ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣໍາ ລົງແຂ່ງຂັນ ເພື່ອຫາທາງ ໃຫ້ໄດ້ດໍາລົງຕໍາແໜ່ງ ສະໄໝທີ 2 ຫລັງຈາກພົ້ນການ ຟ້ອງຮ້ອງ ໃຫ້ປົດທ່ານແລ້ວ


ປະທານາທິບໍດີ ເດີນທາງເຖິງສະຖາທີ່ໂຮມຊຸມນຸມ ໂຄສະນາຫາສຽງ, ວັນທີ 19 ຕຸລາ 2020, ໃນເມືອງ ແພຣສກັອດ ລັດອາຣິໂຊນາ.
ປະທານາທິບໍດີ ເດີນທາງເຖິງສະຖາທີ່ໂຮມຊຸມນຸມ ໂຄສະນາຫາສຽງ, ວັນທີ 19 ຕຸລາ 2020, ໃນເມືອງ ແພຣສກັອດ ລັດອາຣິໂຊນາ.

ທ່ານ ດໍໂນລ ເຈ. ທຣໍາ, ປະທານາທິບໍດີສະຫະລັດຄົນທີ 45 ແລະເປັນປະທາ ນາທິບໍດີຄົນທີສາມເທົ່ານັ້ນ ທີ່ຖືກຟ້ອງໃຫ້ປົດລົງຈາກຕໍາແໜ່ງ ແຕ່ວ່າໄດ້ຫລຸດ ພົ້ນໄປໄດ້ນັ້ນ ກຳລັງຫາທາງໃຫ້ໄດ້ຮັບການເລືອກຕັ້ງເພື່ອໃຫ້ໄດ້ສືບຕໍ່ດໍາລົງຕໍາ ແໜ່ງເປັນສະໄໝ ທີ 2 ໃນເດືອນພະຈິກນີ້.

ທ່ານທຣໍາ ໄດ້ເລີ້ມການໂຄສະນາຫາສຽງໃຫ້ຖືກເລືອກຕັ້ງຄືນອີກ ຢ່າງເປັນທາງການໃນເດືອນມິຖຸນາ 2019 ທີ່ເມືອງໂອແລນໂດ, ລັດຟລໍຣິດາ ໂດຍໄດ້ນຳສະ ເໜີຄຳຂວັນທີ່ເວົ້າວ່າ “Keep America Great” ຫຼື “ຮັກສາອາເມຣິກາໃຫ້ຍິ່ງ ໃຫຍ່ຕໍ່ໄປ” ເຊິ່ງເປັນການປັບປ່ຽນມາຈາກຄຳຂວັນປີ 2016 ຂອງເພິ່ນ ທີ່ເວົ້າວ່າ “Make America Great Again” ຫລື “ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກຄັ້ງນຶ່ງ.” ທ່ານກ່າວຕໍ່ບັນດາຜູ້ສະໜັບ ສະໜູນທ່ານວ່າ "ພວກເຮົາໄດ້ເຮັດອັນນີ້ເທື່ອນຶ່ງແລ້ວ ແລະດຽວນີ້ພວກເຮົາຈະເຮັດມັນອີກເທື່ອນຶ່ງ ແລະເທື່ອນີ້ພວກເຮົາຈະເຮັດວຽກນີ້ໃຫ້ມັນແລ້ວ."

ທ່ານທຣໍາ ໄດ້ເລີ້ມການໂຄສະນາຫາສຽງໃຫ້ຖືກເລືອກຕັ້ງຄືນອີກ ຢ່າງເປັນທາງການໃນເດືອນມິຖຸນາ 2019 ທີ່ເມືອງໂອແລນໂດ, ລັດຟລໍຣິດາ ໂດຍໄດ້ນຳສະ ເໜີຄຳຂວັນທີ່ເວົ້າວ່າ “Keep America Great”
ທ່ານທຣໍາ ໄດ້ເລີ້ມການໂຄສະນາຫາສຽງໃຫ້ຖືກເລືອກຕັ້ງຄືນອີກ ຢ່າງເປັນທາງການໃນເດືອນມິຖຸນາ 2019 ທີ່ເມືອງໂອແລນໂດ, ລັດຟລໍຣິດາ ໂດຍໄດ້ນຳສະ ເໜີຄຳຂວັນທີ່ເວົ້າວ່າ “Keep America Great”

ຜົນສຳເລັດກ່ອນໜ້ານີ້: ກ່ອນທີ່ຈະກາຍເປັນປະທານາທິບໍດີນັ້ນ ທ່ານ ທຣໍາ ແມ່ນນັກພັດທະນາອະສັງຫາລິມະຊັບທີ່ມີຊື່ສຽງ ແລະເປັນທີ່ຖົກຖຽງກັນຂອງຄົນ ໃນ ນະຄອນນິວຢອກ ແລະເປັນບຸກຄົນທີ່ຄົນຮູ້ກັນຫລາຍຢູ່ໃນໂທລະພາບ. ບໍ່ດົນຫລັງຈາກຮຽນຈົບຈາກໂຮງຮຽນການເງິນວາທັນ (Wharton) ທີ່ມະຫາວິທະ ຍາໄລເພັນຊິລເວເນຍແລ້ວ, ທ່ານໄດ້ຄອບຄອງທຸລະກິດອະສັງຫາລິມະຊັບຂອງຄອບຄົວເພິ່ນ, ໄດ້ຂະຫຍາຍມັນ ແລະສ້າງໂຮງແຮມ, ກາສິໂນ ແລະ ສະໜາມ ກອຟໃນທົ່ວໂລກ. ໃນຕົ້ນຊຸມປີ 1990 ທ່ານທຣໍາ ໄດ້ຖືກບັງຄັບໃຫ້ຍື່ນໜັງສືຂໍລົ້ມລະລາຍຫຼາຍໆຢ່າງ ທີ່ກ່ຽວຂ້ອງກັບຊັບສິນຕ່າງໆ ຢູ່ໃນເມືອງແອັດແລນຕິກ (Atlantic) ແລະ ນະຄອນນິວຢອກ. ແຕ່ຢ່າງໃດກໍຕາມ, ຕໍ່ມາທ່ານກໍໄດ້ກໍ່ສ້າງທຸລະກິດຂອງຕົນຄືນໃໝ່ ແລະໃນປີ 2016 ອົງການຂ່າວ ຟອບສ໌ (Forbes) ຄາດຄະເນມູນຄ່າສຸດທິຂອງເພິ່ນແມ່ນຢູ່ທີ່ 3.7 ຕື້ໂດລາ.

ຕຶກ Trump Tower ຂອງ ປ. ທຣໍາ ໃນນະຄອນນິວຢອກ (ພາບຖ່າຍ 23 ມິຖຸນາ, 2016)
ຕຶກ Trump Tower ຂອງ ປ. ທຣໍາ ໃນນະຄອນນິວຢອກ (ພາບຖ່າຍ 23 ມິຖຸນາ, 2016)

ໃນປີ 2004, ທ່ານທຣໍາ ໄດ້ກາຍເປັນຄົນໃນສື່ມວນຊົນທີ່ຜູ້ຄົນຮູ້ຈັກກັນຢ່າງກວ້າງຂວາງ ໃນການຜະລິດ ລາຍການ ແລະເປັນໂຕລະຄອນເອກ ໃນລາຍ ການໂທລະພາບທີ່ສະແດງໃຫ້ເຫັນເຖິງຊີວິດຈິງທີ່ຊື່ວ່າ “The Apprentice,” ເຊິ່ງກາຍເປັນລາຍການທີ່ມີຊື່ສຽງຂອງໂທລະພາບ NBC. ທ່ານໄດ້ອອກຈາກການສະແດງໃນລາຍການນັ້ນ ໃນປີ 2015 ໃນຂະນະທີ່ທ່ານກະກຽມທີ່ຈະເຂົ້າແຂ່ງຂັນເປັນປະທານາທິບໍດີ.

ຕະຫຼອດເວລາທີ່ທ່ານເປັນນັກສະແດງໃນໂທລະພາບຢູ່ນັ້ນ, ທ່ານໄດ້ມີສ່ວນຮ່ວມໃນການເມືອງລະດັບຊາດຂອງສະຫະລັດ ໂດຍເປັນນຶ່ງໃນຈໍານວນຜູ້ທີ່ສົ່ງເສີມການສົມຮູ້ຮ່ວມຄິດກັນທີ່ເອີ້ນວ່າ 'Birther' ເຊິ່ງໄດ້ອ້າງໃນຕອນນັ້ນວ່າ ປະທາ ນາທິບໍດີບາຣັກໂອບາມາ ບໍ່ໄດ້ເກີດຢູ່ໃນສະຫະລັດ.

ການດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານທຣໍາ: ໃນໄລຍະ 3 ປີເຄິ່ງທີ່ ທ່ານໄດ້ດຳລົງຕຳແໜ່ງຢູ່ນີ້ ປະທານາທິບໍດີ ທຣໍາ ໄດ້ຜ່ານຮ່າງກົດໝາຍປະຕິຮູບດ້ານພາສີທີ່ສຳຄັນ, ຕັດກຳລັງທະຫານຢູ່ໃນຊີເຣຍລົງ, ແລະໄດ້ຊະນະໃນຮັບການຮັບຮອງເອົາການແຕ່ງຕັ້ງສອງຄົນໄປກໍາຕຳແໜ່ງຢູ່ໃນສານສູງສຸດ ຄືຜູ້ ພິພາກສານີລ ກໍຈຊັສ (Neil Gorsuch) ແລະເບຣດ ຄາແວນນໍ (Brett Kavanaugh) ທີ່ມີຫົວອະນຸລັກນິຍົມ, ໃຫ້ໄປແທນຕຳແໜ່ງຫວ່າງຢູ່ ໃນສານທີ່ມີສະມາຊິກ 9 ຄົນແຫ່ງນັ້ນ. ທ່ານຍັງໄດ້ຮັບການອະນຸມັດ ໃຫ້ຜູ້ພິພາກສາຄົນ ອື່ນໆ ເກືອບຮອດ 200 ຄົນເພື່ອໃຫ້ໄປກໍາຕຳແໜ່ງຢູ່ໃນສານລັດຖະບານກາງທີ່ຢູ່ໃນ ຂັ້ນຕໍ່າກວ່ານັ້ນອີກດ້ວຍ.

ເບຣດ ຄາແວນນໍ ທີ່ໄ້ດຮັບການແຕ່ງຕັ້ງ ໂດຍ ປ. ທຣໍາ ແຕ່ງຕັ້ງໃຫ້ໄປແທນຕຳແໜ່ງຫວ່າງຢູ່ໃນສານສູງສຸດ ຍິ້ມໃສ່ ປ. ທຣໍາ
ເບຣດ ຄາແວນນໍ ທີ່ໄ້ດຮັບການແຕ່ງຕັ້ງ ໂດຍ ປ. ທຣໍາ ແຕ່ງຕັ້ງໃຫ້ໄປແທນຕຳແໜ່ງຫວ່າງຢູ່ໃນສານສູງສຸດ ຍິ້ມໃສ່ ປ. ທຣໍາ

ການແຕ່ງຕັ້ງທ່ານ ຄາແວນນໍ (Kavanaugh) ໄດ້ພິສູດໃຫ້ເຫັນເຖິງຄວາມ ເຄັ່ງຕຶງເປັນການສະເພາະເລີຍໂດຍທີ່ມີການຮັບຟັງແບບເປີດເຜີຍທີ່ໄດ້ເພັ່ງເລັງໃສ່ວັນເວລາທີ່ທ່ານດື່ມເບຍໃນຕອນທີ່ທ່ານເປັນໄວໜຸ່ມ ແລະ ຂໍ້ກ່າວຫາກ່ຽວກັບການປະພຶດຜິດທາງເພດ. ໃນທີ່ສຸດ, ສະພາສູງກໍໄດ້ຮັບຮອງເອົາການແຕ່ງ ຕັ້ງຂອງທ່ານຄາແວນນໍ (Kavanaugh) ໃຫ້ໄປຮັບຕໍາແໜ່ງຢູ່ສານສູງສຸດຂອງປະເທດ ໂດຍໄດ້ຮັບຄະແນນສຽງແບບສູສີກັນ.

ທ່ານ ທຣໍາ ໄດ້ຊຸກຍູ້ບັນດານະໂຍບາຍທີ່ປາບປາມການເຂົ້າເມືອງຜິດກົດໝາຍ ໃຫ້ກ້າວໄປ, ຊຶ່ງລວມທັງການໄດ້ຮັບການອະນຸມັດງົບປະມານເກືອບຮອດ 1.4 ຕື້ໂດລາ ຈາກກລັດຖະສະພາເພື່ອເຮັດກຳແພງໃນເຂດຊາຍແດນ (ເຖິງແມ່ນວ່າຈະ ໜ້ອຍກວ່າຈຳນວນທີ່ທ່ານຮ້ອງຂໍເອົາກໍຕາມ) ແລະປະກາດພາວະສຸກເສີນເພື່ອປ່ອຍເງິນໃຫ້ເພີ່ມອີກເຖິງ 3.6 ຕື້ໂດລາ ສຳລັບງົບປະມານສ້າງຝາກໍາແພງ.

ທ່ານ Rodney Scott, ຫົວໜ້າຕໍາຫລວດຕະເວນຊາຍແດນພາ ປ. ທຣໍາໄປເລາະເບິ່ງພາກສ່ວນນຶ່ງຂອງກໍາແພງຂັ້ນຊາຍແດນໃນວັນທີ 23 ມິຖຸນາ, 2020 ຢູ່ເມືອງ San Luis, ລັດອາຣີໂຊນາ
ທ່ານ Rodney Scott, ຫົວໜ້າຕໍາຫລວດຕະເວນຊາຍແດນພາ ປ. ທຣໍາໄປເລາະເບິ່ງພາກສ່ວນນຶ່ງຂອງກໍາແພງຂັ້ນຊາຍແດນໃນວັນທີ 23 ມິຖຸນາ, 2020 ຢູ່ເມືອງ San Luis, ລັດອາຣີໂຊນາ

ທ່ານປະທານາທິບໍດີ ໄດ້ປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ຢູ່ໃນການໂຄສະນາທີ່ເອົາກົດລະບຽບຂອງລັດຖະບານຕ່າງໆອອກ ແລະຍົກເລີກສ່ວນໃຫຍ່ຂອງກົດ ໝາຍການຮັກສາສຸຂະພາບຂອງອະດີດປະທານາທິບໍດີບາຣັກໂອບາມາ, ເຊິ່ງເປັນທີ່ຮູ້ຈັກກັນໃນນາມ Obamacare ນັ້ນ. ເຖິງແມ່ນວ່າຊາວອາເມຣິກັນຫຼາຍລ້ານຄົນໄດ້ສູນເສຍວຽກເຮັດ ແລະການປະກັນສຸຂະພາບໃນເວລາທີ່ມີການລະ ບາດຂອງໄວຣັສໂຄໂຣນາທີ່ແຜ່ລາມໄປທົ່ວໂລກກໍາລັງຄຸກຄາມສະຫະລັດຢູ່ໃນ ປີນີ້ກໍຕາມ ແຕ່ທ່ານທຣໍາ ກໍໄດ້ອຸທອນຕໍ່ສານສູງສຸດວ່າ ໃຫ້ຕັດສິນທີ່ເຮັດໃຫ້ Obamacare ບໍ່ມີຜົນບັງຄັບໃຊ້ໄດ້ທັງໝົດເລີຍ. ທ່ານ ທຣໍາ ເຄີຍສະແດງຄວາມບໍ່ພໍໃຈຕໍ່ນະໂຍບາຍຂອງທ່ານໂອບາມາ, ຜູ້ທີ່ມາຈາກພັກເດໂມແຄຣັດ ທີ່ດໍາລົງຕໍາແໜ່ງກ່ອນທ່ານນັ້ນ.

ພວກພໍ່ຄ້າຕະຫລາດຮຸ້ນໃນຕອນເປີດຕະລາດຮຸ້ນ New York Stock Exchange (NYSE) ໃນວັນທີ 27 ກຸມພາ, 2020 ຢູ່ຄຸ້ມ Wall Street ໃນນນະຄອນນິວຢອກ.
ພວກພໍ່ຄ້າຕະຫລາດຮຸ້ນໃນຕອນເປີດຕະລາດຮຸ້ນ New York Stock Exchange (NYSE) ໃນວັນທີ 27 ກຸມພາ, 2020 ຢູ່ຄຸ້ມ Wall Street ໃນນນະຄອນນິວຢອກ.

ເປັນເວລາສາມປີ ທີ່ທ່ານ ທຣໍາ ໄດ້ເປັນປະທານາທິບໍດີທີ່ມີການຂະຫຍາຍຕົວທາງເສດຖະກິດທີ່ສູງຂຶ້ນ ເຊິ່ງລວມມີອັດຕາການຫວ່າງງານທີ່ຫຼຸດລົງໃຫ້ຍັງເຫລືອແຕ່ພຽງ 3.5 ເປີເຊັນ, ເຊິ່ງເປັນລະດັບຕໍ່າສຸດສຳລັບເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ໃນ 5 ທົດສະວັດຜ່ານມາ, ແລະດັດຊະນີຂອງຕະຫລາດຫຼັກຊັບໃຫຍ່ໆ ຂອງປະເທດກໍ່ພຸ້ງສູງຂຶ້ນ. ແຕ່ຄວາມສຳເລັດດັ່ງກ່າວໄດ້ສິ້ນສຸດລົງໂດຍບໍ່ມີການແຈ້ງເຕືອນໃຫ້ຮູ້ລ່ວງໜ້າເລີຍຂະນະທີ່ການລະບາດຂອງໄວຣັສ ໂຄໂຣນາ ແຜ່ລະບາດມາຈາກຈີນໄປທົ່ວໂລກໃນຕົ້ນປີ 2020, ໂດຍທີ່ທ່ານ ທຣໍາ ໄດ້ສະແດງຄວາມສົງໄສມາຕະຫລອດກ່ຽວກັບຄວາມເປັນອັນຕະລາຍ ແລະຜົນກະທົບຂອງມັນຕໍ່ສະຫະລັດ. ປະທານາທິບໍດີໄດ້ປິດການເດີນທາງຈາກຈີນໃນທ້າຍເດືອນມັງກອນນີ້ເພື່ອພະຍາຍາມປົກປ້ອງສະຫະລັດ, ແຕ່ນອກຈາກ ນັ້ນແລ້ວກໍ່ໄດ້ສະແດງຄວາມແນ່ນອນອອກມາວ່າ ມັນຈະບໍ່ເປັນບັນຫາຫຍັງ.

ເຊື້ອໄວຣັດດັ່ງກ່າວໄດ້ແຜ່ລາມໄປສູ່ທັງໝົດ 50 ລັດຂອງປະເທດ, ເຊິ່ງກໍ່ໃຫ້ ເກີດການຢຸດສະງັກຢ່າງຫຼວງຫຼາຍ. ໃນເວລາບໍ່ດົນປະເທດຊາດກໍ່ຕົກໄປສູ່ສະ ພາບທີ່ມີໄພພິບັດທາງເສດຖະກິດອີກດ້ວຍ. ທ່ານ ທຣໍາ ໄດ້ມີການລາຍງານຂ່າວປະຈຳ ວັນກ່ຽວກັບໄວຣັສໂຄໂຣນາເປັນເວລາຫລາຍອາທິດ, ແຕ່ວ່າກໍມັກຈະບໍ່ເວົ້າເຖິງຄວາມຮ້າຍແຮງຂອງໄວຣັສໂຄໂຣນານັ້ນ.

ໃນຂະນະທີ່ຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນໃສ່ ໜ້າກາກປິດປາກໄວ້ ເພື່ອຈຳກັດການແຜ່ລະບາດຂອງໄວຣັສນີ້, ທ່ານ ທຣໍາ ໄດ້ກ່າວວ່າ ການໃສ່ໜ້າກາກເປັນທາງເລືອກຂອງສ່ວນບຸກຄົນ, ແລະກໍບໍ່ໄດ້ໃສ່ມັນ ຢູ່ໃນສາທາລະນາຊົນຈົນມາຮອດເດືອນກໍລະກົດຜ່ານມາ.

ອັດຕາການຫວ່າງງານຂອງສະຫະລັດສູງສຸດຢູ່ທີ່ 14. 7 ເປີເຊັນ ໃນເດືອນເມສາ, ຫຼັງຈາກນັ້ນກໍໄດ້ຫຼຸດລົງມາເປັນ 11.1 ເປີເຊັນ ໃນເດືອນມິຖຸນາ ໃນຂະນະທີ່ເສດ ຖະກິດໄດ້ເພີ້ມວຽກເຮັດງານທໍາຂຶ້ນເກືອບຮອດ 5 ລ້ານໜ້າວຽກ. ທ່ານທຣໍາ ກ່າວວ່າ ວັນເວລາທີ່ດີກວ່າເກົ່າ ແມ່ນກຳລັງຈະມາເຖິງສຳລັບເສດຖະກິດອາເມຣິກາຢູ່ໃນເຄິ່ງປີທີ່ຍັງເຫລືອຂອງ 2020 ແລະແກ່ຍາວໄປຮອດປີ 2021.

ເຖິງແມ່ນວ່າ ໄວຣັສໂຄໂຣນາໄດ້ແຜ່ລາມໄປທົ່ວສະຫະລັດກໍຕາມ, ການຕາຍຂອງ ທ້າວ ຈອຣຈ໌ ຟລອຍດ໌ (George Floyd), ຜູ້ຊາຍຊາວອາເມຣິກັນເຊື້ອສາຍ ອາຟຣິກາ ທີ່ເສຍຊີວິດຢູ່ໃນກໍາມືຂອງຕຳຫຼວດໄດ້ກໍ່ໃຫ້ເກີດການປະທ້ວງທົ່ວປະເທດ ເພື່ອຄັດຄ້ານການປະຕິບັດຂອງຕຳຫຼວດຕໍ່ຂອງຊາວອາເມຣິກັນຜິວດຳ ແລະ ໄດ້ສະໜັບສະໜູນຂະບວນການ "Black Lives Matter" ຫລື “ຊີວິດຊາວ ຜິວດໍາກໍສໍາຄັນ” ເພື່ອແກ້ໄຂບັນຫາການຈຳແນກເຊື້ອຊາດຢ່າງເປັນລະບົບນັ້ນ ໃຫ້ມີຄວາມໂດດເດັ່ນຂຶ້ນເປັນລະດັບສາກົນ.

ທ່ານທຣໍາ ໄດ້ສົ່ງຂໍ້ຄວາມທີ່ສັບສົນກ່ຽວກັບຄວາມບໍ່ສະຫງົບທີ່ເກີດຂຶ້ນຕາມຫລັງ ມານັ້ນ, ເຊິ່ງທ່ານໄດ້ສະແດງການສະໜັບສະໜູນຕໍ່ການປະທ້ວງແບບສັນຕິ ແຕ່ກໍກ່າວວ່າ ສຽງຮ້ອງໂຮຕາມຖະໜົນຫົນທາງວ່າ "Black Lives Matter" ແມ່ນສັນຍາລັກຂອງຄວາມກຽດຊັງ. ໃນຂະນະທີ່ສະຫະລັດໄດ້ສະຫຼອງວັນເອກະລາດຄົບ ຮອບ 244 ປີຂອງຕົນໃນວັນທ້າຍອາທິດທີ 4 ກໍລະກົດຜ່ານມາ, ທ່ານ ທຣໍາ ໄດ້ ພັນລະນາກ່ຽວກັບຜູ້ປະທ້ວງເພື່ອຂໍຄວາມເປັນທຳທາງດ້ານເຊື້ອຊາດວ່າ ເປັນພວກຜູ້ຕາງໜ້າໃຫ້ “ຄວາມຊົ່ວຮ້າຍ” ຂອງ “ລັດທິຟາຊິສຊ້າຍຈັດແບບໃໝ່” ເຊິ່ງມີເປົ້າໝາຍອັນສຸງສຸດແມ່ນ “ການສິ້ນສຸດຂອງອາເມຣິກາ.”

ໂດຍມີເຫດການຫັນປ່ຽນໃນເຄິ່ງທຳອິດຂອງປີ 2020 ນັ້ນ, ຊະຕາກຳທາງການ ເມືອງຂອງທ່ານທຣໍາ ດີທີ່ສຸດກໍແມ່ນຢູ່ໃນຄວາມບໍ່ແນ່ນອນ, ໂດຍມີການຢັ່ງຫາງ ສຽງລະດັບຊາດຫຼາຍອັນ ສະແດງໃຫ້ເຫັນວ່າ ທ່ານໄດ້ຄະແນນລາກຫລັງອະດີດຮອງປະທານາທິບໍດີໂຈ ໄບເດັນຢູ່ປະມານ 9 ເປີເຊັນ ໃນ 4 ເດືອນກ່ອນໜ້າການເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນທຸກໆ 4 ປີນັ້ນ. ແຕ່ວ່າ ກໍມີປະທານາທິບໍດີສະຫະລັດພຽງແຕ່ສອງຄົນເທົ່ານັ້ນທີ່ໄດ້ເສຍໄຊໃນການແຂ່ງຂັນໃຫ້ຖືກ ເລືອກ ຕັ້ງຄືນໃນສີ່ທົດສະວັດຜ່ານມາ ແລະຜູ້ສະໜັບສະໜູນທ່ານທຣໍາ ໃຫ້ຂໍ້ສັງເກດວ່າ ທ່ານກໍໄດ້ຄະແນນລາກຫລັງຄືກັນຢູ່ໃນການຢັ່ງ ຫາງສຽງກ່ອນການເລືອກຕັ້ງປີ 2016, ໃນເວລາທີ່ທ່ານເອົາຊະນະອະດີດລັດຖະມົນຕີກະຊວງການຕ່າງປະເທດຮີລລາຣີ ຄລິນຕັນ ໄດ້ແບບບໍ່ຄາດຝັນນັ້ນ.

