ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຊາຍ ວີລລ້ຽມ ສະເດັດເຖິງສິງກະໂປ ສຳລັບ ພິທີມອບລາງວັນ ດ້ານສະພາບແວດລ້ອມ ທີ່ເອີ້ນວ່າ Earthshot


ເຈົ້າຊາຍແຫ່ງອັງກິດ ວີລລ້ຽມ ຢູ່ໃນພາບຖ່າຍນີ້ ທີ່ກອງປະຊຸມສຸດຍອດ ລາງວັນນະວັດຕະກຳ Earthshot ໃນນະຄອນນິວຊອກ, ວັນທີ 19 ກັນຍາ 2023. ພະອົງໄດ້ສະເດັດໄປສິງກະໂປ ໃນວັນທີ 5 ພະຈິກ 2023, ສຳລັບພິທີມອບລາງວັນ Earthshot, ເພື່ອສະໜັບສະໜຸນ ພວກຄົນຜູ້ທີ່ຊອກຫາວິທີແກ້ໄຂເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.
ເຈົ້າຊາຍແຫ່ງອັງກິດ ວີລລ້ຽມ ຢູ່ໃນພາບຖ່າຍນີ້ ທີ່ກອງປະຊຸມສຸດຍອດ ລາງວັນນະວັດຕະກຳ Earthshot ໃນນະຄອນນິວຊອກ, ວັນທີ 19 ກັນຍາ 2023. ພະອົງໄດ້ສະເດັດໄປສິງກະໂປ ໃນວັນທີ 5 ພະຈິກ 2023, ສຳລັບພິທີມອບລາງວັນ Earthshot, ເພື່ອສະໜັບສະໜຸນ ພວກຄົນຜູ້ທີ່ຊອກຫາວິທີແກ້ໄຂເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.

ເຈົ້າຊາຍວີລລ້ຽມ ໄດ້ສະເດັດໄປສິງກະໂປສຳລັບງານມອບລາງວັນ Earthshot ປະຈຳປີ ຊຶ່ງເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນຢູ່ໃນເອເຊຍ ເພື່ອສະໜັບສະໜຸນບັນດານັກປະດິດຄິດສ້າງທັງຫຼາຍໃນດ້ານສະພາບແວດລ້ອມ ໂດຍຊອກຫາວິທີແກ້ໄຂເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດແລະຊ່ອຍຮັກສາໂລກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເມື່ອພະອົງສະເດັດໄປຮອດ ຫຼາຍສິບຄົນພາກັນໂບກທຸງຊາດອັງກິດ ໃນການຕ້ອນຮັບພະອົງ ໃນວັນອາທິດວານນີ້ ຢູ່ທີ່ຕຶກອາຄານຂອງສະໜາມບິນ ພ້ອມດ້ວຍສຽງຮ້ອງເຊຍ. ເຈົ້າຊາຍວີລລ້ຽມ ຈະພົບປະກັບນາຍົກລັດ​ຖະ​ມົນ​ຕີສິງກະໂປ ຫລີ ຊຽນ ລຸງ ໃນລະຫວ່າງ ການສະ​ເດັດ​ປະ​ພາດ​ສີ່ວັນ ທີ່ເປັນຄັ້ງທຳອິດຂອງພະອົງ ນັບຕັ້ງແຕ່ປີ 2012.

ຈຸດເດັ່ນຈະເປັນພິທີມອບລາງວັນ Earthshot ໃນວັນອັງຄານມື້ອື່ນນີ້ ບ່ອນທີ່ເຈົ້າຊາຍ ວີລລ້ຽມ ຈະຊົງປະກາດຊື່ຜູ້ຊະນະເລີດ 5 ຄົນ ຊຶ່ງແຕ່ລະຄົນຈະໄດ້ຮັບ 1 ລ້ານປອນ ເທົ່າກັບ 1 ລ້ານ 2 ແສນໂດລາ ເພື່ອຊ່ອຍພວກເຂົາ ຍົກລະດັບໂຄງການທັງຫຼາຍຂອງພວກເຂົາ ເພື່ອການເຂົ້າເຖິງໄດ້ທົ່ວໂລກ ທີ່ກວ້າງຂຶ້ນກວ່າເກົ່າ.

Prince William has arrived in Singapore for the annual Earthshot Prize awards, the first to be held in Asia, to support environmental innovators with solutions to battle climate change and save the planet.

Upon his arrival, dozens of people waving British flags welcomed him Sunday at an airport building with loud cheers. William will meet Singapore Prime Minister Lee Hsien Loong during the four-day trip, his first since 2012.

The highlight will be the Earthshot Prize award ceremony Tuesday, where William will name five winners, who will each get a million pounds ($1.2 million) to help them scale up their projects for wider global reach.

XS
SM
MD
LG