ລາຍການພິເສດຂອງວີໂອເອພາກພາສາລາວ ສໍາລັບແລງມື້ນີ້ ພວກເຮົາຈະນໍາເອົາ
ເລື້ອງລາວ ທີ່ກໍາລັງມີຄວາມໂດ່ງດັງໃນການເມືອງສະຫະລັດ ແລະກໍມີຜົນກະທົບຕໍ່
ປະຊາຊົນອາເມຣິກັນທົ່ວປະເທດລວມທັງ ປະຊາຄົມລາວຫລາຍພໍສົມຄວນ ມາເລົ່າ
ສູ່ທ່ານຟັງ. ການເລືອກ ຕັ້ງກາງສະໄໝ, ຕາມປົກກະຕິແລ້ວ ຄົນຈະບໍ່ຄ່ອຍຕື່ນເຕັ້ນ
ຫລື ຫ້າວຫັນໄປປ່ອນບັດຫລາຍປານໃດ. ແຕ່ວ່າ ສໍາລັບປີນີ້ ຕາມການສັງເກດການ
ຂອງບາງທ່ານ ໃນປະຊາຄົມລາວ ທີ່ລັດຄາລິ ຟໍເນຍ ຮູ້ສຶກວ່າ ມີຄົນສະແດງຄວາມ
ສົນໃຈ ແລະ ຫ້າວຫັນທີ່ຈະໄປເລືອກຕັ້ງ ເປັນພິເສດ ໂດຍສະເພາະໃນປະຊາຄົມ
ຊົນເຜົ່າ ສ່ວນນ້ອຍຫລືຄົນທີ່ບໍ່ແມ່ນ ຄົນຜິວຂາວ, ຊຶ່ງລວມທັງປະຊາຄົມລາວ-ອາ
ເມຣິກັນ ແລະ ພວກຜູ້ຍິງ. ແມ່ນ ຫຍັງຄືແຮງກະຕຸ້ນໃຫ້ເປັນເຊັ່ນນັ້ນ ບົວສະຫວັນ,
ນັກຂ່າວ ວີໂອ ເອ ຈະນໍາເອົາຄໍາຄິດເຫັນຈາກສາມຄົນ ໃນລັດດັ່ງກ່າວມາສະເລົ່າສູ່
ທ່ານຟັງ. ພວກເຮົາ ມາພາກັນ ຟັງເບິ່ງເໜາະວ່າຄວາມຄິດເຫັນພວກເຂົາເຈົ້າ ຈະ
ຄ້າຍຄື ແລະແຕກຕ່າງກັນຫລາຍປານໃດ.
ສະບາຍດີ ທ່ານຜູ້ຟັງ, ລະບົບລັດຖະສະພາສະຫະລັດນັ້ນ ມີຢູ່ສອງພາກສ່ວນ ຄືສະ
ພາສູງ ຫລື Senate ແລະສະພາຕໍ່າ ຫລື House of Representatives. ໃນນີ້
ສະພາສູງ ແມ່ນມີສະມາຊິກຢູ່ 100 ທ່ານ ທີ່ມາຈາກ 50 ລັດທັງໝົດ ທີ່ມີຜູ້ແທນຂອງ
ຕົນໃນລັດຖະສະພາ ຍົກເວັ້ນນະຄອນຫລວງວໍຊິງຕັນ ແລະເກາະເພີດໂຕຣິກໂກ
ເທົ່ານັ້ນທີ່ບໍ່ມີ. ສ່ວນສະພາຕໍ່ານັ້ນມີສະມາຊິກ ທັງໝົດ 435 ທ່ານ ຊຶ່ງກໍມາຈາກ 50
ລັດເຊັ່ນກັນ.
ການເລືອກກາງສະໄໝ ແມ່ນການເລືອກຕັ້ງເອົາສະມາຊິກ ມາປະຈຳໃນລັດຖະສະພາ
ສະຫະລັດ ທີ່ຈັດຂຶ້ນໃນກາງສະໄໝຂອງການດໍາລົງຕໍາແໜ່ງ ເປັນເວລາ 4 ປີ ຂອງປະ
ທານາທິບໍດີສະຫະລັດ. ສຳລັບການເລືອກຕັ້ງກາງສະໄໝຂອງປະທານາທິບໍດີ ຄົນປັດ
ຈຸບັນ ກໍຄື ທ່ານ ດໍໂນລ ທຣຳ ນັ້ນ ຕາມຄໍາຄິດເຫັນຂອງສະມາ ຊິກປະຊາຄົມລາວ-ອາ
ເມຣິກັນບາງຄົນ ຄາດວ່າຈະມີຄົນໄປປ່ອນບັດຫລາຍເປັນພິເສດ ຍ້ອນເຫດຜົນຫລາຍ
ຢ່າງແຕກຕ່າງກັນ. ບາງຄົນຢາກໄປປ່ອນບັດ ກໍເພື່ອຢາກໃຫ້ ຮັກສາພັກການເມືອງ ກໍຄື
ພັກຣິພັບບລິກັນທີ່ຄອບງໍາທັງສອງພາກສ່ວນຂອງລັດຖະສະພານັ້ນໄວ້. ແຕ່ວ່າ ບາງ
ພວກກໍຢາກເຫັນການປ່ຽນແປງໃນຫລາຍດ້ານ ແລະກໍຢາກໃຫ້ມີພັກເດໂມແຄຣັດ ຊຶ່ງ
ເປັນພັກຝ່າຍຄ້ານນັ້ນ ຂຶ້ນມາເປັນພັກທີ່ມີສຽງສ່ວນຫລາຍ ຢ່າງໜ້ອຍກໍຢູ່ໃນສະພາຕໍ່າ.
ສໍາລັບການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ 6 ພະຈິກທີ່ຈະມາເຖິງນີ້ ແມ່ນການເລືອກ
ຕັ້ງກາງສະໄໝ ທີ່ວ່າປະຊາຊົນອາເມຣິກັນ ຈະໄປປ່ອນບັດເລືອກເອົາສະມາຊິກຂອງ
ສະພາສູງ 35 ທ່ານທີ່ມາຈາກ 33 ລັດ. ສໍາລັບສະພາຕໍ່າຂອງລັດຖະສະພາຂອງສະ
ຫະລັດແລ້ວ ການເລືອກຕັ້ງກາງສະໄໝນີ້ ແມ່ນການເລືອກເອົາສະມາຊິກຊຸດໃໝ່ ມາປະຈໍາບ່ອນນັ່ງທັງໝົດ 435 ບ່ອນໃນສະພາດັ່ງກ່າວ.
ອາທິດຜ່ານມານີ້ ວີໂອເອ ມີໂອກາດໄດ້ໂອ້ລົມກັບ ທ່ານ ແສງເພັດ ສອນ ພິມມະເສນ,
ອາຍຸ 63 ປີ ຈາກເມືອງ ແຣນໂຈ ຄອກໂດວາ (Rancho Cordova) ແລະ ທ່ານ ເດວິດ ພົມມະວົງ, ອາຍຸ 46 ປີ ຈາກເມືອງ ຊາກຣາເມນໂຕ ຈາກລັດຄາລິຟໍເນຍ ຊຶ່ງເປັນລັດ
ທີ່ມີພົນລະເມືອງຫລາຍກວ່າລັດໃດໆ ໃນປະເທດ ແລະປະຊາຊົນໃນລັດນີ້ຈະໄດ້ເລືອກ ເອົາຜູ້ນຶ່ງມາເປັນສະມາຊິກສະພາສູງຂອງລັດຖະສະພານຶ່ງ ທ່ານ ແລະ ກໍເລືອກເອົາ 53 ຄົນມາປະຈໍາບ່ອນນັ່ງທັງໝົດຂອງລັດໃນສະພາຕໍ່າຂອງສະຫະລັດ.
ສອງທ່ານນີ້ ມີມຸມມອງທາງການເມືອງຂອງສະຫະລັດທີ່ແຕກຕ່າງກັນ. ໂດຍທີ່ທ່ານ
ແສງເພັດທີ່ອອກກິນເບ້ຍບໍານານກ່ອນກະສຽນອາຍຸ ແລະ ມີຫົວອະນຸລັກນິຍົມ ແມ່ນ
ເຫັນພ້ອມກັບແນວທາງຂອງລັດຖະບານຂອງປະທານາທິບໍດີ ທຣໍາ ທີ່ມີຢູ່ປັດຈຸບັນ
ແລະຢາກໃຫ້ພັກຣີພັບລິກັນທີ່ເປັນພັກມີສຽງສ່ວນຫລາຍ ຢູ່ທັງສະພາຕໍ່າ ແລະສະພາສູງ
ຂອງລັດຖະສະພາສະຫະລັດແລ້ວນັ້ນ ສືບຕໍ່ໃຫ້ຄວບຄຸມທັງສອງພາກສ່ວນຂອງລັດ
ຖະສະພານັ້ນຕໍ່ໄປ ແລະທ່ານເວົ້າວ່າ
ກົງກັນຂ້າມ ທ່ານເດວິດ ພົມມະວົງ ປັດຈຸບັນເປັນເຈົ້າຂອງບໍລິສັດບໍລິການທາງການເງິນ
ແຫ່ງນຶ່ງໃນເມືອງຊາຄຣາແມນໂຕ ແລະເປັນຜູ້ສະໜັບສະໜູນ ພັກເດໂມແຄຣັດມາໂດຍ
ຕະຫລອດນັ້ນ ກັບເວົ້າວ່າ ລັດຄາລິຟໍເນຍ ສ່ວນໃຫຍ່ແລ້ວ ຄົນແມ່ນມີແນວຄິດກ້າວໜ້າ ແລະເຊື່ອວ່າ ປະທານາທິບໍດີ ຄົນປັດຈະບັນນີ້ ບໍ່ໄດ້ນໍາພາປະເທດ ກ້າວໄປທາງໜ້າ.
ແລະເມື່ອເວົ້າເຖິງບັນຍາກາດ ແລະຄວາມສົນໃຈຂອງຄົນທີ່ຈະໄປປ່ອນບັດເລືອກຕັ້ງ
ກາງສະໄໝນັ້ນ ທ່ານ ເດວິດເວົ້າວ່າໂດຍລວມແລ້ວ ລະດັບຄວາມສົນໃຈຂອງຄົນ
ຂ້ອຍເຊື່ອວ່າ ມັນສູງຫລາຍ. ແລະທ່ານບອກວ່າ ມີຫລາຍສາເຫດທີ່ພາໃຫ້ເປັນເຊັ່ນ
ນັ້ນມີຫລາຍສາເຫດ. ນຶ່ງໃນນັ້ນ ກໍຄືບັນຫາ ການຈຳແນກຜິວພັນທີ່ກໍາລັງເພີ້ມຂຶ້ນ
ຊຶ່ງທ່ານເລົ່າສູ່ຟັງວ່າ:
“My wife experienced it right after Trump’s won [election]. There were some ladies standing outside of a bank. People lining up to go to an ATM machine. She said randomly pointed to people, telling them to go back to their countries."
“ເມຍຂ້ອຍໄດ້ປະສົບກັບບັນຫານີ້ ໃນທັນທີທີ່ທ່ານທຣຳ ໄດ້ຊະນະການເລືອກຕັ້ງນັ້ນ
ໂລດ. ມີແມ່ຍິງບາງຄົນຢືນລຽນແຖວຢູ່ຂ້າງນອກຂອງທະນາຄານ. ຄົນພາກັນລຽນ
ແຖວກັນເພື່ອໄປໃຊ້ຕູ້ ATM. ລາວທັນໃດກໍເລືອກທີ່ຈະຊີ້ໜ້າຄົນ ບອກໃຫ້ເຂົາເຈົ້າ
ກັບຄືນໄປປະເທດຂອງເຂົາເຈົ້າ."
ອີກສາເຫດນຶ່ງທີ່ສຳຄັນກໍຄື ເລື່ອງຄວາມເທົ່າທຽມກໍ້າເກິ່ງກັນທາງອໍານາດ ລະຫວ່າງ
ສາມພາກສ່ວນໃນລະບົບການປົກຄອງຂອງສະຫະລັດ ຊຶ່ງລວມມີ ຝ່າຍບໍລິຫານ ຫລື Executive ກໍຄືຄະນະລັດຖະບານ ຊຶ່ງມີປະທານາທິບໍດີ ເປັນຫົວໜ້າ, ຝ່າຍ ນິຕິບັນ
ຍັດ ຫລື Legislative ຊຶ່ງຂຶ້ນກັບລັດຖະສະພາ, ແລະຝ່າຍ ຕຸລາການ ຫລື Judicial ຊຶ່ງແມ່ນສານສູງສຸດ. ຕໍ່ເລື້ອງດັ່ງກ່າວນີ້ ທາງທ່ານ ແສງເພັດ ຊໍ້າພັດໃຫ້ເຫດຜົນວ່າ
“ໃນສະໄໝປະທານາທິບໍດີ ໂອບາມາ ດຳລົງຕຳແໜ່ງນັ້ນ ທັງສະພາສູງ ແລະ ສະພາ
ຕ່ຳກໍມີພັກເດໂມແຄຣັດເປັນພັກທີ່ຄວບຄຸມທັງສອງສະພາເຊັ່ນກັນ.
ເມື່ອເປັນເຊັ່ນນັ້ນ ທ່ານແສງເພັດບອອກວ່າ ເພິ່ນກໍຢາກໃຫ້ພັກຣີພັບບລິກັນຄວບຄຸມ
ທັງສອງສະພານີ້ ກໍເພື່ອໃຫ້ລັດຖະສະພາ ຮັບຮອງເອົາແນວທາງທີ່ທ່ານທຣຳສະເໜີ
ໄດ້ງ່າຍ. ທັງນີ້ກໍຍ້ອນວ່າ ທ່ານເຫັນວ່າ ທ່ານທຣຳ ເປັນປະທານາທິບໍດີໄດ້ເຮັດໃຫ້ມີ
ວຽກເຮັດງານທຳຫລາຍຂຶ້ນ ຊຶ່ງທ່ານກ່າວດັ່ງນີ້:
ແຕ່ທ່ານເດວິດ ກັບໃຫ້ເຫດຜົນວ່າ:
“One of the things we talk about is check and balances between Congress and the presidency. I think a lot of it is just the Congress, they are in bed with Donald Trump. So, there is not check and balances.”
“ນຶ່ງໃນຫລາຍໆຢ່າງທີ່ພວກເຮົານຳມາລົມກັນນັ້ນ ກໍຄື ຄວາມດຸ່ນດ່ຽງທາງດ້ານ
ອໍານາດລະຫວ່າງລັດຖະສະພາ ກັບການເປັນ ປະທານາທິບໍດີ. ຂ້ອຍຄິດວ່າ
ມີຫລາຍອັນ ຫລາຍຢ່າງລັດຖະສະພາ ກໍລ້ວນແຕ່ ເຫັນດີກັບປະທານາທິບໍດີ,”
ສະນັ້ນ ມັນຈຶ່ງເຮັດໃຫ້ອຳນາດຂອງຝ່າຍບໍລິຫານ ແລະນິຕິບັນຍັດ ນັ້ນ ບໍ່ໄດ້ແຍກອອກ
ຈາກກັນເລີຍ.
ທ່ານເດວິດຍັງເວົ້າອີກວ່າ ເຖິງແມ່ນວ່າ ເສດຖະກິດຈະດີ ແຕ່ວ່າ ຄະແນນນິຍົມສຳລັບ
ທ່ານທຣຳກໍຍັງຕ່ຳຢູ່ ຊຶ່ງບໍ່ເໝືອນກັນກັບ ທ່ານໂອບາມາ. ທ່ານຍັງເວົ້າອີກວ່າ ປະທາ
ນາທິບໍດີທຣຳ ແມ່ນທັງເຮັດໃຫ້ຄົນໃນປະເທດແຕກແຍກກັນ ແລະກໍສາມັກຄືກັນ ຍ້ອນ
ບັນຫາທີ່ກະທົບຕໍ່ເຂົາເຈົ້າ ເຊັ່ນເລື້ອງການເກັບພາສີ, ເລື້ອງຄົນເຂົ້າເມືອງ ແລະເລື້ອງ
ອື່ນໆ ທີ່ເຮັດໃຫ້ພວກເຂົາເຈົ້າເປັນຫ່ວງ ຊຶ່ງທ່ານຄິດວ່າ ບັນຫາເຫລົ່ານີ້ ຄາດວ່າຈະ
ພັກດັນໃຫ້ພວກເດໂມແຄຣັດ ອອກໄປປ່ອນບັດ ເລືອກຕັ້ງກາງສະໄໝ ຫລາຍກວ່າ
ພວກສັງກັດພັກຣີພັບບລິກັນ ຍ້ອນເຫດຜົນຫລາຍຢ່າງທີ່ກ່າວມານັ້ນ.
ທ້າຍສຸດທ່ານເດວິດຝາກຜ່ານວີໂອເອ ເຖິງບັນດາປະຊາຄົມລາວທີ່ເປັນພົນລະເມືອງ
ອາເຣິກັນວ່າ ຂໍໃຫ້ທ່ານໄປປ່ອນບັດ ເພາະເຖິງແມ່ນວ່າ ທ່ານຈະປ່ອນບັດເລືອກຕັ້ງ
ຫລືບໍ່ປ່ອນ ທ່ານກໍຍັງຈະຖືກກະທົບຕໍ່ບັນຫາຕ່າງໆ ທີ່ມີໃນສະຫະລັດ. ສະນັ້ນທາງ
ທີ່ດີທ່ານຄວນໄປປ່ອນ ຊຶ່ງເປັນວິທີທີ່ທ່ານຈະມີໂອກາດໄດ້ໃຊ້ສິດ ໃຊ້ສຽງຂອງຕົນ
ເພື່ອຮັກສາຜົນປະໂຫຍດຂອງຕົນ.