ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງຢາວັກຊີນໃໝ່ ຕ້ານໄຂ້ມາເລເຣຍ ສະແດງໃຫ້ເຫັນວ່າ ມັນມີປະສິດທິຜົນ 77 ເປີເຊັນ


ເດັກນ້ອຍຄົນນຶ່ງທີ່ໄດ້ສັກຢາກັນພະຍາດຢູ່ໃນເມືອງ Barcelona, ລັດຂອງເວເນຊູເອລາ (ວັນທີ 16 ມີນາ, 2021)
ເດັກນ້ອຍຄົນນຶ່ງທີ່ໄດ້ສັກຢາກັນພະຍາດຢູ່ໃນເມືອງ Barcelona, ລັດຂອງເວເນຊູເອລາ (ວັນທີ 16 ມີນາ, 2021)

ໃນການໃຫ້ສຳພາດແບບຂາດຕົວກັບວີໂອເອນັ້ນ, ຜູ້ອຳນວຍການສະຖາບັນ ເຈນເນີ (Jenner) ຂອງມະຫາວິທະຍາໄລ ອອກສ໌ຝອດ (Oxford) ກ່າວວ່າ ຢາວັກຊີນໃໝ່ ຕ້ານໄຂ້ມາເລເຣຍ ຂອງພວກເຂົາເຈົ້າ ທີ່ຖືກທົດລອງ ຢູ່ປະ ເທດ ເບີກີນາ ຟາໂຊ (Burkina Faso) ໄດ້ສະແດງໃຫ້ເຫັນວ່າ ມີປະສິດທິ ພາບເບື້ອງຕົ້ນ 77 ເປີເຊັນທີ່ສາມາດຊ່ວຍປ້ອງກັນການເສຍຊີວິດຂອງຄົນຫຼາຍ ກວ່າ 4 ແສນຄົນໄດ້ ໃນແຕ່ລະປີ ຊຶ່ງສ່ວນໃຫຍ່ ແມ່ນພວກທີ່ຢູ່ໃນເຂດໃຕ້ທະ ເລຊາຍຊາຮາຣາ ຂອງທະວີບອາຟຣິກາ. Henry Wilkins ກວດເບິ່ງພາລະແບກຫາບ ທີ່ພະຍາດໄຂ້ມາເລເຣຍກໍ່ຂຶ້ນມາຕໍ່ບັນດາຄອບຄົວຂອງຄົນຢູ່ໃນພາກພື້ນດັ່ງກ່າວນັ້ນ ແລະຜົນກະທົບທີ່ອາດຈະເກີດຂຶ້ນຂອງຢາວັກຊີນໃໝ່ ຢູ່ໃນບົດ ລາຍງານນີ້ ຈາກເມືອງກາຢາຂອງເບີກີນາ ຟາໂຊ ຊຶ່ງບົວສະຫວັນ ຈະນໍາມາ ສະເໜີທ່ານໃນອັນດັບຕໍ່ໄປ.

ນາງແພລລາ ຊະວາໂດໂກ (Pella Sawadogo) ໄດ້ໜີອອກຈາກບ້ານ ຊີລ ກາດຈີ (Silgadji) ໄປເມື່ອສອງປີກ່ອນ ໃນເວລາທີ່ພວກກະບົດທໍາການໂຈມຕີ, ຊຶ່ງໄດ້ຂ້າເພື່ອນບ້ານ ແລະອ້າຍເຂີຍຂອງນາງ.

ນາງຄິດວ່ານາງໄດ້ໜີຈາກຄວາມຕາຍຢ່າງກະທັນຫັນ.
ແຕ່ວ່າໃນອາທິດແລ້ວນີ້, ລູກສາວຄົນນຶ່ງຂອງນາງຊື່ວ່າ ມາຣີ (Marie), ຖືກກວດພົບວ່າເປັນພະຍາດມາເລເຣຍ ຫລືໄຂ້ຍຸງ.

ນາງແພລລາ ຊະວາໂດໂກເວົ້າວ່າ:
“ລາວໄດ້ຮັບຢາອີກຈຳນວນນຶ່ງແລະພວກເຮົາຖືກບອກໃຫ້ກັບໄປບ້ານ. ນັ້ນແມ່ນ ຢາຕາມໃບສັ່ງຂອງແພດຄັ້ງສຸດທ້າຍ ທີ່ລາວໄດ້ກິນ ກ່ອນຈະເສຍຊີວິດໄປ ຢູ່ເຮືອນໃນວັນອາທິດຜ່ານມາ. ມັນມີຜົນກະທົບຕໍ່ຂ້ອຍຫຼາຍ. ຂ້ອຍບໍ່ສາມາດນອນໄດ້ໃນຕອນກາງຄືນ. ຂ້ອຍກິນບໍ່ໄດ້."

ໃນແຕ່ລະປີມີຫລາຍກວ່າ 4 ແສນ ຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຍຸງ, ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນເຂດໃຕ້ທະເລຊາຍຊາຮາຣາຂອງທະວີບອາຟຣິກາແລະສ່ວນໃຫຍ່ແມ່ນເດັກນ້ອຍອາຍຸຕໍ່າກວ່າຫ້າປີ.

ແຕ່ກໍຍັງມີຄວາມຫວັງຢູ່.

ໃນການໃຫ້ສຳພາດແບບຂາດຕົວກັບວີໂອເອນັ້ນ, ຜູ້ອຳນວຍການສະຖາບັນ ເຈນເນີ (Jenner) ຂອງມະຫາວິທະຍາໄລອອກສ໌ຝອດ (Oxford) ກ່າວວ່າ ຢາວັກຊີນໃໝ່ຕ້ານໄຂ້ມາເລເຣຍຂອງພວກເຂົາເຈົ້າທີ່ຖືກທົດລອງຢູ່ເບີກີນາ ຟາໂຊ (Burkina Faso) ນັ້ນ ໄດ້ສະແດງໃຫ້ເຫັນຜົນທີ່ທໍາໃຫ້ເກີດການປ່ຽນແປງໄດ້.

ທ່ານ ເອດຣຽນ ຮີລ (Adrian Hill), ຜູ້ອຳນວຍການສະຖາບັນເຈນເນີ ກ່າວ ວ່າ:
“ສິ່ງທີ່ໜ້າຕື່ນເຕັ້ນຫຼາຍຕໍ່ຜົນການຄົ້ນນີ້ກໍແມ່ນວ່າ ຢາວັກຊີນຕ້ານໄຂ້ມາ ເລເຣຍ 140 ຊະນິດ ທີ່ຢູ່ໃນຂັ້ນຕອນພັດທະນາ ໄດ້ຖືກທົດລອງໃນການທົດລອງທາງດ້ານຄລີນິກໄດ້ຫລາຍປີຜ່ານມາແລ້ວ. ບໍ່ມີຢາອັນໃດໃນນັ້ນ ທີ່ມີປະສິດທິຜົນເກີນກວ່າ 75 ເປີເຊັນ. ນັ້ນແມ່ນສິ່ງທີ່ອົງການ WHO ຫລື ອົງການອະນາໄມໂລກ ກຳລັງຊອກຫາສິ່ງທີ່ເປັນປະໂຫຍດຫຼາຍ ໃນການຄວບຄຸມໄຂ້ ມາເລເຣຍຢູ່ທະວີບອາຟຣິກກາ. ຢູ່ໃນຄວາມພະຍາຍາມ ຂັ້ນທຳອິດຂອງພວກເຮົາກັບຢາວັກຊີນນີ້ ກໍແມ່ນພວກເຮົາເຫັນວ່າ ມັນມີປະສິດທິຜົນ 77 ເປີເຊັນ ແລະພວກເຮົາຄິດວ່າ ພວກເຮົາສາມາດປັບປຸງປະສິດທິຜົນອັນນັ້ນຂຶ້ນຕື່ມໄດ້ອີກ. ສະນັ້ນ, ມັນແມ່ນຄວາມຄືບໜ້າທີ່ແທ້ຈິງອີ່ຫລີ. ມັນບໍ່ເຄີຍມີແບບນີ້ ມາກ່ອນເລີຍ."

ສະຖາບັນເຈນເນີກ່າວວ່າ ຄ່າໃຊ້ຈ່າຍສໍາລັບຢາວັກຊີນຊະນິດໃໝ່ ຄາດວ່າຈະຕໍ່າຫຼາຍ ແລະເຊື່ອວ່າການນຳໃຊ້ຢານີ້ຢ່າງແຜ່ຫຼາຍ ອາດຈະປ້ອງກັນບໍ່ໃຫ້ມີຜູ້ເສຍຊີວິດຫຼາຍແສນຄົນໄດ້ ໃນທະວີບອາຟຣິກາໃນແຕ່ລະປີ.

ໃນຂະນະທີ່ການທົດລອງຍັງບໍ່ທັນເສັດຊິ້ນລົງເທື່ອຢູ່ນີ້, ຜົນໄດ້ຮັບໃນເບື້ອງຕົ້ນກໍ່ຍັງເຮັດໃຫ້ມີຄວາມຫວັງເພີ້ມຂຶ້ນແລ້ວ ສໍາລັບກຸ່ມຊ່ວຍເຫຼືອທາງການແພດ ເຊັ່ນອົງການທ່ານໝໍບໍ່ມີພົມແດນ ຫລື MSF.

ດຣ. ມາຕິນ ເດິ ສເມດ (Martin De Smet), ຜູ້ປະສານງານຂອງກຸ່ມປະຕິ ບັດງານດ້ານໄຂ້ມາເລເຣຍຂອງອົງການ MSF ກ່າວວ່າ:
"ຖ້າຫາກມີຮູບແບບ, ຄຸນລັກສະນະຕ່າງໆ ທີ່ເຮັດໃຫ້ມັນເປັນໄປໄດ້ດີ ທີ່ຈະເລີ້ມ ຕົ້ນຂຶ້ນໃນອາຟຣິກາແລ້ວ, ທີ່ຈິງມັນກໍ່ອາດຈະເຮັດໃຫ້ເກີດມີການປ່ຽນແປງໄດ້."

ວັກຊີນປ້ອງກັນໄຂ້ມາເລເຣຍ ກຳລັງເຂົ້າສູ່ໄລຍະທົດລອງຂັ້ນສຸດທ້າຍ ໃນປະ ເທດເບີກີນາ ຟາໂຊ (Burkina Faso), ເຄັນຢາ (Kenya), ມາລີ (Mali), ແລະແທນຊາເນຍ (Tanzania), ແລະສາມາດມີໄວ້ໃຫ້ຄົນໃຊ້ຢ່າງກວ້າງຂວາງໄດ້ ໃນເວລາພຽງ 2 ປີ ຕໍ່ໜ້ານີ້.

ແຕ່ສະຖາບັນເຈນເນີ (Jenner) ທີ່ໄດ້ພັດທະນາຢາວັກຊີນອາສຕຣາເຊນເນກາ (AstraZeneca) ກັນໄວຣັສໂຄໂຣນານັ້ນ ກຳລັງສົນທະນາກັບຜູ້ອອກກົດລະ ບຽບເພື່ອເບິ່ງວ່າ ຢາວັກຊີນນີ້ ກໍສາມາດເອົາເຂົ້າໃນການອະນຸມັດຢ່າງວ່ອງໄວ ເພື່ອໃຫ້ນຳໃຊ້ໄດ້ໄວກວ່ານີ້ເຊັ່ນກັນໄດ້ຫລືບໍ່.

ທ່ານ ເອດຣຽນ ຮີລ (Adrian Hill) ກ່າວເພີ້ມອີກວ່າ:
"ພວກເຮົາກຳລັງຊີ້ແຈງໃຫ້ເຫັນວ່າ ປະຊາຊົນຈຳນວນຫຼາຍເສຍຊີວິດຍ້ອນໄຂ້ມາເລເຣຍ ໃນອາຟຣິກາໃນປີກາຍນີ້ ຫລາຍກວ່າການເສຍຊີວິດຍ້ອນໂຄວິດ ໃນສັດສ່ວນທີ່ອາດຈະແມ່ນ 1 ຕໍ່ 4. ສະນັ້ນເປັນຫຍັງເລື້ອງໄຂ້ມາເລເຣຍຈຶ່ງບໍ່ເປັນບູລິມະສິດອັນນຶ່ງ?”

ຢາວັກຊີນປ້ອງກັນໄຂ້ມາເລເຣຍຈະອອກມາຊ້າເກີນໄປ ທີ່ຈະຊ່ວຍຊີວິດຄົນຫລາຍລ້ານຄົນທີ່ເສຍຊີວິດໃນຫລາຍປີຜ່ານມາ, ລວມທັງນາງມາຣີ, ລູກສາວ ຂອງນາງ ຊະວາໂດໂກ ໄວ້ໄດ້.

ແຕ່ວ່າ ບາງທີອາດຮອດເວລາທີ່ນາງໂພລິນ (Pauline) ໃຫຍ່ຂຶ້ນເຖິງຕອນອາຍຸພໍທີ່ຈະເຂົ້າໃຈໄດ້ກ່ຽວກັບສິ່ງທີ່ເກີດຂຶ້ນກັບເອື້ອຍຄູ່ແຝດຂອງນາງແລ້ວ, ການຕາຍຍ້ອນໂຣກໄຂ້ມາເລເຣຍກໍອາດຈະເປັນສິ່ງທີ່ບໍ່ຄ່ອຍມີໃນທະວີບອາຟຣິ ກາ, ກົງກັນຂ້າມ ມັນຈະມີເລື້ອງຂອງຄວາມເປັນຈິງ ໃນຊີວິດປະຈໍາວັນແທນ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG