ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີຝັງສົບ ແບບສ່ວນຕົວ ໄດ້ຖືກຈັດຂຶ້ນໃຫ້ແກ່ ຫົວໜ້າ ເຢບເກນີ ປຣີໂກຊີນ ກຸ່ມທະຫານຮັບຈ້າງຂອງຣັດເຊຍ


ຊາຍຜູ້ນຶ່ງພວມວາງທຽນຢູ່ສະຖານອະນຸສອນຊົ່ວຄາວ ສຳລັບບັນດາສະມາຊິກກຸ່ມທະຫານຮັບຈ້າງຂອງແວກເນີ ທີ່ໄດ້ຖືກຂ້າຕາຍ ໃນອຸປະຕິເຫດເຮືອບິນຕົກເມື່ອວັນພຸດແລ້ວນີ້, ຢູ່ໃກ້ກັບວັງເຄຣມລິນ ໃນນະຄອນຫຼວງມົສກູ, ວັນທີ 27 ສິງຫາ 2023. ພາຍໃນບັນຊີລາຍຊື່ຜູ້ເສຍຊີວິດ ແມ່ນ ເຢບເກນີ ປຣີໂກຊີນ.
ຊາຍຜູ້ນຶ່ງພວມວາງທຽນຢູ່ສະຖານອະນຸສອນຊົ່ວຄາວ ສຳລັບບັນດາສະມາຊິກກຸ່ມທະຫານຮັບຈ້າງຂອງແວກເນີ ທີ່ໄດ້ຖືກຂ້າຕາຍ ໃນອຸປະຕິເຫດເຮືອບິນຕົກເມື່ອວັນພຸດແລ້ວນີ້, ຢູ່ໃກ້ກັບວັງເຄຣມລິນ ໃນນະຄອນຫຼວງມົສກູ, ວັນທີ 27 ສິງຫາ 2023. ພາຍໃນບັນຊີລາຍຊື່ຜູ້ເສຍຊີວິດ ແມ່ນ ເຢບເກນີ ປຣີໂກຊີນ.

ພິທີຝັງສົບແບບເປັນສ່ວນຕົວ ໄດ້ຖືກຈັດຂຶ້ນສຳລັບ ມື້ລາງເຢບເກນີ ປຣີໂກຊີນ ອັນເປັນການສິ້ນສຸດເສັ້ນທາງຊີວິດທີ່ວຸ້ນວາຍສັບສົນ ຈາກການເປັນນັກເລງຢູ່ຖະໜົນຂອງເຊນປີເຕີສະເບີກ ຈົນໄດ້ກາຍມາເປັນຜູ້ນຳຂອງກຸ່ມທະຫານຮັບຈ້າງ ທີ່ວັງເຄຣມລິນສະໜັບສະໜຸນທາງດ້ານການເງິນ ອີງຕາມອົງການຂ່າວເອພີ.

ລາວໄດ້ຖືກສັງຫານເມື່ອອາທິດແລ້ວນີ້ ໃນອຸປະຕິເຫດເຮືອບິນຕົກທີ່ໜ້າສົງໄສ ສອງເດືອນຫຼັງຈາກໄດ້ນຳພາການກໍ່ກະບົດໃນໄລຍະສັ້ນໆ ທີ່ເປັນການທ້າທາຍຕໍ່ອຳນາດຂອງປະທານາທິບໍດີ ວລາດີເມຍ ປູຕິນ. ພວກໂຄສົກຂອງລາວ ໄດ້ກ່າວວ່າ ພິທີສົ່ງສະການແບບສ່ວນຕົວ ໄດ້ຖືກຈັດໃຫ້ແກ່ຜູ້ທີ່ມີອາຍຸຄົບ 62 ປີ ແລະໄດ້ຊີ້ນຳ “ພວກຄົນທັງຫຼາຍ ຜູ້ທີ່ປາດຖະໜາຈະສັ່ງລາ” ໃຫ້ໄປຍັງສຸສານ ໂປໂຣຄອບສໂກເຢ (Porokhovskoye) ໃນ ເຊນປີເຕີສເບີກ.

ສ່ວນວັງເຄຣມລິນ ກໍໄດ້ກ່າວວ່າ ທ່ານປູຕິນ ຈະບໍ່ເຂົ້າຮ່ວມໃນພິທີດັ່ງກ່າວ. ພາບຕ່າງໆຈາກສຸສານດັ່ງກ່າວນັ້ນ ໄດ້ສະແດງໃຫ້ເຫັນໄມ້ກາງເຂນຕັ້ງຢູ່ເທິງຂຸມຝັງສົບທີ່ປົກຄຸມດ້ວຍດອກໄມ້ຕ່າງໆນາໆ ແລະທຸງສອງຜືນຢູ່ໃກ້ຄຽງ-ຊຶ່ງເປັນທຸງຊາດສາມສີຂອງຣັດເຊຍ ແລະທຸງສີດຳ ຂອງກຸ່ມແວກເນີ.

A private burial has been held for Yevgeny Prigozhin, ending a tumultuous journey from St. Petersburg street thug to Kremlin-financed mercenary leader. He was killed last week in a suspicious plane crash two months after leading a brief mutiny that challenged the authority of President Vladimir Putin. His spokespeople said a private funeral was held for the 62-year-old and directed "those who wish to bid their farewell" to go to the Porokhovskoye cemetery in St. Petersburg. The Kremlin had said Putin would not attend the ceremony. Images from the cemetery showed a wooden cross over a flower-covered grave and two flags nearby — a Russian tricolor and a black Wagner flag.

XS
SM
MD
LG