ນະໂຍບາຍການຕ່າງປະເທດ: ນະໂຍບາຍການຕ່າງປະເທດຂອງທ່ານ ທຣໍາ ໄດ້ຖືກກຳນົດໂດຍນະໂຍບາຍທີ່ວ່າ "ອາເມຣິກາມາກ່ອນໝູ່" ຂອງເພິ່ນເຊິ່ງເພິ່ນໄດ້ເອົາສິ່ງທີ່ເພິ່ນຖືວ່າເປັນຜົນປະໂຫຍດຂອງອາເມຣິການັ້ນ ຢູ່ເໜືອສິ່ງອື່ນໃດໝົດ. ທ່ານໄດ້ຖອນຕົວອອກຈາກຂໍ້ຕົກລົງສາກົນຫລາຍສະບັບ, ໃນນັ້ນລວມມີ ສັນຍາຄູ່ຮ່ວມພາຄີຂ້າມມະຫາສະໝຸດປາຊີຟິກ, ຂໍ້ຕົກລົງທາງການຄ້າ; ຂໍ້ຕົກລົງດ້ານດິນຟ້າອາກາດປາຣີ ແລະຂໍ້ຕົກລົງນິວເຄຼຍກັບອີຣານ. ກ່ຽວກັບດ້ານການຄ້ານັ້ນ, ທ່ານ ທຣໍາໄດ້ປະຕິບັດຕາມຄຳໝັ້ນສັນຍາໄວ້ຢູ່ໃນໂຄສະນາທີ່ບອກວ່າ ຈະເຈລະຈາຂໍ້ຕົກລົງການຄ້າເສລີອາເມຣິກັນເໜືອ ກັບການາດາ ແລະເມັກຊິໂກ, ໃນຂະນະທີ່ກຳລັງເລີ້ມທໍາສົງຄາມທາງການຄ້າກັບຈີນ.

ທ່ານໄດ້ຕັ້ງຄຳຖາມຄັ້ງແລ້ວຄັ້ງເລົ່າ ກ່ຽວກັບຈຳນວນເງິນທີ່ສະຫະລັດໄດ້ໃຊ້ຈ່າຍເພື່ອປ້ອງກັນປະເທດອື່ນ ແລະໄດ້ຕຳໜິຕິຕຽນອົງການເນໂຕ້ (NATO) ຊຶ່ງເປັນພັນທະມິດທາງທະຫານຂອງຝ່າຍຕາເວັນຕົກ ທີ່ໄດ້ຕັ້ງຂຶ້ນຫລັງສົງຄາມໂລກຄັ້ງທີ 2. ທ່ານປະທານາທິບໍດີ ມີຄວາມສຳພັນທີ່ສັບສົນກັບຜູ້ນຳຕ່າງປະເທດຫລາຍຄົນ, ໃນນັ້ນລວມມີພັນທະມິດທີ່ດັ້ງເດີມເຊັ່ນ: ນາຍົກລັດຖະມົນຕີເຢຍລະມັນ ອົງໂກລາ ເມີໂຄ (Angela Merkel) ແລະປະທານາທິບໍດີຝຣັ່ງ, ທ່ານ ເອມານູແອລ ມາກຣົງ (Emmanuel Macron), ແຕ່ກໍຍອມຮັບເອົາຄູ່ສັດຕູໃນປະຫວັດສາດ ເຊັ່ນປະທານາທິບໍດີລັດເຊຍ, ທ່ານວລາດິເມຍ ປູຕິນ (Vladimir Putin) ແລະຜູ້ນຳເກົາຫຼີເໜືອ, ທ່ານ ກິມ ຈົງ ອຶນ (Kim Jong Un). ທ່ານທຣໍາ ເອີ້ນທ່ານກິມວ່າ "ຊາຍຈະຫລວດນ້ອຍ" ແຕ່ຕໍ່ມາກໍໄດ້ພົບປະກັບທ່ານສາມຄັ້ງແລະ ປະກາດວ່າ "ພວກເຮົາໄດ້ພັດທະນາສາຍພົວພັນທີ່ດີຫຼາຍ."

ສິ່ງທ້າທາຍໃນການເປັນປະທານາທິບໍດີ: ທ່ານທຣໍາ, ນອກຈາກໄວຣັສໂຄໂຣນາ ແລະວິກິດການທາງເສດຖະກິດຂອງປີ 2020 ແລ້ວ, ຍັງໄດ້ປະເຊີນກັບສິ່ງທ້າທາຍທີ່ສຳຄັນຕ່າງໆ ໃນຂະນະທີ່ເປັນປະທານາທິບໍດີຢູ່, ລວມທັງການສືບສວນສອບສວນເພື່ອຟ້ອງຮ້ອງປະທານາທິບໍດີທີ່ເລີ້ມຕົ້ນຂຶ້ນໂດຍພວກສັງກັດພັກ ເດໂມແຄຣັດ ໃນຂໍ້ກ່າວຫາວ່າ ທ່ານທຣໍາຊອກສະແຫວງຫາຄວາມຊ່ວຍເຫຼືອ ຈາກຢູເຄຣນ ໃນການຂຸດຄົ້ນຂໍ້ມູນຂ່າວສານທີ່ເປັນການກ່າວຫາ ກ່ຽວກັບອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະລູກຊາຍຂອງເພິ່ນ ຄືທ່ານ ຮັນເຕີ ໄບເດັນທີ່ ອາດຈະເຮັດໃຫ້ຄວາມອາດສາມາດໃນຄວາມພະຍາຍາມທີ່ຈະ ແຂ່ງຂັນກັບທ່ານ ທຣໍາ ໄດ້ຢູ່ໃນການເລືອກຕັ້ງ ປີ 2020 ນັ້ນຫລຸດລົງ.

ບ່ອນຈອດລົດໜ້າໂຮງຮູບເງົາ AMC ທີ່ເປົ່າແປນ ໃນວັນທີ 18 ມີນາ, 2020 ໃນນະຄອນຟີນິກ, ລັດອາຣີໂຊນາ
ບ່ອນຈອດລົດໜ້າໂຮງຮູບເງົາ AMC ທີ່ເປົ່າແປນ ໃນວັນທີ 18 ມີນາ, 2020 ໃນນະຄອນຟີນິກ, ລັດອາຣີໂຊນາ

ສະພາຕໍ່າທີ່ຄວບຄຸມໂດຍພັກເດໂມແຄຣັດໄດ້ກ່າວຫາທ່ານໃນທ້າຍປີ 2019, ແຕ່ສະພາສູງທີ່ຄວບຄຸມໂດຍພັກຣີພັບບລິກັນໄດ້ເຮັດໃຫ້ທ່ານພົ້ນໂທດໄປໃນຕົ້ນປີ 2020, ໂດຍທີ່ມີການລົງຄະແນນສຽງຂອງສະມາຊິກສະພາສູງຈາກພັກຣີພັບບລິກັນພຽງຄົນດຽວເທົ່ານັ້ນ ທີ່ລົງຄະແນນສຽງໃຫ້ຕັດສິນທ່ານວ່າທ່ານຜິດ ແລະເອົາ ທ່ານລົງຈາກຕຳແໜ່ງ. ທ່ານທຣຳ ໄດ້ປະເຊີນໜ້າກັບການສືບສວນທີ່ແກ່ຍາວໄປ ເກືອບສອງປີທີ່ນຳພາໂດຍໄອຍະການພິເສດ, ທ່ານໂຣເບີດ ມູລເລີ (Robert Mueller) ທີ່ໄດ້ທໍາການສືບສວນການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງປີ 2016.

ບົດລາຍງານສະບັບສຸດທ້າຍຂອງທ່ານມູລເລີພົບວ່າ ຄະນະໂຄສະນາຫາສຽງຂອງທ່ານທຣໍາບໍ່ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍ ເພື່ອຈະສົ່ງຜົນກະທົບຕໍ່ຜົນຂອງການແຂ່ງຂັນປະທານາທິບໍດີ. ແຕ່ເຖິງຢ່າງໃດກໍ່ຕາມ, ມັນບໍ່ໄດ້ໃຫ້ຂໍ້ສະຫຼຸບໃດໆກ່ຽວກັບວ່າ ທຣຳຄວນຖືກກ່າວຫາວ່າທໍາການຂັດຂວາງຂະບວນການຍຸຕິທຳຢູ່ໃນກໍລະນີທີ່ທ່ານສາມາດທີ່ຈະພະຍາຍາມເຮັດໃຫ້ການສືບສວນຂອງທ່ານ ມັລເລີ ໄຂວ່ເຂວໄປ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG