ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຊາວສະເປນ ພາກັນສະເຫຼີມສະຫຼອງໄຊຊະນະ ການໄດ້ແຊ້ມເຕະບານໂລກຍິງ ມາຄອງ ຂອງທີມ ລາ ໂຣຈາ ໃນ​ທົ່ວ​ປະ​ເທດ


ແຟນເຕະບານຊາວສະເປນ ສະເຫຼີມສະຫຼອງຢູ່ໃນທ້ອງຖະໜົນຂອງນະຄອນຫຼວງມາດຣີດ, ສະເປນ, ວັນທີ 20 ສິງຫາ 2023, ລຸນຫຼັງສະເປນ ຊະນະອັງກິດ ໃນການແຂ່ງຂັນເຕະບານໂລກສຸດທ້າຍ ທີ່ຈັດຂຶ້ນໃນປະເທດອອສເຕຣເລຍ.
ແຟນເຕະບານຊາວສະເປນ ສະເຫຼີມສະຫຼອງຢູ່ໃນທ້ອງຖະໜົນຂອງນະຄອນຫຼວງມາດຣີດ, ສະເປນ, ວັນທີ 20 ສິງຫາ 2023, ລຸນຫຼັງສະເປນ ຊະນະອັງກິດ ໃນການແຂ່ງຂັນເຕະບານໂລກສຸດທ້າຍ ທີ່ຈັດຂຶ້ນໃນປະເທດອອສເຕຣເລຍ.

ປະຊາຊົນຊາວສະເປນ ພາ​ກັນ​ສະ​ແດງຄວາມດີໃຈອອກມາ ລຸນຫຼັງທີມເຕະບານຍິງ ລາ ໂຣຈາ (La Roja) ໄດ້ຮັບໄຊຊະນະຄວ້າ​ເອົາແຊ້ມເຕະ​ບານໂລກ​ເພດ​ຍິງມາ​ຄອງ, ໂດຍບາງຄົນໄດ້ຕິດຕາມການຮຽກຮ້ອງຂອງຄູຝຶກ ຈອດຈ໌ ວິລດາ (Jorge Vilda) ໃຫ້ລົງມາຕາມທ້ອງຖະໜົນ ເພື່ອສະເຫຼີມສະຫຼອງ ແຊ້ມບານໂລກຄັ້ງທໍາອິດທີ່ຍິ່ງໃຫຍ່ຂອງສະເປນ ໃນຮອບຫຼາຍກວ່ານຶ່ງທົດສະວັດ, ອີງຕາມລາຍງານຂອງອົງການຂ່າວ AP.

ບັນດາແຟນກິລາເຕະບານໃນນະຄອນຫຼວງມາດຣິດ, ເມືອງບາເຊໂລນາ (Barcelona) ແລະເມືອງຕ່າງໆໃນທົ່ວປະເທດ ໄດ້ພາກັນຊື່ນຊົມຍິນດີ ແລະກອດກັນ ເມື່ອສຽງໝາກຫວີດຄັ້ງສຸດທ້າຍໄດ້ເປົ່າອອກມາໃນອອສເຕຣເລຍ ລຸນຫຼັງສະເປນ ຊະນະ ອັງກິດ ດ້ວຍຄະແນນ 1 ປະ​ຕູຕໍ່ 0 ສົ່ງຜົນໃຫ້ສະ​ເປນໄດ້ເປັນແຊ້ມ​ເຕະໂລກ​ປະ​ເພດຍິງຄັ້ງທໍາອິດ.

ໄຊຊະນະຂອງທີມເຕະບານຍິງ ມີຂຶ້ນຫຼັງຈາກ 13 ປີ ທີ່ທີມບານເຕະຊາຍຂອງປະເທດ ໄດ້ຮັບແຊ້ມເຕະບານໂລກພຽງຄັ້ງດຽວ ທີ່ຈັດຂຶ້ນໃນປະເທດອາຟຣິກາໃຕ້, ໃນເວລານັ້ນ ທີມເຕະບານຊາຍ ຍັງໄດ້ຮັບໄຊຊະ ໃນການແຂ່ງຂັນຊິງແຊ້ມຢູໂຣບ ໃນປີ 2008 ແລະ ປີ 2012 ນໍາອີກດ້ວຍ.

MADRID (AP) — Spaniards have erupted in joy after La Roja won the Women's World Cup, with some following coach Jorge Vilda's call to take to the streets and celebrate Spain's first major soccer title in more than a decade. Fans in Madrid, Barcelona and around the country cheered when the final whistle blew in Australia following Spain's 1-0 win over England to clinch the women's world title for the first time. The women's triumph came 13 years after the men's national team won its only World Cup title in South Africa. The men's team also won the 2008 and 2012 European Championships.

XS
SM
MD
LG