ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງອາຊຽນ ຖືກລ້ອມດ້ວຍບັນຫາຕ່າງໆ ທີ່ເປັນສ້ຽນໜາມ ຂະນະທີ່ພວກເພິ່ນຈັດກອງປະຊຸມສຸດຍອດ ໂດຍປາສະຈາກ ທ. ໄບເດັນ


ບັນດາຜູ້ຕາງໜ້າຈັບມືກັນສຳລັບການຖ່າຍຮູບຮ່ວມເປັນກຸ່ມ ໃນລະຫວ່າງ ກອງປະຊຸມຄະນະປະສານງານຂອງສະມາຄົມບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ຄັ້ງທີ 34, ກ່ອນໜ້າກອງປະຊຸມສຸດຍອດຂອງອາຊຽນ, ຢູ່ສຳນັກງານເລຂາທິການຂອງອາຊຽນ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 4 ກັນຍາ 2023.
ບັນດາຜູ້ຕາງໜ້າຈັບມືກັນສຳລັບການຖ່າຍຮູບຮ່ວມເປັນກຸ່ມ ໃນລະຫວ່າງ ກອງປະຊຸມຄະນະປະສານງານຂອງສະມາຄົມບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ຄັ້ງທີ 34, ກ່ອນໜ້າກອງປະຊຸມສຸດຍອດຂອງອາຊຽນ, ຢູ່ສຳນັກງານເລຂາທິການຂອງອາຊຽນ ໃນນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ, ວັນທີ 4 ກັນຍາ 2023.

ບັນດາຜູ້ນຳຂອງປະເທດເອເຊຍຕາເວັນສຽງໃຕ້ ທີ່ນຳພາໂດຍເຈົ້າພາບ ປະທາ ນາທິບໍດີຂອງ ອິນໂດເນເຊຍ ທ່ານໂຈໂກ ວີໂດໂດ ກຳລັງເຕົ້າໂຮມກັນຢູ່ໃນ ກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງປີນີ້ ອີງຕາມອົງການຂ່າວເອພີ. ພວກເພິ່ນ ຖືກລ້ອມໂດຍບັນຫາຄວາມແຕກແຍກທີ່ບໍ່ມີທາງແກ້ໄຂໄດ້ເຊັ່ນວ່າ: ບັນຫາຂັດ ແຍ້ງທີ່ຮ້າຍແຮງລະຫວ່າງພົນລະເຮືອນຂອງມຽນມາ, ຂໍ້ຂັດແຍ້ງຮອບໃໝ່ໃນ ທະເລຈີນໃຕ້ ແລະການແຂ່ງຂັນລະຫວ່າງ ສະຫະລັດ ແລະ ຈີນ ທີ່ມີມາຍາວ ນານ.

ສ່ວນກອງປະຊຸມສະມາຄົມບັນດາປະເທດຂອງເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ຈະເປີດຂຶ້ນໃນວັນອັງຄານມື້ອື່ນນີ້ ຢູ່ໃນນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ ພາຍໃຕ້ການຮັກສາຄວາມປອດໄພຢ່າງເຄັ່ງຄັດ. ການບໍ່ມາຮ່ວມ ຂອງປະທານາທິບໍດີ ໂຈ ໄບເດັນ ກໍເພີ້ມຄວາມມືດມົນທີ່ມີຢູ່ແລ້ວ ຂອງກຸ່ມສິບ ປະເທດດັ່ງກ່າວ ທີ່ຈະສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະການຈັບມືກັນ ເປັນກຸ່ມຕາມປະເພນີ. ພາຍຫຼັງຈາກການປຶກສາຫາລືກັນ ບັນດາຜູ້ນຳຂອງ ອາຊຽນ ຈະພົບປະກັບຄູ່ຕຳແໜ່ງຈາກເຂດເອເຊຍ ແລະຕາເວັນຕົກ ໃນລະ ຫວ່າງວັນພຸດ ຫາ ວັນພະຫັດ ໂດຍການສະໜອງສະຖານທີ່ທີ່ກວ້າງຂວາງຂຶ້ນ ຊຶ່ງສ່ວນຫຼາຍແລ້ວ ຈະເປັນເວທີເພື່ອການຕອບໂຕ້ກັນໃນທາງການທູດ ສຳລັບ ສະຫະລັດ ແລະຈີນ.

Southeast Asian leaders led by Indonesian host President Joko Widodo are gathering in their final summit this year. They're being besieged by divisive issues with no solutions in sight: Myanmar’s deadly civil strife, new flare-ups in South China Sea disputes, and the longstanding U.S.-China rivalry. The Association of Southeast Asian Nations meetings will open Tuesday in the Indonesian capital Jakarta under tight security. President Joe Biden’s absence adds to the already somber backdrop of the 10-state bloc’s traditional show of unity and group handshakes. After their discussions, the ASEAN heads of state will meet Asian and Western counterparts from Wednesday to Thursday, providing a wider venue, which had often served as a diplomatic battleground for the US and China.

XS
SM
MD
LG