ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແຫຼ່ງຂ່າວ ກ່າວວ່າ ທ່ານເພັນສ໌ ໃຫ້ການຕໍ່ໜ້າຄະນະຕຸລາການ ໃນການສືບສວນກ່ຽວກັບເຫດການກ່ອນໜ້າການເລືອກຕັ້ງ


ແຟ້ມພາບ - ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຢູ່ທີ່ງານລ້ຽງອາຫານຄ່ຳຂອງພັກຣີພັບບລີກັນ ປະຈຳປີ ຢູ່ທີ່ເຂດຄາວຕີ ຮີລສໂບໂຣ (Hillsborough County GOP Lincoln-Reagan Dinner), ວັນທີ 3 ມິຖຸນາ 2021, ໃນເມືອງແມນແສັສເຕີ ລັດນິວແຮມເຊີ.
ແຟ້ມພາບ - ອະດີດຮອງປະທານາທິບໍດີ ໄມຄ໌ ເພັນສ໌ ກ່າວຢູ່ທີ່ງານລ້ຽງອາຫານຄ່ຳຂອງພັກຣີພັບບລີກັນ ປະຈຳປີ ຢູ່ທີ່ເຂດຄາວຕີ ຮີລສໂບໂຣ (Hillsborough County GOP Lincoln-Reagan Dinner), ວັນທີ 3 ມິຖຸນາ 2021, ໃນເມືອງແມນແສັສເຕີ ລັດນິວແຮມເຊີ.

ອະດີດຮອງປະທານາທິບໍດີ ໄມຄ໌ ເພັນນ໌ ໄດ້ໃຫ້ການຕໍ່ຄະນະຕຸລາການ ຂອງລັດຖະບານກາງ ໃນການສືບສວນຄວາມພະຍາຍາມ ໂດຍປະທານາທິບໍດີ ດໍໂນລ ທຣຳ ໃນເວລານັ້ນ ແລະບັນດາພັນທະມິດຂອງທ່ານຈາກພັກຣີພັບບລີກັນ ເພື່ອທີ່ຈະຕ່າວປີ້ນການເລືອກຕັ້ງປີ 2020 ອີງຕາມລາຍງານຂອງອົງການຂ່າວເອພີ. ອັນນັ້ນ ອີງຕາມບຸກຄົນຜູ້ນຶ່ງທີ່ຮູ້ຈັກດີກ່ຽວກັບເລື້ອງນີ້ ຜູ້ທີ່ຂໍສະຫງວນຊື່ ເພື່ອທີ່ຈະສົນທະນາກ່ຽວກັບການມາປາກົດຕົວຕໍ່ໜ້າຄະນະຕຸລາການແບບສ່ວນຕົວນັ້ນ. ການປາກົດຕົວ ຂອງທ່ານເພັນສ໌ ໃນວັນພະຫັດວານນີ້ ມີຂຶ້ນຫຼາຍຊົ່ວໂມງ ພາຍຫຼັງຈາກສານອຸທອນຂອງລັດຖະບານກາງ ໄດ້ປະຕິເສດ ຕໍ່ຄຳຮ້ອງຂອງບັນດາທະນາຍຄວາມ ທ່ານທຣຳ ທີ່ຈະກີດກັນ ການໃຫ້ການຂອງທ່ານເພັນສ໌. ທ່ານເພັນສ໌ ໄດ້ຮັບໝາຍຮຽກຂອງສານ ໃນຕົ້ນປີນີ້ ເພື່ອມາໃຫ້ການ ແຕ່ບັນດາທະນາຍຄວາມຂອງທ່ານທຣຳ ໄດ້ຄັດຄ້ານ ໂດຍອ້າງອີງໃສ່ສິດທິພິເສດ ກ່ຽວຂ້ອງກັບຝ່າຍບໍລິຫານ. ການປາກົດຕົວຕໍ່ໜ້າຄະນະຕຸລາການຂອງທ່ານເພັນສ໌ ຢູ່ໃນນະຄອນຫຼວງວໍຊິງຕັນ ເປັນຂີດໝາຍສຳຄັນໃນການສືບສວນສອບສວນຂອງກະຊວງຍຸຕິທຳ ທີ່ກ່ຽວຂ້ອງກັບການສົນທະນາ ແລະເຫດການທີ່ເກີດຂຶ້ນກ່ອນໜ້າ ວັນທີ 6 ມັງກອນ 2021 ຊຶ່ງເປັນການກໍ່​ກະ​ບົດທີ່ຮ້າຍແຮງ ໃນການຕໍ່ຕ້ານອຳນາດລັດ​ທີ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ.

Former Vice President Mike Pence has testified before a federal grand jury investigating efforts by then-President Donald Trump and his Republican allies to overturn the 2020 election. That's according to a person familiar with the matter who requested anonymity to discuss the private appearance before the grand jury. Thursday's appearance by Pence came hours after a federal appeals court denied a bid by Trump's lawyers to block Pence's testimony. Pence was subpoenaed to testify earlier this year, but Trump's lawyers objected, citing executive privilege concerns. Pence's grand jury appearance in Washington is a milestone in the Justice Department's investigation into the conversations and events preceding the Jan. 6, 2021, insurrection at the Capitol.

XS
SM
MD
LG