ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນ ທີ່ສະໜັບສະໜູນ ວັງເຄຣມລິນ ບໍ່ສົນໃຈຕໍ່ການມີສ່ວນຮ່ວມຂອງພວກຫົວຮຸນແຮງ ລັດອິສລາມ ໃນການໂຈມຕີ ຢູ່ໃນມົສກູ


ສື່ມວນຊົນ ທີ່ສະໜັບສະໜູນ ວັງເຄຣມລິນ ບໍ່ສົນໃຈຕໍ່ການມີສ່ວນຮ່ວມຂອງພວກຫົວຮຸນແຮງ ລັດອິສລາມ ໃນການໂຈມຕີ ຢູ່ໃນມົສກູ

ສື່​ມວນ​ຊົນ​ທີ່​ສະໜັບສະໜູນ​ລັດຖະບານຣັດ​ເຊຍ​ບໍ່​ສົນ​ໃຈຕໍ່ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຂອງ​ກຸ່ມ​ລັດ​ອິສລາມ​ ຕໍ່ເຫດການ ​ການ​ໂຈມ​ຕີທີ່​ຮ້າຍ​ແຮງ​ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ທີ່​ຫໍຈັດງານ​ຄອນ​ເສີດ​ໃນ​ມົສກູ, ​ໂດຍສຸມຄວາມສົນໃຈໄປທີ່​ການ​ກ່າວ​ຫາ​ທີ່​ບໍ່​ມີຫຼັກຖານ ທີ່​ວ່າ​ການ​ສັງຫານ​ໝູ່ດັ່ງກ່່າວ​ມີຄວາມເຊື່ອມໂຍງ​ກັບ​ຢູ​ເຄຣນ. ອີລີຊາເບັທ ເຊີເນັຟ (Elizabeth Cherneff) ມີ​ລາຍ​ງານ​ກ່ຽວ​ກັບເລື້ອງ​ນີ້ ​ຈາກສຳນັກງານຂອງວີໂອເອ ໃນມົສກູ.

ໃນຂະນະ​ທີ່​ໜ່ວຍ​ກູ້​ໄພ ຍັງ​ສືບ​ຕໍ່​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ ​ໃນ​ວັນ​ຈັນທີ່ຜ່ານມາ, ສື່​ມວນ​ຊົນ​ທີ່​ສະໜັບສະໜູນ​ວັງ ເຄຣມລິນ ບໍ່ໄດ້​ສົນໃຈ​ກັບລາຍ​ງານ​ທີ່ລະບຸ​ວ່າ​ກຸ່ມ​ລັດ​ອິສລາມ​ ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີດັ່ງກ່າວ.

ຜູ້​ອຳ​ນວຍ​ການ​ຊ່ອງ​ໂທລະພາບ Russia Today ຫຼື RT ທີ່ເປັນສື່ໂຄສະນາຊວນເຊື່ອ ກ່າວ​ອ້າງຢູ່​ໃນ​ສື່​ສັງ​ຄົມ​ວ່າ ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກຸ່ມ​ລັດ​ອິສລາມ ​ແມ່ນບໍ່ຖືກຕ້ອງ. ໃນຂະນະດຽວກັນ, ບັນນາທິການຂອງ Ria Novosti ອົງການຂ່າວທີ່ບໍລິຫານງານໂດຍລັດຖະບານຣັດເຊຍ ກ່າວອ້າວເຖິງຄຳເວົ້າ ທີ່ວ່າ - "ກຸ່ມຄໍລີເຟດ ຫຼື ປະຊາຄົມແຫ່ງລັດອິສລາມ ໃນກີຢິບ ກໍາລັງເລີ້ມດຳເນີນການກໍ່ການຮ້າຍຕໍ່ຕ້ານຣັດເຊຍ."

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ສະແດງໃຫ້ເຫັນ​ຜູ້​ຊາຍ​ຫລາຍ​ຄົນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ວລາດີເມຍ ປູຕິນ ໄດ້ກ່າວຫາດ້ວຍໂຕທ່ານເອງວ່າ ​ໄດ້​ຖືກ​ຈັບ ຂະນະທີ່ກຳລັງ​ພະ​ຍາ​ຍາມ​ຫລົບ​ໜີ​ໄປ​ຢູ​ເຄຣນ.

ບັນດານັກວິ​ເຄາະ​ ມີ​ຄວາມ​ສົງ​ໄສ​ຕໍ່​ກັບການ​ກ່າວ​ຫາ​ດັ່ງກ່າວ.

ທ່ານ ອາແລັກສ໌ ໂກກຊາຣອບວ໌ (Alex Kokcharov), ນັກວິເຄາະຄວາມສ່ຽງຂອງປະເທດ ຢູ່ທີ່ S&P Global Market Intelligence - ກ່າວເປັນພາສາອັງກິດຜ່ານທາງ Zoom ວ່າ:

“ຊາຍແດນກັບຢູເຄຣນແມ່ນແນວໜ້າໂດຍພື້ນຖານ. ບໍ່ມີຈຸດຜ່ານແດນຈາກພາກພື້ນ ໄບຣຢານສກ໌ (Bryansk) ຂອງຣັດເຊຍ ເຂົ້າໄປໃນ ຢູເຄຣນ. ຊາຍ​ແດນດັ່ງກ່າວ ​ໄດ້​ຮັບ​ການ​ເສີມກຳລັງທະ​ຫານ​ຢ່າງ​ທົ່ວເຖິງ​. ມີການປາກົດຕົວຢ່າງໜາແໜ້ນຂອງກອງກຳລັງປະກອບອາວຸດຣັດເຊຍ ແລະ ໜ່ວຍງານດ້ານຄວາມໝັ້ນຄົງຂອງລັດຖະບານກາງ ຫຼື FSB.”

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລນສກີ ​ບໍ່ໄດ້​ຫົວຊາກັບຂໍ້​ກ່າວ​ອ້າງ​ຂອງ​ທ່ານ ປູຕິນ ທີ່ວ່າ ຢູເຄຣນມີສ່ວນກ່ຽວຂ້ອງ.

ໃນການຖິ້ມໂທດໃສ່ ກີຢິບ ສໍາລັບການໂຈມຕີດັ່ງກ່າວ, ສື່ມວນຊົນຣັດເຊຍ ບໍ່ຍອມເຊື່ອວ່າ ພວກຫົວຮຸນແຮງລັດອິສລາມ ມີຈຸດປະສົງດ້ານທະຫານໃນຣັດເຊຍ.

ນັກສັງເກດການບາງຄົນບໍ່ເຫັນດີນໍາການກ້າວອ້າງດັ່ງກ່າວ. ເຊິ່ງນຶ່ງໃນນັ້ນ ກໍແມ່ນ ທ່ານນາງ ມາທາ ເທີ (Marta Ter), ຜູ້ຊ່ຽວຊານດ້ານອິສລາມຫົວຮຸນແຮງໃນຣັດເຊຍ ເຊິ່ງທ່ານນາງ ໄດ້ກ່າວເປັນພາສາສະເປນຜ່ານ ທາງ Zoom ວ່າ:

“ກຸ່ມລັດ​ອິ​ສ​ລາມ ​ຖື​ວ່າຣັດ​ເຊຍ​ເປັນ​ນຶ່ງ​ໃນ​ສັດ​ຕູຫຼັກຂອງພວກເຂົາ ເຊັ່ນດຽວກັນກັບ​ສະ​ຫະ​ລັດ ແລະ ອີ​ຣ່ານ ຍ້ອນ​ສົງ​ຄາມ​ທີ່ກຸ່ມ ISIS ຖື​ວ່າເປັນສົງຄາມ​ສັກ​ສິດ. ຣັດເຊຍ ກໍເຄີຍຢູ່ໃນອັຟການິສຖານ; ຣັດເຊຍ ຢູ່ໃນຊີເຣຍ ຄຽງຄູ່ກັບ ທ່ານ ບາຊາ ອາລ-ອາຊາດ (Bashar al-Assad) ຈົນເຖິງທຸກມື້ນີ້ ແລະການເຮັດສົງຄາມຕໍ່ຕ້ານຊາວມຸສລິມໃນ ພາກພື້ນຄໍເຄຊັສ (Caucasus)."

ຄົນອື່ນໆ ກ່າວວ່າ ການໂຈມຕີດັ່ງກ່າວ ຈະຊ່ວຍ ວັງ ເຄຣມລິນ ໃນການຫາເຫດຜົນເພື່ອສືບຕໍ່ລະດົມກຳລັງ ແລະ ເສີມກຳລັງຂອງຕົນຄືນໃໝ່ ຊຶ່ງຢູ່ພາຍໃຕ້ຄວາມກົດດັນ ຫຼັງຈາກສອງປີຂອງສົງຄາມເຕັມຮູບແບບ.

​ການ​ໂຈມ​ຕີ​ໃນ​ວັນ​ທີ 22 ມີນາ​ນີ້ ໄດ້ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດແລ້ວ ຫຼາຍກວ່າ 130 ​ຄົນ, ​ເຊິ່ງຖືເປັນການໂຈມຕີ ທີ່ນອງ​ເລືອດ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ສະຫະພັນ ​ຣັດ​ເຊຍ. ດຽວນີ້ ບາງຄົນກັງວົນວ່າ ວັງ ເຄຣມລິນ ຈະໃຊ້ສິ່ງນີ້ເປັນຂໍ້ອ້າງຂອງມົສກູ ໃນການຍົກລະດັບການໂຈມຕີຢູເຄຣນ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Russian pro-government media are ignoring the Islamic State group’s claim of responsibility for the deadly attack last Friday at a Moscow concert hall, instead focusing on unsubstantiated allegations that the mass killing was linked to Ukraine. Elizabeth Cherneff narrates this report from the VOA Moscow bureau.

As rescue crews continued the search for the missing Monday, pro-Kremlin media ignored reports that the Islamic State group was responsible for the attack.

The director of the propaganda channel RT claims on social media that the Islamic State group’s claim of responsibility is false. At the same time, an editorial on the state-run Ria Novosti says - quote - “The Kyiv Caliphate is launching a campaign of terror against Russia.”

Russian authorities have shown several men whom President Vladimir Putin himself alleges were caught trying to flee to Ukraine.

Analysts have cast doubts on the allegation.

Alex Kokcharov, a country risk analyst at S&P Global Market Intelligence - said in English via Zoom:

“The border with Ukraine is fundamentally a front line. There are no crossing points from (Russia’s) Bryansk region into Ukraine. The border has been thoroughly militarized. There is a very heavy presence of the Russian armed forces and the FSB.”

Ukrainian President Volodymyr Zelenskyy has dismissed Putin’s claim of Ukrainian involvement.

In blaming Kyiv for the attack, the Russian media deny that Islamist extremists have a military objective in Russia.

Some observers disagree. Among them is Marta Ter, a specialist on radical Islam in Russia.

Marta Ter, Analyst said in Spanish via Zoom:

“The Islamic State considers Russia one of its main enemies along with the United States and Iran due to the wars that ISIS considers holy. Russia was in Afghanistan; it is in Syria alongside Bashar al-Assad until today and the wars against the Muslims in the Caucasus.”

Others say the attack will help the Kremlin justify arguments for carrying out a new mobilization and buildup of its forces, which are under pressure after two years of full-scale war.

With more than 130 dead, the attack on March 22 goes down as one of the bloodiest in the Russian Federation’s recent history. Some now worry the Kremlin will use it as an excuse for Moscow to step up its assault on Ukraine.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG