ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ກົດລະບຽບຕ່າງໆ ແນໃສ່ເພື່ອຫຼີກລ່ຽງ ‘ບັນຍາກາດທີ່ວຸ້ນວາຍຊັບສົນ’ ໃນການໂຕ້ວາທີ ລະຫວ່າງ ທ. ທຣຳ ແລະ ທ. ໄບເດັນ


ວີດີໂອ ລາຍງານ ກົດລະບຽບຕ່າງໆ ແນໃສ່ເພື່ອຫຼີກລ່ຽງ ‘ບັນຍາກາດທີ່ວຸ້ນວາຊັບສົນ’ ໃນການໂຕ້ວາຍທີ ລະຫວ່າງ ທ. ທຣຳ ແລະ ທ. ໄບເດັນ

ໃນການເລືອກຕັ້ງປະທານາທິບໍດີ ປີ 2024 ນີ້ ປະທານາທິບໍດີ ໂຈ ໄບເດັນ ແລະຄູ່ແຂ່ງຈາກພັກຣີພັບບລີກັນ ທ່ານດໍໂນລ ທຣຳ ໄດ້ຕົກບົງກັນເປັນທີ່ຮຽບຮ້ອຍແລ້ວວ່າ ຈະທຳການໂຕ້ວາທີກັນ 2 ຄັ້ງ ເຊິ່ງກົດລະບຽບຂອງການໂຕ້ວາທີໃນຄັ້ງນີ້ ມີຈຸດປະສົງ ເພື່ອເຮັດໃຫ້ການພົບປະຂອງພວກເພິ່ນທັງສອງ ເປັນໄປຢ່າງສັນຕິວິທີທີ່ສຸດ. ແຕ່ວ່າ ການໂຕ້ວາທີຄັ້ງນີ້ ຈະສາມາດເຮັດໃຫ້ຜູ້ລົງຄະແນນສຽງຜູ້ທີ່ຍັງບໍ່ທັນໄດ້ຕັດສິນໃຈ ປ່ຽນຄວາມຄິດໄດ້ຫຼືບໍ່ນັ້ນ ຍັງຄົງເປັນສິ່ງທີ່ຕ້ອງໄດ້ຕິດຕາມນຳກັນ ໂດຍສະເພາະເມື່ອພິຈາລະນາເຖິງຈັງຫວະເວລາໃນການໂຕ້ວາທີໃນຄັ້ງນີ້.

ຈະຕອບຮັບການໂຕ້ວາທີ ຫຼື ຈະບໍ່ຕອບຮັບນັ້ນ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈາກພັກເດໂມແຄຣັດ ໄດ້ໃຫ້ຄຳຕອບຢ່າງກົງໄປກົງມາ ເມື່ອວັນທີ 15 ພຶດສະພາ ທີ່ຜ່ານມານີ້.

ທ່ານ ໂຈ ໄບເດັນ ປະທານາທິບໍດີສະຫະລັດ ເວົ້າວ່າ “ທ່ານ ດໍໂນລ ທຣຳ ແພ້ໃນການໂຕ້ວາທີກັບຂ້ອຍເຖິງສອງຄັ້ງ ໃນປີ 2020 ແລະ ນັບຕັ້ງແຕ່ນັ້ນມາ ລາວກໍບໍ່ເຄີຍຂຶ້ນໂຕວາທີອີກເລີຍ. ແຕ່ວ່າ ຕອນນີ້ ລາວສະແດງທ່າທີວ່າ ຢາກກັບມາໂຕ້ວາທີອີກຄັ້ງ. ເບິ່ງແລ້ວຄືຈະແມ່ນມື້ທີ່ດີ ຂອງຂ້ອຍແນ່ນອນ.”

ສອງວັນແມ່ນໄດ້ຖືກກຳນົດໄວ້ແລ້ວ ນັ້ນກໍຄືວັນທີ 27 ມິຖຸນາ ແລະ ວັນທີ 10 ກັນຍາ. ທ່ານ ດໍໂນລ ທຣຳ ຜູ້ທ້າຊິງຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ກໍຍັງທ້າທາຍກ່ຽວກັບເລື້ອງນີ້ ໃນລະຫວ່າງການໂຄສະນາຫາສຽງ ໃນວັນສຸກຜ່ານມາ ທີ່ລັດມິນນິສໂຊຕາ.

ທ່ານ ດໍໂນລ ທຣຳ ເວົ້າວ່າ “ຂ້ອຍພຽງແຕ່ຕ້ອງການໂຕ້ວາທີກັບລາວ ພວກເຈົ້າກໍຮູ້, ຂ້ອຍຈະຮຽກຮ້ອງໃຫ້ກວດຫາສານເສບຕິດນຳດ້ວຍ ອີກຢ່າງນຶ່ງ ຂ້ອຍຈະເຮັດ. ຂ້ອຍເຮັດແທ້. ຂ້ອຍບໍ່ຢາກໃຫ້ລາວ ເຂົ້າມາແບບຢູ່ໃນການກ່າວປາໄສຕໍ່ສະພາແລະປະເທດຊາດ ທີ່ຄືວ່າ ມີອາການຕິດສິ່ງເສບຕິດ.”

ບໍໍ່ມີຫລັກຖານທີ່ຢັ້ງຢືນຕໍ່ຄຳກ່າວອ້າງຂອງ ທ່ານ ດໍໂນລ ທຣຳ.

ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານນາງ ຄຣິສ ແວນ ຮໍເລນ ໄດ້ຖາມເຖິງຍຸດທະວິທີການໂຕ້ວາທີຂອງອະດີດປະທານາທິບໍດີ ໃນຂະນະທີ່ໃຫ້ສຳພາດກັບລາຍການ This Week” ຂອງໂທລະພາບ ABC ໃນວັນອາທິດທີ່ຜ່ານມາ.

ທ່ານນາງ ແວນ ຮໍແລນ ເວົ້າວ່າ “ລາວຕ້ອງການສ້າງບັນຍາກາດແບບບັນເທີງຄືກັບລະຄອນສັດ ແຕ່ວ່າ ການເລືອກເອົາຜູ້ສະໝັກແຂ່ງຂັນຈະເປັນທີ່ຊັດເຈນຂຶ້ນ. ຂ້ອຍໝາຍຄວາມວ່າ ເຈົ້າມີ ທ່ານ ໂຈ ໄບເດັນ ລາວແມ່ນຄົນທີ່ເຕີບໃຫຍ່ຂຶ້ນໃນເມືອງ ສແຄຣນຕັນ ລັດເພັນຊີລວາເນຍ. ລາວຕໍ່ສູ້ເພື່ອຄົນຊົ້ນຊັ້ນກາງ. ລາວເຊື່ອໃນຄວາມມີກຽດໃນວຽກງານ ແລະການມີມາລະຍາດດີ. ສ່ວນທ່ານ ດໍໂນລ ທຣຳ ແມ່ນຕົວແທນຂອງຄວາມວຸ້ນວາຍ.”

ທ່ານ ມາກ ລອດເຕີ ອະດີດທີ່ປຶກສາດ້ານການໂຄສະນາຫາສຽງຂອງທ່ານ ດໍໂນລ ທຣຳ ຍັງໄດ້ໃຫ້ສຳພາດກັບ ໂທລະພາບ ABC ດ້ວຍເຊັ່ນກັນ ແລະ ຍິນດີນຳການມີທັງສອງທ່ານນີ້ ເປັນຄູ່ແຂ່ງກັນຢູ່ເທິງເວທີ.

ທ່ານ ລອດເຕີ ເວົ້າວ່າ “ນີ້ຈະແມ່ນການໂຕ້ວາທີທີ່ຖ່າຍທອດສົດ ແລະທ່ານ ດໍໂນລ ທຣຳ ຈະຂຶ້ນເວທີສອງ ຫຼື ສາມຄັ້ງຕໍ່ອາທິດ ແລະໄດ້ໃຊ້ເວລາປາໄສເຖິງ 90 ນາທີ. ສ່ວນທ່ານ ໂຈ ໄບເດັນ ບໍ່ຄ່ອຍໄດ້ໃຫ້ສຳພາດແບບກົດດັນປານໃດ. ສະນັ້ນ ນີ້ຈະແມ່ນຄວາມທ້າທາຍຫຼາຍ ສຳລັບປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ.”

ການໂຕ້ວາທີຈະຈັດຂຶ້ນໂດຍບໍ່ມີຜູ້ເຂົ້າຊົມສົດ. ຜູ້ດຳເນີນລາຍການຄື ອົງການຂ່າວ CNN ແລະ ໂທລະພາບ ABC ເຊິ່ງຈະສາມາດປິດໄມໂກຣໂຟນໄດ້ ຖ້າຫາກຜູ້ສະໝັກທ່ານໃດ ພະຍາຍາມທີ່ຈະຂັດຈັງຫວະກັນແລະກັນ.

ທ່ານ ຈູນ ສປີກແມນ ອາຈານສອນລັດຖະສາດ ຢູ່ມະຫາວິທະຍາໄລ ຣໍເຈີ ວີລລຽມສ໌ ອະທິບາຍວ່າ ເປົ້າໝາຍຂອງການໂຕ້ວາທີໃນຄັ້ງນີ້ ຄືການຊ່ວຍໃຫ້ຜູ້ມີສິດລົງຄະແນນເລືອກຕັ້ງ ຕັດສິນໃຈກ່ອນການເລືອກຕັ້ງປະທານາທິບໍດີ ເຊິ່ງຈະມີຂຶ້ນໃນເດືອນພະຈິກນີ້.

ທ່ານ ສປີກແມນ ເວົ້າວ່າ “ທ່ານ ດໍໂນ ທຣຳ ເປັນຄົນທີ່ມີຄວາມສາມາດພິເສດ ໃນການດຶງເອົາຄວາມສັນໃຈໄປໃສ່ດ້ານລົບຂອງຝ່າຍຄູ່ແຂ່ງຂອງລາວ ທີ່ບໍ່ຄ່ອຍສົນໃຈໃນການສົນທະນາໃນເລື້ອງບັນຫາອື່ນໆ. ຂ້ອຍເດົາວ່າ ທ່ານ ໂຈ ໄບເດັນ ຈະພະຍາຍາມມຸ່ງເນັ້ນໄປໃນບັນຫາຕ່າງໆ ກ່ຽວກັບຜົນງານ ແລະປະສິດທິພາບຂອງຕົນ ຕໍ່ລະບົບເສດຖະກິດ ແລະບໍ່ໃຫ້ຄວາມສຳຄັນຫຼາຍກ່ຽວກັບຄຸນລັກສະນະ ຂອງຜູ້ສະໝັກຂອງ ທ່ານ ດໍໂນລ ທຣຳ.”

ສຳລັບການໂຕ້ວາທີນີ້ ຈະປ່ຽນຄະແນນສຽງໄປຂ້າງໃດຂ້າງນຶ່ງ, ຈັງຫວະເວລາເປັນສິ່ງທີ່ສຳຄັນ ທ່ານ ຈອນ ຟໍເທຍເອີ ກ່າວຕໍ່ວີໂອເອ ຜ່ານທາງສໄກປ໌ (Skype).

ທ່ານ ຟໍເທຍເອີ ເວົ້າວ່າ “ເມື່ອເຈົ້າເຂົ້າໃກ້ຮອດການເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງຈຳນວນຫຼາຍໃຫ້ຄວາມສົນໃຈ ເຊິ່ງການໂຕ້ວາທີເຫຼົ່ານີ້ ຈຶ່ງຈະໄດ້ຮັບຄວາມສົນໃຈຫຼາຍເປັນພິເສດ ແລະຜູ້ຄົນກໍຈະເບິ່ງ ຫາກພວກເຂົາຍັງບໍ່ແນ່ໃຈເທື່ອ ແລະຕ້ອງການຕັດສິນໃຈໃນນາທີສຸດທ້າຍ.”

ການຊຸກຍູ້ໂດຍທັງສອງຜູ້ສະໝັກດັ່ງກ່າວ ເພື່ອໃຫ້ໄດ້ຮັບການຍອມຮັບຂອງຜູ້ມີສິດເລືອກຕັ້ງທັງຫຼາຍ ຈະດຳເນີນຕໍ່ໄປໃນອາທິດຂ້າງໜ້ານີ້. ຄາດວ່າ ທ່ານ ດໍໂນລ ທຣຳ ຈະໄປຢ້ຽມຢາມ ເຂດບຣອງສ໌ ກ້ຳໃຕ້ ຂອງນະຄອນນິວຢອກ ໃນວັນທີ 23 ພຶດສະພານີ້.

ສ່ວນ ທ່ານ ໂຈ ໄບເດັນ ຈະເດີນທາງຢ່າງເປັນທາງການໄປ ລັດນິວແຮມເຊີ ໃນວັນທີ 21 ພຶດສະພານີ້ ຈາກນັ້ນ ທ່ານຈະເດີນທາງຕໍ່ໄປ ນະຄອນ ບອສຕັນ ລັດແມດນະຊູເຊັຕສ໌.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG