ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຟິລິບ​ປີນ ປະ​ທ້ວງ​ຈີນ ​ທີ່ສີດນໍ້າໃສ່ ​ເຮືອ​ປະ​ມົງ​ ຂອງ​ຕົນ (​ວີ​ດີ​ໂອ)


ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ ທ່ານ Raul Hernandez
ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ ທ່ານ Raul Hernandez
ຟິລິບ​ປີນ ຕ້ອງການຄໍາ​ອະທິບາຍ​ຈາກ​ກຸງ​ປັກ​ກິ່ງ ຫຼັງ​ຈາກ
ໜ່ວຍ​ຍາມ​ຝັ່ງ​ຂອງ​ຈີ​ນຖືກກ່າວຫາວ່າ ​ໄດ້​ສີດນໍ້າໃສ່ເຮືອ​
ຫາ​ປາ​ຂອງ​ຟິລິບ​ປີ ​ໃນ​ເຂດ​ມີ​ການ​ຂັດ​ແຍ້​ງກັນ ​ໃນ​ທະ​ເລ
​ຈີນ​ໃຕ້​ນັ້ນ.

ໃນ​ວັນ​ອັງຄານ​ມື້​ນີ້ ກຸງ​ມະນີ​ລາ ໄດ້​ຮຽກ​ຕົວ​ເຈົ້າໜ້າ​ທີ່​ການ
​ທູດ​ຂອງ​ຈີນທີ່ນະຄອນຫຼວງ​ຟິລິບ​ປີນເຂົ້າພົບ ເພື່ອ​ປະ​ທ້ວງ
​ຕໍ່​ເຫດການໃນ​ຄັ້ງ​ນີ້​ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວ​ໃກ້ໆ​
ໝູ່ເກາະ Scarborough ທີ່​ບໍ່​ມີ​ຜູ້​ຢູ່​ອາ​ໄສ​ນັ້ນ. ​ໝູ່ເກາະທີ່​ຈີນ
ເຕັມ​ໄປ​ດ້ວຍ​ກ້ອນຫີນທີ່​ປູກຝັງ​ບໍ່​ໄດ້ດັ່ງກ່າວ​ນີ້ ​ໄດ້​ກາຍ​ມາ
​ເປັນ​ຈຸດ​ລະເບີດຂອງ​ຄວາມ​ເຄັ່ງ​ຕຶງ​ທາງ​ທະຫານ ລະຫວ່າງ
ປະ​ເທດທັງສອງ​.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປີນ ທ່ານ Raul Hernandez ກ່າວ​ວ່າ
ກຸງ​ມະນີ​ລາ ຂໍ “ປະ​ທ້ວງ​ຢ່າງ​ແຂງ​ຂັນ ​ຕໍ່​ການ​ກະທໍາແບບຮາວີລົບກວນ”
ໃນ​ເຫດການ​ເມື່ອ​ວັນ​ທີ 27 ມັງກອນຜ່ານ​ມາ​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ຈີນ​ເຄົາລົບ​ນັບຖື​ສິດທິ
ຂອງ​ຊາວ​ປະ​ມົງ​ຟິລິບ​ປີນ ໃນ​ຂົງ​ເຂດດັ່ງກ່າວນໍາ​ດ້ວຍ.

ທ່ານ Hernandez ກ່າວ​ວ່າ: “ການ​ກະທໍາ​ເຫຼົ່ານີ້ ເຫດການ​ເຫຼົ່ານີ້ ​ແນ່ນອນ
ມັນ​ໄດ້ເຮັດໃຫ້ ຄວາມ​ເຄັ່ງ​ຕຶງເພີ້ມຂຶ້ນໃນ​ຂົງ​ເຂດ​ ແລະຍິ່ງ​ເປັນ​ການຂົ່ມຂູ່​
ຕໍ່ສັນຕິພາບ ​ຄວາມປອດ​ໄພ​ແລະ​ສະຖຽນ​ລະ​ພາບ ​ຢູ່ໃນ​ຂົງ​ເຂດ.”


ປະທານາທິບໍດີຟິລິບ​ປີນ ທ່ານ Benigno Aquino ​ໄດ້​ກ່າວ​ວ່າ​ ທ່ານ​ບໍ່​ຕ້ອງການ​ທີ່
ຈະສະແດງຄວາມຕື່ນຕົກໃຈເກີນເຫດ ຕໍ່​ອັນ​ທີ່ອາດ​ຈະ​ເປັນ​ພຽງ​ນຶ່ງ​ເຫດການ​ກໍ​ໄດ້
​ແຕ່​ວ່າທ່ານ​ຢາກ​ຊາບ​ວ່າ ​ເຫດການ​ທີ່​ວ່າ​ນີ້ ​ແມ່ນ​ສະ​ແດງ​ອອກ​ເຖິງນະ​ໂຍບາຍ​ໃໝ່
​ຂອງ​ຈີນຫຼື​ບໍ່?

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ທ່ານນາງ Hua Chunying ​ໄດ້ປະຕິ​ເສດ
​ຕໍ່ການ​ປະ​ທ້ວງ​ຂອງ​ຟິລິບ​ປີນ ຊຶ່ງ​ໄດ້​ອະທິບາຍ​ວ່າ ການກະທຳຂອງໜ່ວຍຍາມຝັ່ງ
ຈີນນັ້ນ ​ແມ່ນ​ເປັນ​ການ​ປະຕິບັດແບບ​ປົກ​ກະຕິ.

Philippines - China
please wait
Embed

No media source currently available

0:00 0:01:20 0:00
XS
SM
MD
LG