ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ ແລະ​ເພດ ເພື່ອ​ເຂົ້າ​ໄປ​ເຮັດ​ວຽກ​ ໃນ​ບໍ​ລິ​ສັດເຫລົ່າ​ນີ້ໄດ້. ໃນ​ປີ 2005 ນັ້ນ​ປາ​ກົດ​ວ່າ​ມີ​ແຕ່​ນາງ​ທີ່​ເປັນ​ຄົນ​ລາວ ​ເຮັດ​ວຽກ​ກັບ​ຄົນສ່ວນ​ໃຫຍ່ ທີ່​ເປັນ​ຜູ້​ຊາຍ​ຜິວ​ຂາວ ແລະມີ ຄວາມ​ຊຳ​ນິ​ຊຳ​ນານ​ລ​ະ​ດັບ​ນຳ​ໜ້າ​ໂລກ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ. ນາງເຄີຍ​ເປັນ​ຜູ້​ນຶ່ງ​ໃນລະ​ດັບ​ບໍ​ລິ​ຫານ​ 8 ຄົນ​ທີ່​ມີ​ຄວາມໃກ້​ຊິດ​ກັບທ່ານມາກ ຊັກ​ເກີ​ເບີກ (Zuckerberg) ຜູ້​ຮ່ວມກໍ່​ຕັ້ງ ແລະຫົວ​ໜ້າ​ຜູ້​ບໍ​ລິ​ຫານຂອງ​ບໍ​ລິ​ສັດ Facebook, ຊຶ່ງ​ເປັນ​ບໍ​ລິ​ສັດ​ສື່​ສັງ​ຄົມ​ອອນ​ລາຍ​ໃຫຍ່ທີ່​ສຸດ​ໃນ​ໂລກໂດຍ​ມີ​ຜູ້​ຊົມ​ໃຊ້ປະ​ມານ 2 ຕື້ 800 ລ້ານ​ຄົນນັ້ນ. ປັດ​ຈຸ​ບັນນາງເຮັດ​ວຽກ​ໃຫ້​ບໍ​ລິ​ສັດ Linkedin, ຊຶ່ງ​ເປັນ​ບໍ​ລິ​ສັດ​ຈັດ​ຫາ​ງານ​ແກ່​ນັກ​ວິ​ຊາ​ການ​ຕ່າງໆ ທີ່​ມີ​ສາ​ຂາ​ຢູ່​ຫລາຍ​ຂົງ​ເຂດ​ຂອງ​ໂລກ. ແຕ່​ກ່ອນ​ຈະ​ມາ​ເຖິງຈຸດນີ້​ໄດ້ ນາງ​ເລົ່າ​ປະ​ຫວັດ​ຂອງ​ນາງສູ່​ຟັງວ່າ:

​ຍາ​ນາງ​ກົງ​ທອງ (ຜູ້​ທີ 3 ຈາກຂວາ) ໃນ​ຕອນ​ເປັນ​ນາຍ​ຄູ​ສອນ​ຢູ່​ໂຮງ​ຮຽນ​ປາດ​ຖະ​ໜາ ໃນ​ນະ​ຄອນ​ຫລວງວຽງ​ຈັນ​ກ່ອນ​ປີ 1975
​ຍາ​ນາງ​ກົງ​ທອງ (ຜູ້​ທີ 3 ຈາກຂວາ) ໃນ​ຕອນ​ເປັນ​ນາຍ​ຄູ​ສອນ​ຢູ່​ໂຮງ​ຮຽນ​ປາດ​ຖະ​ໜາ ໃນ​ນະ​ຄອນ​ຫລວງວຽງ​ຈັນ​ກ່ອນ​ປີ 1975

ບໍ​ລິ​ສັດ Google ​ເປັນ​ບໍ​ລິ​ສັດ​ທີ່​ສ້າງ​ເວັບ​ໄຊ​ທ໌​ສຳ​ລັບ​ຄົນ​ເກືອບທົ່ວ​ໂລກ​ໃຊ້ເພື່ອ​ຄົ້ນ​ຫາ​ຂໍ້​ມູນ​ຕ່າງໆ ແລະ​ປະ​ດິດ​ຊັອ​ຟແວ​ຫລາຍ​ຢ່າ​ງອີກ ​ເຊັ່ນ​ຊັອ​ຟ​ໃສ່​ໂມງ​ສະ​ຫລາດ ແລະ​ແຫວ່ນ​ຕາ​ສະ​ຫລາດ. ສ​ເຕັ​ຟ​ຟາ​ນີ​ເລົ່າ​ສູ​ຟັງ​ວ່າ ນາງ​ເຮັດ​ວຽກໃນ​ພະ​ແນກ​ພັ​ດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໂດຍເປັນ​ຜູ້​ຊອກ​ຫາ ແລະ​ຄັດ​ເລືອກ​ເອົາ​ນັກ​ວິ​ສະ​ວະ​ກອນ​ທາງ​ຄອມ​ພິວ​ເຕີໄປ​ເຮັດ​ວຽກໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ ຊຶ່ງ​ຕອນ ນັ້ນບໍ​ລິ​ສັດ​ນີ້​ກໍຍັງ​ນ້ອຍ​ຢູ່​ ຊຶ່ງ​ມີ​ພະ​ນັກ​ງານປະ​ມານ 5 ພັນ​ຄົນ​ເທົ່າ​ນັ້ນ. ຕົກ​ມາ​ປີ 2021 ບໍ​ລິ​ສັດ​ນີ້ ມີ​ພະ​ນັກ​ງານ​ເຮັດ​ວຽກ​ໃນ​ທົ່ວ​ໂລກ​ເກືອບ​ຮອດ 140,000 ຄົນ​ ຊຶ່ງນາງ​ເລົ່າ​ສູ່​ຟັງ​ວ່າ ນາງ​ໄດ້​ປະ​ກອບ​ສ່ວນຊ່ວຍ​ເຮັດ​ໃຫ້​ບໍ​ລິ​ສັດ​ຂະ​ຫຍາຍ​ຕົວ​ຂຶ້ນ​ ແລະ​ໄດ້ຊ່ວຍ​ສ້າງ​ຕັ້ງ​ຫ້ອງ​ການ​ປະ​ຈຳ​ຂົງ​ເຂດ​ຢູ​ໂຣບໃນ​ນະ​ຄອນ​ຫລວງ​ດັບ​ບລິນ ຂອງ​ໄອ​ແລນ​ຂຶ້ນ​ອີກ​ດ້ວຍ.

ເນື່ອງ​ຈາກວ່າ ​ນາງ​ຮູ້​ພວກ​ນັກ​ວິ​ຊາ​ການ ແລະ​ຊ່ຽວ​ຊານ​ດ້ານນີ້​ຢ່າງກວ້າງ​ຂວາງ ນາງ​ຈຶ່ງ​ເປັນ​ທີ່​ຕ້ອງ​ການ​ຂອງຫລາຍ​ບໍ​ລິ​ສັດທີ່​ມີ​ການ​ແຂ່ງ​ຂັນ​ກັນ​ສູງ. ສະ​ນັ້ນ​ນາງ​ຈຶ່ງ​ໄດ້​ໄປ​ເຮັດ​ວຽກ​ເປັນຜູ້​ອຳ​ນວຍ​ການຝ່າຍ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້ບໍ​ລິ​ສັດໄມ​ໂຄ​ຊັອ​ຟ​, ຊຶ່ງ​ເປັນ​ບໍ​ລິ​ສັດ​ຍັ​ກ​ໃຫຍ່​ຂອງ​ໂລກ ​ໃນ​ການ​ປະ​ດິດ​ຊັອ​ຟ​ແວ​ຕ່າງໆ ເຊັ່ນ​ໂປ​ຣ​ແກ​ຣມວິນ​ໂດສຳ​ລັບ​ຄອມ​ພິວ​ເຕີ ​ທີ່ພວກ​ເຮົາ​ໃຊ້​ກັນ​ໃນ ທຸກມື້ນີ້ ແລະ​ຈາກນັ້ນ​ກໍ​ໄປ​ເຮັດ​ໃຫ້​ບໍ​ລິ​ສັດ Facebook ຊຶ່ງ​ຕອນນັ້ນ​ບໍ​ລິ​ສັດ​ດັ່ງ​ກ່າວ​ກໍ​ຍັງ​ນ້ອຍ​ຢູ່ເມື່ອ​ທຽບ​ໃສ່​ກັບບໍ​ລິ​ສັດ Google. ສະ​ນັ້ນ ນາງ​ໄດ້​ຊ່ວຍ​ສ້າງ​ຕັ້ງ​ທີມ​ງານ​ວິ​ສະ​ວະ​ກອນ​ດ້ານ​ເຄືອ​ຂ່າຍຫລື Network Engineering ດັ່ງ​ທີ່​ນາງ​ເລົ່າ​ສູ່​ຟັງ​ວ່າ:

“Google ມີວິສະວະກອນເຄືອຂ່າຍຫລາຍກວ່າ 700 ຄົນ ແລະເຟສບຸກມີພຽງ ແຕ່ສີ່ຄົນ, Google ຄືກັບວ່າເປັນເວັບໄຊທ໌ອັນດັບນຶ່ງ ແລະເຟສບຸກແມ່ນ ເວັບໄຊທ໌ອັນດັບສາມ ແລະພວກເຂົາມີວິສະວະກອນດ້ານເຄືອຂ່າຍ 4 ຄົນເທົ່ານັ້ນ, ດັ່ງນັ້ນຂ້ອຍກໍ່ຊ່ວຍສ້າງທີມງານນີ້.”

ຈາກນັ້ນ​ ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມານາງ​ກໍ​ຍ້າຍ​ໄປ​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ Linkedin ທີ່​ໃຫ້​ບໍ​ລິ​ການ​ຕົ້ນ​ຕໍ ​ໃນ​ການ​ຈັດ​ຫາ​ງານ​ສຳ​ລັບ​ນັກ​ວິ​ຊາ​ການ​ຕ່າງໆ ໃນ​ທົ່ວ​ໂລກ. ນາງ​ເປັນ​ຜູ້​ລະ​ດົມ​ແລະ​ສ້າງຕັ້ງ​ທີມງານ​ວິ​ສະ​ວະ​ກອນ​ດ້ານ​ເທັກ​ໂນ​ໂລ​ຈີ​ ແລະ​ບໍ​ລິ​ຫານໃນ​ດ້ານຄວາມ​ຫລາກ​ຫລາຍ​ໃນ​ບ່ອນ​ເຮັດ​ວຽກ ແລະ​ຄວາມ​ສະ​ເໝີ​ພາບ​ຂອງ​ພະ​ນັກ​ງານ​ໃນບໍ​ລິ​ສັດດັ່ງ​ກ່າວ. ພ້ອມ​ກັນ​ນັ້ນ​ນາງ​ກໍ​ໄດ້​ເລີ້ມຕັ້ງທຸ​ລະ​ກິດ​ຂອງ​ຕົນ​ເອງ​ທີ່ເອີ້ນ​ວ່າ Start Up ທີ່ໃຫ້​ຄຳ​ປຶກ​ສາ ແລະ​ຝຶກ​ທັກ​ສະ​ໃນ​ການ​ສຳ​ພາດ, ການ​ນຳ​ສະ​ເໜີ​ບົດ ຫລື​ຫົວ​ຂໍ້​ຕ່າງໆ ໃນ​ເວ​ລາ​ໄປ​ສຳ​ພາດ​ເພື່ອ​ໃຫ້ເຂົາ​ເຈົ້າ​ສາ​ມາດ​ແຂ່ງ​ຂັນ​ໄດ້ ເວ​ລາ​ໄປ​ສະ​ໝັກ​ເຮັດ​ວຽກ​ຢູ່ໃນ​ບໍ​ລິ​ສັດດ້ານເທັກ​ໂນ​ໂລ​ຈີທີ່​ໃຫຍ່ ແລະ​ໂດ່ງ​ດັງ​ຂອງ​ສະ​ຫະ​ລັດ.

ຍາງ​ນາງ​ກົງ​ທອງ ແລະ​ສາ​ມີ ພ້ອມ​ດ້ວຍ​ນາງ​ສ​ເຕັ​ຟ​ຟາ​ນີ ແລະ​ອ້າຍ​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ເປັນ​ເດັກ​ໜຸ່ມ ຢູ່​ໃນ​ກາ​ນາ​ດາ
ຍາງ​ນາງ​ກົງ​ທອງ ແລະ​ສາ​ມີ ພ້ອມ​ດ້ວຍ​ນາງ​ສ​ເຕັ​ຟ​ຟາ​ນີ ແລະ​ອ້າຍ​ຕອນ​ທີ່​ເຂົາ​ເຈົ້າ​ຍັງ​ເປັນ​ເດັກ​ໜຸ່ມ ຢູ່​ໃນ​ກາ​ນາ​ດາ

ແຕ່​ຢ່າງໃດ​ກໍ​ຕາມ ໃນ​ຕອນມາ​ຮອດ​ກາ​ນາ​ດາ​ໃໝ່ໆ​ນັ້ນ ຄອບ​ຄົວ​ຂອງ​ນາງກໍ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ທຳ​ມາ​ຫາ​ກິນ​ລ້ຽງ​ຊີບ​ ຊຶ່ງແມ່​ຂອງ​ນາງ​ເລົ່າ​ກ່ຽວ​ກັບ​ການ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ ແລະ​ເຫດ​ຜົນ​ພາ​ໃຫ້​ໜີ​ອອກ​ຈາກ​ບ້ານສູ່ຟັງ​ວ່າ:

ທັງ​ໝົດ​ນີ້​ເຮັດ​ໃຫ້​ພໍ່​ແມ່​ຂອງນາງ​ດີ​ໃຈ​ຫລາຍ ແລະ ​ຄິດ​ວ່າ​ໃນ​ແຕ່​ລະ​ບ່ອນ​ທີ່​ນາງ​ເຮັດ​ວຽກ​ຢູ່ນັ້ນ ​ມີ​ສະ​ຫວັດ​ດີ​ການ​ດີ​, ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ພະ​ນັກ​ງານຂອງ​ເຂົາ​ເຈົ້າເພື່ອ​ໃຫ້​ພະ​ນັກ​ງານ​ສຸມ​ຈິດ​ໃຈ​ໃສ່​ໜ້າ​ທີ່​ຂອງ​ເຂົາ​ເຈົ້າສູງ​ທີ່​ສຸດຊຶ່ງ​ຍາ​ນາງ ​ກົງ​ທອງ​ເລົ່າ​ສູ່​ຟັງ​ວ່າ:

ນາງ​ເປັນ​ລູກຜູ້​ທີ​ສອງຫລື​ລູກ​ຫລ້າ​ຂອງ​ຍາ​ນາງ​ກົງ​ທອງ ແລະ​ທ່ານຄຳ​ໄພ ປະ​ຖຳ​ມະ​ວົງ. ​ກ່ອນອອກ​ຈາກ​ລາວ​ໃນ​ປີ 1978 ນັ້ນ ພວກ​ເພິ່ນມີ​ລູກ​ຊາຍ​ຄົນ​ນຶ່ງ​ຊຶ່ງ​ແມ່ນ​ອ້າຍ​ຂອງ​ນາງ​ສ​ເຕັ​ຟ​ຟາ​ນີ ແລ​ະ​ປັດ​ຈຸ​ບັນ​ແມ່ນ​ອາ​ໄສ​ຢູ່​ໃກ້​ກັບ​ພໍ່​ແມ່​ຂອງ​ນາງ ຢູ່ທາງ​ພາກຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ກາ​ນາ​ດາ.

ມາ​ຮອດ​ຕອນນີ້ ນາງ​ສ​ເຕັຟຟາ​ນີນອກ​ຈາກ​ມີ​ວິ​ຊາ​ອາ​ຊີບ​ທີ່​ສ້າງ​ລາຍ​ໄດ້​ສູງ​ແລ້ວ ກໍ​ຍັງ​ມີ​ຄອບ​ຄົວ​ອັນ​ອົບ​ອຸ່ນ ແລະ​ຖາ​ນະ​ໝັ້ນ​ຄົງ ໂດຍ​ທີ່​ສາ​ມີ​ຂອງ​ນາງ​ທີ່​ເປັນຄົນ ​ເຊື້ອ​ສາຍ​ຟີ​ລິບ​ປິນກໍເຮັດ​ວຽກໃຫ້​ບໍ​ລິ​ສັດ​ຍັກ​ໃຫຍ່​ແຫ່ງ​ນຶ່ງຂອງສະ​ຫະ​ລັດ​ເຊັ່ນ​ກັນ ແລະ​ກໍ​ມີ​ລູກ​ສາວ​ສອງ​ຄົນ ແລະ​ດຳ​ລົງ​ຊີ​ວິດ​ຢູ່ເມື​ອງ​ແຊນ​ໂຮ​ເຊ ຊຶ່ງເອີ້ນ​ກັນວ່າ​ເຂດຊີ​ລິ​ຄອນ​ວາ​ລີ ທີ່​ໂດ່ງ​ດັງ​ໄປ​ທົ່ວ​ໂລກນັ້ນ.

ນາງ​ສ​ເຕັ​ຟ​ຟາ​ນີ ດ​າ​ຣາ ປະ​ຖຳ​ມະ​ວົງ ພ້ອມ​ດ້ວຍ​ລູກ ແລະ​ສາ​ມີ, ອາ​ໄສ​ຢູ່​ເມືອງ ແຊນ​ໂຮ​ເຊ, ທາງ​ພາກ​ເໜືອ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ
ນາງ​ສ​ເຕັ​ຟ​ຟາ​ນີ ດ​າ​ຣາ ປະ​ຖຳ​ມະ​ວົງ ພ້ອມ​ດ້ວຍ​ລູກ ແລະ​ສາ​ມີ, ອາ​ໄສ​ຢູ່​ເມືອງ ແຊນ​ໂຮ​ເຊ, ທາງ​ພາກ​ເໜືອ​ຂອງ​ລັດ​ຄາ​ລິ​ຟໍ​ເນຍ

ເນື່ອງ​ຈາກ​ມັນເປັນບ່ອນຕັ້ງ​ຂອງບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີຍັກ​ໃຫຍ່​ເມືອງນີ້​ຈຶ່ງມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ມັນຊຶ່ງ​ກໍ​ຄື ຄົນ​ສ່ວນ​ໃຫຍ່​ຢູ່​ເມືອງນັ້ນຈະ​ເປັນ​ນັກ​ວິ​ສະ​ວະ​ກອນ ຫລື​ ວິ​ຊາ​ການ​ທີ່​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດເຫລົ່າ​ນີ້ ຊຶ່ງ​ນາງ​ສ​ເຕັ​ຟ​ຟາ​ນີເລົ່າ​ສູ່​ຟັງ​ວ່າ:

“ມັນເປັນສິ່ງທີ່ໜ້າສົນໃຈເພາະວ່າເບິ່ງ​ແລ້ວທຸກຄົນຄ້າຍຄືກັບວ່າ ເຈົ້າຈະບໍ່ ສາ ມາດຫລີກ​ ທີ່ຈ​ະບໍ່ພົບ​ຄົນ​ທີ່ເຮັດວຽກໃນຂະ​ແໜງເທັກໂນໂລຈີໄດ້. ສະນັ້ນ ມັນຄອບງໍາການສົນທະນາຂອງ​ຄົນ​ຫລາຍ ເພາະຜູ້​ຄົນຢາກຮູ້ວ່າ ເຈົ້າ​ກຳ​ລັງ​ເຮັດ​ວຽກ​ໃຫ້ບໍລິສັດໃດ, ເຈົ້າກໍາລັງເຮັດວຽກຢູ່ໃນໂຄງການຫຍັງ. ແຕ່​ເລື້ອງ​ຂອງ​ມັນ​ກໍ​ຄື​ວ່າ ຊຸມ​ຊົນ​ທີ່​ດີ​ບໍ່​ແມ່ນທຸກ​ສິ່ງ​ທຸກ​ຢ່າງມີແຕ່​ຈະ​ສຸມ​ໃສ່​ດ້ານເທັກ​ໂນ​ໂລ​ຈີຫມົດ​ແມ່ນບໍ່​. ເຈົ້າຍັງຕ້ອງການທ່ານ​ໝໍ, ພະຍາບານ, ພະນັກງານບໍລິການ, ພະນັກງານຂອງເມືອງ. ສະນັ້ນ, ພວກ​ເຮົາຮູ້ວ່າ ພວກເຮົາຕ້ອງການພອນສະ ຫວັນອັນ​ຫລາກ​ຫລາຍ ບໍ່ແມ່ນພຽງແຕ່​ພວກທີ່ມີພອນສະຫວັນດ້ານເທັກໂນ ໂລ ຈີເທົ່ານັ້ນຍ້ອນ​ວ່າທີ​ທຸກ​ບໍ​ລິ​ສັດ​ຕັ້ງ​ຢູ່​ຫັ້ນ.”

ເມື່ອ​ຖາມ​ເຖິງຄ່າ​ຄອງ​ນັ້ນ​ນາງ​ຕອບ​ວ່າ:

"ບໍ່​ເປັນ​ຈັ່ງ​ວ່າ ຄ່າຄອງ​ຊີບແມ່ນສູງ, ສະ​ນັ້ນເລື້ອງນີ້ແມ່ນ ບາງສິ່ງ ບາງຢ່າງທີ່ ຂ້ອຍບໍ່ມີຄໍາຕອບແທ້ໆ. ແຕ່ວ່າ, ເຈົ້າຮູ້ບໍ່ວ່າຄ່າຄອງຊີບສູງຫຼາຍ ເງິນເດືອນ ກໍສູງຄືກັນ. ສະນັ້ນເພື່ອດຶງດູດເອົາ​ຄົນ​ມີທີ່ພອນສະຫວັນ ເຈົ້າກໍ່ຕ້ອງຈ່າຍເງິນ ສູງ​ແມ່ນບໍ່? ສະນັ້ນຄ່າຄອງຊີບແມ່ນສູງຢ່າງບໍ່ໜ້າເຊື່ອເລີຍ ຄ່າໃຊ້ຈ່າຍ ໃນ ການດູແລລູກແມ່ນສູງຫລາຍ. ​ຂ້ອຍຄິດ​ວ່າ​, ເຈົ້າຕ້ອງ​ມີ​ລາຍ​ໄດ້ຢ່າງ​ໜ້ອຍ​ 3 ແສນ ຫລື 4 ແສນ​ໂດ​ລາຕໍ່​ປີ ສຳ​ລັບ​ຄອບ​ຄົວນຶ່ງ ເພື່ອ​ຈະຢູ່​ໄດ້.”

ພ້ອມ​ກັນ​ນີ້ ເມືອງ​ແຫ່ງນັ້ນ ​ຍັງ​ມີ​ອາ​ກາດ​ດີບໍ່​ຮ້ອນ​ຫລາຍ ແລະ​ບໍ່​ໜາວ​ຫລາຍ ແລະ ​ກໍ​ຢູ່​ໃກ້​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເຊັ່ນ​ ຂົງ​ທີ່​ມີ​ເຊື່ອວ່າ Golden Gate ທີ່​ງາມ ແລະ​ມີ​ຊື່​ສຽງ​ໂດ່ງ​ດັງ​ ອັນ​ນຶ່ງ​ຂອງ​ໂລກ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ຄືເລື້ອງລາວຊີວິດຂອງນາງ​ສ​ເຕັ​ຟ​ຟາ​ນີ ດາ​ຣາ ປະ​ຖຳ​ມະ​ວົງທີ່​ປະ​ສົບ​ຜົນ​ສຳ​ເລັດ​ສູງໃນ​ອາ​ຊີບ​ວຽກ​ງານ ແລະ​ແມ່​ຂອງ​ນາງ ກໍ​ຄື​ຍາ​ກົງ​ທອງທີ່​ອົບ​ພະ​ຍົບ​ມາ​ພ້ອມ​ກັບ​ສາ​ມີ ແລະ​ລູກ​ຊາຍ​ກົກ ມາ​ຕັ້ງ​ຖິ່ນ​ຖານ​ໃນ​ກາ​ນາ​ດາ. ຫລັງ​ຈາກນັ້ນນາງ​ສ​ເຕັ​ຟ​ຟາ​ນີ​ກໍ​ຍົກ​ຍ້າຍ​ຈາກ​ກາ​ນາ​ດາ​ ມາ​ຕັ້ງ​ຖິ່ນ​ຖານ​ໃນ​ສະ​ຫະ​ລັດ ທີ່​ມີ​ສອງ​ໜ້າ​ທີ່​ວຽກ​ງານ​ທີ່​ສ້າງ​ລາຍ​ໄດ້ ແລະ​ຊື່​ສຽງ​ສູງໄວ້​ໃຫ້​ນັ້ນ. ຂໍ​ເຊີນ​ທ່ານມາພົບກັບລາຍ ການຊຸມຊົນຊາວລາວໃນທະວີອາເມຣິກາໄດ້​ອີກ ໃນອາທິດໜ້າ ເວລາດຽວກັນນີ້.​

XS
SM
MD
LG