ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທໍານຽບຂາວກ່າວວ່າ ການພົບປະກັນລະຫວ່າງ ທ່ານສີ ແລະ ທ່ານປູຕິນ ຈະບໍ່ເຮັດໃຫ້ສົງຄາມຢູເຄຣນ ຍຸຕິລົງ


Putin-Xi Meeting Won’t End Ukraine War, Says White House
please wait

No media source currently available

0:00 0:02:07 0:00

ລາຍງານກ່ຽວກັບ ການກ່າວຂອງທໍານຽບຂາວວ່າ ສົງຄາມຢູເຄຣນຈະບໍ່ສິ້ນສຸດລົງ ຫຼັງຈາກການພົບປະກັນລະຫວ່າງ ທ່ານສີ ແລະ ທ່ານປູຕິນ.

ໃນຂະນະທີ່ທ່ານສີ ເສັດ​ສິ້ນການຢ້ຽມຢາມນະຄອນຫຼວງມົສກູເປັນເວລາສາມມື້ຂອງທ່ານ, ທໍານຽບຂາວໄດ້ສະແດງຄວາມຄິດເຫັນໄປ​ໃນແງ່ລົບກ່ຽວ​ກັບ ການໂອ້ລົມຂອງຜູ້ນໍາຈີນ ກັບປະທານາທິບໍດີວະລາດີເມຍ ປູຕິນ ຈະແຜ້ວທາງໄປສູ່ການຍຸຕິສົງຄາມຢູ່ໃນຢູເຄຣນ. ຫົວໜ້ານັກຂ່າວປະຈໍາທໍານຽບຂາວ ແພັດຊີ ວິດາກຸສວາຣາ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ ມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ທີ່ນະຄອນຫຼວງມົສກູ, ໄດ້ມີການຈັດການຕ້ອນຮັບດ້ວຍພົມແດງ ແລະເປັນເຈົ້າ ພາບງານລ້ຽງອາຫານແລງ ໂດຍປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ສໍາລັບຜູ້ນໍາຂອງປະເທດຈີນ ທ່ານສີ ຈິ້ນຜິງ.

ເຊິ່ງທ່ານສີ ຈິ້ນຜິງ, ກ່າວວ່າ:

“ໃນຖານະສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນ ແລະຣັດເຊຍ ຈະຍັງຄົງດໍາເນີນງານຮ່ວມກັບປະຊາຄົມສາກົນເພື່ອປົກປ້ອງ​ພື້ນຖານ ຂອງຄວາມສໍາພັນລະຫວ່າງປະເທດ ​ໂດຍ​ອີງຕາມເປົ້າໝາຍ ແລະຫຼັກການທີ່ສໍາຄັນຂອງກົດບັດສະຫະປະຊາຊາດ.”

ທ່ານສີ ໄດ້ຮຽກຮ້ອງໃຫ້ມີການແກ້ໄຂທາງການທູດຢູ່ໃນຢູເຄຣນ ເຊິ່ງທ່ານປູຕິນ ກ່າວວ່າ ທ່ານໃຫ້ການສະໜັບສະໜຸນ ຕໍ່ຂໍ້ຮຽກຮ້ອງດັ່ງກ່າວນັ້ນ.

ທ່ານວະລາດີເມຍ ປູຕິນ ກ່າວວ່າ:

“ພວກເຮົາເຊື່ອວ່າ ແຜນການຫຼາຍໆຢ່າງກ່ຽວກັບສັນຕິພາບຂອງຈີນ ແມ່ນດໍາເນີນງານໃນລັກສະນະດຽວກັນກັບ ຣັດເຊຍ ແລະອາດຈະສ້າງເປັນພື້ນຂອງຖານຂໍ້ຕົກລົງທາງດ້ານສັນຕິພາບ ເມື່ອລັດຖະບານຕາເວັນຕົກ ແລະລັດຖະ ບານກີຢິບ ມີຄວາມພ້ອມສໍາລັບເລື້ອງນີ້. ຢ່າງໃດກໍຕາມ, ພວກເຮົາຍັງບໍ່ທັນເຫັນການກຽມພ້ອມຕ່າງໆ ໃນສ່ວນຂອງພວກເຂົາເຈົ້າແຕ່ຢ່າງໃດ.”

ທໍານຽບຂາວ ປະຕິເສດຕໍ່ການກ່າວອ້າງຂອງທ່ານປູຕິນ.

ທ່ານຈອນ ເຄີບີ, ຜູ້ປະສານງານກ່ຽວກັບຍຸດທະສາດດ້ານການສື່ສານ ຂອງສະພາຄວາມໝັ້ນຄົງແຫ່ງຊາດ ກ່າວວ່າ:

“ພວກເຮົາຍັງບໍ່ທັນເຫັນອັນໃດ ກ່ຽວກັບສິ່ງທີ່ພວກເຂົາໄດ້ກ່າວມາ ທີ່ຈະໃຫ້ຄວາມຫວັງແກ່ພວກເຮົາໄດ້ວ່າ ສົງຄາມກໍາລັງຈະສິ້ນສຸດໃນໄວໆນີ້.”

ກ່ອນການພົບປະກັນຂອງປະທານາທິບໍປູຕິນ ແລະທ່ານສີ, ສະຫະລັດ ໄດ້ມີການເຕືອນກ່ຽວກັບການຢຸດຍິງ ທີ່ຈີນເປັນຜູ້ອອກໜ້າວ່າ ມັນມີແຕ່ຈະເຮັດໃຫ້ ຣັດເຊຍ ໄດ້ປຽບຢູ່ໃນ ຢູເຄຣນ.

ການພົບປະກັນລະຫວ່າງ ທ່ານສີ ແລະທ່ານປູຕິນ ບໍ່ໄດ້ສະແດງໃຫ້ເຫັນກ່ຽວກັບການເຈລະຈາຢຸດຍິງໃດໆ. ທ່ານຈອນ ເຄີບີ ກ່າວວ່າ ສະຫະລັດຈະສະໜັບສະໜຸນພຽງແຕ່ການເຈລະຈາກັບຈີນ ທີ່ເປັນນາຍໜ້າເທົ່ານັ້ນ ຖ້າປະທານາທິບໍ ດີຂອງຣັດເຊຍ ທ່ານປູຕິນ ຫາກເຊື່ອວ່າ ຈະມີການນໍາພາໄປສູ່ສັນຕິພາບໄດ້. ສໍາລັບຜູ້ນໍາຂອງ ຢູເຄຣນ, ນັ້ນໝາຍຄວາມວ່າ ບໍ່ມີການຜ່ອນຜັນໃດໆກ່ຽວກັບດິນແດນທີ່ຖືກຜະນວກ ໂດຍປູຕິນ.

ທ່ານຈອຣ໌ຈ ບີເບ (George Beebe), ຜູ້ອໍານວຍການກ່ຽວກັບຍຸດທະສາດຂະໜາດໃຫຍ່ ຢູ່ທີ່ສະຖາບັນ ຄວິນຊີ (Quincy) ເຊິ່ງຮັບຜິດຊອບດ້ານວຽກງານການທູດ ກ່າວຜ່ານສໄກປ໌ວ່າ:

“ຂ້າພະເຈົ້າສົງໄສວ່າ ຊາວຣັດເຊຍ ຈະເຫັນດີກ່ຽວກັບເງື່ອນໄຂເຫຼົ່ານັ້ນຫຼືບໍ່. ພວກເຂົາໄດ້ປະຕິເສດໄປແລ້ວວ່າ ມັນເປັນສິ່ງທີ່ພວກເຂົາບໍ່ຖືວ່າມັນມີອັນໃດທີ່ສໍາຄັນກ່ຽວກັບຈຸດເລີ້ມຕົ້ນສໍາລັບການເຈລະຈາ.”

ທ່ານເຊເລັນສກີ ພົບປະກັບທ່ານຟູມິໂອະ ກິຊິດະ ໃນວັນອັງຄານທີ່ຜ່ານມາ. ນາຍົກລັດຖະມົນຕີຂອງຍີ່ປຸ່ນ ເປັນຜູ້ນໍາຄົນຫຼ້າສຸດໃນບັນດາປະເທດພັນທະມິດຕາເວັນຕົກ ທີ່ເຮັດໃຫ້ປະຫຼາດໃຈດ້ວຍການເດີນທາງໄປຢ້ຽມຢາມນະຄອນຫຼວງ ກີຢິບ.

ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຢູເຄຣນ ກ່າວວ່າ:

“ດ້ວຍຄວາມເຂັ້ມແຂງທີ່ມີຢູ່ຂອງຍິ່ປຸ່ນ, ຄວາມເປັນຜູ້ນໍາຂອງພວກເຂົາເຈົ້າຢູ່ໃນ ເອເຊຍ ກ່ຽວກັບການປົກປ້ອງສັນຕິພາບ ແລະການປະຕິບັດກົດລະບຽບບົນພື້ນ ຖານກົດຂໍ້ບັງຄັບຂອງສາກົນ, ແລະຄວາມຮັບຜິດຊອບຂອງຍີ່ປຸ່ນ ໃນຖານະປະ ທານຂອງກຸ່ມ G-7, ການສົນທະນາຂອງພວກເຮົາໃນມື້ນີ້ ສາມາດສະແດງໃຫ້ໂລກເຫັນເຖິງຜົນທີ່ໄດ້ຮັບລະດັບໂລກຢ່າງແທ້ຈິງ.”

ລຸນຫຼັງການພົບປະຂອງທ່ານກັບປະທານາທິບໍດີປູຕິນ, ການໂທລະສັບຫາກັນລະຫວ່າງ ທ່ານສີ ແລະທ່ານເຊເລັນສກີ ກໍອາດມີຂຶ້ນເຊັ່ນດຽວກັນ, ແຕ່ນັ້ນຍັງ ບໍ່ທັນມີການຢືນຢັນເທື່ອ.

As Xi Jinping wraps up his three-day visit to Moscow, the White House expressed pessimism that the Chinese leader’s talks with Russian President Vladimir Putin will pave the way to end the war in Ukraine. White House bureau chief Patsy Widakuswara has this report.

In Moscow, a red-carpet treatment and state dinner hosted by Russian President Vladimir Putin for Chinese leader Xi Jinping.

Xi Jinping, Chinese President, Need English VO

“As permanent members of the U.N. Security Council, China and Russia will continue to work with the international community to firmly safeguard the basic norms of international relations based on the purposes and principles of the U.N. Charter.”

Xi called for a diplomatic solution in Ukraine that Putin says he supports.

Vladimir Putin, Russian President, Need English VO

"We believe that many points of China's peace plan are in sync with Russian approaches and could form a basis for a peaceful settlement, when the West and Kyiv are ready for it. However, we aren't seeing any such readiness on their part yet."

The White House rejected Putin’s claim.

John Kirby, National Security Council

“We haven't seen anything they've said, they put forward, that gives us hope that this war is going to end anytime soon.”

Before the Putin-Xi meeting, the U.S. warned against a Chinese-brokered cease-fire, saying it would ratify Russia’s gains in Ukraine.

The Putin-Xi meeting did not yield a proposal for cease-fire negotiations. John Kirby said the U.S. would only support Beijing-brokered talks if President Volodymyr Zelenskyy believed they would lead to a just peace. For the Ukrainian leader, that means no concessions on territory annexed by Putin.

George Beebe, Quincy Institute for Responsible Statecraft, Skype

“I doubt that the Russians would agree to that condition. They've already rejected it as something that they don't regard as any kind of starting point for negotiations.”

Zelenskyy met Tuesday with Fumio Kishida. The Japanese prime minister was the latest leader in the Western alliance to make a surprise visit to Kyiv.

Volodymyr Zelenskyy, Ukrainian President, Need English VO

“Given Japan's strength, its leadership in Asia in defending peace and the rules-based international order, and Japan's responsibility as the G-7 chair, our talks today can truly yield a global result.”

After his meeting with Putin, a call between Xi and Zelenskyy may also take place, but that has not been confirmed.

XS
SM
MD
LG