ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການດໍາເນີນທຸລະກິດ ນວດແຜນບູຮານ ຂະໜາດນ້ອຍ ຢູ່ໃນປະເທດເນເທີແລນ


ລູກປະຄົບສະໝຸນໄພ ທີ່ທາງ Banlao The Spirit's House massage ຈັດກຽມໄວ້ບໍລິການລູກຄ້າ ດ້ວຍສູດປະສົມປະສານຂອງທາງຮ້ານເອງ.
ລູກປະຄົບສະໝຸນໄພ ທີ່ທາງ Banlao The Spirit's House massage ຈັດກຽມໄວ້ບໍລິການລູກຄ້າ ດ້ວຍສູດປະສົມປະສານຂອງທາງຮ້ານເອງ.

ຢູ່ແຕ່ລະປະເທດ ບໍ່ວ່າທ່ານຈະດໍາເນີນການ ຫຼືເປີດກິດຈະການໃດນຶ່ງ ບໍ່ວ່າທຸລະກິດດັ່ງກ່າວນັ້ນຈະເປັນທຸລະກິດຂະໜາດນ້ອຍ ຫຼືປານກາງ, ທ່ານສາມາດດໍາເນີນການໄດ້ເມື່ອທ່ານມີໃບອະນຸຍາດ ແລະສະຖານທີ່ທີ່ແນ່ນອນ, ທິບສຸດາ ມີລາຍງານກ່ຽວກັບການດໍາເນີນທຸລະກິດຂະໜາດນ້ອຍ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນການເປີດທຸລະກິດຂະໜາດນ້ອຍແບບຄອບຄົວ ທ່ານສາມາດຫາສະຖານທີ່, ຈັດກຽມອຸປະກອນ, ເງິນທຶນ ແລະເອກະສານຕ່າງໆໃຫ້ຄົບຊຸດ ກ່ອນທີ່ທ່ານຈະເປີດດໍາເນີນການ.

ຢ່າງໃດກໍຕາມ, ສໍາລັບທຸລະກິດກ່ຽວກັບສຸຂະພາບ ໂດຍສະເພາະ ການນວດແຜນບູຮານ ທີ່ເປີດກິດຈະການຢູ່ໃນປະເທດເນເທີແລນ ສໍາລັບຜູ້ປະກອບການທີ່ຕ້ອງການເປີດກິດຈະການຢູ່ເຮືອນ ແມ່ນບໍ່ມີຂໍ້ຫຍຸ້ງຍາກຫຼາຍ ໂດຍສະເພາະ ເອກະສານ ແລະສະຖານະຂອງຜູ້ທີ່ຈະເປີດກິດຈະການ.

ຍານາງພອນສະຫວັນ ວົງລັດສະໝີ, ເພິ່ນອາໄສຢູ່ໃນຂົງເຂດ Rockanja ເມືອງ Voorne Van Zea (ຕາມສຽງທ້ອງຖິ່ນ) ຂອງປະເທດເນເທີແລນ ມາໄດ້ 3 ປີແລ້ວ, ແລະເພິ່ນກໍໄດ້ເປີດຮ້ານນວດແຜນບູຮານທີ່ມີຊື່ວ່າ Banlao The Spirit’s House Massage ມາໄດ້ 2 ປີ.

ເພິ່ນກ່າວໃຫ້ຟັງວ່າ ການເປີດທຸລະກິດ ແລະກິດຈະການຂະໜາດນ້ອຍຢູ່ທີ່ນີ້ສະດວກ ແລະງ່າຍຫຼາຍ ເນື່ອງຈາກບໍ່ມີອັນໃດຫຍຸ້ງຍາກ ໂດຍສະເພາະຂັ້ນຕອນຂອງການດໍາເນີນເອກະສານ, ເຊິ່ງຈະໄດ້ເຂົ້າໄປພົວພັນກັບກົມການຄ້າຂອງປະເທດແຫ່ງນີ້ ແລະລາຍງານກ່ຽວກັບແບບແຜນ ຂອງການເປີດກິດຈະ ການເຊັ່ນ: ສະຖານທີ່, ຊື່ຂອງກິດຈະການ, ລັກສະນະຂອງກິດຈະການ, ຂະ ໜາດ, ຈໍານວນພະນັກງານ, ໃບຢັ້ງຢືນທີ່ເຄີຍຜ່ານງານດ້ານນີ້ມາແຕ່ປະເທດບ້ານເກີດ, ແລະອັນສໍາຄັນ ທີ່ຂາດບໍ່ໄດ້ເລີຍກໍຄື ເລກປະຈໍາຕຂອງຜູ້ຈະດໍາເນີນກິດຈະການ, ເຊິ່ງນາງໄດ້ກ່າວໃຫ້ຟັງວ່າ:

“ເລກປະຈໍາໂຕເຮົາ ລະເຂົາເຈົ້າກໍຈະຮູ້ ເຂົາເຈົ້າຈະກວດສອບໄດ້ໝົດທຸກຢ່າງເລີຍ ເພາະສະນັ້ນເຮົາໄປເຂົາເຈົ້າຄະໃຫ້ເຮົາແຕ່ອັນນີ້ ຄືວ່າໃສ່ຊື່ເຮົາ ແລະກໍໃສ່ຊື່ວີຊາ ລະມັນກໍຂຶ້ນມາ ແຕ່ວ່າແນ່ນອນແລ້ວ ກ່ອນເຮົາຊິໄປ ເຮົາຕ້ອງໄດ້ນັດໝາຍ ຕ້ອງໄປຕາມຄິວ,​ ແຕ່ວ່າກໍບໍ່ໄດ້ຍາກຫຍັງ.”

ນາງກ່າວວ່າ ໃນກໍລະນີຂອງນາງແມ່ນເປັນຜູ້ປະກອບການ ທີ່ຍັງຖືວີຊາຊົ່ວຄາວ ເນື່ອງຈາກນາງຍັງບໍ່ມີບັດຂຽວ ຫຼືເປັນພົນລະເມືອງຂອງປະເທດແຫ່ງນີ້ເທື່ອ, ເຊິ່ງວີຊາ ດັ່ງກ່າວນີ້ ຈະຕ້ອງເປັນວີຊາໄລຍະຍາວ, ພ້ອມກັນນັ້ນ ກໍຕ້ອງເສັງຜ່ານພາສາຂັ້ນທີ 1 ຂອງປະເທດແຫ່ງນີ້ ຈື່ງໄດ້ຮັບອະນຸຍາດ ໃຫ້ດໍາເນີນກິດຈະການ, ເຊິ່ງພາສາທາງການທີ່ເພິ່ນໃຊ້ໃນປະເທດດັ່ງກ່າວ ແມ່ນພາສາດັສ.

ຕໍ່ຈາກນັ້ນ, ຍານາງ ກໍເປີດບັນຊີທຸລະກິດຢູ່ທະນາຄານ ເພື່ອເປັນບັນຊີສໍາລັບ ດໍາເນີນກິດຈະການ, ກະກຽມທຶນ ແລະອຸປະກອນເພື່ອດໍາເນີນກິດຈະການ, ແຕ່ນາງກ່າວວ່າ ບໍ່ໄດ້ໃຊ້ທຶນຫຼາຍ ເນື່ອງຈາກເປັນການເປີດກິດຈະການຢູ່ເຮືອນ, ດັ່ງນັ້ນ ສິ່ງທີ່ຕ້ອງການກໍມີແຕ່ຕຽງສໍາລັບນວດແຜນບູຮານນຶ່ງໜ່ວຍ, ຜ້າທີ່ໃຊ້ສໍາລັບໃນການນວດ ເຄື່ອງໄຟຟ້າບາງອັນ ສະໝຸນໄພທີ່ສັ່ງຊື້ເຂົ້າມາ ຊື້ຕາມຕະຫຼາດ ແລະປູກຢູ່ສວນຫຼັງບ້ານ.

ນາງກ່າວວ່າ ກິດຈະການຂອງນາງເປີດບໍລິການ 6 ມື້ຕໍ່ອາທິດ, ເຊິ່ງລູກຄ້າຈະມາໃຊ້ບໍລິການໃນແຕ່ລະມື້ປະມານ 5 ຄົນ, ໂດຍລູກຄ້າສ່ວນໃຫຍ່ ຈະເປັນລູກຄ້າປະຈໍາ ແລະໃຊ້ບໍລິການຜູ້ນຶ່ງລະຫວ່າງ 2 ຫາ 3 ຊົ່ວໂມງ ແລະຈະມາໃຊ້ບໍລິການຢ່າງໜ້ອຍ 3 ມື້ຕໍ່ອາທິດ.

ຜູ້ປະກອບການຍັງໄດ້ອະທິບາຍໃຫ້ຟັງອີກວ່າ ການນວດແຜນບູຮານມີຫຼາຍແບບ ແລະຫຼາຍລັກສະນະແຕກຕ່າງກັນ, ດັ່ງນັ້ນ ລາຄາຈຶ່ງມີຫຼາຍລາຄາທີ່ແຕກຕ່າງເຊັ່ນກັນ, ຕົວຢ່າງ: ການນວດບ່າໄຫຼ່ທົ່ວໄປ ຈະມີລາຄາ 40 ຢູໂຣຕໍ່ 1 ຊົ່ວໂມງ, 70 ຢູໂຣຕໍ່ຊົ່ວໂມງເຄິ່ງ ແລະ 95 ຢູໂຣຕໍ່ 2 ຊົ່ວໂມງ. ລາຄາດັ່ງກ່າວມານີ້ ກໍແຕກຕ່າງກັນ ແລ້ວແຕ່ການກໍານົດຂອງຜູ້ປະກອບການເອງ.

ການນວດແຜນບູຮານຂອງຍານາງພອນສະຫວັນ ວົງລັດສະໝີ ໃຫ້ແກ່ລູກຄ້່, ຢູ່ທີ່ເຮືອນພັກຂອງທ່ານ ໃນຂົງເຂດ Rockanja, ເມືອງ Voorne Van Zea, ປະເທດເນເທີແລນ.
ການນວດແຜນບູຮານຂອງຍານາງພອນສະຫວັນ ວົງລັດສະໝີ ໃຫ້ແກ່ລູກຄ້່, ຢູ່ທີ່ເຮືອນພັກຂອງທ່ານ ໃນຂົງເຂດ Rockanja, ເມືອງ Voorne Van Zea, ປະເທດເນເທີແລນ.

ນອກຈາກນີ້ກໍຍັງມີການນວດແບບມີລູກປະຄົບສະໝຸນໄພ ເຊັ່ນ: ການນວດນໍ້າມັນແບບສະວິສ, Aroma, Sport, Healing, Signature ເຊິ່ງທັງໝົດນັ້ນຈະມີລາຄາພື້ນຖານ 50 ຢູໂຣຕໍ່ຊົ່ວໂມງ. ສ່ວນການນວດຕີນຈະມີລາຄາຢ່າງໜ້ອຍ 70 ຢູໂຣຕໍ່ຊົ່ວໂມງຂຶ້ນໄປ.

ນາງຍັງກ່າວອີກວ່າ ເຖິງຈະເປັນທຸລະກິດຂະໜາດນ້ອຍ ແຕ່ນາງກໍສາມາດສ້າງລາຍໄດ້ໃນແຕ່ລະເດືອນປະມານ 4,000 ຢູໂຣ, ເຊິ່ງກໍຖືວ່າເປັນລາຍໄດ້ທີ່ດີ.

ເນື່ອງຈາກເນເທີແລນເປັນປະເທດເປີດ ແລະສົ່ງເສີມຜູ້ປະກອບການຂະໜາດນ້ອຍ, ດັ່ງນັ້ນ ການເສຍພາສີເພື່ອປະກອບເຂົ້າເປັນລາຍຮັບຂອງປະເທດຈຶ່ງສໍາຄັນ. ສະນັ້ນ, ຜູ້ດໍາເນີນກິດຈະການທຸກໆຄົນ ຈະຕ້ອງເສຍພາສີ 21 ເປີເຊັນຂອງທຸກໆລາຍຮັບຕົນໃນແຕ່ລະຄັ້ງ, ສໍາລັບພອນສະຫວັນ ຈະຄິດໄລ່ພາສີໃນທຸກໆ 3 ເດືອນ.

ຢ່າງໃດກໍຕາມ, ນອກຈາກຈະເສຍພາສີໄປແລ້ວ ຜູ້ປະກອບການເອງ ກໍສາມາດຄິດໄລ່ບັນດາເຄື່ອງຂອງ ແລະອຸປະກອນຕ່າງໆທີ່ຊື້ເຂົ້າມາໃສ່ທຸລະກິດຂອງຕົນ ເວລາມີການໄລ່ພາສີໃນແຕ່ລະຄັ້ງ ເຊິ່ງຈຸດນີ້ ກໍມີລັກສະນະຄ້າຍຄືກັນກັບຂັ້ນຕອນຢູ່ໃນສະຫະລັດ, ດັ່ງທີ່ນາງກ່າວວ່າ:

“ທຸກໆສາມເດືອນເຮົາຕ້ອງໄດ້ແຈ້ງ, ເຮົາເຮັດວຽກສາມເດືອນນີ້ ເຮົາເຮັດຈັກຊົ່ວໂມງ, ລາຍໄດ້ເຮົາຊໍ່ານີ້ ລາຍຈ່າຍເຮົາໂຕນີ້ ເຮົາກໍແນບໄປນໍາ, ບາດນີ້ເຮົາກໍຈະມີໂຕທີ່ເຮົາຊື້ເຄື່ອງ ເຮົາກໍຈະເສຍພາສີຄືກັນເດ້ ເຮົາກໍຈ່າຍ 21 ເປີເຊັນຂອງພາສີຊື້ເຄື່ອງຄືກັນ ສົມມຸດວ່າເປັນນໍ້າມັນ, ເປັນເຄື່ອງໃຊ້ໄຟຟ້າ ເປັນຜ້າຫົ່ມ ຜ້າແພ ເຮົາກໍມາດເອົາໄປແຈ້ງ ເຂົາເຈົ້າກໍຈະລົບທີ່ວ່າເຮົາເສຍພາສີໃນການຊື້ສິນຄ້າແຕ່ລະອັນລະອັນຫັ້ນນະ ມັນກໍຈະຊ່ວຍຫຼຸດຜ່ອນເສຍພາສີໃຫ້ຖືກຂຶ້ນ.”

ຍານາງພອນສະຫວັນ ວົງລັດສະໝີ, ເຈົ້າຂອງກິດຈະການນວດແຜນບູຮານ Banlao The Spirit's House Massage ກໍາລັງຖືຜ້າຮ້ອນ ທີ່ກຽມໄວ້ສໍາລັບບໍລິການລູກຄ້າ.
ຍານາງພອນສະຫວັນ ວົງລັດສະໝີ, ເຈົ້າຂອງກິດຈະການນວດແຜນບູຮານ Banlao The Spirit's House Massage ກໍາລັງຖືຜ້າຮ້ອນ ທີ່ກຽມໄວ້ສໍາລັບບໍລິການລູກຄ້າ.

ເຖິງວ່າທຸລະກິດການນວດແຜນບູຮານຂອງຍານາງພອນສະຫວັນ ຈະສາມາດດໍາເນີນການໄດ້ໂດຍບໍ່ມີຂັ້ນຕອນຫຍຸ້ງຍາກ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ທຸກໆຂະແໜງການບໍລິການຈະເປັນຄືກັນ.

ສະນັ້ນ, ບໍ່ວ່າທ່ານຈະດໍາເນີນກິດຈະການຢູ່ທີ່ໃດ ປະເພດໃດ ແລະເງື່ອນໄຂຈະເປັນລັກສະນະໃດ, ສິ່ງສໍາຄັນກໍຄື ທ່ານຕ້ອງເຂົ້າໃຈຂັ້ນຕອນທີ່ຖືກຕ້ອງໃນການ ດໍາເນີນທຸລະກິດ ແລະປະຕິບັດຕາມຂໍ້ກໍານົດກົດໝາຍຂອງຂົງເຂດທີ່ທ່ານອາໄສຢູ່ໃຫ້ຖືກຕ້ອງ.

XS
SM
MD
LG