ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບຂອງໂຊລ ວ່າ ຣັດເຊຍ ອາດໃຫ້ຂໍ້ສະເໜີ ແກ່ເກົາຫຼີເໜືອ ເຂົ້າຮ່ວມໃນການຊ້ອມລົບ ສາມຝ່າຍກັບຈີນ


ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ໂຊຍກູ ເຂົ້າຮ່ວມໃນພິທີຕ້ອນຮັບຄະນະຜູ້ແທນຂອງກອງທັບຮັດເຊຍ ທີ່ໄດ້ຖືກຈັດຂຶ້ນ ໂດຍຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນນະຄອນຫຼວງພຽງຢາງ, ເມື່ອວັນທີ 27 ກໍລະກົດ 2023. (KCNA via REUTERS)
ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ໂຊຍກູ ເຂົ້າຮ່ວມໃນພິທີຕ້ອນຮັບຄະນະຜູ້ແທນຂອງກອງທັບຮັດເຊຍ ທີ່ໄດ້ຖືກຈັດຂຶ້ນ ໂດຍຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນນະຄອນຫຼວງພຽງຢາງ, ເມື່ອວັນທີ 27 ກໍລະກົດ 2023. (KCNA via REUTERS)

ຣັດເຊຍ ອາດໄດ້ໃຫ້ຂໍ້ສະເໜີຕໍ່ເກົາຫຼີເໜືອ ເພື່ອເຂົ້າຮ່ວມໃນການຊ້ອມລົບທາງທະເລສາມຝ່າຍກັບຈີນ ອີງຕາມສະມາຊິກສະພາທ່ານນຶ່ງຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມແບບປິດລັບກັບຜູ້ອຳນວຍການອົງການສືບລັບຂັ້ນສູງຂອເກົາຫຼີໃຕ້ ໃນວັນຈັນວານນີ້ ດັ່ງທີ່ອົງການຂ່າວເອພີລາຍງານ.

ກອງປະຊຸມດັ່ງກ່າວ ມີຂຶ້ນບໍ່ເທົ່າໃດວັນຫຼັງຈາກເອກອັກຄະລັດຖະທູດຂອງຣັດເຊຍ ປະຈຳເກົາຫຼີເໜືອ ທ່ານອາແລັກແຊນເດີ ມັດເສໂກຣາ ໄດ້ກ່າວຕໍ່ສື່ມວນຊົນຂອງຣັດເຊຍ ວ່າ ການຊ້ອມລົບຮ່ວມກັນທາງດ້ານທະຫານລະຫວ່າງຣັດເຊຍ ແລະຈີນ ລວມມີເກົາຫຼີເໜືອນັ້ນ “ເຫັນວ່າ ເໝາະສົມ.” ທ່ານມັດເສໂກຣາ ໄດ້ກ່າວຕື່ມວ່າ ມັນເປັນຈຸດຄວາມເຫັນຂອງທ່ານເອງແລະວ່າ ທ່ານບໍ່ຮູ້ຈັກເຖິງການກະກຽມໃດໆ ອີງຕາມອົງການຂ່າວ ທາດສ໌ (Tass) ຂອງຣັດເຊຍ.

ອີງຕາມສະມາຊິກສະພາ ທ່ານຢູ ແຊງ-ບຳ ແລ້ວ ເມື່ອຜູ້ອຳນວຍການໜ່ວຍງານສືບລັບແຫ່ງຊາດຂອງເກົາຫຼີໃຕ້ ທ່ານກິມ ກີຢູ-ຮີອຸນ (Kim Kyou-hyun) ໄດ້ຖືກຖາມກ່ຽວກັບຄວາມເປັນໄປໄດ້ຂອງການຊ້ອມລົບແບບນັ້ນ ຊຶ່ງທ່ານໄດ້ກ່າວວ່າ ທ່ານເຊີເກ ໂຊຍກູ ລັດຖະມົນຕີປ້ອງກັນປະເທດ ອາດໄດ້ໃຫ້ຂໍ້ສະເໜີ ຈັດກາສນຊ້ອມລົບທາງທະເລສາມຝ່າຍກັບເກົາຫຼີເໜືອ ແລະຈີນ ຂະນະທີ່ພົບປະຢູ່ກອງປະຊຸມ ກັບຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນເດືອນກໍລະກົດ.

ທ່ານກິມ ໄດ້ເຊື້ອເຊີນ ທ່ານໂຊຍກູ ໃຫ້ມາຮ່ວມໃນການສວນສະໜາມທາງດ້ານທະຫານທີ່ສຳຄັນ ຢູ່ພຽງຢາງໃນເດືອນກໍລະກົດ ໃນຂະນະດຽວກັນໃຫ້ຄຳໝັ້ນສັນຍາທີ່ຈະຂະຫຍາຍການຮ່ວມມືດ້ານການທະຫານກັບມົສກູ ຊຶ່ງບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ອາດພົວພັນກັບການສະໜອງປືນໃຫຍ່ແລະລູກກະສຸນອື່ນໆຂອງເກົາຫຼີເໜືອ ຂະນະທີ່ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ຕິດຕໍຂໍຄວາມຊ່ອຍເຫຼືອປະເທດອື່ນໆ ສຳລັບການສະໜັບສະໜຸນໃນສົງຄາມຂອງທ່ານຕໍ່ຢູເຄຣນນັ້ນ. ເມື່ອອາທິດແລ້ວນີ້ ທຳນຽບຂາວ ໄດ້ກ່າວວ່າ ທ່ານກິມ ແລະທ່ານປູຕິນ ໄດ້ແລກປ່ຽນຈົດໝາຍນຳກັນ ຂະນະທີ່ມົສກູ ໄດ້ແນມໄປຫາພຽງຢາງ ເພື່ອຫາອາວຸດຍຸດໂທປະກອນເພີ້ມຂຶ້ນຕື່ມ.

ທ່າມກາງຄວາມເຄັ່ງຕຶກທາງດ້ານນິວເຄລຍທີ່ເລິກລົງນັບມື້ກັບທຳນຽບຂາວ ໂຊລ ແລະໂຕກຽວ ທ່ານກິມ ໄດ້ພະຍາຍາມທີ່ຈະເສີມຂະຫຍາຍການເປັນຄູ່ພາຄີ ກັບມົສກູແລະປັກກິ່ງ ໃຫ້ເຫັນເປັນປະຈັກຕາ ຂະນະທີ່ທ່ານຫາທາງທີ່ຈະຜ່ານພ່າຄວາມໂດດດ່ຽວທາງດ້ານການທູດ ແລະເຮັດໃຫ້ພຽງຢາງ ເປັນພາກສ່ວນນຶ່ງຂອງແນວໂຮມເພື່ອຕໍ່ຕ້ານສະຫະລັດ.

ການທູດລະຫວ່າງພຽງຢາງແລະວໍຊິງຕັນ ໄດ້ຢຸດສະງັກນັບຕັ້ງແຕ່ປີ 2019 ຍ້ອນການບໍ່ລົງລອຍກັນກ່ຽວກັບມາດຕະການລົງໂທດ ນຳພາໂດຍສະຫະລັດ ຕໍ່ເກົາຫຼີເໜືອ ທີ່ໄດ້ເຮັດໃຫ້ປະເທດຊຸດໂຊມລົງຢ່າງໜັກ ແລະບາດກ້າວທີ່ຜິດພາດຂອງເກົາຫຼີເໜືອ ທີ່ຈະຫລຸດຜ່ອນໂຄງການອາວຸດນິວເຄລຍ ແລະລູກສອນໄຟຂອງຕົນ.

Russia has likely proposed that North Korea participate in three-way naval exercises with China, according to a lawmaker who attended a closed-door briefing with the director of South Korea's top spy agency Monday.

The briefing came days after Russia's ambassador to North Korea, Alexander Matsegora, told Russian media that including North Korea in joint military drills between Russia and China "seems appropriate." Matsegora added it was his own point of view and that he wasn't aware of any preparations, according to Russia's Tass news agency.

According to lawmaker Yoo Sang-bum, when South Korean National Intelligence Service Director Kim Kyou-hyun was asked about the possibility of such drills, he said Russian Defense Minister Sergei Shoigu likely proposed holding trilateral naval exercises with North Korea and China while meeting North Korean leader Kim Jong Un in July.

Kim invited Shoigu to a major military parade in Pyongyang in July while vowing to expand military cooperation with Moscow, which U.S. officials say could involve North Korean supplies of artillery and other ammunition as Russian President Vladimir Putin reaches out to other countries for support in his war against Ukraine. Last week, the White House said Kim and Putin exchanged letters as Moscow looked to Pyongyang for more munitions.

Amid deepening nuclear tensions with Washington, Seoul and Tokyo, Kim has been trying to boost the visibility of his partnerships with Moscow and Beijing as he seeks to break out of diplomatic isolation and have Pyongyang be a part of a united front against the United States.

Diplomacy between Pyongyang and Washington has stalled since 2019 over disagreements over the crippling U.S.-led sanctions against North Korea and the North's faltered steps to wind down its nuclear weapons and missiles program.

XS
SM
MD
LG