ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ກ່າວ​ວ່າ ຕົນ​ພ້ອມ​ແລ້ວ ທີ່ຈະ​ຊ່ວຍ​ເຫຼືອ ເວ​ເນ​ຊູ​ເອ​ລາ ແລະ​ເຕືອນ ສ​ຫລ ຢ່າ​ເຂົ້າ​ແຊກ​ແຊງ


ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂຄ​ລັສ ມາ​ດູ​ໂຣ (ຊ້າຍ) ພວມ​ລົມ​ກັນ​ກັບ ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ບ້ານ​ພັກ​ໂນ​ໂວ ໂອ​ກາ​ໂຢ​ໂວ ນອກ​ນະ​ຄອນ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ (5 ທັນ​ວາ 2018)
ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂຄ​ລັສ ມາ​ດູ​ໂຣ (ຊ້າຍ) ພວມ​ລົມ​ກັນ​ກັບ ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ບ້ານ​ພັກ​ໂນ​ໂວ ໂອ​ກາ​ໂຢ​ໂວ ນອກ​ນະ​ຄອນ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ (5 ທັນ​ວາ 2018)

ເຈົ້າ​ໜ້າ​ທີ່​ວັງ​ເຄ​ຣັມ​ລິນ ແລະ​ສື່ມວນ​ຊົນ​ຂອງ​ທາງ​ການຣັດ​ເຊຍ ​ວາດ​ພາບ​ວ່າ ປະ​ທາ​ນາ​ທິ​
ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂຄ​ລັ​ສ ມາ​ດູ​ໂຣ ເປັນ​ຜູ້​ນຳ​ທີ່​ຖືກ​ຕ້ອງຕາມ​ກົດ​ໝາຍ​ຂອງ​ປະ​ເທດ
ເຖິງ​ແມ່ນ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນໆ​ອີກ​ຫຼາຍ​ສິບປະ​ເທດປະ​ກາດ​ວ່າ ທ່ານ​ເປັນ​ຜູ້​ນຳ​ທີ່​
ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍແລະ​ໄດ້ຮັບ​ຮູ້​ຜູ້​ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ຮ​ວານ ກວາ​ອີ​ໂດ ເປັນ​ປະ
​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ​ຂອງ​ປະ​ເທດ. ສື່ວນ​ຊົນຂອງຣັດເຊຍ ກ່າວ​ເຖິງ​ການ​ເດີນ​ຂະ​ບວນ​ຕໍ່​
ຕ້ານ​ທ່ານ​ມາ​ດູ​ໂຣ​ວ່າ ເປັນ​ພວກ​ຫົວ​ຮຸນ​ແຮງຈັດ ທີ່​ເຮັດ​ວຽກພາຍ​ໃຕ້​ອິດ​ທິ​ພົນ​ຂອງ​ສະ​ຫະ
​ລັດ. ແຕ່​ອີງ​ຕາມ ​ພວກ​ທີ່​ເຫັນ​ເຫດການ ​ຊາວ​ເວ​ເນ​ຊູ​ເອ​ລາ ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ​ສາຍ​
ຕ່າງໆ ໃນ​ນະ​ຄອນ​ຫຼວງກາຣາ​ກາ​ສ​ແລ້ວ ຄວາມ​ສິ້ນ​ຫວັງຍ້ອນ​ຄວາມ​ທຸກ​ຍາກ ແລະ​ການ​
ຂາດ​ແຄນ​ມາ​ເປັນເວ​ລາ​ຫຼາຍໆ​ປີ ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​
ວຸ້ນ​ວາຍດັ່ງ​ກ່າວ ມີ​ຕົ້​ນ​ກຳ​ເນີ​ດ​ຈາກ​ພາຍ​ໃນ​ປະ​ເທດແລະ​ໄດ້​ຮັບ​ເຊື້ອ​ໄຟຈາກ​ການ​ສໍ້​ລາດ
​ບັງ​ຫຼວງແລະ​ການ​ບໍ​ລິ​ຫານ​ງານ​ທີ່​ຜິດ​ພາດ​ຂອງ​ລັດ​ຖະ​ບານ​ສັງ​ຄົມ​ນິ​ຍົມ​ມາ​ດູ​ໂຣ. Alvaro Algarra ຈາກ​ນະ​ຄອນ​ຫຼວງ ກາ​ຣາ​ກາ​ສ ແລະ Ihar Tsikhanenka ​ຜູ້​ສື່ຂ່າວ​ຂອງວີ​ໂອ​
ເອມີ​ລາຍ​ງານ​ກ່ຽວ​ກັບເລື້ອງນີ້ ຊຶ່ງ​ໄພ​ສານຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ລັດ​ຖະ​ບານ​ຣັດ​ເຊຍ ແລະ​ພວກ​ນັກ​ສັງ​ເກດ​ການ​ ທີ່​ນິ​ຍົມ​ວັງ​ເຄ​ຣັມ​ລິນ ໄດ້​ປຽບ​ທຽບ​ການ
​ເດີນ​ຂະ​ບວນ​ປະ​ທ້ວງ ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ໃນ​ປະ​ເທດ​ເວ​ເນ​ຊູເອ​ລາໃສ່​ການ​ລຸກ​ຮື​ຂຶ້ນ
ເມື່ອ​ໄວໆ​ມານີ້ ຢູ່​ໃນ​ປະ​ເທດ​ລີ​ເບຍແລະ​ຢູ​ເຄ​ຣນ ແລະກ່າວ​ຫາ​ສະ​ຫະ​ລັດ ໃນ​ອັນ​ທີ່​ເຂົ​າ
​ເຈົ້າ​ເອີ້ນ​ວ່າ ເປັນ​ການ​ພະ​ຍາ​ຍາມ​ອີກ​ເທື່ອ​ນຶ່ງ ທີ່​ຈະ​ໂຄ່ນລົ້ມ ອຳ​ນາດ​ການ​ປົກ​ຄອງ​ ທີ່​ບໍ່​
ເປັນ​ມິດ​ກັບ​ຕົນ.

ທ່ານ​ເຊີ​ເກ ລາວ​ຣັອບ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ກ່າວ​ວ່າ “ສະ​ຫະ​ລັດ​ຍັງ​ສືບ
ຕໍ່​ຫາ​ທາງ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ຕົນ​ບໍ່​ຕ້ອງ​ການ. ມັນ​ເປັນ​ນຶ່ງ​ໃນ​ບູ​ລິ​ມະ​ສິດ ຢູ່​ໃນ​ອາ​ເມ​ຣິ​
ກາ​ລາ​ຕິນ ແລະ​ເຂດ​ອື່ນໆ​ຂອງ​ໂລກ.”

ໂດຍໄດ້​ລົງ​ທຶນ​ເປັນ​ເງິນ​ຫຼາຍໆ​ຕື້​ໂດ​ລາ​ຢູ່​ໃນ​ເວ​ເນ​ຊູ​ເອ​ລາແລ້ວນັ້ນ ວັງ​ເຄ​ຣັມ​ລິນ ຍັງ​ສືບ​
ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ປະ​ທາ​ນາ​ທິ​ບໍ​ດີ​ ນິ​ໂຄ​ລັ​ສ ມາ​ດູ​ໂຣ ໂດຍ​ກ່າວ​ຫາວໍ​ຊິງ​ຕັນ​ວ່າ
“ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮ້າຍ​ແຮງ​ຂຶ້ນ​ຕື່ມ” ແລະກ່າວເຖິງພວກ​ເດີນຂະ​ບວນ​ປະ​ທ້ວງວ່າ
ເປັນ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ແຕ່​ແນວ​ໃດ​ກໍ​ຕາມ ປະ​ຊາ​ຊົນ​ໃນ​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສໄດ້​ກ່າວ​ເຖິງ​ການ​ເດີນ​ຂະ​ບວນ
ນີ້ ແຕກ​ຕ່າງ​ໄປ​ຈາກ​ຣັດ​ເຊຍ.

ປະ​ຊາ​ຊົນ​ຄົນ​ນຶ່ງ ໃນ​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ ກ່າວ​ວ່າ “ຢູ່​ເວ​ເນ​ຊູ​ເອ​ລາ ບໍ່​ມີ​ຊີ້ນ​ຂາຍ.
ຊີ້ນ​ໄດ້​ຫາຍ​ໂຕ​ໄປ ຫຼັງ​ຈາກ​ລັດ​ຖະ​ບານ​ໄດ້​ອອກ​ກົດ​ໝາຍ​ຄວບ​ຄຸມ​ລາ​ຄາ.”

ສ່ວນ​ນາງເອ​ລີ​ຊາ​ແບັດ ​ຊຶ່ງ​ເປັນ​ປະ​ຊາ​ຊົນ​ອີກ​ຜູ້​ນຶ່ງ ຢູ່ໃນ​ນະ​ຄອນ​ຫຼວງ ​ກາ​ຣາ​ກາ​ສ ໃຫ້
​ຄວາມ​ເຫັນ​ວ່າ:

“ເຫດ​ການ​ແບບນີ້ ແມ່ນ​ບໍ່​ເຄີຍ​ເຫັນ​ມາ​ກ່ອນໃນ​ເວ​ເນ​ຊູ​ເອ​ລາ. ນີ້​ແມ່ນ​ບໍ່​ເຄີຍ​ເຫັນ ແລະ​
ກໍ​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້. ເຄິ່ງ​ນຶ່ງ ພວກ​ເຮົາ​ໄດ້​ກິນ​ອາ​ຫານ​ ແຕ່​ພຽງ​ເຄິ່ງ​ນຶ່ງ ໃນສິ່ງ​ທີ່​ພວກ​
ເຮົາ​ເຄີຍ​ກິນ​ມາ​ກ່ອນ.”

ນະ​ໂຍ​ບາຍ ​ສັງ​ຄົມ​ນິ​ຍົມ ​ຂອງ​ລັດ​ຖະ​ບານ​ມາ​ດູ​ໂຣ ໄດ້​ເຮັດ​ໃຫ້ ​ເວ​ເນ​ຊູ​ເອ​ລາ ຊຶ່ງ​ຄັ້ງ​ນຶ່ງ
​ເຄີຍ​ເປັນ​ປະ​ເທດ​ທີ່​ຮັ່ງ​ມີ​ທີ່​ສຸດ ໃນ​ອາ​ເມ​ຣິ​ກາ​ລາ​ຕິນນັ້ນ​ຫຼົ້ມ​ຈົມ ຈົນ​ເກີດວິ​ກິດ​ການ​ດ້ານ
​ມະ​ນຸດ​ສະ​ທຳ. ຫຼາຍລ້ານ​ຄົນ​ຕ້ອງ​ໄດ້​ຫຼົບ​ໜີ​ອອກ​ຈາກ​ປະ​ເທດແລະ​ການ​ປະ​ທ້ວງ​ຕໍ່​ຕ້ານ
​ມາ​ດູ​ໂຣ ແມ່ນ​ເກີດ​ຂຶ້ນ​ເລື້​ອຍໆ.

ວໍ​ຊິງ​ຕັນ​ໄດ້​ຮັບ​ຮູ້​ທ່ານ​ຮ​ວານ ກວາ​ອີ​ໂດ ຜູ້​ນຳ​ຝ່າຍ​ຄ້ານ​ຂອງ​ເວ​ເນ​ຊູ​ເອ​ລາ ເປັນ​ປະ​ທາ​
ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ ຂອ​ງ​ປະ​ເທດ ແລະ​ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ທຳ​ການ​ລົງ​ໂທດ ຕໍ່​ບໍ​ລິ​ສັດ
​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ມັນ PDVSA ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັງ​ຄັບ​ໃຫ້​ມາ​ດູ​ໂຣ ອອກ
​ຈາກ​ຕຳ​ແໜ່ງ.

ເຖິງ​ແມ່ນ​ວ່າ​ມົ​ສ​ກູ​ໄດ້​ປະ​ນາມນະ​ໂຍ​ບາຍ​ຕໍ່​ເວ​ເນ​ຊູ​ເອ​ລາ​ຂອງວໍ​ຊິງ​ຕັນ​ກໍ​ຈິງ ແຕ່​ພວກ​
ນັກ​ວິ​ເຄາະ​ກ່າວ​ວ່າ ສະ​ຫະ​ລັດ​ແລະ​ຣັດ​ເຊຍ ແມ່ນ​ບໍ່​ມີ​ທ່າ​ທາງວ່າ ​ຈະ​ເຮັດສົງ​ຄາມ​ກັນ
ຍ້ອນ​ເລື້ອງນີ້.

ນາງ​ອາ​ນາ ກິນ​ຕາ​ນາ ຈາກ​ມູນ​ນິ​ທິ​ເຮີ​ຣິ​ເທ​ຈ ກ່າວ​ວ່າ “ນີ້​ບໍ່​ແມ່ນ​ຊີ​ເຣຍ ນີ້​ບໍ່​ແມ່ນ​ໄຄ​ຣ
​ເມຍ​ ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ ພວກ​ເຂົາ​ເຈົ້າ ຣັດ​ເຊຍແມ່ນບໍ່​ມີ​ຄວາມສາ​ມາດ​ຫຼື​ສະ​
ມັດ​ຖະ​ພາບທີ່​ຈະ​ເຮັດ​ສົງ​ຄາມ​ໄດ້ ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ ເຮັດ​ສົງ​ຄາມຢູ່ 3 ບ່ອນ​ໄດ້
ພວກ​ເຂົາ​ເຈົ້າ​ແມ່ນ​ບໍ່​ສາ​ມາດ​ແທ້ໆໂດຍ​ສະ​ເພາະສູ້​ລົບ​ກັບ​ສະ​ຫະ​ລັດ.”

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ວ່າ ການ​ຂັບ​ໄລ່​ມາ​ດູ​ໂຣ​ລົງ​ຈາກ​ອຳ​ນາດຈະ​ເຮັດ
​ໃຫ້​ເວ​ເນ​ຊູ​ເອ​ລາ​ ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່. ເວ​ລານີ້ ວໍ​ຊິງ​ຕັນ ກຳ​ລັງ​ຈັດ​ສົ່ງ​ການ​ຊ່ວຍ
​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ໄປ​ຍັງ​ຂົ​ງ​ເຂດ​ດັ່ງ​ກ່າວ​ໃນ​ຄວາມ​ພະຍາ​ຍາມເພື່ອ​ຊ່ວຍສະ​
ໜອງ​ຕອບ ຕໍ່​ຄວາມ​ຕ້ອງ​ການ​ອັນ​ຮີ​ບ​ດ່ວນ​ສຳ​ລັບ​ປະ​ຊາຊົນ​ຊາວ​ເວ​ເນ​ຊູ​ເອ​ລາທີ່​ພວມ​
ອຶດ​ຫິວ​ແລະ​ສິ້ນ​ຫວັງ​ແລ້ວນັ້ນ.

Venezuela Crisis Pits US Against Russia
please wait

No media source currently available

0:00 0:02:01 0:00

Kremlin officials and Russian state media portray Venezuela's President Nicolas Maduro as the country's legitimate leader, even though the United States and a host of other countries have declared him illegitimate and recognized opposition leader Juan Guaido as the country's interim president.Russian media refer to the anti-Maduro demonstrators as extremists acting under the influence of the United States. But the accounts of Venezuelans on the streets of Caracas, desperate after years of worsening poverty and shortages, indicate the turmoil is homegrown and has been fueled by the corruption and mismanagement by Maduro's socialist government. With Alvaro Algarra in Caracas,VOA's Ihar Tsikhanenka reports from Washington.

Russian government and pro-Kremlin observers compare street protests in Venezuela to recent popular uprisings in Libya and Ukraine and accuse the U.S. of, what they call, yet another attempt to topple an unfriendly regime.
((Sergei Lavrov, Russian Foreign Minister (in Russian) ))
"The United States continues to subvert undesirable governments. It is one of its priorities in Latin America and other regions of the world."

Having invested billions of dollars in Venezuela, the Kremlin continues to support president Nicolas Maduro, accusing Washington of "escalating the situation" and describing the demonstrators as extremists.
But Caracas residents tell a different story.

Caracas Resident:
"In Venezuela there is no meat.Meat disappeared after they enacted price controls."

Elizabeth, Caracas Resident:
"This had never been seen in Venezuela.This had never been seen. This is getting worse each day. // Half - we are eating half of what we used to eat."

The socialist policies of Maduro's government have plunged Venezuela - once Latin America's richest nation - into a humanitarian crisis.Millions have fled the country and anti-Maduro protests are frequent.

Washington has recognized opposition leader Juan Guaido as Venezuela's interim president and also imposed sanctions on the state-owned oil company, PDVSA, in an effort to force Maduro out.

Yet despite Moscow's denunciations of Washington's Venezuela policy, analysts say the U.S. and Russia are unlikely to go to war over the issue.

Ana Quintana, Heritage Foundation:
"This is not Syria. This is not Crimea. I mean, they, Russia, does not have the capabilities or the capacity to do so, they cannot fight a war on three fronts they simply just cannot do that, particularly against the United States".

The Trump administration says driving Maduro from power will restore prosperity to Venezuela.In the meantime, Washington is sending humanitarian aid shipments to the region in an effort to address the immediate needs of hungry and desperate Venezuelans.

XS
SM
MD
LG